“ເສຍສະຫຼະແບບລູກກົກ ແຫກກົດແບບລູກຫຼ້າ” ລໍາດັບການເກີດສົ່ງຜົນຕໍ່ນິໄສແມ່ນແທ້ ຫຼື ບໍ່?


“ເກີດເປັນລູກກົກຕ້ອງເສຍສະຫຼະ” ຄຳເວົ້າທີ່ຜູ້ເປັນອ້າຍເປັນເອື້ອຍ ເປັນລູກກົກຂອງເຮືອນກໍຕ້ອງໄດ້ຍິນຜູ້ໃຫຍ່ໃນເຮືອນເວົ້າຈົນຫູຊາ ໃນຂະນະທີ່ລູກຫຼ້າມັກຈະເປັນປະໂຫຍກທີ່ວ່າ “ບໍ່ເປັນຫຍັງ ເພາະນ້ອງເປັນນ້ອງ” ເມື່ອໃດກໍຕາມທີ່ເຮັດຜິດ.

ລໍາດັບການເກີດກ່ອນ-ຫຼັງມີຜົນຕໍ່ອຸປະນິດໄສພວກເຮົາແທ້ຫຼືບໍ່? ຖ້າເຈົ້າເປັນລູກກົກ ຫຼື ນ້ອງຫຼ້າ ບຸກຄະລິກຂອງເຈົ້າຈະຕ້ອງຖືກຄວບຄຸມໂດຍລໍາດັບການເກີດທີ່ພໍ່ແມ່ມອບໃຫ້ແບບໃດ.

ເກີດກ່ອນ ເກີດຫຼັງ:

ນອກເໜືອຈາກທີ່ອ້າຍນ້ອງໄດ້ແບ່ງປັນຢີນ (Gene) ແລະ ສະພາບແວດລ້ອມໃກ້ຄຽງກັນຈາກການທີ່ພໍ່ແມ່ມອບໃຫ້ ຄວາມເປັນອ້າຍນ້ອງກໍບໍ່ຄ່ອຍຈະມີອຸປະນິດໄສທີ່ໃກ້ຄຽງກັນປານໃດ, ລໍາດັບການເກີດຖືເປັນເງື່ອນໄຂພື້ນຖານທີ່ນັກຈິດຕະວິທະຍາສົນໃຈມາແຕ່ດົນນານຕັ້ງແຕ່ຊ່ວງປາຍສະຕະວັດທີ 19 ເຖິງຕົ້ນສະຕະວັດທີ 20. ໂດຍສະເພາະນັກຈິດຕະວິທະຍາຄົນສໍາຄັນ ທ່ານ ອັລເຟດ ແອດເລີ (Alfred Adler) ຜູ້ບຸກເບີກຈິດຕະວິທະຍາປັກເຈກຊົນ ຫຼື ຈິດຕະວິທະຍາບຸກຄົນ (Individual Psychology) ທີ່ທ່ານເຊື່ອວ່າ ລໍາດັບການເກີດກ່ອນ-ຫຼັງມີຜົນຕໍ່ພຶດຕິກໍາ ແລະ ບຸກຄະລິກຂອງສະມາຊິກໃນຄອບຄົວ.

