ບໍລິສັດ ລາວເນເຊັນນໍ ດິຈິຕ໋ອນ ເທັກໂນໂລຢີ ກຣຸບ ຈໍາກັດຂອ ງສປຈີນ ຫຼື LADT ໄດ້ເລືອກເອົາ ສປປ ລາວ ເປັນ​ຈຸດ​ເລີ່​ມຕົ້ນ​ຍຸດ​ທະ​ສາດການລົງທຶນ​ເພື່ອ​ຂະຫຍາຍ​ອອກ​ສູ່​ຕະຫຼາດ​​ອາ​ຊຽນ.

ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ, ເມື່ອບໍ່ດົນມານີ້ ໃນໂອກາດເດີນທາງ​​ຢ້ຽມຢາມ ສປປ ລາວ ຂອງຄະນະ​ຜູ້​ແທນ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ທ່ານ ຊີຣີວ ເສິງ, ຮອງປະທານບໍລິສັດ ​ບໍລິສັດ ລາວເນເຊັນນໍ ດິຈິຕ໋ອນ ເທັກໂນໂລຢີ ກຣຸບ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ແລະ ຮົງກົງ ສປ ຈີນ ວ່າ: ວິສາຫະກິດຮົງກົງຍິນດີເຂົ້າມາລົງທຶນໃນ ບໍລິສັດ ລາວເນເຊັນນໍ ດິຈິຕ໋ອນ ເທັກໂນໂລຢີ ກຣຸບ ຈໍາກັດເພື່ອພັດທະນາແພັດຟອມການຊຳລະເງິນດິຈິຕອນ ຂ້າມຊາຍແດນ ແລະ ທຸລະກິດການຊຳລະເງິນຫຼຽນໃຫ້ໝັ້ນຄົງ.

ສຳລັບເຫດຜົນຂອງການລົງທຶນໃນລາວ, ທ່ານ ຊີຣີວ ເສິງ ກ່າວວ່າ: “ແພັດຟອມການຊຳລະເງິນທາງໂທລະສັບມືຖື ດ້ວຍ NewPay ຂອງ ​ບໍລິສັດ ລາວເນເຊັນນໍ ດິຈິຕ໋ອນ ເທັກໂນໂລຢີ ກຣຸບ ຈໍາກັດ  ໄດ້ເຂົ້າສູ່ຕະຫຼາດລາວໃນປີ 2019, ໂດຍຜະລິດ ຕະພັນການຊຳລະເງິນມືຖືຂອງ ຕົນໄດ້ເປີດຕົວໃນປີ 2021.    

ການເຄື່ອນໄຫວນີ້ສອດຄ່ອງກັບຂໍ້ລິເລີ່ມ “ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ” ແລະ ການລົງທຶນໃນປະເທດລາວ. ການຮວບຮວມເອົາອຸດສາຫະກຳດິຈິຕອນ ເປັນຍຸດທະສາດການພັດທະນາແຫ່ງຊາດອັນສຳຄັນ, ອຳນວຍຄວາມສະດວກໃຫ້ແກ່ການ ຫັນເປັນອຸດສາ ຫະກຳທີ່ຕິດພັນທາງ ດ້ານດິຈິຕອນ.

ນອກນັ້ນ, ການເປີດທາງລົດໄຟ ລາວ-ຈີນ ໄດ້ຫັນປະເທດລາວຈາກປະເທດທີ່ມີໂອກາດໜ້ອຍທາງດ້ານພູມສາດມາເປັນປະເທດໜຶ່ງທີ່ມີທ່າໄດ້ປຽບທາງດ້ານພູມສາດໃນແຫຼມ​ອິນ​ດູ​ຈີນ, ລາວ​ມີ​ຄວາມ​ພ້ອມ​ທີ່​ຈະ​ເປີດ​ໂອກາດ​ການ​ພັດທະນາ​ຫຼາຍດ້ານ​ໃນ​ອະນາຄົດ, ສະ​ນັ້ນ, LADT ຈຶ່ງ​ເລືອກ​ເອົາ​ລາວ​ເປັນ​ຈຸດ​ເລີ່​ມຕົ້ນ​ຍຸດ​ທະ​ສາດ​ເພື່ອ​ຂະຫຍາຍ​ອອກ​ສູ່​ຕະຫຼາດ​ໃນ 10 ປະ​ເທດ​ອາ​ຊຽນ.

ທີ່ມາ:

https://www.facebook.com/lnrlao/posts/pfbid02RUUrAakvActsx6rCKYssB8nLjr1VTgY4qKidfybcPR7GfHf5fVbKZLW9LsqppBn6l