ເຄີຍເປັນບໍ່ ເວລາຢູ່ໃນກຸ່ມແຊັດໃດໜຶ່ງ ເມື່ອເຮົາຢາກຈະອອກຈາກກຸ່ມຍ້ອນເຫດຜົນສ່ວນຕົວ ກໍຄິດລໍາບາກໃຈ ເພາະຢ້ານຄົນອື່ນມາເຫັນແລ້ວຈະຄິດໄປໃນທາງອື່ນ ເຊິ່ງນັ້ນມັນເຮັດໃຫ້ເຮົາຕ້ອງຝືນຢູ່ຕໍ່ໄປ.
ແຕ່ຢ່າຟ້າວທຸກໃຈໄປ ເພາະຕອນນີ້ມີຂ່າວອອກມາວ່າແອັບແຊັດຊື່ດັງຢ່າງ WhatsApp ກໍາລັງກຽມພັດທະນາຄຸນສົມບັດໃໝ່ຂອງຕົວແອັບ ທີ່ຈະອະນຸຍາດໃຫ້ຜູ້ໃຊ້ອອກຈາກກຸ່ມແຊັດສາມາດ ໄດ້ແບບ “ມິດໆ” ໂດຍບໍ່ມີການແຈ້ງເຕືອນສະມາຊິກທຸກຄົນໃນກຸ່ມ.

ໂດຍໃນຂະນະນີ້ ການທີ່ເຮົາກົດອອກຈາກກຸ່ມແຊັດໃນ WhatsApp ນັ້ນ ກໍຈະມີການແຈ້ງປະກາດອອກຈາກກຸ່ມໃຫ້ສະມາຊິກຄົນອື່ນໆ ໄດ້ຮັບຮູ້ທັງໝົດ ແລະ ຕອນນີ້ມັນເປັນໄປບໍ່ໄດ້ເລີຍທີ່ຈະອອກຈາກກຸ່ມແບບມິດໆ.
ໃນປັດຈຸບັນ ການສ້າງກຸ່ມຂອງ WhatsApp ແມ່ນຈະອະນຸຍາດໃຫ້ຄົນເຂົ້າຮ່ວມກຸ່ມນຳກັນໄດ້ຫຼາຍເຖິງ 256 ຄົນ ໃນກຸ່ມແຊັດໜຶ່ງ ເຊິ່ງມັນອາດເຮັດໃຫ້ມີການໄປແລະການມາຂອງຄົນຈຳນວນຫຼາຍໃນລະຫວ່າງການສົນທະນາ ແລະ ມັນອາດສົ່ງຜົນໃຫ້ສະມາຊິກຄົນອື່ນພາຍໃນກຸ່ມເສຍສະມາທິໄດ້ ເມື່ອມີການເຂົ້າອອກຂອງສະມາຊິກໃໝ່.

ເພື່ອປັບປຸງສະຖານະການ ຄຸນລັກສະນະເບຕ້າທີ່ເປີດເຜີຍໂດຍ WABetainfo ທາງ WhatsApp ຈະເຮັດການອະນຸຍາດໃຫ້ຜູ້ໃຊ້ແຊັດອອກຈາກກຸ່ມໃນລັກສະນະທີ່ຈະແຈ້ງສະເພາະຜູ້ດູແລລະບົບຂອງກຸ່ມເທົ່ານັ້ນ ເມື່ອສະມາຊິກກຸ່ມເລືອກທີ່ຈະບໍ່ເຂົ້າຮ່ວມກຸ່ມ ກ່ອງໂຕ້ຕອບຂໍ້ຄວາມກໍຈະປາກົດຂຶ້ນວ່າ “ມີພຽງເຈົ້າແລະຜູ້ດູແລກຸ່ມເທົ່ານັ້ນທີ່ຈະໄດ້ຮັບແຈ້ງວ່າເຈົ້າອອກຈາກກຸ່ມ”
ໃນຕອນນີ້ການພັດທະນາເບຕ້າ WhatsApp ກໍາລັງທົດສອບການສະແດງຕົວຢ່າງ Link ແບບສົມບູນໃນການອັບເດດສະຖານະ, ການແຊຣ໌ Link ໃນການອັບເດດສະຖານະໃນປັດຈຸບັນຈະສະແດງສະເພາະ URL ໃນຂະນະທີ່ຕົວ Link ແບບສົມບູນຈະສະແດງຕົວຢ່າງເວັບໄຊທີ່ Link ໄປ ໃຫ້ແນວຄິດແກ່ຜູ້ໃຊ້ກ່ຽວກັບເນື້ອຫາທີ່ຄາດວ່າຈະໄດ້ຮັບຫາກເຂົ້າເບິ່ງໜ້າເວັບ.
ຕາມປົກກະຕິແລ້ວ WhatsApp ບໍ່ໄດ້ໃຫ້ລາຍລະອຽດໃດໆ ວ່າຄຸນສົມບັດໃໝ່ເຫຼົ່ານີ້ຈະເປີດຕົວຕໍ່ສາທາລະນະເມື່ອໃດ ໃນຂະນະທີ່ພັດທະນາພາຍໃຕ້ການອຸປະຖໍາຂອງຜູ້ທົດສອບເບຕ້າ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/