“Christopher Nolan” ຜູ້ກຳກັບ Interstellar ແລະ Tenet ຈະປ່ຽນຮູບເງົາເປັນວີດີໂອເກມ


ຖ້າເວົ້າເລື່ອງຄວາມກ້າວໜ້າໃນວິທີການເລົ່າ ແລະ ຄວາມລຳ້ສະໄໝຂອງເນື້ອຫາ ຊື່ຂອງ Christopher Nolan ນັ້ນ ຄົງບໍ່ເປັນສອງຮອງໃຜໃນວົງການຮູບເງົາ.

ເພາະດ້ວຍການເນລະມິດຝັນຊ້ອນຝັນໃນ Inception (2010) ການຕັດຕໍ່ສຸດເລິກລຳ້ໃນ Memento (2000) ໄປຈົນເຖິງການສ້າງທິດສະດີກ່ຽວກັບເວລາສຸດປະຫຼາດໃນ Interstellar (2014) ແລະ ຫຼ້າສຸດກັບການປ່ຽນແນວຮູບເງົາຍ້ອນເວລາກັບ Tenet (2020) ເຮັດໃຫ້ໂນແລນຖືເປັນອີກໜຶ່ງຈອມບົງການທີ່ມັກຈະສ້າງຈັກກະວານເປັນຂອງຕົວເອງໄດ້ຢ່າງໂດດເດັ່ນຢູ່ສະເໝີ.

ເຊິ່ງນັ້ນຖືໄດ້ວ່າເປັນຄຸນນະສົມບັດທີ່ເໝາະກັບການສ້າງເປັນເກມ ຈຶ່ງເປັນເຫດໃຫ້ຕົວໂນແລນເອງໃນຖານະເຈົ້າຂອງໄອເດຍ ເລີ່ມສົນໃຈຈະດັດແປງໜັງເຫຼົ່ານີ້ຂອງລາວເປັນເກມ ໂດຍໃນການໂອ້ລົມກັບຈອບ ໄຄລີ (Geoff Keighley) ນັກຂ່າວດ້ານວີດີໂອເກມເລົ່າວ່າການປ່ຽນໜັງຂອງໂນແລນເປັນເກມຄືສິ່ງທີ່ລາວກຳລັງສົນໃຈຢູ່ຕອນນີ້ ແລະ ໂນແລນຍັງກ່າວເຖິງວິໄສທັດທີ່ມີຕໍ່ວີດີໂອເກມອີກວ່າ:

“ສຳລັບຂ້ອຍເກມຄືໂລກອີກໃບໜຶ່ງທີ່ສຸດແສນອັດສະຈັນ ດັ່ງນັ້ນ ຫາກຂ້ອຍຈະດັດແປງໜັງຂອງຕົວເອງເປັນເກມ ມັນຕ້ອງບໍ່ແມ່ນເກມທີ່ເຮັດເພື່ອຕອບສະໜອງແບຣນ ເພື່ອຮັກສາລິຂະສິດອີຫຍັງແບບນັ້ນ ແຕ່ມັນຕ້ອງເປັນສິ່ງທີ່ຕອບສະໜອງຄວາມສະໜຸກສະໜານ ແລະ ກາຍເປັນສິ່ງທີ່ສຸດຍອດໃນທຸກດ້ານທີ່ວີດີໂອເກມຄວນມີ”

ເຖິງຈະຍັງບໍ່ໄດ້ມີການຢືນຢັນຈາກປາກໂນແລນເອງວ່າ ໜັງເລື່ອງໃດຈະຖືກນຳໄປດັດແປງໄປເກມ ແຕ່ໂປເຈັກດັ່ງກ່າວມີໂອກາດເກີດຂຶ້ນໄດ້ສູງຫຼາຍ ເພາະນີ້ບໍ່ແມ່ນຄັ້ງທຳອິດທີ່ໂນແລນເອີ່ຍປາກເຖິງ.

ການດັດແປງນີ້້ ຫຼັງຈາກຄັ້ງໜຶ່ງໂນແລນໄດ້ສາຍໜັງ Batman Begins (2005), The Prestige (2006) ແລະ Inception (2010) ໃນເກມ Fortnite ໃນແບບຂອງໂນແລນໃຫ້ກັບເຫຼົ່າແຟນໆ.

ພາບ: nypost, Business Insider

ທີ່ມາ: