ຊາວແອງໂກລາ ຍອມສ່ຽງຊີວິດເດີນທາງຜ່ານຝູງແຂ້ ອົບພະຍົບອອກຈາກປະເທດ ເພື່ອໜີຈາກໄພແຫ້ງແລ້ງ


ໄພຄວາມອຶດຫິວແລະຄວາມແຫ້ງແລ້ງນັ້ນເປັນໜຶ່ງໃນວິກິດທີ່ຮຸນແຮງສຳລັບປະຊາກອນໂລກ ນອກນີ້ມັນຍັງສາມາດເຮັດໃຫ້ເຮົາ ຕັດສິນໃຈເຮັດໃນເລື່ອງທີ່ຄາດບໍ່ເຖິງໄດ້ອີກພ້ອມ. ເຊັ່ນດຽວກັນກັບຄົນຊົນນະບົດໃນປະເທດແອງໂກລາ (Angola), ທະວີບອາຟຣິກາໃຕ້ ທີ່ກໍາລັງປະເຊີນ ວິກິດໄພແຫ້ງແລ້ງຂັ້ນຮຸນແຮງຫຼາຍທີ່ສຸດໃນຮອບ 40 ປີ ຈົນເຮັດໃຫ້ບໍ່ສາມາດປູກຝັງຜົນຜະລິດໃດໆ ໄດ້ເລີຍ ໃນປີນີ້.

ຕາມລາຍງານທີ່ເຜີຍແຜ່ໂດຍໂຄງການອາຫານໂລກ (WFP) ໄດ້ກ່າວວ່າປະຊາກອນໃນບາງແຂວງຂອງແອງໂກລາກໍາລັງອຶດຢາກປາກແຫ້ງ ເຊິ່ງມັນບໍ່ຕ່າງຫຍັງກັນເລີຍກັບຄົນມາດາກັສກາທີ່ຕ້ອງກິນຕົ້ນກະບອງເພັດເພື່ອເອົາຊີວິດລອດເມື່ອປີກ່ອນ.

ແຕ່ໄລຍະເວລານີ້ ປະເທດແອງໂກລາ ຄົນທີ່ອາໄສຢູ່ບ່ອນຫ່າງໄກສອກຫຼີກຈຳນວນຫຼາຍພັນຄົນຕ້ອງໄດ້ເດັດດອກຫຍ້າມາແບ່ງປັນກັນກິນເພື່ອໃຫ້ລອດຊີວິດ.

ຢ່າງໃດກໍຕາມຄວາມອຶດຫິວນັ້ນມັນບໍ່ເຄີຍຍົກເວັ້ນໃຜທັງນັ້ນ. ດັ່ງນັ້ນຄົນແອງໂກລາຈຶ່ງໄດ້ຕັດສິນໃຈອົບພະຍົບໄປປະເທດນາມິເບຍ (Namibia) ເຊິ່ງມີພົມແດນຕິດຕໍ່ກັນແລະເປັນບ່ອນທີ່ພວກເຂົາເຊື່ອວ່າຈະສາມາດຫາວຽກງານ ແລະ ອາຫານໄດ້ຫຼາຍກວ່າການຢູ່ຜືນແຜ່ນດິນບ້ານເກີດ.

ທັງນີ້ ການທີ່ຈະຂ້າມໄປນາມິເບຍໄດ້ນັ້ນມັນເປັນເລື່ອງທີ່ເອົາຊີວິດຕົນເອງໄປສ່ຽງເລີຍກໍວ່າໄດ້ ເພາະວ່າຜູ້ອົບພະຍົບນັ້ນຈະຕ້ອງໄດ້ເດີນທາງຂ້າມແມ່ນ້ຳກູເນເນ (Kunene) ທີ່ກັ້ນຂວາງລະຫວ່າງພົມແດນຂອງສອງປະເທດນີ້ ແລະ ຍິ່ງໄປກວ່ານັ້ນ ແມ່ນ້ຳແຫ່ງນີ້ເປັນທີ່ຮູ້ຈັກກັນດີວ່າມັນເປັນຖິ່ນທີ່ຢູ່ອາໄສຂອງ “ແຂ້ແມ່ນ້ຳໄນລ໌” ເຊິ່ງມັນຂຶ້ນຊື່ວ່າເປັນສັດນັກລ່າຂະໜາດໃຫຍ່ ທີ່ຊ່ຽວຊານເລື່ອງການລ່າເຫຍື່ອໂດຍສະເພາະ ແລະ ມັນກໍອາໄສຢູ່ຕາມສາຍຂອງແມ່ນໍ້າແຫ່ງນີ້.

ຕາມລາຍງານລະບຸວ່າ ທຸກໆ ປີບໍ່ວ່າຈະເປັນຄົນແອງໂກລາ ຫຼື ຄົນນາມິເບຍນັ້ນ ຫາກເດີນທາງຜ່ານສາຍແມ່ນ້ຳແຫ່ງນີ້ແບບບໍ່ລະມັດລະວັງ ແນ່ນອນວ່າຈະຕ້ອງຕົກເປັນເຫຍື່ອຂອງພວກມັນແບບຫຼີກເວັ້ນບໍ່ໄດ້.

ອ່ານມາຮອດນີ້ແລ້ວເຊື່ອຫຼາຍຄົນກໍຕ້ອງຄິດໃນໃຈວ່າ ການເດີນທາງໄປປະເທດທີ່ມີຊາຍແດນຕິດກັນແບບນີ້ ມັນຕ້ອງສ່ຽງຊີວິດຂະໜາດນີ້ເລີຍຫວາ? ເຊິ່ງຖ້າເວົ້າຕາມຄວາມຈິງແລ້ວ ການເດີນທາງຈາກແອງໂກລາໄປນາມິເບຍນັ້ນມັນບໍ່ແມ່ນເລື່ອງຍາກ ຫຼື ຕ້ອງເອົາຊີວິດໄປສ່ຽງຄືດັ່ງທີ່ກ່າວມາ ເພາະວ່າຄົນທັງສອງປະເທດລ້ວນແຕ່ໄປມາຫາສູ່ກັນໄດ້ປົກກະຕິດີ.

ແຕ່ບັນຫາມັນໄປຕິດຢູ່ບ່ອນວ່າປະເທດນາມິເບຍນັ້ນ ແມ່ນບໍ່ຄ່ອຍຈະຢາກຮັບຜູ້ອົບພະຍົບຈາກປະເທດແອງໂກລາເຂົ້າປະເທດ ໂດຍມີສາເຫດມາຈາກທີ່ນາມິເບຍກໍປະສົບວິກິດນີ້ບໍ່ຕ່າງຫຍັງກັນ.

ຈາກສະຖານະການທີ່ເກີດຂຶ້ນຢູ່ນັ້ນ ເຮັດໃຫ້ລັດຖະບານນາມິເບຍກືນບໍ່ໄດ້ຄາຍບໍ່ອອກວ່າຈະເຮັດແນວໃດກັບຜູ້ອົບພະຍົບ ຖ້າຫາກຮັບຄົນເຂົ້າມາກໍໝາຍຄວາມວ່າ ຕ້ອງໄດ້ແບ່ງຊັບພະຍາກອນທີ່ຢູ່ຢ່າງຈໍາກັດໃຫ້ກັບຜູ້ອົບພະຍົບ.

ສຸດທ້າຍແລ້ວລັດຖະບານນາມິເບຍຈຶ່ງໄດ້ປະກາດແບບສຽງແຂງວ່າຈະສົ່ງຜູ້ອົບພະຍົບຈາກແອງໂກລາກັບໄປທີ່ປະເທດຂອງພວກເຂົາ ເຊິ່ງມັນເປັນເຖິງການບອກຊາວແອງໂກລາທາງອ້ອມວ່າ “ມັນເປັນບັນຫາທີ່ເຈົ້າຕ້ອງແກ້ເອງ ບໍ່ແມ່ນໂຍນຄວາມຮັບຜິດຊອບມາໃຫ້ຂ້ອຍ”.

ເມື່ອເປັນແບບນັ້ນແລ້ວຊາວແອງໂກລາ ຈຶ່ງໄດ້ເຮັດການລັກເຂົ້າປະເທດນາມິເບຍໂດຍຜ່ານຊ່ອງທາງທີ່ບໍ່ມີການກວດສອບ ໂດຍພ້ອມຍອມຮັບເອົາຄວາມສ່ຽງທີ່ຈະພົບກັບແຂ້ແມ່ນ້ຳໄນລ໌ ໄດ້ທຸກເມື່ອ.

ເພາະຖ້າຫາກເດີນທາງເຂົ້າໃນຊ່ອງທາງປົກກະຕິ ພວກເຂົາກໍຈະມີຊື່ຢູ່ໃນລະບົບ ແລະ ກາຍເປັນຄົນກຸ່ມທໍາອິດທີ່ຖືກສົ່ງຕົວກັບແອງໂກລາ ແລະ ອາດຈະຕ້ອງປະເຊີນຊະຕາກໍາທີ່ເຄີຍປະເຊີນມາກ່ອນໜ້ານີ້ແລ້ວ.

