ມາຮູ້ຈັກກັບ ມິດປະຊາ ສິດທິຮັກປັນຍາ ຜູ້ກຳກັບຈາກ DNAFilms13 ໜຶ່ງໃນຜູ້ກໍາກັບຍິງທີ່ເປັນແຮງບັນດານໃຈໃຫ້ຫຼາຍຄົນ


ປັດຈຸບັນວົງການຮູບເງົາໃນປະເທດລາວກຳລັງເຕີບໃຫຍ່ຂຶ້ນຢ່າງຫຼວງຫຼາຍ ໄວໜຸ່ມຫຼາຍຄົນຕ່າງກໍມີຄວາມສົນໃຈໃນການສ້າງສັນຜົນງານຕົນເອງຂຶ້ນມາ ເຊິ່ງຜູ້ທີ່ຢູ່ໃນແວດວົງດັ່ງກ່າວນັ້ນ ຈະຕ້ອງເຄີຍໄດ້ຍິນຊື່ DNAFilms13 ທີ່ເປັນໜຶ່ງໃນກຸ່ມໄວໜຸ່ມຜູ້ຜະລິດຜົນງານຮູບເງົາສັ້ນສາຍລ່າຮາງວັນທີມຕົ້ນໆກ່ອນທີ່ກະແສຮູບເງົາສັ້ນຈະເລີ່ມແຜ່ຂະຫຍາຍໃນບ້ານເຮົາ. ມື້ນີ້, ທີມງານ LaoX ໄດ້ມີໂອກາດສຳພາດ ມິດປະຊາ ສິດທິຮັກປັນຍາ ຫຼື ຊ່າຊ້າ ຜູ້ກຳກັບຈາກທີມຜະລິດຮູບເງົາດັ່ງກ່າວທີ່ຄວ້າເອົາຮາງວັນຫຼາກຫຼາຍມາໄວ້ບໍ່ວ່າຈະເປັນງານເທສະການຮູບເງົາວຽງຈັນນານ, ເທສະການຮູບເງົາຫຼວງພະບາງ ແລະ ອື່ນໆ. ແຕ່ກວ່າຊິມາເປັນ DNAFilms13 ໄດ້ຄືທຸກມື້ນີ້ນັ້ນ, ກໍບໍ່ໄດ້ຜ່ານເສັ້ນທາງສວຍງາມດັ່ງທີ່ທຸກຄົນຄິດໄວ້ເລີຍ.

DNAFilms13 ເກີດຈາກການຮວມຕົວກັນຂອງນັກສຶກສາສື່ສານມວນຊົນປີໜຶ່ງສາມຄົນທີ່ມາຈາກຕ່າງທ້ອງຖິ່ນ. ໂດຍເລີ່ມຕົ້ນຈາກການຢາກເຮັດຮູບເງົາສັ້ນສົ່ງເຂົ້າແຂ່ງຂັນຮູບເງົາວຽງຈັນນານໃນປີ 2013 ແຕ່ຕອນນັ້ນມິດປະຊາ ສິດທິຮັກປັນຍາ, ກອງຈັນ ພຽນນາຈິດ ແລະ ບຸນທະວີ ເພັດລໍາພອນ ຍັງເປັນພຽງເດັກປີໜຶ່ງທີ່ບໍ່ມີຄວາມຮູ້ການຕັດຕໍ່, ຂຽນບົດ ຫຼື ຂັ້ນຕອນເຕັກນິກການຖ່າຍທຳຫຍັງເລີຍ. ຊ້ຳບໍ່ໜຳອຸປະກອນກໍຍັງບໍ່ມີ ເງິນທຶນໃນການຜະລິດກໍຍັງບໍ່ພຽງພໍຕາມສະພາບນັກສຶກສາທີ່ຍັງບໍ່ທັນມີລາຍຮັບ. ແຕ່ຍ້ອນໄດ້ເບິ່ງຮູບເງົາມາຫຼາຍ, ບວກກັບຕ້ອງການຢາກສ້າງຮູບເງົາທີ່ເປັນຂອງຕົນເອງ ມັນຈຶ່ງເປັນສິ່ງກະຕຸ້ນເກີດຄວາມພະຍາຍາມລົງມືເຮັດ.​ ຜ່ານການສຶກສາດ້ວຍຕົນເອງ, ທັງສາມຄົນທີ່ເລີ່ມຕົ້ນຈາກ 0 ກໍວ່າໄດ້ ເຊິ່ງພາຍຫຼັງສ້າງຜົນງານທຳອິດເຂົ້າໄປແຂ່ງຂັນ, ຜົນຕອບຮັບກໍເປັນຄວາມລົ້ມເຫຼວຄັ້ງທຳອິດກັບມາເຊັ່ນກັນ.

