ສູນການຄົ້ນຄວ້າກຸງໄທ COMPASS ໄດ້ແນມເຫັນສັກກະຍາພາບຂອງ ຈີນ ແລະ ລາວ ວ່າເປັນຕະຫຼາດທີ່ມີທ່າແຮງໃນການຂະຫຍາຍຕົວສູງ ຈາກການສະໜັບສະໜູນຂອງລົດໄຟຄວາມໄວສູງຈີນ-ລາວ, ເພື່ອເປັນແຮງໜຸນໃນການສົ່ງອອກສິນຄ້າຈາກໄທໄປຈີນຜ່ານທາງລົດໄຟຄວາມໄວສູງທີ່ອາດຈະເພີ່ມຂຶ້ນ 27 ຕື້ບາດໃນອີກ 7 ປີຂ້າງໜ້າ.
ດຣ ພັດຊະຣາພົດ ນັນທະຣາມ, ຮອງປະທານບໍລິຫານ ແລະ ຫົວໜ້ານັກເສດຖະສາດຂອງທະນາຄານກຸງເທບເປີດເຜີຍວ່າ: ປັດຈຸບັນທາງລົດໄຟຄວາມໄວສູງຈີນ-ລາວ ໄດ້ມີການຂະຫຍາຍໄລຍະທາງໃນການຂົນສົ່ງຜູ້ໂດຍສານຂ້າມປະເທດຈາກນະຄອນຫຼວງວຽງຈັນຂອງ ສປປ ລາວ. ໄປເຖິງນະຄອນຄຸນໝິງ ປະເທດຈີນ. ຈາກທີ່ໃນໄລຍະທຳອິດ ໄດ້ມີການເປີດໃຫ້ບໍລິການພຽງພາຍໃນປະເທດເທົ່ານັ້ນ.
ດ້ວຍເຫດນີ້, ມັນຈຶ່ງສົ່ງຜົນໃຫ້ສາມາດຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງຈີນ-ລາວ ແລະ ໄທໄດ້ຫຼາຍຂຶ້ນ ເຊິ່ງຖືເປັນໂອກາດທີ່ສຳຄັນຂອງຜູ້ປະກອບການໄທໃນການແນມຫາແນວທາງທີ່ຈະຂະຫຍາຍການຄ້າ ການລົງທຶນຢູ່ໃນຈີນ ແລະ ລາວ ລວມທັງໂອກາດທີ່ຈະຮອງຮັບນັກທ່ອງທ່ຽວຊາວຈີນ ແລະ ລາວ ທີ່ມີທ່າອ່ຽງຈະເດີນທາງໄປໄທຫຼາຍຂຶ້ນ.
ປະເທດຈີນຍັງຖືວ່າເປັນຕະຫຼາດສົ່ງອອກທີ່ສຳຄັນຂອງໄທ ດ້ວຍອັດຕາສ່ວນປະມານ 12% ຂອງຍອດມູນຄ່າການສົ່ງອອກສິນຄ້າທັງໝົດ, ໃນປີ 2023 ຍອດມູນຄ່າການສົ່ງອອກສິນຄ້າຂອງໄທໄປຈີນບັນລຸ 1,200 ຕື້ບາດ ແລະ ໄດ້ຫົດຕົວລົງເລັກໜ້ອຍທີ່ -1,3%YoY.
ແນວໃດກໍດີ, ການສົ່ງອອກຂ້າມຊາຍແດນໄປຈີນຍັງສືບຕໍ່ເພີ່ມຂຶ້ນ ໂດຍສະເພາະການສົ່ງອອກສິນຄ້າຂອງໄທໄປຈີນດ້ວຍລົດໄຟຄວາມໄວສູງຈີນ-ລາວຜ່ານດ່ານໜອງຄາຍທີ່ຄາດວ່າໃນປີ 2023 ຈະແຕະລະດັບເກືອບ 10 ຕື້ບາດ ຫຼື ເພີ່ມຂຶ້ນ 4 ເທົ່າ ແລະ ຄາດວ່າໃນປີ 2030 ຈະມີມູນຄ່າເພີ່ມຂຶ້ນເປັນປະມານ 27 ຕື້ບາດ ຫຼື ເພີ່ມຂຶ້ນເກືອບ 2 ເທົ່າຈາກປີ 2023.
ນອກຈາກນັ້ນ ນັກທ່ອງທ່ຽວຈີນ ໂດຍສະເພາະຈາກແຂວງຢຸນນານ ເຊິ່ງເປັນສະຖານີຕົ້ນທາງຂອງທາງລົດໄຟຄວາມໄວສູງຈີນ-ລາວ ລວມທັງ 4 ເຂດໃກ້ຄຽງທີ່ສາມາດເດີນທາງໄປຫາກັນໄດ້ດ້ວຍລົດໄຟຄື: ແຂວງເສສວນ, ແຂວງກຸ້ຍໂຈ່ວ, ແຂວງຈົງກິ່ງ ແລະເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ. ໂດຍມີພຽງແຕ່ 1% ຫຼື ປະມານ 2.5 ລ້ານຄົນ ທີ່ຈະເຂົ້າມາທ່ອງທ່ຽວໃນເຂດພາກຕາເວັນອອກສຽງເໜືອຂອງປະເທດໄທ ເຊິ່ງຈະສ້າງລາຍຮັບຈາກການທ່ອງທ່ຽວຢ່າງໜ້ອຍ 4.685 ຕື້ບາດຕໍ່ປີ.
