ລະບົບທະນາຄານ ແລະ ສະຖາບັນການເງິນຂອງຈີນເລີ່ມທີ່ຈະສະແດງໃຫ້ເຫັນເຖິງຄວາມຊຸດໂຊມລົງອອກມາເປັນໄລຍະໆ. ຫຼັງຈາກທີີ່ປະສົບກັບວິກິດການຄັ້ງໃຫຍ່ທີ່ເກີດຂຶ້ນໃນຂະແໜງອະສັງຫາລິມະສັບ ທີ່ຍັງຄົງສືບຕໍ່ຊຸດໂຊມມາຈົນເຖິງປັດຈຸບັນ. ທັງນີ້, ໃນຂະນະທີ່ຂະແໜງອະສັງຫາລິມະສັບຍັງບໍ່ສາມາດຟື້ນຕົວກັບຄືນມາໄດ້ ກໍໄດ້ມີບັນຫາຕ່າງໆຖາໂຖມເຂົ້າມາ, ເຮັດໃຫ້ເສດຖະກິດໂດຍລວມຂອງຈີນອ່ອນແອລົງ ສົ່ງຜົນກະທົບຕໍ່ສະຖຽນລະພາບຂອງບັນດາການເງິນທັງໝົດທີ່ຢູ່ທັງໃນລະບົບ ແລະ ນອກລະບົບໃຫ້ເກີດຄວາມວຸ້ນວາຍຂຶ້ນໄປຕື່ມອີກ.
ຜູ້ຊ່ຽວຊານທີ່ໄດ້ຕິດຕາມສະຖານະການໃນລະບົບທະນາຄານຂອງຈີນກ່າວວ່າ ທະນາຄານຂະໜາດນ້ອຍເຫຼົ່ານີ້ກຳລັງປະສົບກັບບັນຫາທີ່ຮ້າຍແຮງ ຈົນເຮັດໃຫ້ບັນດາລັດຖະບານຂອງແຂວງຕ່າງໆຕ້ອງໄດ້ລະດົມເງິນທຶນເພື່ອອັດສີດເຂົ້າໄປເປັນທຶນສຳຮອງ ຫຼື ກະຕຸ້ນໃຫ້ເກີດການລວມຕົວຂອງທະນາຄານຂະໜາດນ້ອຍ ແລະ ການຊື້ກິດຈະການ.
ອີງຕາມຂໍ້ມູນຈາກ Wind ຜູ້ໃຫ້ບໍລິການທາງດ້ານການເງິນຂອງຈີນໄດ້ເປີດເຜີຍວ່າ ໃນປີ 2023 ທີ່ຜ່ານມາ, ລັດຖະບານຂອງຈີນ ໄດ້ອັດສີດເງິນເຂົ້າໄປໃນລະບົບທະນາຄານພູມິພາກເປັນຈຳນວນ 218,3 ຕື້ຢວນ, ເຊິ່ງເປັນຈຳນວນຫຼາຍກວ່າປີ 2022 ເຖິງ 3 ເທົ່າ.
ລັດຖະບານໄດ້ໃຊ້ວິທີການອອກພັນທະບັດເພື່ອຈຸດປະສົງພິເສດສໍາລັບການລະດົມທຶນດັ່ງກ່າວ. ໂດຍປະເພດຂອງພັນທະບັດນີ້ມີຈຸດປະສົງສະເພາະ, ເຊິ່ງປະເທດຈີນໄດ້ກຳນົດນຳໃຊ້ມັນເປັນຄັ້ງທຳອິດໃນປີ 2020 ເພື່ອຊ່ວຍເຫຼືອບັນດາທະນາຄານໃນໄລຍະວິກິດການໂຄວິດ.
ແຕ່ໃນຄັ້ງນີ້ ພັນທະບັດດັ່ງກ່າວກັບຖືກນຳອອກມາຂາຍເພື່ອເພີ່ມທຶນໃຫ້ກັບທະນາຄານທ້ອງຖິ່ນໂດຍສະເພາະ. ເຊິ່ງລວມເຖິງການໃຊ້ເປັນເງິນທຶນເພື່ອກະຕຸ້ນໃຫ້ເກີດການລວມຕົວຂອງກິດຈະການທະນາຄານຂະໜາດນ້ອຍໃນຂົງເຂດທີ່ເກີດວິກິດການໜີ້ສິນ, ຫຼັງຈາກທີ່ປະສົບກັບບັນຫາຊໍາເຮື້ອໃນຂະແໜງອະສັງຫາລິມະສັບມາເປັນເວລາດົນ.
