ເກາະຕິດການເລືອກຕັ້ງ ປາທານາທິບໍດີ ສະຫະລັດ ອາເມຣິກາ ‘ທຣໍາ-ໄບເດນ’ໃຜກໍາລັງນໍາ


ສຶກເລືອກຕັ້ງປະທານາທິບໍດີອາເມຣິກາຄົນໃໝ່ ເຊິ່ງຈະຕັດສິນກັນໃນວັນທີ 3 ພະຈິກ 2020 ນີ້ ໃກ້ເຂົ້າມາແລ້ວ ເຮັດໃຫ້ເວລານີ້ສອງຜູ້ທ້າຊິງຈາກສອງພັກໃຫຍ່ ‘ໂດນັລ ທຣໍາ’ ເຊິ່ງພັກຣີພັບບລິກກັນ ບໍ່ລັງເລທີ່ຈະສົ່ງເຂົ້າທ້າຊິງຕຳແໜ່ງປະທານາທິບໍດີອີກສະໄໝ ແລະ ‘ໂຈ ໄບເດນ’ ຜູ້ທ້າຊິງຈາກພັກ ດີໂມແຄຣດທີ່ມີສັກເປັນເຖິງອະດີດຮອງປະທານາທິບໍດີເຖິງ 2 ສະໄໝໃນລັດຖະບານ ບາຣັກ ໂອບາມາ ກຳລັງເລັ່ງຫາສຽງກັນຢ່າງເຕັມສະປີດ ທ່າມກາງສະຖານະການ ໂຄວິດ-19 ທີ່ກຳລັງລະບາດຢ່າງໜັກໃນອາເມຣິກາ.

ຊາວອາເມຣິກາທີ່ຍັງບໍ່ໄດ້ຕັດສິນໃຈ ມີເວລາອີກບໍ່ເຖິງ 40 ມື້ເທົ່ານັ້ນ ໃນການເລືອກ ທຣໍາ ຫຼື ໄບເດນ ຈະເລືອກໃຜເປັນປະທານາທິບໍດີຄົນໃໝ່ຂອງອາເມຣິກາ ເນື່ອງຈາກຜູ້ທ້າຊິງມີຄວາມແຕກຕ່າງກັນຢ່າງສຸດຂົ້ວ.

ປະທານາທິບໍດີ ທຣໍາ ກ່າວໄວ້ເມື່ອວັນທີ 28 ສິງຫາ 2020 ວ່າ ວັນສຸດທ້າຍຂອງການປະຊຸມໃຫຍ່ຂອງພັກຣີພັບບລິກກັນ ຕອບຮັບຢ່າງເປັນທາງການ ເປັນຕົວແທນພັກລົງເລືອກຕັ້ງເປັນປະທານາທິບໍດີໃນສະໄໝໜ້າວ່າ ລາວ ແລະ ໄບເດນ ເປັນຕົວເລືອກທີ່ແຕກຕ່າງກັນຢ່າງສຸດຂົ້ວ.

“ນີ້ເປັນການເລືອກຕັ້ງທີ່ສໍາຄັນທີ່ສຸດໃນປະວັດສາດຂອງປະເທດເຮົາ ບໍ່ມີຄັ້ງໃດທີ່ຜູ້ມີສິດອອກສຽງ ຈະພົບກັບຕົວເລືອກທີ່ແຕກຕ່າງກັນຢ່າງຊັດເຈນ ລະຫວ່າງສອງພັກ ສອງວິໄສທັດ ສອງປັດຊະຍາ ແລະ ສອງນະໂຍບາຍ, ການເລືອກຕັ້ງຄັ້ງນີ້ຈະເປັນການຕັດສິນໃຈວ່າ ຈະຮັກສາຄວາມຝັນຂອງອາເມຣິກາ ຫຼືປ່ອຍໃຫ້ສັງຄົມນິຍົມທຳລາຍອະນາຄົດທີ່ແສນຫວງແຫນຂອງພວກເຮົາ”

ໃນຂະນະທີ່ ໄບເດນ ອາຍຸ 77 ປີ ອະດີດວຸດທິສະພາສະມາຊິກມາຍາວນານກວ່າ 3 ທົດສະວັດ ແລະ ອະດີດຮອງປະທານາທິບໍດີ 2 ສະໄໝ ໄດ້ປະກາດດ້ວຍຄວາມມຸ່ງໝັ້ນລະຫວ່າງຂຶ້ນກ່າວຮັບເປັນຕົວແທນພັກເດໂມແຄຣດຢ່າງເປັນທາງການ ໃນການລົງແຂ່ງຂັນຕຳແໜ່ງປະທານາທິບໍດີຄັ້ງໃໝ່ວ່າ “ມັນເປັນເວລາຂອງເຮົາ ປະຊາຊົນ ທີ່ຈະຮ່ວມແຮງຮ່ວມໃຈ ແລະ ເຮົາຈະບໍ່ເຮັດຜິດອີກຄັ້ງ ຫັນໜ້າຮ່ວມແຮງຮ່ວມໃຈ ພວກເຮົາສາມາດເຮັດໄດ້ ແລະ ເອົາຊະນະລະດູແຫ່ງຄວາມມືດມົນໃນອາເມຣິກາ”

ບີບີຊີ ຊີ້ວ່າ ຜົນໂພໂດຍ National Polls ຖືເປັນດັດຊະນີຕົວຊີ້ວັດຄວາມນິຍົມຂອງຜູ້ສະມັກຕຳແໜ່ງປະທານາທິບໍດີອາເມຣິກາໄດ້ຢ່າງດີ ເນື່ອງຈາກເປັນການສອບຖາມຄວາມເຫັນຂອງປະຊາຊົນທົ່ວປະເທດ, ແຕ່ໃນຂະນະດຽວກັນ ກໍບໍ່ແມ່ນວິທີທີ່ດີທີ່ມີຄວາມຈຳເປັຮຕໍ່ການທຳນາຍຜົນເລືອກຕັ້ງ.

ຍົກຕົວຢ່າງຜົນການເລືອກຕັ້ງປະທານາທິບໍດີປີ 2016 ຜົນອອກມາວ່າ ນາງ ຮິວລາຣີ ຄລິນຕັນ ເປັນຜູ້ທີ່ມີຄະແນນຄວາມນິຍົມເໜືອກວ່າ ທຣຳ 3 ລ້ານສຽງ ແຕ່ສຸດທ້າຍກໍພ່າຍແພ້ໄປຢ່າງໜ້າເສຍດາຍ.

ເນື່ອງຈາກລະບົບການເລືອກຕັ້ງຂອງອາເມຣິການັ້ນ ໃຊ້ລະບົບ Electoral College ຫຼື ການໃຊ້ຈຳນວນສຽງຈາກຄະນະຜູ້ເລືອກຕັ້ງໃນແຕ່ລະລັດ ເຊິ່ງແຕ່ລະລັດກໍມີຈຳນວນຜູ້ເລືອກຕັ້ງທີ່ຕ່າງກັນ ຂຶ້ນຢູ່ກັບປະຊາກອນຂອງລັດນັ້ນໆ ດ້ວຍເຫດຜົນນີ້ຜູ້ທີ່ຈະຄວ້າໄຊຊະນະ ຈຶ່ງບໍ່ແມ່ນຜູ້ສະໝັກທີ່ໄດ້ຄະແນນຈາກຜູ້ລົງຄະແນນສຽງສ່ວນຫຼາຍ.

ຕັ້ງແຕ່ຕົ້ນປີ 2020 ຜົນໂພອອກມາວ່າ ໄບເດນ ມີຄະແນນເໜືອກວ່າ ທຣໍາ ມາໂດຍຕະຫຼອດ ໂດຍໄດ້ຄະແນນຢູ່ 50% ໃນຊ່ວງ 2-3 ເດືອນທີ່ຜ່ານມາ ແລະ ມີບາງຄັ້ງທີ່ມີຄະແນນແຊງ ທຣໍາ ເຖິງ 10%.

ດ້ວຍຄວາມທີ່ການເລືອກຕັ້ງປະທານາທິບໍດີອາເມຣິກາ ໃຊ້ຄະແນນຊີ້ຂາດຈາກຄະແນນ Electoral College ຈຶ່ງເຮັດໃຫ້ຜູ້ສະໝັກເລືອກຕັ້ງ ຕ້ອງພະຍາຍາມຫາສຽງຢ່າງໜັກໃນລັດທີ່ເອີ້ນວ່າ ‘ລັດສະໜາມຮົບ’ ເຊິ່ງເປັນລັດທີ່ຄະແນນສຽງຂອງຜູ້ສະໝັກສາມາດປ່ຽນແປງໄດ້ຕະຫຼອດເວລາ ທີ່ສໍາຄັນຄືມີໂອກາດລຸ້ນທີ່ຈະພິກເກມກັບມາເປັນຜູ້ຊະນະ.

ສຳຫຼັບ ໄບເດນ ແລະ ທຣໍາ ມີລັດສະໜາມຮົບເຖິງ 14 ລັດໄດ້ແກ່: ອາລິໂຊນາ, ຟໍລິດາ, ຈໍເຈຍ, ໄອໂອວາ, ມິຊິແກນ, ມິນນິໂຊຕາ, ເນວາດາ, ນິວແຮມເຊຍ, ແຄໂລໄຣນາ-ເໜືອ, ໂອໄຮໂອ, ເພນຊິລວາເນຍ, ເວີຈິເນຍ ແລະ ວິສຄອນຊິນ. ແຕ່ໃນຂະນະນີ້ ລັດສະໜາມຮົບທີ່ ທຣໍາ ເຄີຍຄວ້າໄຊຊະນະຄັ້ງໃຫຍ່ໃນປີ 2016 ຈະເຮັດໃຫ້ທີມຫາສຽງຂອງທຣໍາກັງວົນທີ່ສຸດ ເນື່ອງຈາກຄະແນນນິຍົມຂອງທຣໍາໃນລັດເຫຼົ່ານີ້ ຂະນະທີ່ເຫຼືອເວລາຢູ່ ບໍ່ຮອດ 40 ວັນນັ້ນປາກົດວ່າ ທຣໍາ ຕາມຫຼັງ ໄບເດນ ໄປຫຼາຍເຖິງ 11 ລັດ ແລະ ເຮັດຄະແນນນິຍົມໄປໄດ້ພຽງແຕ່ 3 ລັດເທົ່ານັ້ນໄດ້ແກ່: ຈໍເຈຍ, ໄອໂອວາ ແລະ ເທັກຊັສ.

ການລະບາດຂອງເຊື້ອໂຄວິດ-19 ໄດ້ມີອິດທິພົນຕໍ່ການພາດຫົວຂໍ້ຂ່າວໃນອາເມຣິກາ ມາຕັ້ງແຕ່ເລີ່ມລະບາດເມື່ອຕົ້ນປິ 2020 ແລະ ການຈັດການຮັບມືກັບການລະບາດຂອງ ໂຄວິດ-19 ຂອງລັດຖະບານ ທຣໍາ ໄດ້ເຮັດໃຫ້ການຄາດການຄວາມນິຍົມຂອງ ທຣໍາ ບໍ່ແນ່ນອນ. ເພາະ ທຣໍາ ໄດ້ຮັບຄວາມນິຍົມຢ່າງສູງໃນຊ່ວງກາງເດືອນມີນາ 2020 ຫຼັງຈາກໄດ້ປະກາດສະຖານະການສຸກເສີນ ເພື່ອສາມາດຈັດສັນງົບປະມານ 50,000 ລ້ານໂດລາ ເພື່ອຢຸດຢັ້ງການລະບາດຂອງ ໂຄວິດ-19.

ທີ່ໜ້າກົງວົນສຳຫຼັບ ທຣໍາ ແມ່ນຄະແນນສຽງທີ່ເຄີຍໄດ້ຮັບ ຫາຍໄປໃນຂະນະທີ່ພັກຣິພັບບລິກກັນຍັງຄົງໃຫ້ການສະໜັບສະໜຸນ ທຣໍາ ລົງແຂ່ງຂັນຕຳແໜ່ງປະທານາທິບໍດີອາເມຣິກາອີກສະໄໝ. ເມື່ອເດືອນກໍລະກົດທີ່ຜ່ານມາ ຊາວອາເມຣິກາທີ່ເຄີຍສະໜັບສະໜຸນ ທຣໍາ ໄດ້ເລີ່ມມີຄຳຖາມກ່ຽວກັບການຈັດການຮັບມືກັຍ ໂຄວິດ-19 ຂອງລັດຖະບານ ທຣໍາ ໃນຂະນະທີ່ຈຳນວນຊາວອາເມຣິກາທີ່ຕິດເຊື້ອເພີ່ມຂຶ້ນຢ່າງສູງເຖິງ 7 ລ້ານລາຍ ແລະ ເສຍຊີວິດແລ້ວຫຼາຍກວ່າ 2 ແສນຄົນ.

ແຫຼ່ງທີ່ມາ: https://www.thairath.co.th/news/foreign/1935063

ຂ່າວຕ່າງປະເທດ