ເຖິງຢ່າງໃດກໍຕາມ, ຄວາມພະຍາຍາມທີ່ຈະສ້າງຮູບເງົາຂອງພວກເຂົາກໍບໍ່ໄດ້ລົດລົງເລີຍ. ເມື່ອຕອນຮຽນມະຫາວິທະຍາໄລປີທີສອງ ກໍໄດ້ມີໂຄງການຝຶກອົບຮົມການຜະລິດສາລະຄະດີ-ຮູບເງົາສັ້ນ ຈາກຊ່ຽວຊານຕ່າງປະເທດ ພວກເຂົາຈຶ່ງຖືໂອກາດນັ້ນຕັ້ງໃຈຮ່ຳຮຽນຢ່າງຈິງຈັງ.

“ຄວາມຈິງການຝຶກອົບຮົມຕອນນັ້ນເປັນພຽງກິດຈະກໍາໜຶ່ງ ທີ່ນັກສຶກສາຈະໄປເຂົ້າຮ່ວມຕາມຄໍາສັ່ງຂອງອາຈານຊື່ໆ ແຕ່ພວກເຮົາຄິດວ່າມັນເປັນໂອກາດທີ່ສຳຄັນທີ່ເຮົາຈະດູດວິຊາຈາກຊ່ຽວຊານດ້ານຮູບເງົາໃຫ້ຫຼາຍທີ່ສຸດ ຈຶ່ງພະຍາຍາມເອົາຕົນເອງເຂົ້າໄປມີສ່ວນຮ່ວມທັງໃນແລະນອກໂມງຮຽນ ເຊິ່ງເພິ່ນກໍຍິນດີຖ່າຍທອດຄວາມຮູ້ໃຫ້ພວກເຮົາຢ່າງເຕັມທີ່ ນັ້ນຄືເປັນຈຸດປ່ຽນໃຫ້ພວກເຮົາໄດ້ເດີນຕາມສາຍຮູບເງົາຈົນມາຮອດທຸກມື້ນີ້” ມິດປະຊາກ່າວ.

ມາຮອດໃນປີ 2016, ໝາກຜົນຈາກຄວາມພະຍາຍາມກໍປາກົດຂຶ້ນ. ການສົ່ງຮູບເງົາເຂົ້າແຂ່ງຂັນໃນງານຮູບເງົາວຽງຈັນນານຄັ້ງນີ້ຕ່າງຈາກຫຼາຍຄັ້ງທີ່ຜ່ານມາ, ພວກເຂົາໄດ້ຊະນະເອົາຮາງວັນທີ 2 ຮູບເງົາສະຫຍອງຂວັນເລື່ອງ: ສິ້ນຜືນສຸດທ້າຍ ມັນຄືຄວາມສຳເລັດທຳອິດທີ່ພວກເຂົາໄດ້ຮັບມາ. ແຖມຍັງເປັນແຮງຊຸກຍູ້ໃຫ້ມີກຳລັງໃຈສ້າງຜົນງານຕໍ່ໄປອີກເລື້ອຍໆ ເຊິ່ງ DNAFilms13 ໄດ້ຄ່ອຍໆໄລ່ກວາດຮາງວັນອື່ນໆ ເຊັ່ນ ຮູບເງົາສັ້ນເລື່ອງ: ສົດໃສ ທີ່ໄດ້ຮັບຮາງວັນຊະນະການແຂ່ງຂັນຮູບເງົາ-ສາລະຄະດີທົ່ວປະເທດໃນຫົວຂໍ້ ງາມເດບ້ານເຮົາ ຂອງກົມຮູບເງົາ, ຖວທ ໃນປີ 2019. ພ້ອມດຽວກັນ, ຍັງໄດ້ຮັບທຶນສ້າງຮູບເງົາຈາກກອງທຶນ Lao Filmmaker Fund ຈຳນວນສອງຄັ້ງ. ນອກນັ້ນ, ສະມາຊິກໃນທີມຈຳນວນໜຶ່ງກໍໄດ້ມີໂອກາດໄປຮ່ວມການຝຶກອົບຮົມສ້າງຮູບເງົາຢູ່ຕ່າງປະເທດອີກນຳ.

ຖາມ: ຮູບເງົາທີ່ດີແມ່ນຫຍັງ?
ຕອບ: ສໍາລັບສ່ວນຕົວແມ່ນເນັ້ນເນື້ອໃນມາກ່ອນ, ເພາະຮູບເງົາທີ່ດີແມ່ນມີພື້ນຖານຈາກເລື່ອງລາວທີ່ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຄົນ ຫຼື ນຳສະເໜີມຸມມອງທາງສັງຄົມທີ່ໜ້າສົນໃຈແກ່ຜູ້ຊົມໄດ້. ອີກປະການໜຶ່ງ ຫາກນັກສ້າງຮູບເງົາທີ່ມີໄອເດຍດີ ແລ້ວເຕັກນິກການຖ່າຍທຳ ຫຼື ຕັດຕໍ່ບໍ່ດີປານໃດ ເລື່ອງນີ້ຍັງພໍມີທ່າອ່ຽງພັດທະນາ ຫຼື ຫາທີມງານມາເສີມທັບໄດ້ ແຕ່ຫາກໄອເດຍບໍ່ດີແລ້ວກໍຍາກທີ່ຈະໄປຕໍ່.

ສະນັ້ນ, ຮູບເງົາທີ່ດີແມ່ນເລີ່ມຈາກ: ເນື້ອໃນເລື່ອງທີ່ດີ, ການເລົ່າເລື່ອງທີ່ດີ ແລະ ເຕັກນິກທີ່ດີ.

ຖາມ: ຂໍ້ສະດວກ ແລະ ຂໍ້ທ້າທາຍຂອງການສ້າງຮູບເງົາໃນປັດຈຸບັນແມ່ນຫຍັງ?
ຕອບ: ພາຍຫຼັງໄດ້ມີໂອກາດແລກປ່ຽນໂອ້ລົມກັບໝູ່ເພື່ອນ ແລະ ຝຶກອົບຮົມໃນສາຍດັ່ງກ່າວທີ່ຕ່າງປະເທດ,  ຈຶ່ງໄດ້ເຫັນເຖິງໂອກາດ ພ້ອມກັບຂໍ້ທ້າທາຍຫຼາຍຢ່າງທີ່ເກີດຂຶ້ນໃນວົງການຮູບເງົາລາວ. ຫຼັກໆກໍແມ່ນການຂາດເຂີນບຸກຄະລາກອນທີ່ມີຄວາມຮູ້ສະເພາະດ້ານ. ເນື່ອງຈາກບ້ານເຮົາບໍ່ໄດ້ມີໂຮງຮຽນສອນສຳລັບການຜະລິດຮູບເງົາໂດຍກົງ ກໍຈະມີບັນຫາຕາມມາເຊັ່ນ: ຜູ້ສ້າງຮູບເງົາຍັງບໍ່ຮູ້ວິທີການທີ່ຖືກຕ້ອງ, ບໍ່ເຂົ້າໃຈເຖິງບົດບາດໜ້າທີ່ຂອງແຕ່ລະຕຳແໜ່ງໃນກອງຖ່າຍ ເຮັດໃຫ້ເວລາດຳເນີນງານພົບຄວາມຫຍຸ້ງຍາກ, ຕ້ອງໄດ້ລອງຜິດລອງຖືກຫຼາຍຂຶ້ນ. ນອກນັ້ນກໍແມ່ນດ້ານທຶນຮອນໃນການຜະລິດທີ່ຢູ່ບ້ານເຮົາຍັງມີໜ້ອຍ. ເພາະສ່ວນຫຼາຍແມ່ນຢູ່ຕ່າງປະເທດ, ສະນັ້ນຜູ້ທີ່ສາມາດເຂົ້າເຖິງໄດ້ກໍຕ້ອງຮູ້ຈັກເຄືອຂ່າຍ ແລະ ມີທັກສະດ້ານພາສາຕ່າງປະເທດພໍສົມຄວນ. ແຕ່ໃນຂະນະດຽວກັນ, ໂອກາດຢູ່ບ້ານເຮົາກໍຍັງມີຫຼາຍ ໂດຍສະເພາະເລື່ອງລາວທີ່ຈະນຳມາຜະລິດເປັນຮູບເງົາແມ່ນມີຄວາມອຸດົມສົມບູນ ເປັນທີ່ສົນໃຈຂອງຕ່າງຊາດ, ການແຂ່ງຂັນຍັງບໍ່ສູງຫຼາຍຖ້າທຽບກັບປະເທດອື່ນ, ການເຂົ້າເຖິງເຄື່ອງມືກໍງ່າຍດາຍ ແລະມີຊ່ອງທາງການເຜີຍແຜ່ຂໍ້ມູນຫຼາຍຍິ່ງຂຶ້ນ ເນື່ອງຈາກເຕັກໂນໂລຊີທີ່ທັນສະໄໝຂຶ້ນ ທີ່ສຳຄັນໄວໜຸ່ມລາວຫຼາຍຄົນກໍມີຄວາມກະຕືລືລົ້ນໃນການສ້າງຜົນງານທີ່ຫຼາກຫຼາຍ ຖືເປັນເລື່ອງທີ່ໜ້າຊົມເຊີຍແລະຄວນຄ່າທີ່ຈະໄດ້ຮັບການສະໜັບສະໜູນ.