ທ່ານ ອັລເຟດນິຍາມລູກກົກວ່າ ມີບຸກຄະລິກແບບ Neurotic ຫຼື ການກັງວົນອ່ອນໆ, ອາລົມບໍ່ສະຖຽນ ແລະ ເອົາແຕ່ໃຈ ເພາະໃນຊ່ວງທໍາອິດທີ່ເກີດມາ ເດັກຄົນນີ້ບໍ່ຕ້ອງແບ່ງປັນຊັບພະຍາກອນ ແລະ ຄວາມໃກ້ຊິດຈາກພໍ່ແມ່ໃຫ້ຄົນອື່ນໆ ແຕ່ເມື່ອມີສະມາຊິກອ້າຍນ້ອງເພີ່ມຂຶ້ນກໍມີແນວໂນ້ມວ່າຕົວເອງຈະສູນເສຍຈຸດສູນກາງໄປຈາກຄອບຄົວ ລູກກົກມັກຈະມີບຸກຄະລິກທີ່ມີຄວາມຮັບຜິດຊອບສູງ ແຕ່ກໍເປັນພວກອະນຸລັກນິຍົມເພາະໄດ້ຮັບການຖ່າຍທອດມາຈາກພໍ່ແມ່ໂດຍກົງ. ສ່ວນລູກຄົນກາງ ທ່ານແອດເລີເບິ່ງວ່າມີລັກສະນະສົມດຸນ (optimal) ອາລົມຂ້ອນຂ້າງສະຖຽນ ແລະ ຢູ່ສາຍກາງ. ສ່ວນລູກຫຼ້າຈະທະເຍີທະຍານ, ທ້າທາຍ ແລະ ມັກແຫກກົດ ເພື່ອດຶງຄວາມສົນໃຈຂອງພໍ່ແມ່ມາຢູ່ທີ່ຕົວເອງ.

ຢ່າງໃດກໍຕາມ, ນັກຈິດຕະວິທະຍາຮຸ່ນໃໝ່ມີຄວາມເຫັນວ່າ ມຸມມອງຂອງທ່ານ ອັລເຟດອາດຈະມີຄວາມສ່ວນຕົວ ແລະ ໃຊ້ປະສົບການຕົວເອງຕີຄວາມໄປແນ່ໃນບາງແງ່, ເພາະທ່ານອັລເຟດເອງກໍມາຈາກຄອບຄົວທີ່ມີລູກຫຼາຍເຖິງ 7 ຄົນ (ທ່ານເປັນຄົນທີ 2) ເຊິ່ງກໍໜ້າຈະມາຈາກການຕີຄວາມຕໍາແໜ່ງໃນຄອບຄົວຂອງອ້າຍນ້ອງເອງສ່ວນໜຶ່ງ.

ພໍມາຊ່ວງປາຍປີ ຄ.ສ 1990 ນັກຈິດຕະວິທະຍາຄົນອາເມຣິກາທ່ານ ແຟຣງ ຊໍໂລເວ (Frank J. Sulloway) ລອງຈັບຄູ່ບຸກຄະລິກຂອງຄົນທີ່ມີຊື່ສຽງລະດັບໂລກເຂົ້າກັບລໍາດັບການເກີດກ່ອນ-ເກີດຫຼັງໃນຄອບຄົວ ເພື່ອຂຽນໜັງສືຈິດຕະວິທະຍາທີ່ນິຍົມສໍາລັບຄົນທົ່ວໄປຊື່ “Born to Rebel” ທ່ານນໍາສະເໜີວ່າ:

  • ຄົນທີ່ມີບຸກຄະລິກເປັນຜູ້ນໍາ, ເປັນນັກບຸກເບີກ ແລະ ຄົນທີ່ຕັດສິນໃຈເດັດຂາດ ບຸກຄົນເຫຼົ່ານີ້ລ້ວນເປັນລູກຄົນທໍາອິດຂອງຄອບຄົວເຊັ່ນ: ທ່ານ ໂຈເຊບ ສະຕາລິນ (Joseph Stalin) ອະດີດຜູ້ນໍາຂອງສະຫະພາບໂຊວຽດ ແລະ ທ່ານ ເບນິໂຕ ມຸດໂສລິນີ (Benito Mussolini) ອະດີດຜູ້ນໍາຟາຊິດອິຕາລີ.
  • ສ່ວນຄົນທີ່ມີບຸກຄະລິກເປັນນັກຄິດ, ນັກຈິນຕະນາການ ແລະ ມັກທ້າທາຍ ກໍມັກເປັນລູກຫຼ້າເຊັ່ນ: ທ່ານ ຊາລສ ໂຣເບີດ ດາວິນ (Charles Robert Darwin) ນັກຊີວະວິທະຍາຄົນອັງກິດ, ທ່ານ ກາກມາກ (Karl Marx) ນັກສັງຄົມນິຍົມປະຕິວັດຄົນເຢຍລະມັນ ແລະ ທ່ານ ມະຫັດຕະມາ ຄານທີ (Mahatma Gandhi) ຜູ້ນໍາສັນຕິວິທີ.