ລົດໄຟຄວາມໄວສູງຈີນ-ລາວ ໄດ້ເປີດບໍລິການຢ່າງເປັນທາງການໃນວັນທີ 2 ທັນວາ ປີ 2023, ເຮັດໃຫ້ເກີດໂອກາດທີ່ສຳຄັນທາງດ້ານການຄ້າ, ການບໍລິການ ແລະ ການລົງທຶນໃໝ່ ໃຫ້ແກ່ຜູ້ປະກອບການໄທໃນຕະຫຼາດຈີນ ແລະ ລາວລວມມີດັ່ງນີ້:
- ການສົ່ງອອກສິນຄ້າຂອງໄທໄປຈີນຜ່ານທາງລົດໄຟຄວາມໄວສູງຈີນ-ລາວ ຄາດວ່າຈະເພີ່ມຂຶ້ນ 27 ຕື້ບາດໃນ 7 ປີຕໍ່ໜ້າ, ໂດຍສິນຄ້າຂອງໄທທີ່ມີທ່າແຮງລວມມີຜັກ ແລະ ໝາກໄມ້ສົດທີ່ແຊ່ເຢັນ ແລະ ແຊ່ແຂງ, ຜະລິດຕະພັນມັນຕົ້ນ, ຜະລິດຕະພັນການລ້ຽງສັດ ແລະຜະລິດຕະພັນໄມ້
- ຂະແໜງການທ່ອງທ່ຽວພາກຕາເວັນອອກສຽງເໜືອຂອງໄທ ຄາດວ່າຈະເພີ່ມຂຶ້ນຈາກນັກທ່ອງທ່ຽວຈີນ ແລະ ລາວທີ່ມາທ່ອງທ່ຽວທາງລົດໄຟຄວາມໄວສູງຈີນ-ລາວ.
- ທຸລະກິດການຂົນສົ່ງ ແລະ logistics ຈະໄດ້ຮັບຜົນປະໂຫຍດຈາກທ່າອ່ຽງທີ່ເພີ່ມຂຶ້ນຂອງການຂົນສົ່ງຂ້າມແດນ.
- ທຸລະກິດການທ່ອງທ່ຽວ ຈະໄດ້ຮັບຜົນດີຈາກການເຕີບໂຕຂອງນັກທ່ອງທ່ຽວຊາວຈີນ ແລະ ລາວ.
- ຂະແໜງອຸດສາຫະກໍາຍານພາຫະນະໄຟຟ້າ ແລະ ຊິ້ນສ່ວນຂອງໄທ ມີໂອກາດໄດ້ຮັບການລົງທຶນຈາກຈີນຫຼາຍຂຶ້ນ.
- ຂະແໜງອະສັງຫາລິມະຊັບພາກຕາເວັນອອກສຽງເໜືອຂອງປະເທດໄທ ມີໂອກາດໄດ້ຮັບການລົງທຶນຈາກລາວຫຼາຍຂຶ້ນ.
- ຜູ້ປະກອບການໄທມີໂອກາດໄປລົງທຶນຢູ່ຈີນ ແລະລາວ ໃນທຸລະກິດທີ່ໄທມີທ່າແຮງ ແລະ ຊ່ຽວຊານ.
ທັງນີ້ຜູ້ປະກອບການໄທຄວນສຶກສາກົດລະບຽບ ແລະ ເງື່ອນໄຂການລົງທຶນທີ່ກ່ຽວຂ້ອງ ລວມທັງການວິເຄາະທິດທາງຂອງຜະລິດຕະພັນໃນຕະຫຼາດຈີນ ແລະ ລາວທີ່ມີທ່າອ່ຽງທີ່ຈະເຕີບໂຕ ແລະ ໄດ້ຮັບຜົນປະໂຫຍດຈາກການຂົນສົ່ງທາງລົດໄຟຄວາມໄວສູງຈີນ-ລາວ ໂດຍສະເພາະແມ່ນຜະລິດຕະພັນທີ່ຕອບສະໜອງຕໍ່ທ່າອ່ຽງ ESG. ນອກຈາກນັ້ນ, ຜູ້ປະກອບການໄທຄວນພິຈາລະນາປັດໄຈຄວາມສ່ຽງຕ່າງໆ ໃນການດໍາເນີນທຸລະກິດເຊັ່ນ: ຄວາມຜັນຜວນຂອງສະກຸນເງິນ, ອັດຕາເງິນເຟີ້ສູງ ແລະອື່ນໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/