ຕາມການລາຍງານຢ່າງເປັນທາງການຍັງບໍ່ພົບຜູ້ເສຍຊີວິດຈາກການຖືກແຂ້ທຳຮ້າຍໃນໄລຍະຕົ້ນປີທີ່ຜ່ານມາ ເຊິ່ງມັນແນ່ນອນຢູ່ແລ້ວວ່າການຂ້າມປະເທດແບບຜິດກົດໝາຍຍ່ອມບໍ່ມີການລາຍງານທີ່ກວດສອບໄດ້ເປັນເລື່ອງທໍາມະດາຢູ່ແລ້ວ.

ແຕ່ຫາກຢ້ອນກັບໄປສໍາລັບເຫດການທີ່ແຂ້ທຳຮ້າຍຄົນຕາມຈຸດຕ່າງໆ ຂອງແມ່ນ້ຳກູເນເນ ມັນກໍປາກົດໃຫ້ເຫັນຢູ່ຕະຫຼອດ ແລະ ໃນທາງກົງກັນຂ້າມ ຊາກຂອງແຂ້ກໍລອຍຂຶ້ນອືດມາໃຫ້ເຫັນໃນກາງແມ່ນ້ຳບໍ່ໜ້ອຍໄປກວ່າກັນ ເພາະໃນລະຫວ່າງປີ 2019–2020 ສື່ຂອງນາມິເບຍລາຍງານວ່າ ມີແຂ້ຖືກຂ້າຈຳນວນ 20 ໂຕ ແລະ ຜູ້ທີ່ລົງມືຂ້ານັ້ນກໍເປັນສີມືຂອງກຸ່ມຜູ້ອົບພະຍົບເຂົ້າປະເທດ ຕາມທີ່ກະຊວງສິ່ງແວດລ້ອມຂອງນາມິເບຍໄດ້ລະບຸໄວ້.

ປັດຈຸບັນ ຄົນແອງໂກລາທີ່ອົບພະຍົບໄປຢູ່ນາມິເບຍສ່ວນຫຼາຍຈະລວມຕົວກັນຕັ້ງແຄັ້ມຢູ່ຮອບໆຊຸມຊົນຊົນນະບົດຂອງນາມິເບຍ ສ້າງທີ່ພັກອາໄສດ້ວຍກິ່ງໄມ້, ແກັດເຈ້ຍ ແລະ ຖົງພລາສຕິກ. ນອກຈາກນີ້ ກໍມີຄົນຈຳນວນບໍ່ໜ້ອຍທີ່ບໍ່ມີບ່ອນພັກອາໄສຕ້ອງໄດ້ນອນກາງພື້ນດິນ ແລະ ດໍາລົງຊີວິດຫາເຊົ້າກິນຄໍ່າໂດຍເກັບຟືນໄປຂາຍໃນຕະຫຼາດເພື່ອນນຳເງິນໄປຊື້ອາຫານ,.

ເຖິງວ່າຄຸນະພາບຊີວິດຈະບໍ່ໄດ້ດີ (ເອີ້ນໄດ້ວ່າເປັນວິກິດຂອງຊີວິດ) ແຕ່ກໍຍັງມີໂອກາດເພື່ອໃຫ້ຕົນເອງສາມາດດໍາລົງຊີວິດຢູ່ໄດ້ ແລະ ບໍ່ຕ້ອງອຶດຫິວຄືກັນກັບຕອນທີ່ຢູ່ບ້ານເກີດ.

ໃນການສໍາພາດຜູ້ອົບພະຍົບບາງສ່ວນແມ່ນຍັງຄິດຮອດບ້ານເກີດ ແລະ ຢາກກັບໄປທໍາມາຫາກິນໃນຖິ່ນຖານຂອງຕົນ ແຕ່ມີເງື່ອນໄຂບ່ອນວ່າຕ້ອງໃຫ້ຝົນກັບມາຕົກເປັນສະພາບປົກກະຕິກ່ອນ.

ທາງດ້ານຜູ້ອົບພະຍົບບາງສ່ວນກໍກ່າວວ່າຢາກກັບໄປພາຍາດຕິພີ່ນ້ອງມາຢູ່ນຳທີ່ນາມິເບຍ ແຕ່ເມື່ອຄໍານວນຄວາມສ່ຽງແລ້ວກໍໄດ້ແຕ່ຄິດເທົ່ານັ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ຂ່າວຕ່າງປະເທດ

#HOD#LaoX#ຊາວແອງໂກລາ#ແຂ້#ໄພແຫ້ງແລ້ງລາວເອັກ