ນອກຈາກນີ້, ຜູ້ຊ່ຽວຊານຍັງກ່າວອີກວ່າ ການເລັ່ງການລະດົມທຶນສໍາລັບທະນາຄານຂະໜາດນ້ອຍໃນລະບົບເປັນຈໍານວນຫຼາຍນີ້ ສະທ້ອນໃຫ້ເຫັນເຖິງຄວາມກັງວົນຂອງທາງການຈີນທີ່ວ່າ ເສດຖະກິດທີ່ຊະລໍຕົວລົງໃນປັດຈຸບັນຈະມີຜົນກະທົບທາງລົບທີ່ຮ້າຍແຮງກວ່າເກົ່າຕໍ່ສຸຂະພາບຂອງທະນາຄານເຫຼົ່ານີ້. ເຊິ່ງນີ້ສະແດງໃຫ້ເຫັນວ່າ ເຖິງວ່າຈະມີຂະໜາດນ້ອຍ, ແຕ່ຄວາມສໍາຄັນຂອງມັນຕໍ່ລະບົບທະນາຄານຂອງຈີນແມ່ນບໍ່ໄດ້ເລັກນ້ອຍເລີຍ.
Yulia Wan ນັກວິເຄາະຂອງ Moody’s Investor Service ກ່າວວ່າ ທະນາຄານພູມີພາກຂອງຈີນມີໃຫ້ບໍລິການທັງໃນຕົວເມືອງ ແລະ ຊົນນະບົດ. ເມື່ອຮ່ວມກັນທັງໝົດໃນລະບົບແລ້ວແມ່ນພວກເຂົາກວມເອົາ 25% ຂອງຊັບສິນທັງໝົດໃນລະບົບທະນາຄານຂອງຈີນ. Yulia Wan ຍັງໄດ້ຄາດການວ່າໃນອີກ 1 ປີຂ້າງໜ້າ, ຄວາມສ່ຽງຕໍ່ທະນາຄານເຫຼົ່ານີ້ຈະຍິ່ງສູງຂຶ້ນ ເນື່ອງຈາກໄດ້ຮັບຜົນກະທົບທີ່ເກີດຈາກຂະແເໜງອຸດສາຫະກໍາອື່ນໆລວມທັງການຜະລິດ, ການຂາຍຍ່ອຍ, ອະສັງຫາລິມະສັບ, ການກໍ່ສ້າງ ແລະ ສຸຂະພາບທາງດ້ານການເງິນຂອງລັດຖະບານທ້ອງຖິ່ນແຕ່ລະແຫ່ງ ລວມທັງບັນດາບໍລິສັດໄວ້ວາງໃຈ ແລະ ບໍລິສັດຄຸ້ມຄອງຊັບສິນທັງຫຼາຍກໍຕົກຢູ່ໃນຄວາມສ່ຽງນີ້ເຊັ່ນກັນ.
ການຫຼຸດຜ່ອນອັດຕາດອກເບ້ຍ ທີ່ທາງການຈີນຄາດຫວັງວ່າຈະຊ່ວຍກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວຂຶ້ນ ສົ່ງຜົນກະທົບຕໍ່ທະນາຄານກາງ ແລະ ຂະໜາດນ້ອຍຫຼາຍກ່ວາບັນດາທະນາຄານຂະໜາດໃຫຍ່ທັງຫຼາຍ. ເນື່ອງຈາກວ່າອັດຕາດອກເບ້ຍທີ່ຫຼຸດລົງໝາຍເຖິງຜົນປະກອບການທີ່ຫົດຫາຍໄປຂອງທະນາຄານ ເຮັດໃຫ້ເງີນທຶນຂອງທະນາຄານອ່ອນແອລົງຢ່າງເຫັນໄດ້ຊັດເຈນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/