ຖາມ: ໃນການສ້າງຮູບເງົາ ເຄີຍຮູ້ສຶກທໍ້ຖອຍຫຼືບໍ່?
ຕອບ: ຄິດວ່າຫຼາຍໆຄົນກໍຄືຈະມີເວລາທີ່ຮູ້ສຶກທໍ້ຄືກັນ, ມັນກໍຄືກັບສາຍສິລະປະອື່ນໆ ເມື່ອຕະຫຼາດຂອງເຮົາບໍ່ສາມາດເຕີບໃຫຍ່ໄດ້ຫຼາຍ ເຄີຍຄິດວ່າເຊົາແລ້ວໄປເຮັດອັນອື່ນດີບໍ່? ແຕ່ວ່າ ຖ້າເຮົາບໍ່ເຮັດແລ້ວໃຜຊິເຮັດ? ກໍເລີຍຍັງສືບຕໍ່ເຮັດຜົນງານໄປເລື້ອຍໆ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຈະທຸ່ມເທໃຫ້ວຽກງານໃດໜຶ່ງຈົນບໍ່ເບິ່ງສະພາບຄວາມເປັນຈິງ. ຈຶ່ງໄດ້ວາງແຜນເປົ້າໝາຍຊີວິດຕົນເອງໄວ້ໃຫ້ໝັ້ນຄົງ ໂດຍໃຊ້ວິຊາສະເພາະທີ່ເຮົາມີມາຕໍ່ຍອດໃຫ້ເກີດຄວາມຫຼາກຫຼາຍ ຈາກຮູບເງົາ ເປັນສາລະຄະດີ, ຈາກສາລະຄະດີມາເປັນວິດີໂອໂຄສະນາ, ແລ້ວຜັນໂຕມາເປັນທີ່ປຶກສາດ້ານໂປຣດັກຊັນ ຫຼືເອີ້ນວ່ານຳຄວາມຮູ້ມາສ້າງລາຍຮັບ ແລ້ວນຳລາຍຮັບມາສ້າງຜົນງານທີ່ເຮົາຫຼົງຮັກ ແລະ ເປັນປະໂຫຍດແກ່ສັງຄົມ ເຊັ່ນດຽວກັບສະມາຊິກ DNAFilms13 ບາງຄົນກໍໄປເປັນນັກຂ່າວ, ເຮັດທຸລະກິດສ່ວນຕົວ, ເປັນອາຈານສອນດ້ານສື່ ແລະອື່ນໆ ພໍມີເວລາເຮົາກໍກັບມາໂຮມຕົວກັນເຮັດຜົນງານທີ່ເຮົາຮັກອີກຄັ້ງ.

