ການສູບຢາເຮັດໃຫ້ສະຕິປັນຍາ ຫຼຸດລົງ 85% ພາຍໃນ 10 ປີ


ງານວິໄຈໃໝ່ທີ່ໄດ້ເຜີຍແຜ່ໃນວາລະສານ Nature Communications ໄດ້ສຶກສາຜູ້ໃຫຍ່ກວ່າ 32,000 ຄົນທີ່ມີອາຍຸ 50 ປີຂຶ້ນໄປຈາກ 14 ປະເທດໃນທະວີບຢູໂຣບ ພ້ອມມີການຕິດຕາມດົນກວ່າ 10 ປີໃນປັດໄຈການດຳເນີນຊີວິດໃນດ້ານຕ່າງໆບໍ່ວ່າຈະເປັນການສູບຢາ, ການອອກກຳລັງກາຍ, ການດື່ມເຫຼົ້າເບຍ ແລະ ການມີປະຕິສຳພັນທາງສັງຄົມ.

ຜູ້ເຂົ້າຮ່ວມການທົດລອງຈະໄດ້ຮັບການປະເມີນຄວາມຄິດ, ຄວາມເຂົ້າໃຈ ແລະ ຂະບວນການຮັບຮູ້ທີ່ເອີ້ນກັນວ່າ Cognitive ໂດຍທາງທີມວິໄຈພົບວ່າຜູ້ທີ່ສູບຢາຈະມີການເສື່ອມຖອຍທາງສະຕິປັນຍາຫຼຸດລົງໄວທີ່ສຸດ ເຊິ່ງຫຼຸດລົງກວ່າ 85% ໃນໄລຍະເວລາ 10 ປີເມື່ອປຽບທຽບກັບຄົນທີ່ບໍ່ສູບຢາ ແຕ່ມີຂໍ້ຍົກເວັ້ນຄື ຖ້າຄົນທີ່ສູບຢາມີວີຖີີຊີວິດທີ່ມັນດີຕໍ່ສຸຂະພາບ ກໍຈະມີການເສື່ອມຖອຍໜ້ອຍລົງ.

ການເສື່ອມຖອຍຂອງສະຕິປັນຍາຍັງມາຈາກປັດໄຈອື່ນໆຮ່ວມດ້ວຍ ແຕ່ທາງທີມວິໄຈໄດ້ກ່າວວ່າ ຫາກຄົນທີ່ສູບຢາຢູ່ແລ້ວ ແລະ ຕ້ອງການທີ່ຈະເຊົາສູບຢາ ແນະນຳໃຫ້ອອກກຳລັງກາຍໄປພ້ອມກັນ ລວມໄປຮອດການເຂົ້າສັງຄົມເຮັດກິດຈະກຳຮ່ວມຄົນອື່ນຢ່າງສະໝ່ຳສະເໝີ ເພາະມັນອາດຈະຊົດເຊີຍຜົຍກະທົບດ້ານລົບທີ່ຢາສູບກະທົບຕໍ່ສະໝອງ.

ຂອບໃຈຂໍ້ມູນຈາກ:

Environman

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/