ໂດຍໃນໜັງສືກ່າວວ່າ ເດັກທຸກຄົນທີ່ກໍາລັງຈະເຕີໃຫຍ່ມັກຍຶດໂຍງລໍາດັບຊັ້ນຂອງໂຄງສ້າງທີ່ຄອບຄົວວາງໄວ້ໃຫ້ ແລ້ວນໍາມາປັບໃຊ້ກັບຊີວິດຕົນເອງເມື່ອເຕີບໃຫຍ່ຂຶ້ນມາ ໂດຍຮ່ອງຮອຍຂອງບຸກຄະລິກນັ້ນແຝງຄອບຄົວໃນໄວເດັກສະເໝີ.

ເຊິ່ງກໍເປັນໄປຕາມຄາດການຂອງໜັງສືຂາຍດີ ການຈໍາແນກບຸກຄະລິກອ້າຍນ້ອງໂດຍລໍາດັບການເກີດແບບທ່ານແຟຣງໄດ້ຮັບຄວາມນິຍົມເປັນສ່ວນຫຼາຍ, ເພາະຄົນທົ່ວໄປເຮັດຄວາມເຂົ້າໃຈໄດ້ງ່າຍ ແລ້ວກໍມັກຮູ້ສຶກເຊື່ອມໂຍງກັບຕົວເອງວ່າ “ແມ່ນແລ້ວ ຂ້ອຍກໍຮູ້ສຶກແບບນີ້” ຄວາມເປັນອ້າຍເອື້ອຍຈະຕ້ອງຮັບຜິດຊອບສູງ ແລະ ເປັນເສົາຫຼັກຄອບຄົວ ໃນຂະນະທີ່ຄວາມເປັນນ້ອງຈະຕ້ອງແຫກກົດ, ເປັນຜູ້ທໍລະຍົດ ເຖິງຂະໜາດທີ່ວ່າໃນໜັງສືຮຽນຈິດຕະວິທະຍາເດັກກໍຍັງໃຊ້ການຈໍາແນກຂອງແຟຣງແຍກປະເພດເດັກໆອອກເປັນກຸ່ມ ຄວາມຄິດນີ້ຈຶ່ງຖືກບອກເລົ່, ເຮັດຊໍ້າເລື້ອຍໆ ຈົົນຝັງຫົວພໍ່ແມ່ ຮຸ່ນສູ່ຮຸ່ນເລົ່າມາຢ່າງຍາວນານ ແລະ ກາຍເປັນແບບຢ່າງທີ່ພໍ່ແມ່ໃຊ້ລ້ຽງລູກ.

ມີງານວິໄຈອີກຜົນງານທີ່ອ້າງວ່າ ລໍາດັບການເກີດມີຜົນຕໍ່ບຸກຄະລິກ ຄືໃນຊ່ວງປີ ຄສ 1980 ງານວິໄຈພະຍາຍາມສຶກສາອາສາສະໝັກທີ່ມີຄຸນສົມບັດທີ່ເກີດເປັນຄົນທໍາອິດຂອງຄອບຄົວ (first born) ເພື່ອສຶກສາບຸກຄະລິກວິຕົກກັງວົນ ໂດຍໃຊ້ແບບສອບຖາມຊື່ “Howarth Personality Questionnaire” ໂດຍໃຫ້ສະມາຊິກໃນຄອບຄົວຕອບວ່າ ລູກຄົນທໍາອິດຂອງຄອບຄົວຈັດຢູ່ໃນບຸກຄະລິກປະເພດໃດໃນ “ລັກສະນະບຸກຄະລິກໃຫຍ່ 5 ຢ່າງ” ຫຼື ທີ່ຮູ້ຈັກຢ່າງກວ້າງຂວາງໃນຊື່ “Big Five Personality Traits” ຄື:

  1. ບຸກຄົນຜູ້ນີ້ມີການເປີດຮັບປະສົບການ (openness to experience),
  2. ຄວາມພິຖີພິຖັນ (conscientiousness),
  3. ຄວາມສົນໃຈຕໍ່ສິ່ງພາຍນອກ (extraversion),
  4. ຄວາມຍິນຍອມເຫັນໃຈ (agreeableness) ແລະ
  5. ຄວາມບໍ່ສະຖຽນທາງອາລົມ (neuroticism)

ລວມເປັນປັດໄຈ 5 ປະການແບບໃດ ເຊິ່ງຜົນອອກມາວ່າ ສະມາຊິກຄົນໃຫຍ່ສຸດໃນຄອບຄົວ ມີລັກສະນະຂີ້ກັງວົນ, ມີຄວາມຮັບຜິດຊອບສູງ ເຊິ່ງໃກ້ຄຽງກັບທີ່ທ່ານ ອັລເຟດ ແອດເລີ ເຄີຍໃຫ້ຄໍານິຍາມລູກຄົນທໍາອິດໄວ້.

ແຕ່ຂະບວນການວິໄຈດັ່ງກ່າວກໍຍັງຖືກຕັ້ງຄໍາຖາມເຖິງການໄດ້ມາເຖິງຂໍ້ມູນ ເພາະມີການສອບຖາມພຽງບຸກຄົນດຽວໃນຄອບຄົວ ແລະ ເກັບຂໍ້ມູນພຽງຊ່ວງເວລາໜຶ່ງຂອງຄົນນັ້ນໆ ເຊິ່ງນັກຈິດຕະວິທະຍາເຊື່ອວ່າ ມະນຸດມີການຮັບຮູ້ຕົວຕົນ (Self-Perception) ປ່ຽນແປງໄປຕະຫຼອດເວລາ ເຊິ່ງເວລານີ້ອາດຮູ້ສຶກກັບຕົວເອງອີກຢ່າງ ແຕ່ເວລາປ່ຽນໄປຄວາມຮູ້ສຶກຕໍ່ຕົວເອງກໍປ່ຽນ ແລະ ແນ່ນອນວ່າມຸມມອງທີ່ຕົວເອງມີກັບມຸມມອງທີ່ຄົນອື່ນເບິ່ງກໍມັກຈະບໍ່ຄືກັນ ດັ່ງນັ້ນ, ເຈົ້າອາດຈະຮູ້ສຶກວ່າເປັນອ້າຍເອື້ອຍຕ້ອງມີຄວາມຮັບຜິດຊອບສູງ ເພາະເຈົ້າຖືກເຮັດໃຫ້ເຊື່ອແບບນັ້ນມາກ່ອນແລ້ວຈາກການປູກຝັງຂອງຄອບຄົວ.

ບຸກຄະລິກຖືກຄວບຄຸມໂດຍລໍາດັບການເກີດ ຫຼື ບໍ່?