ຖາມ: ຖ້າສາມາດຢ້ອນກັບໄປບອກຕົນເອງໄດ້ຢ່າງໜຶ່ງຈະບອກຫຍັງ?
ຕອບ: ຢາກໃຫ້ຕົນເອງຕັ້ງໃຈທຸ່ມເທ ແລະ ຝຶກຝົນໜັກຫຼາຍກວ່ານີ້. ຕອນນັ້ນເຮົາກໍຮູ້ສຶກວ່າຕົນເອງກໍຢູ່ໃນລະດັບດີສົມຄວນແລ້ວທີ່ມີຜົນງານໄດ້ຮັບຮາງວັນເປັນສິ່ງກາລັນຕີ ແຕ່ພໍໄດ້ກ້າວອອກໄປຕ່າງປະເທດ, ຈຶ່ງໄດ້ເຫັນວ່າຜູ້ຄົນໃນແວດວົງນີ້ເຂົາເຮັດວຽກເປັນເລື່ອງເປັນລາວ ແລະ ຝຶກຝົນໜັກໜ່ວງອີ່ຫຼີຈຶ່ງໄດ້ຜົນງານທີ່ມີຄຸນະພາບມາດຕະຖານສາກົນ. ເຖິງຢ່າງໃດກໍຕາມ, ຕໍ່ໃຫ້ຢ້ອນເວລາກັບໄປອີກຈັກເທື່ອເຮົາກໍຈະບໍ່ປ່ຽນໃຈ ຫຼືລົ້ມເລີກການເຮັດຮູບເງົາ.

ຖາມ:ຕອນນີ້ກຳລັງເຮັດຫຍັງຢູ່? ໃນອີກ 5 ປີ ຕົນເອງຈະເປັນແນວໃດ?
ຕອບ: ຕອນນີ້ຍັງບໍ່ໄດ້ມີແຜນເຂົ້າແຂ່ງຂັນ ຫຼື ຫາທຶນມາເພີ່ມ. ແຕ່ກໍມີແຜນຈະເອົາຮູບເງົາທີ່ສ້າງໄວ້ໄປສາຍ ຫຼືປະກວດຢູ່ເທສະການຕ່າງໆ. ລະຫວ່າງນີ້ກໍຮັບງານຈຳພວກສາລະຄະດີໃຫ້ກັບບັນດາຫ້ອງການ-ອົງການບໍ່ສະແຫວງຫາຜົນກຳໄລ, ຮັບງານຂຽນ, ເປັນທີ່ປຶກສາຝ່າຍໂປຣດັກຊັ້ນ ແລະອື່ນໆ. ໃນອີກ 5 ປີ ບໍ່ແນ່ໃຈວ່າຍັງຈະແບກກ້ອງອອກກອງຖ່າຍອີກຫຼືບໍ່, ແຕ່ກໍຢາກສ້າງຜູ້ສືບທອດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ອາດຈະເປັນທີ່ປຶກສາ, ຜູ້ໃຫ້ຄຳແນະນຳກັບໄວໜຸ່ມກ່ຽວກັບການສະໝັກຂໍທຶນສ້າງຮູບເງົາ, ວຽກງານດ້ານ ການຂຽນບົດຮູບເງົາ, ການກໍາກັບ ແລະອື່ນໆ.

