ເກີດເຫດລົດໄຟຕໍາກັນ ທີ່ປະເທດ ກຣີສ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 32 ຄົນ ແລະ ບາດເຈັບອີກຫຼາຍກວ່າ 80 ຄົນ

ເກີດເຫດລົດໄຟຕໍາກັນ

ວັນທີ 1 ມີນາ ມີລາຍງານອອກມາວ່າ ເກີດເຫດລົດໄຟສອງຂະບວນຕໍາກັນ ບໍລິເວນນອກເມືອງ ລາລິສຊາ ທີ່ຕັ້ງຢູ່ທາງພາກກາງຂອງປະເທດ ກຣີສ ເປັນເຫດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 32 ຄົນ ແລະ ບາດເຈັບຫຼາຍກວ່າ 80 ຄົນ ຂະນະທີ່ສາເຫດຍັງບໍ່ມີລາຍລະອຽດທີ່ຊັດເຈນ.

ໂດຍລົດໄຟສອງຂະບວນທີ່ຕໍາກັນນັ້ນ ເປັນຂະບວນລົດໄຟທີ່ເດີນທາງຈາກເມືອງຫຼວງ ເອເທັນ ໄປຫາເມືອງ ເທສຊາໂລນິກີ ທາງຕອນເໜືອຂອງປະເທດ ຂະນະທີ່ ອີກໜຶ່ງຂະບວນ ເປັນລົດໄຟຂົນສົ່ງສິນຄ້າທີ່ມາຈາກ ເທສຊາໂລນິກີ ແລ່ນເຂົ້າສູ່ ເມືອງ ລາລິສຊາ. ຕູ້ໂດຍສານ 4 ຕູ້ໄດ້ຕົກອອກຈາກຮາງລົດໄຟ ແລະ ມີຢ່າງໜ້ອຍ 2 ຕູ້ ໄດ້ຮັບຄວາມເສຍຫາຍ ແລະ ເກີດໄຟລຸກໄໝ້ຢ່າງໜັກ.

ເກີດເຫດລົດໄຟຕໍາກັນ

ໂດຍມີລາຍງານອອກມາວ່າ ຂະບວນລົດໄຟໂດຍສານດັ່ງກ່າວ ມີຜູ້ໂດຍສານໃນລົດໄຟປະມານ 350 ຄົນ. ຂະນະທີ່ ທາງການເລັ່ງສົ່ງນັກດັບເພີງ ແລະ ໜ່ວຍກູ້ໄພເຂົ້າໄປໃນພື້ນທີ່ເພື່ອໃຫ້ການຊ່ວຍເຫຼືອ. ມາຮອດປັດຈຸບັນ ທາງການຂອງປະເທດ ກຣີສ ຍັງບໍ່ສາມາດລະບຸເຖິງສາເຫດທີ່ແທ້ຈິງກ່ຽວກັບການເກີດເຫດຄັ້ງນີ້.

ເກີດເຫດລົດໄຟຕໍາກັນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/