ອາດມີພຽງບາງສ່ວນທີ່ສົ່ງອິດທິພົນ ແຕ່ກໍບໍ່ແມ່ນຫຍັງທີ່ເປັນລະບົບຂະໜາດທີ່ເຈົ້າເກີດມາແລ້ວຈະຕ້ອງມີບຸກຄະລິກແບບໃດແບບໜຶ່ງເທົ່ານັ້ນ ເພາະບໍ່ແມ່ນທຸກຄອບຄົວຈະປູກຝັງເລື່ອງລໍາດັບຂັ້ນເຂົ້າໄປໃນການລ້ຽງດູ, ສະພາບແວດລ້ອມທີ່ພໍ່ແມ່ສ້າງຂຶ້ນມີສ່ວນສໍາຄັນຫຼາຍກວ່າ. ລໍາດັບການເກີດບໍ່ສົ່ງອິດທິພົນເມື່ອບຸກຄົນນັ້ນເປັນຜູ້ໃຫຍ່ຂຶ້ນມາ, ເມື່ອເຮົາຕ້ອງເຂົ້າໄປຢູ່ໃນສັງຄົມທີ່ກວ້າງຂຶ້ນ, ເມື່ອບໍ່ໄດ້ມີແຕ່ຫົວໜ່ວຍຄອບຄົວເທົ່ານັ້ນ. ເຮົາຕ່າງກໍຕ້ອງປັບຕົວເພື່ອເຂົ້າກັບໂຄງສ້າງທາງສັງຄົມໃນຮູບແບບອື່ນໆ ເຖິງເຈົ້າຈະເປັນອ້າຍເອື້ອຍໃນຄອບຄົວ ແຕ່ກໍຍັງເປັນຮຸ່ນນ້ອງໃນບ່ອນເຮັດວຽກ, ພວກເຮົາຈຶ່ງມີຫຼາຍສະຖານະທີ່ສັບຊ້ອນຫຼາຍຂຶ້ນເລື້ອຍໆ ຈົນຄວາມຮູ້ສຶກໃນລໍາດັບຊັ້ນຂອງຄອບຄົວປ່ຽນໄປ.

ສະຖານະທາງເສດຖະກິດ ແລະ ສັງຄົມຍັງມີຜົນຕໍ່ບຸກຄະລິກຫຼາຍກວ່າລໍາດັບການເກີດດ້ວຍຊໍ້າ ເປັນໄປໄດ້ທີ່ຖ້າເຈົ້າເປັນລູກກົກ ເກີດມາໃນຊ່ວງທີ່ຄອບຄົວມີລາຍໄດ້ດີ, ເຂົ້າເຖິງຊັບພະຍາກອນຫຼາຍ ຈຶ່ງໄດ້ຮັບອາຫານທີ່ດີ ແລະ ເຂົ້າເຖິງການສຶກສາໃນລະດັບສູງ, ໄດ້ຮຽນໃນລະດັບມະຫາວິທະຍາໄລ. ຕ່າງຈາກນ້ອງຂອງເຈົ້າທີ່ເກີດມາໃນຊ່ວງທີ່ຄອບຄົວພົບກັບພິດເສດຖະກິດຕົກຕໍ່າ ອາດຈະເຂົ້າຮຽນໃກ້ບ້ານແທນ, ຕ້ອງອອກຈາກການຮຽນເພື່ອມາຊ່ວຍວຽກເຮືອນ, ຕ້ອງແບ່ງປັນປັດໄຈດໍາລົງຊີວິດຫຼາຍກວ່າເກີດເປັນລູກຄົນດຽວ. ສິ່ງເຫຼົ່ານີ້ສົ່ງອິດທິພົນຂ້ອນຂ້າງຫຼາຍຕໍ່ອຸປະນິດໄສ ແລະ ບຸກຄະລິກເວລາເຂົ້າສູ່ຊ່ວງຜູ້ໃຫຍ່.

ແຕ່ຢ່າງໃດກໍຕາມ, ລໍາດັບການເກີດອາດມີຜົນຕໍ່ບຸກຄະລິກໃນມິຕິດ້ານວັດທະນະທໍາ ເມື່ອບາງສັງຄົມມັກໃຫ້ລູກກົກເປັນຜູ້ສືບທອດທຸລະກິດຄອບຄົວເຊັ່ນ: ວັດທະນະທໍາຂອງຄົນຈີນທີ່ວາງຕົວໃຫ້ “ອ້າຍໃຫຍ່” ເປັນຜູ້ນໍາຄອບຄົວແຕ່ຕົ້ນ ຫຼື ໄດ້ຮັບມໍລະດົກກ້ອນໃຫຍ່ທີ່ສຸດ ຫຼື “ເອື້ອຍ” ທີ່ຖືກຕີກອບວ່າຕ້ອງເບິ່ງແຍງພໍ່ແມ່ຕໍ່ເນື່ອງຈົນແກ່ເຖົ້າ ບໍ່ໄດ້ຖືກຄາດຫວັງໃຫ້ແຕ່ງງານເປັນຕົ້ນ.

