ຈາກການລາຍງານຂ່າວ Channel News Asia ໃນວັນທີ 27 ກຸມພາ 2021 ທີ່ຜ່ານມາ: ມີການຈັດສັງວຽນໄກ່ຂຶ້ນຈໍານວນໜຶ່ງ ໃນປະເທດອິນເດຍ, ຂະນະທີ່ແຂ່ງຂັນໄກ່ຕີຢ່າງມ່ວນຊື່ນຢູ່ນັ້ນ ບັງເອີນໄກ່ໄດ້ໄປແລ່ນໃສ່ເຈົ້າຂອງ ເຮັດໃຫ້ງ້າວທີ່ຢູ່ໃນຕໍໄກ່ນັ້ນ ແທງເຂົ້າໄປທີ່ກາງຂາຂອງຜູ້ຊາຍຄົນໜຶ່ງ ເຊິ່ງເປັນເຈົ້າຂອງໄກ່ຕີນັ້ນເອງ ເຮັດໃຫ້ມີບາດແຜເລິກພໍສົມຄວນ, ສ່ວນງ້າວໄກ່ທີ່ຕິດຢູ່ໃນຕີນໄກ່ມີຄວາມຍາວປະມານ 7.5 ຊັງຕີແມັດ, ໃນກໍລະນີທີ່ເອົາງ້າວໃສ່ຕີນໄກ່ນັ້ນ ກໍເພາະຢາກໃຫ້ໄກ່ມີອາວຸດໃນການຕໍ່ສູ້ ເພື່ອທີ່ຈະຊະນະໃນການແຂ່ງຂັນ.
ເມື່ອເກີດເຫດການນີ້ຂຶ້ນ ເຮັດໃຫ້ຜູ້ບາດເຈັບນັ້ນເສຍເລືອດຢ່າງຫຼວງຫຼາຍ ຈົນສຸດທ້າຍເສຍຊີວິດໃນເວລາຕໍ່ມາ, ໃນຕອນທີ່ຕໍາຫຼວດມາຮອດ ກໍໄດ້ຈັບເອົາໄກ່ຈໍານວນດັ່ງກ່າວໄປໄວ້ທີ່ຟາມໄກ່ໂດຍສະເພາະ ແລະ ຈັບກຸມເອົາເຈົ້າຂອງສັງວຽນໄກ່ ພ້ອມກັບຜູ້ທີ່ຢູ່ໃນເຫດການທັງໝົດ.

ຈາກການສືບສວນຜູ້ທີ່ຈັດສັງວຽນໄກ່ແມ່ນມີຢູ່ 15 ຄົນ ແລະ ຕໍາຫຼວດກໍກໍາລັງດຳເນີນຄະດີ, ເຊິ່ງໃນກໍລະນີນີ້ ຈໍານວນຄົນດັ່ງກ່າວໄດ້ຖືກຂໍ້ຫາເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ ຈົນເຖິງແກ່ຄວາມຕາຍ, ສ່ວນໄກ່ກໍໄດ້ຮັບໂທດເຊັ່ນດຽວກັນຄືໄດ້ນໍາເອົາໂຕໄກ່ ໄປປ່ອຍທີ່ຟາມໄກ່ຕີໂດຍສະເພາະ ພ້ອມມີການດັດແກ້ນິໄສໄກ່ໃຫ້ເປັນໂຕໃໝ່ທີ່ດີກວ່ານີ້.

ການພະນັນໄກ່ ຖືວ່າເປັນກົດໝາຍຢ່າງໜຶ່ງ ທີ່ປະເທດອິນເດຍໄດ້ເອົາໃຈໃສ່ເປັນພິເສດ ເພາະທາງປະເທດອິນເດຍ ແມ່ນມີຂໍ້ຫ້າມໃນການຕີໄກ່ໂດຍບໍ່ໄດ້ຮັບອະນຸຍາດ ຖືວ່າເປັນສິ່ງທີ່ຈໍານວນບຸກຄົນເຫຼົ່ານັ້ນ ໄດ້ລະເມີດກົດໝາຍ.

ຂ່າວນີ້ກໍອາດເປັນເຫດຜົນ ເຮັດໃຫ້ຄົນສ່ວນຫຼາຍຫາຍຈາກການຂ້ອງຄາໃຈ ແລະ ຮັບຮູ້ເຖິງຜົນຂອງການພະນັນໄກ່ ເພາະນອກຈາກຈະທໍລະມານສັດແລ້ວ ຍັງສົ່ງຜົນໃນດ້ານອື່ນທີ່ຈະຕາມມາຫາເຮົາ ເປັນຕົ້ນແມ່ນເຫດການທີ່ບໍ່ຄາດຄິດແບບນີ້.
ຂອບໃຈຂໍ້ມູນຈາກ:
Man killed by his own rooster during illegal cockfight in Southern India | 7NEWS.com.au
Rooster fitted with knife kills owner during cockfight | The Independent