ໃນອະນາຄົດ ວົງການຮູບເງົາຈະມີອິດທິຜົນຕໍ່ປະເທດເຮົາແນວໃດ?
ຮູບເງົາບໍ່ໄດ້ເປັນພຽງສື່ບັນເທິງ ແຕ່ເປັນ soft power ທີ່ມີອິດທິພົນຫຼາຍທີ່ສຸດ. ເຊິ່ງກໍມີຕົວຢ່າງໃຫ້ເຫັນແລ້ວຢ່າງ ສ.ເກົາຫຼີ ທີ່ເຂົາປະສົບຜົນສຳເລັດກາຍເປັນປະເທດອັນດັບຕົ້ນໆຂອງໂລກໂດຍການນຳໃຊ້ soft power ມາເປັນແຮງຂັບເຄື່ອນປະເທດ. ແລະນີ້ບໍ່ແມ່ນເລື່ອງບັງເອີນ, ເຂົາເຈົ້າໄດ້ວາງແຜນມັນມາຫຼາຍສິບປີແລ້ວ. ຖ້າເຮົາຖອດຖອນບົດຮຽນທີ່ດີຈາກເຂົາເຈົ້າ ສື່ນີ້ຈະເປັນຕົວຊ່ວຍພັດທະນາປະເທດເຮົາຫຼາຍດ້ານ ບໍ່ວ່າຈະເປັນດ້ານວັດທະນະທຳສັງຄົມ, ເສດຖະກິດ, ການສຶກສາ; ຊ່ວຍຕໍ່ຍອດບົດຮຽນພູມປັນຍາສິ່ງທີ່ເຮົາມີຢູ່ ແລະ ເປັນການຢັ້ງຢືນຫຼັກຖານການມີຕົວຕົນຄວາມເປັນລາວຫຼາຍສິ່ງຫຼາຍຢ່າງທີ່ກຳລັງລົ້ມຫາຍຕາຍຈາກໄປ, ປຽບສະເໝືອນກ່ອງຄວາມຊົງຈຳທີ່ສາຍໃຫ້ທັງຄົນຍຸກເກົ່າໄດ້ຫວນຄິດ ແລະ ຊ່ວຍໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ ລວມໄປເຖິງຄົນຕ່າງປະເທດກໍຈະຮູ້ຈັກເຮົາຫຼາຍຂຶ້ນອີກ. ໂດຍທິດທາງຕອນນີ້ ກຳລັງສົ່ງຜົນໃຫ້ອະນາຄົດດີຂຶ້ນໄປເລື້ອຍໆ ເພາະປະເທດເຮົາກໍກຳລັງເປີດກວ້າງ ບັນດາຜູ້ໃຫຍ່ກໍເລີ່ມມີວິໄສທັດທີ່ທັນສະໄໝຫຼາຍຂຶ້ນ.

ຢາກຝາກຫຍັງເຖິງຮຸ່ນນ້ອງໃນວົງການດຽວກັນ
ຢາກໃຫ້ທຸກຄົນທີ່ຢູ່ໃນສາຍນີ້ມີຄວາມຕັ້ງໃຈ,  ບໍ່ໃຫ້ເປັນຄົນທີ່ນ້ຳເຕັມແກ້ວ ໃນຈຸດທີ່ເຮົາຢືນຢູ່ອາດຈະເບິ່ງຄືເຮົາມີຄວາມຮູ້ຫຼາຍ ແຕ່ນອກປະເທດນັ້ນ ຍັງມີອີກຫຼາຍຄົນທີ່ເຂົາເຈົ້າເກັ່ງກວ່າ ແຕ່ບໍ່ໄດ້ໝາຍຄວາມວ່າຄົນລາວເຮົານັ້ນບໍ່ເກັ່ງ, ພຽງແຕ່ພະຍາຍາມຝຶກຝົນ ແລະ ດຶງເອົາສັກກະຍະພາບຕົນເອງອອກມານຳໃຊ້ ພ້ອມກັບເປີດຮັບຮຽນຮູ້ຢູ່ສະເໝີ. ຢາກໃຫ້ທຸກຄົນຢ່າຟ້າວທໍ້ຖອຍເມື່ອເຈິບັນຫາ ເພາະວ່າທຸກຄົນໃນສາຍງານນີ້ທົ່ວໂລກຕ່າງກໍເຈິຄືກັນ, ເຈົ້າບໍ່ໄດ້ຢູ່ຄົນດຽວ ແຕ່ເຈົ້າຕ້ອງມີຄວາມອົດທົນທີ່ຈະຜ່ານມັນໄປໃຫ້ໄດ້. ຕັ້ງເປົ້າໝາຍໄວ້ວ່າເຮົາຢາກໃຫ້ຮູບເງົາຂອງເຮົາໄປຮອດຈຸດໃດ ເຊື່ອວ່າຖ້າທຸກຄົນເຕັມທີ່ກັບມັນ, ຈັກມື້ໜຶ່ງຄວາມຝັນນັ້ນກໍຈະເປັນຈິງ.

ຂອບໃຈບົດສຳພາດຈາກ: ມິດປະຊາ ສິດທິຮັກປັນຍາ
ສຳພາດໂດຍ: ວາດສະໜາ ນົງວິໄລ
ຊ່ອງທາງຕິດຕາມ Facebook: DNA Films13 https://www.facebook.com/DNAfilm13

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ໄວໜຸ່ມ

#DNAFilms13#HOD#LaoX#ຜູ້ກຳກັບ#ມິດປະຊາ ສິດທິຮັກປັນຍາ#ແຮງບັນດານໃຈ#ໄວໜຸ່ມ

error: Content is protected !!