ສຳນັກຂ່າວ ຊິນຫົວ ລາຍງານວ່າເມື່ອວັນທີ 9 ທັນວາ ທີ່ຜ່ານມາ ສຳນັກວັດຖຸທາງວັດທະນະທຳຂອງມົນທົນ ສ່ານຊີ ປະເທດຈີນ ເປີດເຜີຍວ່າໄດ້ຄົ້ນພົບສຸສານຈາກຍຸກລາຊະວົງຮັ່ນ (ປີ 25-220) ຈົນຮອດລາຊະວົງຖັງ (ປີ 618-907) ລວມໄປຮອດຂຸມສົບບຸກຄົນທາງປະຫວັດສາດ ໃນເຂດເວີ່ຍເຊິງ ຂອງເມືອງສຽນຫຍາງ .
ໂດຍພື້ນທີ່ຂຸດສຳຫຼວດທີ່ຄົ້ນພົບຂຸມສົບເຫຼົ່ານີ້ແມ່ນຕັ້ງຢູ່ທາງຕອນເໜືອຂອງ “ຊາງອັນ” ເຊິ່ງເປັນເມືອງຫຼວງບູຮານແຫ່ງລາຊະວົງຮັ່ນ ແລະ ລາຊະວົງຖັງ ເຊິ່ງປັດຈຸບັນແມ່ນນະຄອນສ່ານຊີ ເທສະບານຂອງສ່ານຊີ.

ຫຼີ່ໝິງ ນັກວິໄຈຈາກສະຖາບັນບູຮານຄະດີສ່ານຊີ ລະບຸວ່າພື້ນທີ່ດັ່ງກ່າວໄດ້ຝັງສົບເຊື້ອພະວົງ, ຂຸນນາງອາວຸໂສ ແລະ ຊົນຊັ້ນສູງ ທີ່ມີບັນທຶກໃນເຫດການລາຊະວົງຮັ່ນແລະຖັງ ພ້ອມກັບມີເຄືອຍາດຂອງຈັກກະພັດຖືກຝັງຢູ່ນຳ. ຢ່າງໃດກໍຕາມເມື່ອເວລາຜ່ານໄປພື້ນທີ່ດັ່ງກ່າວກໍໄດ້ປ່ຽນແປງເປັນບ່ອນຝັງສົບຂອງສາມັນຊົນທົ່ວໄປໃນໄລຍະເລີ່ມຕົ້ນຂອງລາຊະວົງຊົ່ງ ລາຊະວົງໝິງ ແລະ ລາຊະວົງຊິງ.
ນອກຈາກນີ້ຄະນະນັກວິໄຈຍັງໄດ້ຄົ້ນພົບບູຮານວັດຖຸຫຼາຍກວ່າ 16,000 ອັນ ບໍ່ວ່າຈະເປັນ ພະພຸດທະຮູບບູຮານ, ເຄື່ອງປະດັບ ແລະອື່ນໆ ໃນລະຫວ່າງພາລະກິດຂຸດສຳຫຼວດທີ່ໃຊ້ເວລາກວ່າ 1ປີ.



ຫຼີ່ໝິງເສີມອີກວ່າ ຈາກປະຫວັດສາດບູຮານຄະດີທີ່ຜ່ານມາ ບໍ່ເຄີຍມີກໍລະນີຂຸດຄົ້ນພົບຂຸມສົບທີ່ມີຈຳນວນຫຼາຍຈາກສະຖານທີ່ດຽວກັນມາກ່ອນ ລວມໄປຮອດເຈົ້າຂອງຫຼຸມທີ່ມີລັກສະນະເດັ່ນແບບນີ້ ເຊິ່ງຖືວ່າມັນມີຄວາມສຳຄັນໃນການສຶກສາຍຸກຈີນບູຮານ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/