ທະນາຄານແຫ່ງ ສປປ ລາວ ກຽມປັບອັດຕາດອກເບ້ຍພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ແລະ ອັດຕາ ເງິນແຮຝາກບັງຄັບສະກຸນເງິນຕາຕ່າງປະເທດ ຂຶ້ນອີກ ຫວັງຫຼຸດແຮງກົດດັນຕໍ່ສະພາວະເງິນເຟີ້ ໃນປະເທດ.

ຄຳເຫັນດັ່ງກ່າວ ມາຈາກການຖະແຫຼງການ ຜົນການດຳເນີນກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງທະນາຄານແຫ່ງສປປ ລາວ ຂອງທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ.

ທ່ານ ພານຸສັກ ກ່າວວ່າ: ສະພາບເສດຖະກິດຂອງ ສປປ ລາວ ຍັງມີຄວາມກົດດັນຫຼາຍດ້ານ ເຊັ່ນເສດຖະກິດຍັງຈະຂະຫຍາຍຕົວທີ່ມາຈາກການບໍລິໂພກເປັນຕົ້ນຕໍ, ການຂາດດຸນການຄ້າ ແລະ ການຊຳລະໜີ້ຈາກຕ່າງປະເທດພາໃຫ້ຍັງມີຄວາມບໍ່ສົມດຸນລະຫວ່າງຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດ. ສະເພາະຢູ່ຂະແໜງ ທະນາຄານເອງເຫັນວ່າ ສິນເຊື່ອຍັງສືບຕໍ່ມີການຂະຫຍາຍຕົວ ເຊິ່ງປັດໄຈເລົ່ານີ້ເປັນແຮງກົດດັນຕໍ່ກັບຄ່າເງິນກີບ ແລະ ອັດຄາເງິນເຟີ້ ສະນັ້ນທຫລ ຈຶ່ງມີຄວາມຈຳເປັນຕ້ອງສືບຕໍ່ດຳເນີນນະໂຍບາຍເງິນຕາທີ່ຮັດກຸມຂຶ້ນຕື່ມ.

ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ກ່າວອີກວ່າ: ຜ່ານການປະຊຸມ ຄະນະກຳມະການ ນະໂຍບາຍເງິນຕາອໄດ້ມີມັດຕິຊີ້ນຳ ປັບຂຶ້ນອັດຕາດອກເບ້ຍພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ຈາກ 10% ເປັນ 10.5% ຕໍ່ປີ, ປັບຂຶ້ນອັດຕາເງິນແຮຝາກບັງຄັບສະກຸນເງິນຕາຕ່າງປະເທດ ຈາກ 10% ເປັນ 11%.

ໂດຍການປັບຂຶ້ນອັດຕາດອກເບ້ຍ ແມ່ນມີເປົ້າໝາຍເພື່ອກະຕຸ້ນເງິນຝາກ ແລະ ຫຼຸດແຮງກົດດັນຕໍ່ເງິນເຟີ້. ເມື່ອບໍ່ດົນມານີ້ ທຫລ ໄດ້ມີມະຕິຄື ປັບຂຶ້ນອັດຕາດອກເບ້ຍ ພື້ນຖານ ທຫລ ສະກຸນເງີນກີບ ໄລຍະ 7 ວັນ ຈາກ 8.5% ເປັນ 10% ຕໍ່ປີ.

ນອກຈາກນີ້, ເພື່ອແກ້ໄຂບັນຫາດັ່ງກ່າວ ທາງ ທຫລ ຍັງຈະສືບຕໍ່ດຳເນີນ ນະໂຍບາຍເປີດຕະຫຼາດແລກປ່ຽນເງິນຕາແບບລວມສູນ ຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຫຼື (LFX), ສືບຕໍ່ຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ພັດທະນາລະບົບຊໍາລະສະສາງໃຫ້ເຊື່ອມຈອດກັນລະຫວ່າງທະນາຄານພາຍໃນ ແລະ ສາກົນ ເພື່ອຊູກຍູ້ສົ່ງເສີມການນຳໃຊ້ເງິນກີບ.

ອັດຕາເງິນເຟີ້ ເດືອນກໍລະກົດ 2024 ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ໃນລະດັບ 26,1% (ເດືອນມິຖຸນາ 2024 ຢູ່ໃນລະດັບ 26,2%). ທ່າມກາງ ການອ່ອນຄ່າຂອງເງິນກີບ ແລະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນໃນທົ່ວໂລກ.

ອີງຕາມສະຖິຕິຈາກ ສູນສະຖິຕິແຫ່ງຊາດ,  ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ ໝວດ ຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 39,9%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,4%, ໝວດທີ່ພັກ ອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 34,1%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30,1%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 29,4%, ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 23,4%.