ຜູ້ນຳຈີນ ແລະ 10 ປະເທດສະມາຊິກອາຊຽນໄດ້ປະກາດໃນມື້ດຽວກັນວ່າໄດ້ສິ້ນສຸດການເຈລະຈາກ່ຽວກັບການຍົກລະດັບສັນຍາການຄ້າເສລີຈີນ-ອາຊຽນສະບັບ 3.0 ເຊື່ອມ​ຈອດເສດ​ຖະ​ກິດ​​ຂອງ​ອາ​ຊີ​ຕາ​ເວັນ​ອອກ.

ອີງຕາມການລາຍງານຂອງ ທາງການຈີນ: ສັນຍາການຍົກລະດັບການຄ້າເສລີຈີນ-ອາຊຽນສະບັບ 3.0 ກວມເອົາ 9 ຂົງເຂດ, ໃນນັ້ນລວມມີຂົງເຂດທີ່ມີຢູ່ໃນປັດຈຸບັນຕາມສັນຍາການຄ້າເສລີຈີນ-ອາຊຽນ, ແລະຂົງເຂດຈະເລີນໃໝ່ທີ່ມີກຳລັງແຮງບົ່ມຊ້ອນດ້ານການຮ່ວມມືຢ່າງຫຼວງຫຼາຍລະຫວ່າງສອງຝ່າຍ.

ທ່ານ ຫຼີ​ສຽງ ນາຍົກລັດຖະມົນຕີຈີນ​ກ່າວ​ວ່າ, ຈີນ​ຈະ​ສະໜັບສະໜູນ​ການ​ເຊື່ອມ​ໂຍງ​ອາ​ຊຽນ, ການ​ສ້າງ​ປະຊາ​ຄົມ​ແລະ​ເອກະລາດ​ດ້ານ​ຍຸດ​ທະ​ສາດ, ຈີນພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ.

ທ່ານ ນາຍົກລັດຖະມົນຕີ ຈີນ ກ່າວວ່າ: ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ​ຍັງ​ຊ້າ​ລົງ, ​ແລະ​ບັນຫາ​ຕ່າງໆ​ເຊັ່ນ​ຄວາມ​ຕ້ອງການ​ລວມຂອງ​ໂລກ​ບໍ່​ພຽງພໍ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ເຊິ່ງເຮັດໃຫ້ຕະຫຼາດ​ໄດ້​ກາຍ​ເປັນສິ່ງຂາດ​ແຄນ​ທີ່​ສຸດ​ໃນ​ການ​ພັດທະນາ​ເສດຖະກິດ​ໃນ​ປະຈຸ​ບັນ.​

ຈີນ​ແລະ​ອາ​ຊຽນ​ແມ່ນ​ສອງ​ຕະ​ຫຼາດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1,4 ຕື້ ແລະ 600 ລ້ານ​ຄົນ​ຕາມ​ລຳ​ດັບ, ທ່ານ​ຫຼີ​ສຽງ​ກ່າວ​ວ່າ, ຂະໜາດຂອງຕະ​ຫຼາດ​ແມ່ນ​ທ່າ​ໄດ້​ປຽບ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ຈີນ ​ແລະ​ ອາ​ຊຽນ. ທ່ານ​ກ່າວ​ຕື່ມ​ວ່າ, ຕະຫຼາດ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ການ​ຍົກ​ລະດັບ​ຢ່າງ​ຄົບ​ຖ້ວນ, ​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຕະຫຼາດ​ແມ່ນ​ທິດ​ທາງ​ສຳຄັນ​ໃນ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ, ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເວີ​ຊັນ 3.0 ໄດ້​ບັນ​ລຸ​ຂໍ້​ສະ​ຫຼຸບ​ຢ່າງ​ຫຼວງ​ຫຼາຍ, ເປັນ​ການ​ຄ້ຳ​ປະ​ກັນ​ດ້ານ​ສະ​ຖາ​ບັນ​ໃຫ້​ສອງ​ຝ່າຍ​ຮ່ວມ​ກັນ​ສ້າງ​ຕະ​ຫຼາດ​ຂະໜາດ​ໃຫຍ່, ກ້າວ​ໄປ​ສູ່​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​​ຂອງ​ອາ​ຊີ​ຕາ​ເວັນ​ອອກ. 


ສອງຝ່າຍເຫັນດີເປັນເອກະພາບກັນວ່າ: ຜົນສຳເລັດການຍົກລະດັບດັ່ງກ່າວຈະບຸກເບີກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຈະເລີນໃໝ່ລະຫວ່າງຈີນ-ອາຊຽນຢ່າງຮອບດ້ານ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນໃນຂົງເຂດມາດຕະຖານແລະກົດລະບຽບລະຫວ່າງສອງຝ່າຍ, ຊຸກຍູ້ການຄ້າແບບໂລ່ງລ່ຽນແລະການພັດທະນາແບບໂອບເອື້ອອາລີ

ບັນດາຜູ້ນໍາອາຊຽນ ແລະ ສປ ຈີນ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືອາຊຽນ-ຈີນ ໃນຕະຫລອດໄລຍະ 33 ປີທີ່ຜ່ານມາ ທີ່ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ເຊິ່ງໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື. 

ກອງປະຊຸມໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ໃນການຮ່ວມມືດ້ານເສດຖະກິດ. ນັບແຕ່ປີ 2008 ເປັນຕົ້ນມາ, ສປ ຈີນ ໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອາຊຽນ 15 ປີຊ້ອນ ແລະ ອາຊຽນເອງກໍໄດ້ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງ ສປ ຈີນ 03 ປີຊ້ອນ ນັບແຕ່ປີ 2020 ເປັນຕົ້ນມາ. 

https://english.www.gov.cn/news/202410/10/content_WS6707ce83c6d0868f4e8eba87.html#:~:text=The%20Version%203.0%20China%2DASEAN,East%20Asia%2C%20the%20premier%20said.