ດັ່ງນັ້ນ, ລໍາດັບການເກີດຈາກປັດໄຈຊີວະພາບບໍ່ໄດ້ມີອິດທິພົນໃດໆ ຕໍ່ບຸກຄະລິກຂອງເຈົ້າໃນໄລຍະຍາວຕາມທີ່ພໍ່ແມ່ຫຼາຍຄອບຄົວເຊື່ອ, ແຕ່ຮູບແບບຄວາມເຊື່ອທີ່ຝັງຮາກເລິກເຫຼົ່ານີ້ຕ່າງຫາກທີ່ກາຍເປັນກອບຄວບຄຸມລູກໆ ໃຫ້ເປັນໃນແບບທີ່ພໍ່ແມ່ຢາກເຫັນ ເມື່ອກອບນັ້ນບີບຮັດຫຼາຍເຂົ້າ ລູກໆຈຶ່ງກາຍເປັນຄົນລົ້ມເຫຼວໃນສາຍຕາພໍ່ແມ່ໄປເລີຍ ເພາະເຈົ້າຮັບຜິດຊອບບໍ່ໄດ້ດີທັງທີ່ເປັນອ້າຍເອື້ອຍ ຫຼື ເຈົ້ານັ້ນຫົວແຂງເກີນໄປທັງທີ່ເປັນນ້ອງ.

ສຸດທ້າຍແລ້ວ, ໃນໂລກກວ້າງ ມະນຸດບໍ່ໄດ້ຖືກຈໍາກັດພຽງໜ່ວຍສັງຄົມດຽວ ແຕ່ເຮົາຄ່ອຍໆເຕີບໃຫຍ່ຈົນກາຍເປັນສ່ວນໜຶ່ງຂອງໂຄງສ້າງທາງສັງຄົມທີ່ໃຫຍ່ຂຶ້ນ ເຮົາປະຕິສໍາພັນກັບຜູ້ຄົນຫຼາກຫຼາຍເພີ່ມຂຶ້ນ, ເຫັນການເຄື່ອນເໜັງທາງສັງຄົມທີ່ຊັບຊ້ອນ, ສິ່ງເຫຼົ່ານີ້ຄ່ອຍໆປ່ຽນແປງບຸກຄະລິກພວກເຮົາ ເພື່ອໃຫ້ຢູ່ຮ່ວມກັນໃນແຕ່ລະສັງຄົມ. ສັງຄົມເຕີບໂຕຂຶ້ນ ບຸກຄະລິກຂອງເຈົ້າຈຶ່ງຕ້ອງເຕີບໂຕຕາມ.

ເຈົ້າອາດຈະບໍ່ແມ່ນຄົນດຽວກັບເດັກນ້ອຍທີ່ພໍ່ແມ່ເຄີຍຄາດຫວັງໄວ້ກໍໄດ້ ການສ້າງສະພາບແວດລ້ອມເພື່ອເອື້ອຕໍ່ການເຕີບໃຫຍ່ຢ່າງຕໍ່ເນື່ອງໜ້າຈະເຮັດໃຫ້ເຂົາປັບຕົວເພື່ອຄວາມຢູ່ລອດໄດ້ດີກວ່າຕີກອບໃຫ້ຄັບແຄບລົງເລື້ອຍໆ ເພາະສຸດທ້າຍ ເຂົາຄືຄົນທີ່ຕ້ອງປະເຊີນໜ້າກັບສັງຄົມ ໂດຍທີ່ພໍ່ແມ່ເປັນຜູ້ສັງເກດການເທົ່ານັ້ນ.

ພາບ: Kelly Sikkema, purewow.com, Healthline

ຂອບໃຈຂໍ້ມູນຈາກ:

https://www.sciencedirect.com/science/article/abs/pii/S0092656615000525?via%3Dihub

ວິທະຍາສາດ

#HOD#LaoX#Sibling#Wellbeing

error: Content is protected !!