ທະນາຄານຄຳ ລາວ  (Lao Bullion Bank) ຮ່ວມມືກັບ ບໍລິສັດ ແຮວມຸດ ຟິດເຊີ (Helmut Fischer)ລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຮ່ວມກັນກ່ຽວກັບ “ການສ້າງຫ້ອງວິເຄາະຄຳ”ໂດຍເຕັກນິກມາດຕະຖານສາກົນ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ປະຊາຊົນລາວ.

ອີງຕາມການລາຍງານຂອງ ໜັງສືພີມ ເສດຖະກິດ-ການຄ້າ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 25 ກັນຍາ 2024 ທີ່ ບໍລິສັດ PTL Holding ຈຳກັດ, ນະຄອນຫຼວງວຽງຈັນ. ລົງນາມລະຫວ່າງທ່ານ Mr. Mark Luvant, ຫົວໜ້າຝ່າຍປະຕິບັດງານ ທະນາຄານຄຳ ແລະ ທ່ານ. Craig Gordon, ຜູ້ອໍານວຍການບໍລິຫານພາກພື້ນອາຊີ HELMUT FISCHER HOLDING AG.

ບໍລິສັດ ແຮວມຸດ ຟິດເຊີ ເປັນຜູ້ຜະລິດ ແລະ ຈຳໜ່າຍເຄື່ອງສະແກນກວດສອບ ຫຼືວ່າ X-ray ໃນນາມ Fischer ຈາກ ປະເທດ ເຢຍລະມັນ ເຊິ່ງໄດ້ສ້າງຕັ້ງບໍລິສັດຂຶ້ນໃນປີ 1953; ບໍລິສັດໄດ້ມີການພັດທະນາຜະລິດຕະພັນ ມາຢ່າງຕໍ່ເນື່ອງ ໂດຍວິໄສທັດຂອງຜູ້ກໍ່ຕັ້ງ ມີຄວາມປະສົງຕ້ອງການສ້າງຄວາມໜັ້ນຄົງໃຫ້ກຸ່ມອຸດສະຫະກຳຕ່າງໆ  ຜ່ານສິນຄ້າຂອງບໍລິສັດພາຍໃຕ້ ແບຣນ ຟິດເຊີ (Fischer). ໃນປັດຈຸບັນບໍລິສັດ ແຮວມຸດ ຟິດເຊີ ມີ 21 ສາຂາ ແລະ ຕົວແທນຫຼາຍກວ່າ 80 ປະເທດທົ່ວໂລກ ເຊິ່ງໄດ້ໃຫ້ບໍລິການລູກຄ້າດ້ານການຂາຍ, ບໍລິການຫ້ອງທົດລອງກວດສອບ ສະເພາະທາງ.

ບໍລິສັດໄດ້ຮັບການຍອມຮັບຢ່າງກວ້າງຂວາງ ໃນກຸ່ມອຸດສາຫະກໍາຕ່າງໆເຊັ່ນ: ອຸດສາຫະກໍາຄໍາ, ອຸປະກອນເສີມ, ເຄື່ອງປະດັບ, ເອເລັກໂຕຣນິກ ຈົນໄປເຖິງ ອຸດສາຫະກໍາຂຸດຄົ້ນບໍ່ແຮ່; ໂຮງງານຂຸດຄົ້ນໂລຫະວັດຖຸມີຄ່າ ໄປຈົນເຖິງ  ອຸດສາກະຫຳເຮືອບິນ-ການບິນ ເປັນຕົ້ນ.

ເນື່ອງດ້ວຍ ທະນາຄານຄຳ ລາວ Lao Bullion Bank ໄດ້ເຫັນເຖິງ ຄຸນນະພາບຂອງການກວດສອບ ແລະ ວິເຄາະ ຂອງວັດຖຸມີຄ່າ ປະເພດຄຳ ເຊິ່ງມີຄວາມສຳຄັນຕໍ່ຄວາມໝັ້ນຄົງໂປ່ງໃສ ທາງດ້ານທຸລະກິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ປະຊາຊົນລາວ ພ້ອມທັງພາກສ່ວນອື່ນໆທີ່ກ່ຽວຂ້ອງ, ດ້ວຍເຫດນີ້ ທະນາຄານຄຳ ລາວ ຈຶ່ງໄດ້ຈັດຕັ້ງ ຫ້ອງກວດສອບ-ວິເຄາະ ຄຳ ທີ່ອີງຕາມມາດຕະຖານສາກົນ ດ້ວຍເຕັກນິກຕ່າງໆ ເຮັດໃຫ້ໝັ້ນໃຈໄດ້ວ່າການກວດສອບຄຳ ຂອງ ທະນາຄານຄຳ ລາວ ນັ້ນມີຄວາມຖືກຕ້ອງ ແລະ ແມ່ນຢຳຕາມມາດຕະຖານສາກົນ.

ທີ່ມາ: Lao Economic Dailyhttps://www.facebook.com/Laoedaily/posts/pfbid02QVVxkc5uT4daD8fQahaMiVgSXV9hceDKzjA6DaVGbFeeYwtz3cNS1e6eDFQmsfdxl