ນັດຂຸດກໍາລັງປະເຊີນກັບຄວາມກົດດັນ! ຜົນກໍາໄລຈາກການຂຸດ Bitcoin ຫຼຸດລົງ 11% ຕໍ່າສຸດໃນຮອບ 3 ປີ


ຂໍ້ມູນເຄືອຂ່າຍ Blockchain ໄດ້ສະແດງໃຫ້ເຫັນເຖິງອັດຕາ hashrate ຂອງການຂຸດ Bitcoin ຫຼຸດລົງ 11% ໃນໄລຍະນີ້, ເນື່ອງຈາກຄວາມສາມາດໃນການເຮັດກໍາໄລຂອງນັກຂຸດຫຼຸດລົງແຕະລະດັບຕໍ່າສຸດໃນຮອບ 3 ປີ.

ອີງຕາມທີ່ Maartunn ຜູ້ຈັດການຊຸມຊົນ CryptoQuant ທີ່ໄດ້ໂພສໃນແພລັດຟອມ X ໂດຍລະບຸວ່າ: Bitcoin ໃນປັດຈຸບັນກຳລັງໄດ້ຮັບຄ່າຕອບແທນທີ່ໜ້ອຍເກີນໄປ. ໂດຍຕົວຊີ້ວັດທີ່ສໍາຄັນໃນທີ່ນີ້ແມ່ນ “ກໍາໄລ / ຂາດທຶນຈາກການຂຸດ” ທີ່ບົ່ງບອກເຖິງລາຍໄດ້ຂອງນັກຂຸດໃນປັດຈຸບັນນັ້ນເໝາະສົມຫຼືບໍ່?

ແລະນີ້ຄືກຣາຟທີ່ແບ່ງປັນໂດຍນັກວິເຄາະ. ເຊິ່ງສະແດງໃຫ້ເຫັນເຖິງແນວໂນ້ມຂອງຕົວຊີ້ວັດ Bitcoin ໃນສອງສາມປີຜ່ານມາ.

ຈາກກຣາຟສາມາດເຫັນໄດ້ວ່າ ຜົນກໍາໄລ / ຂາດທຶນການຈາກຂຸດ Bitcoin ຢູ່ໃນລະດັບທີ່ເປັນບວກກ່ອນໜ້ານີ້, ເມື່ອລາຄາເພີ່ມຂຶ້ນເຖິງລະດັບສູງໃໝ່.

ນັກຂຸດຈະໄດ້ຮັບລາຍໄດ້ຈາກ 2 ແຫຼ່ງຄື: ຄືບລັອກຮາງວັນທີ່ພວກເຂົາໄດ້ຮັບຈາກການແກ້ໄຂບລັອກໃນເຄືອຂ່າຍ ແລະ ຄ່າທໍານຽມໃນການເຮັດທຸລະກໍາທີ່ໄດ້ຮັບເປັນການຕອບແທນສຳລັບການຈັດການແຕ່ລະລາຍການທີ່ໂອນ.

ໃນໄລຍະທີ່ລາຄາຫຼຽນ Bitcoin ເພີ່ມຂຶ້ນ ຄ່າທໍານຽມໃນການເຮັດທຸລະກໍາອາດຈະເພີ່ມສູງຂຶ້ນຕາມ, ເນື່ອງຈາກກິດຈະກໍາເຄືອຂ່າຍທີ່ສູງ ແລະ ບລັອກຮາງວັນຈະມີມູນຄ່າຫຼາຍຂຶ້ນຕາມລາຄາຂອງຫຼຽນ. ດັ່ງນັ້ນ, ຈຶ່ງບໍ່ແປກໃຈທີ່ຜົນກໍາໄລຂອງຜູ້ກວດສອບຄວາມຖືກຕ້ອງຂອງ blockchain ເຫຼົ່ານີ້ແມ່ນຢູ່ໃນລະດັບທີ່ໂດດເດັ່ນໃນໄລຍະທີ່ລາຄາເພີ່ມຂຶ້ນ.

ຢ່າງໃດກໍຕາມ, ຫຼ້າສຸດຂໍ້ມູນຄ່າຂອງມູນຄ່າຕົວຊີ້ວັດໄດ້ຫຼຸດລົງຕິດລົບ. ເຊິ່ງນີ້ຊີ້ໃຫ້ເຫັນວ່າຜູ້ຂຸດໄດ້ຮັບຄ່າຕອບແທນທີ່ໜ້ອຍລົງຢ່າງຫຼວງຫຼາຍ, ເຖິງແມ່ນວ່າ Bitcoin ປະສົບກັບການຫຼຸດລົງໃນເວລານີ້. ແຕ່ລາຄາທີ່ຫຼຸດລົງບໍ່ແມ່ນເຫດຜົນດຽວທີ່ເຮັດໃຫ້ສະຖານະທາງດ້ານການເງິນຂອງນັກຂຸດຕຶງຄຽດ.

