ໃນງານສັງສັນ ຫຼື ງານສະຫຼອງຕ່າງໆ ເຮົາກໍປະຕິເສດບໍ່ໄດ້ວ່າເຄື່ອງດື່ມທີ່ມີ ແອລກໍຮອລ ກໍເປັນສ່ວນປະກອບໜຶ່ງທີ່ເຮັດງານຕ່າງໆດຳເນີນໄປດ້ວຍຄວາມມ່ວນຊື່ນ ເຖິງວ່າມັນອາດຈະສົ່ງຜົນໃຫ້ມີອາການເມົາຄ້າງຈົນຮອດມື້ຕໍ່ໄປກໍຕາມ ເຊິ່ງກໍອາດຈະໃຊ້ເວລາ ບໍ່ເກີນ 1 ມື້ໃນການເຮັດໃຫ້ອາການດັ່ງກ່າວຫາຍໄປ.
ແຕ່ເຊື່ອບໍ່ວ່າເຄີຍມີຊາຍຊາວ ສະກັອດແລນ ຄົນໜຶ່ງ ປະສົບກັບອາການເມົາຄ້າງດົນນານຮອດ 1 ເດືອນ ສາເຫດກໍເກີດມາຈາກການດື່ມເບຍໃນປະລິມານທີ່ຫຼາຍເກີນໄປ.

ເລື່ອງນີ້ໄດ້ເກີດຂຶ້ນໃນປີ 2015, ຊາຍຊາວສະກັອດແລນ ໄດ້ດື່ມເບຍໄປປະມານ 35 ລິດ ໃນເວລາພຽງ 4 ມື້, ເຊິ່ງຖືວ່າເປັນການດື່ມໃນປະລິມານທີ່ສູງຫຼາຍເມື່ອທຽບກັບການດື່ມຂອງຄົນປົກກະຕິ. ການກະທຳດັ່ງກ່າວໄດ້ສົ່ງຜົນໃຫ້ຊາຍຄົນນັ້ນ ຕ້ອງທົນທໍລະມານກັບອາການເຈັບຫົວ, ສາຍຕາມົວ ແລະ ມີການເຊໄປມາ ລວມໄປຮອດອາການຕ່າງໆ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຈຳວັນ ເປັນເວລາດົນນານເຖິງ 1 ເດືອນ.
ຈົນໃນທີ່ສຸດລາວກໍຕ້ອງເຂົ້າພົບແພດເພື່ອຮັກສາອາການດັ່ງກ່າວ ເຊິ່ງກໍໃຊ້ເວລາເຖິງ 6 ເດືອນກວ່າຈະເຮັດໃຫ້ ສານແອລກໍຮອລໃນເລືອດຂອງລາວຈາງລົງ ແລະ ເຮັດໃຫ້ກັບມາໃຊ້ຊີວິດໄດ້ປົກກະຕິ ເຊິ່ງການເມົາຄ້າງໃນເທື່ອນີ້ກໍໄດ້ຖືກບັນທຶກໄວ້ວ່າເປັນການເມົາທີ່ດົນນານທີ່ສຸດ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/