ເພື່ອທີ່ຈະຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍງ່າຍ ແລະ ແບບ Real-time ທາງທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ນຳສະເໜີລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS (Capital Flow Management System) ໃນຮູບແບບໃໝ່. ເຊິ່ງລະບົບດັ່ງກ່າວຈະເຊື່ອມຕໍ່ແບບອັດຕະໂນມັດໂດຍກົງກັບໃບທະບຽນວິສາຫະກິດຂອງທ່ານຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ລະຫັດ Asycuda ຂອງທ່ານຢູ່ກະຊວງການເງິນ ແລະ ເຊື່ອມຕໍ່ກັບທຸລະກຳຂອງທ່ານຢູ່ດ່ານພາສີແຕ່ລະດ່ານ. ເພື່ອທີ່ຈະຕິດຕາມຕົວເລກການສົ່ງອອກຕົວຈິງ ຕະຫຼອດຈົນຮອດເລກບັນຊີຂອງທ່ານຢູ່ໃນທະນາຄານທຸລະກິດທີ່ທະນາຄານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ດຳເນີນການເຄື່ອນໄຫວ ສົ່ງອອກ-ນຳເຂົ້າ ແລະ ການລົງທຶນຈາກຕ່າງປະເທດ.
ທັງນີ້, ໃນອະນາຄົດລະບົບດັ່ງກ່າວອາດຈະເພີ່ມການເຊື່ອມຕໍ່ຫາກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ລວມທັງກະຊວງອື່ນໆທີ່ກ່ຽວຂ້ອງ. ໂດຍທະນາຄານແຫ່ງ ສປປ ລາວ ຈະກຳນົດເວລາໃຫ້ທະນາຄານທຸລະກິດຕ່າງໆໃນການພັດທະນາແອັບພິເຄຊັນໃຫ້ສາມາດເຊື່ອມຕໍ່ເຂົ້າກັບທະນາຄານແຫ່ງ ສປປ ລາວ ໄດ້ຢ່າງສຳເລັດພາຍໃນປີ 2024.
ນອກຈາກນີ້ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS ບໍ່ພຽງແຕ່ເພີ່ມຄວາມສະດວກໃຫ້ແກ່ພາກທຸລະກິດໃນການເຊື່ອມຕໍ່ ແລະ ຕິດຕາມຂໍ້ມູນຂອງກະແສເງິນເທົ່ານັ້ນ, ມັນຍັງຊ່ວຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງສາມາດຕິດຕາມຂໍ້ມູນຂອງມູນຄ່າ, ຜະລິດຕະພັນສິນຄ້າແຕ່ລະປະເພດໃນການສົ່ງອອກ-ນຳເຂົ້າຢູ່ແຜງການຄວມຄຸມ (Dashboard), ຊ່ວຍຈັດອັດດັບ Ranking ແລະ ລວບລວມຂໍ້ມູນແບບລວມສູນໃຫ້ຊັດເຈນ.
ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS ຈະຊ່ວຍອຳນວຍຄວາມສະດວກໃນການຕິດຕາມການສົ່ງອອກ-ນຳເຂົ້າຂອງສິນຄ້າ ແລະ ການລົງທຶນຈາກຕ່າງປະເທດດັ່ງນີ້:
- CMS ຈະຊ່ວຍແຈ້ງເຕືອນວ່າທ່ານໄດ້ຮັບການຊຳລະເງິນຈາກປາຍທາງແລ້ວ ຫຼື ຍັງ
- ວາງແຜນຄາດການລາຍຮັບໃຫ້ແກ່ທ່ານເປັນລາຍມື້, ລາຍອາທິດ, ລາຍເດືອນ ແລະ ລາຍປີ
- ຫຼຸດຜ່ອນເວລາໄປພົວພັນກັບທະນາຄານດ້ວຍຕົນເອງ ແລະ ພະແນກທີ່ກ່ຽວຂ້ອງ
- ຕິດຕາມສິນຄ້າຊ່ວຍທ່ານຖ້າສິນຄ້ານຳເຂົ້າມາຕາມກຳນົດເວລາ
- ຊ່ວຍສະຫຼຸບບັນຊີເງິນລົງທຶນຈາກຕ່າງປະເທດທັງເປັນວັດຖຸ ແລະ ຮູບແບບເງິນສົດ ແລະ ຊ່ວຍຢັ້ງຢືນກັບພາກສ່ວນທີ່ກ່ຽວຂ້ອງແບບ Real-time
- ແຈ້ງເຕືອນກ່ຽວກັບຈຳນວນເງິນທີ່ທ່ານຕ້ອງແລກປ່ຽນ ແລະ ຈຳນວນເງິນທີ່ສາມາດຖອນອອກມາໄດ້ ຫຼື ສາມາດແລກປ່ຽນກັບແພລັດຟອມທະນາຄານແຫ່ງ ສປປລາວ ເມື່ອສົ່ງອອກສິນຄ້າສຳເລັດ
ສະຫຼຸບ
ຈຸດປະສົງຂອງລະບົບ CMS
ລະບົບ CMS ໃນຮູບແບບຂອງທະນາຄານແຫ່ງ ສປປ ລາວ ມີເປົ້າໝາຍຄື:
- ຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງເງິນທຶນລະຫວ່າງປະເທດ.
- ຮັກສາສະຖຽນລະພາບທາງດ້ານເສດຖະກິດການ ແລະ ການເງິນຂອງປະເທດ.
- ປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນ
- ຊຸກຍູ້ການລົງທຶນ ແລະ ການຄ້າລະຫວ່າງປະເທດ
ຄຸນສົມບັດຂອງລະບົບ CMS
ລະບົບ CMS ໃນຮູບແບບຂອງທະນາຄານແຫ່ງ ສປປ ລາວ ມີຄຸນສົມບັດຄື:
- ຄອບຄຸມການເຄື່ອນໄຫວຂອງເງິນທຶນທຸກປະເພດລະຫວ່າງປະເທດ.
- ງ່າຍ ແລະ ສະດວກໃນການນໍາໃຊ້.
- ຄວາມປອດໄພສູງ
ຂັ້ນຕອນການນໍາໃຊ້ລະບົບ CMS
- ລົງທະບຽນນຳໃຊ້ລະບົບ CMS ກັບທະນາຄານແຫ່ງປະເທດລາວ.
- ເຂົ້າເຖິງລະບົບ CMS ດ້ວຍຊື່ຜູ້ໃຊ້ ແລະ ລະຫັດຜ່ານທີ່ໄດ້ຮັບຈາກທະນາຄານແຫ່ງ ສປປ ລາວ
- ເລືອກປະເພດຂອງທຸລະກໍາທີ່ທ່ານຕ້ອງການທີ່ຈະດໍາເນີນການ.
- ຕື່ມຂໍ້ມູນທີ່ຈໍາເປັນສໍາລັບການເຮັດທຸລະກໍາ.
- ຢືນຢັນທຸລະກໍາ
ສະຫຼຸບເພີ່ມເຕີມ
ລະບົບ CMS ທະນາຄານແຫ່ງ ສປປ ລາວ ໃນແບບໃໝ່ເປັນລະບົບທີ່ມີປະສິດທິພາບ ແລະ ທັນສະໄໝ. ເຊິ່ງຈະຊ່ວຍສົ່ງເສີມລະບົບການເງິນຂອງປະເທດໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິພາບຫຼາຍຂຶ້ນ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/