ເຫດການ Bitcoin Halving ທີ່ທຸກຄົນລໍຖ້າໃນເດືອນທີ່ຜ່ານມາ ມີແນວໂນ້ມທີ່ຈະເປັນປັດໄຈສໍາຄັນທີ່ມີຜົນກະທົບຕໍ່ສະຖານະການນີ້. ໃນເຫດການດັ່ງກ່າວ, ບລັອກຮາງວັນຂອງ BTC ໄດ້ຫຼຸດລົງເຄິ່ງໜຶ່ງຢ່າງຖາວອນ. ດັ່ງນັ້ນ, ມັນຈຶ່ງງ່າຍທີ່ຈະເຂົ້າໃຈວ່າເປັນຫຍັງມັນຈຶ່ງມີຜົນກະທົບຕໍ່ປັດໄຈໃນການຂຸດ.

ແຕ່ສິ່ງໜ້າສົນໃຈຄືໃນມື້ທີ່ເກີດການ Halving, ລາຍໄດ້ຂອງນັກຂຸດທີ່ຄ້ອນຂ້າງສູງ ໂດຍມີຜົນກຳໄລ/ຂາດທຶນຂອງນັກຂຸດທີ່ເພີ່ມຂຶ້ນ ຫຼັງຈາກໄດ້ຮັບຄ່າຕອບແທນຫຼາຍເກີນໄປ. ດັ່ງທີ່ເຫັນໄດ້ຈາກກຣາຟທີ່ເພິ່ມຂຶ້ນພຽງຄັ້ງດຽວ ເຊິ່ງນີ້ແມ່ນຜົນມາຈາກການມາຮອດຂອງ Runes ໃນເຄືອຂ່າຍ.

ໂປໂຕຄອນ Runes ຕົວໃໝ່ທີ່ອະນຸຍາດໃຫ້ຜູ້ໃຊ້ສ້າງໂທເຄັນທີ່ໃຊ້ແທນກັນໄດ້ບົນໃນເຄືອຂ່າຍ Bitcoin, ເຊິ່ງໄດ້ຮັບຄວາມນິຍົມຢ່າງໄວວາ ແລະ ກິດຈະກໍາທຸລະກໍາເກີດຂຶ້ນ ສົ່ງຜົນໃຫ້ຄ່າທໍານຽມ blockchain ເພີ່ມຂຶ້ນຕາມ. ຢ່າງໃດກໍຕາມ, ແນວໂນ້ມດັ່ງກ່າວບໍ່ສາມາດຢູ່ໄດ້ດົນ ແລະ ຄ່າທໍານຽມການເຮັດທຸລະກໍໄດ້ກັບຄືນສູ່ລະດັບຕໍ່າອີກຄັ້ງ.

ຮາງວັນທີ່ຫຼຸດລົງ ບວກກັບຄ່າທໍານຽມທີ່ຂ້ອນຂ້າງຕໍ່າ ນີ້ແມ່ນສາເຫດທີ່ວ່າຜົນກໍາໄລຂອງນັກຂຸດໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ “ສິ່ງນີ້ອາດຈະມີຜົນກະທົບອັນໃຫຍ່ຫຼວງ. ໂດຍສະເພາະຢ່າງຍິ່ງສຳລັບຜູ້ຂູດທີ່ມີປະສິດທິພາບໜ້ອຍ” Maartunn ກ່າວ.

ທັງນີ້, ຜູ້ຂຸດບາງຄົນທີ່ຢູ່ພາຍໃຕ້ຄວາມກົດດັນໄດ້ເລີ່ມທະຍອຍຖອນຕົວອອກໄປແລ້ວ. ເນື່ອງຈາກອັດຕາ hashrate ຂອງ Bitcoin ໄດ້ຫຼຸດລົງ 11% ໃນກຣາຟສະເລ່ຍ 7 ມື້ນັບຕັ້ງແຕ່ສະຖິຕິສູງສຸດເປັນປະຫວັດສາດທີ່ເກີດຂຶ້ນຄວບຄູ່ກັບການ Halving.

ໃນປັດຈຸບັນ, ນັກຂຸດຄາດຫວັງພຽງແຕ່ວ່າລາຄາ BTC ຈະເພີ່ມສູງຂຶ້ນພໍທີ່ຈະຊົດເຊີຍການຫຼຸດລົງຂອງລາຍໄດ້ທີ່ເກີດຈາກ Halving ຫຼື ຄ່າທໍານຽມການເຮັດທຸລະກໍາອາດທີ່ຈະພຸ່ງຂຶ້ນອີກຄັ້ງ.

ທີ່ມາ:

bitcoinist

JA_Maartun

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/