ຫໍການຄ້າໄທ ແລະ ສະພາຫໍການຄ້າແຫ່ງປະເທດໄທ ຮ່ວມກັບສະມາຄົມພາກເອກະຊົນ ຕັ້ງໂຕະຖະແຫຼງຮຽກຮ້ອງໃຫ້ໜ່ວຍງານລັດຊ່ວຍແກ້ໄຂບັນຫາຄ່າເງິນບາດແຂງຄ່າໜັກ ສົ່ງຜົນກະທົບຕໍ່ການສົ່ງອອກ ແລະ ການທ່ອງທ່ຽວໄທ.

ອີງຕາມການລາຍງານຂອງ The Nation Thailand, ທ່ານ ພົດ ອາຣາມວັດນານົນ  ຮອງປະທານກຳມະການຫໍການຄ້າໄທ ແລະ ສະພາຫໍການຄ້າແຫ່ງປະເທດໄທ ກ່າວວ່າ ສະຖານະການເງິນບາດທີ່ແຂງຄ່າຂຶ້ນຫຼາຍ 8-10% ຢ່າງໄວວາ ແລະ ຮຸນແຮງໃນໄລຍະ 3 ເດືອນທີ່ຜ່ານມາ, ສົ່ງຜົນກະທົບຕໍ່ການສົ່ງອອກສິນຄ້າກະເສດ ແລະ ອາຫານໄປກວ່າ 50,000 ລ້ານບາດ.

ເຊັ່ນດຽວກັບການທ່ອງທ່ຽວ ທີ່ເມື່ອເງິນບາດແຂງຄ່າຂຶ້ນ ຄ່າໃຊ້ຈ່າຍສຳລັບທ່ອງທ່ຽວຕ່າງຊາດ ກໍຈະສູງຂຶ້ນ ເຮັດໃຫ້ການທ່ອງທ່ຽວໄທ ເປັນເປົ້າໝາຍການທ່ອງທ່ຽວທີ່ມີລາຄາສູງ ແລະ ນັກທ່ອງທ່ຽວກໍຈະໃຊ້ຈ່າຍໜ້ອຍລົງ ເພາະຮູ້ສຶກວ່າສິນຄ້າ ແລະ ບໍລິການແພງກວ່າປົກກະຕິ.

ດັ່ງນັ້ນ ຫໍການຄ້າໄທ ຈຶ່ງຂໍຮຽກຮ້ອງໃຫ້ພາກລັດ  ແລະ ໜ່ວຍງານທີ່ກ່ຽວຂ້ອງ ເບິ່ງແຍ່ງຄ່າເງິນບາດບໍ່ໃຫ້ຜັນຜວນຈົນເກີນໄປ ແລະ ຈັດການໃຫ້ຢູ່ໃນລະດັບທີ່ເໝາະສົກມກັບສະຖານະການທາງເສດຖະກິດທັງພາຍໃນ ແລະ ຕ່າງປະເທດ.

https://www.nationtv.tv/economy-business/378948952