ເຖິງເຄມີໃນບົດຮຽນຈະເຮັດໃຫ້ເຈັບຫົວ ແຕ່ເຄມີໃນຊີວິດປະຈຳວັນນັ້ນຫນ້າສົນໃຈ


ປະຕິກິລິຍາເຄມີເກີດຂຶ້ນຮອບຕົວເຮົາຕະຫຼອດເວລາ ປະຕິກິລິຍາບາງຢ່າງເກີດຂຶ້ນໃນຮ່າງກາຍ ຂະນະທີ່ປະຕິກິລິຍາບາງຢ່າງເກີດຂຶ້ນໃຫ້ເຮົາເຫັນໃນທຸກໆວັນ ຄັ້ງນີ້ເຮົາຈະມາກ່າວເຖິງປະຕິກິລິຍາເຄມີໃນຊີວິດປະຈຳວັນທີ່ເຮົາເຄີຍເຫັນກັນເລື້ອຍໆ ເບິ່ງວ່າມີຫຍັງແດ່.

ການເກີດຝົນກົດ: 

ໂດຍທົ່ວໄປ ກົດມີຄຸນສົມບັດໃນການກັດເຊາະໂລຫະ ລວມເຖິງເນື້ອເຍື່ອຂອງສິ່ງທີ່ມີຊີວິດດ້ວຍ, ດັ່ງນັັ້ນ ມັນຈຶ່ງເປັນອັນຕະລາຍຕໍ່ມະນຸດ ແລະ ສັດ ຖ້າຝົນຕົກລົງມາເປັນກົດ ຫຼື ທີ່ເອີ້ນວ່າຝົນກົດ ກໍໍຈະເຮັດໃຫ້ເກີດຜົນກະທົບໃນວົງກວ້າງໄດ້ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ໃນນໍ້າທີ່ອາດຈະມີຈຳນວນລົດລົງ ສະພາບດິນທີ່ມີຄວາມທີ່ມີຄວາມເປັນກົດຫຼາຍຂຶ້ນ ເຮັດໃຫ້ມີຜົນກະທົບຕໍ່ການຈະເລີນເຕີບໂຕຂອງພືດ ຫຼື ສິ່ງປຸກສ້າງຕ່າງໆກໍຈະເປ່ເພໄວ.

ຝົນກົດເກີດຈາກການລະລາຍຂອງກາສຊັນເຟີໄດອອກໄຊ ຫຼື ໄນຕຣິກອອກໄຊ ໃນນໍ້າຝົນທີ່ຕົກລົງມາ ໂດຍກາສຊັນເຟີໄດອອກໄຊ ຈະມາຈາກການເຜົາໄໝ້ຖ່ານຫິນ ສ່ວນໄນຕຣິກອອກໄຊມາຈາກການເຜົາໄໝ້ໃນເຄື່ອງຈັກຂອງຍານພາຫະນະຕ່າງໆ.

ສົມຜົນເຄມີການເກີດຝົນກົດຈາກກາສຊັນເຟີໄດອອກໄຊ:

2SO2 + O2 —-> 2SO3

ກາສຊັນເຟີໄດອອກໄຊ + ອອກຊິເຈນ —> ກາສຊັນເຟີໄຕຣອອກໄຊ 

SO3 + H2O —-> H2SO4

ກາສຊັນເຟີໄຕຣອອກໄຊ + ນ້ຳ —-> ກົດຊັນຟິວຣິກ

ສົມຜົນເຄມີການເກີດຝົນກົດຈາກອອກໄຊຂອງໄນໂຕຣເຈນ:

2NO + O2 —-> 2NO2

ໄນຕຣິກອອກໄຊ + ອອກຊິເຈນ —-> ໄນໂຕຣເຈນໄດອອກໄຊ 

3NO2 + H2O —-> 2HNO3 + NO

 ໄນໂຕຣເຈນໄດອອກໄຊ + ນ້ຳ —->  ກົດໄນຕຣິກ + ໄນຕຣິກອອກໄຊ

ການເກີດໝອກພິດ

ໝອກພິດ ເປັນກຸ່ມໝອກຄວັນທີ່ເປັນອັນຕະລາຍຕໍ່ມະນຸດ ຈຶ່ງນັບເປັນມົນລະພິດທາງອາກາດຢ່າງໜຶ່ງ ສ່ວນໃຫຍ່ພົບໃນເຂດເມືອງ ເນື່ອງມາຈາກການປ່ອຍຄວັນຈາກໂຮງງານ ແລະ ເຄື່ອງຍານພາຫະນະ ການເກີດໝອກພິດມີລັກສະນະຄ້າຍກັບການເກີດຝົນກົດ ໂດຍຫາກມີໄນຕຣິກອອກໄຊ ເປັນສານຕັ້ງຕົ້ນ ຈະໄດ້ຜະລິດຕະພັນຈາກປະຕິກິລິຍາເຄມີເປັນໄນໄຕຣເຈນໄດອອກໄຊ ແລະ ໂອໂຊນ ເຊິ່ງເປັນສາເຫດຂອງອາການເຈັບຄໍ, ແສບຕາ, ແສບດັງ, ທາງເດີນຫາຍໃຈອັກເສບ ແລະ ຫອບຫືດນຳອີກດ້ວຍ.

ສົມຜົນເຄມີກການເກີດໝອກອພິດຈາກໄນໂຕຣເຈນໄດອອກໄຊ 

2NO + O2 —-> 2NO

ໄນຕຣິກອອກໄຊ + ອອກຊິເຈນ  —->  ໄນໂຕຣເຈນໄດອອກໄຊ

NO2 + UV radiation —-> O + NO

ໄນໂຕຣເຈນໄດອອກໄຊ + ຣັງສີຢູວີຈາກດວງອາທິດ —-> ໂມເລກຸນອອກຊິເຈນ + ໄນຕຣິກອອກໄຊ

O + O2 —-> O3

ໂມເລກຸນອອກຊິເຈນ + ອອກຊິເຈນ —-> ໂອໂຊນ

ການສະຫຼາຍຕົວຂອງຫີນປູນ

ແຄວຊຽມຄາບໍເນດ (Calcium Carbonate, CaCO3) ເປັນສານປະກອບທີ່ບໍ່ລະລາຍນ້ຳ ພົບໄດ້ທົ່ວໄປຕາມທຳມະຊາດ ເຊິ່ງຮູບແບບທີ່ພົບຫຼາຍຄືຫີນປູນ ການສະຫຼາຍຕົວຂອງຫີນປູນເກີດໄດ້ຈາກການສຳຜັດກັບຄວາມຮ້ອນ ຈະໄດ້ຄາບອນໄດອອກໄຊ ແລະ ປູນຂາວທີ່ນຳມາໃຊ້ໃນອຸດສາຫະກຳ. ນອກຈາກນີ້ ຫາກຫີນປູນສຳຜັດກັບກົດເຊັ່ນ ຝົນກົດ ກໍຈະເກີດການສະຫຼາຍຕົວໄດ້ເປັນແຄວຊຽມຊັນເຟດ ເຊິ່ງນຳມາໃຊ້ໃນອຸດສາຫະກຳເປັນສ່ວນປະກອບຊີເມນ ຫຼື ໃນທາງກະສິກຳ ເປັນສານເຄມີສຳລັບປັບປຸງດິນໄດ້.

ສົມຜົນເຄມີການສະຫຼາຍຕົວຂອງຫີນປູນຈາກການສຳຜັດກັບຄວາມຮ້ອນ 

CaCO3 + heat —-> CaO + CO2

ແຄວຊຽມຄາບໍເນດ + ຄວາມຮ້ອນ —->  ແຄວຊຽມອອກໄຊ (ປູນຂາວ) + ຄາບອນໄດອອກໄຊ

ສົມຜົນເຄມີການສະຫຼາຍຕົວຂອງຫີນປູນຈາກການສຳຜັດກັບກົດ 

CaCO3 + H2SO4 —-> CaSO4 + CO2 + H2O

ແຄວຊຽມຄາບໍເນດ + ກົດຊັນຟິວຣິກ  —-> ແຄວຊຽມຊັນເຟດ + ຄາບອນໄດອອກໄຊ + ນ້ຳ

ປະຕິກິລິຍາໃນແບດເຕີຣີ

ແບດເຕີຣີ ເປັນອຸປະກອນເກັບພະລັງງານໄຟຟ້າທີ່ເຮົາໃຊ້ກັນຢູ່ໃນຊີວິດປະຈຳວັນ ບໍ່ວ່າຈະໃນຮູບແບບຂອງຖ່ານໄຟສາຍ ແບດເຕີຣີໂທລະສັບມືຖື ຫຼື ແບດເຕີຣີລົດເປັນຕົ້ນ ໂດຍພາຍໃນແບດເຕີຣີຈະມີແຜ່ນໂລຫະທີ່ຕ່າງກັນ 2 ແຜ່ນ ເປັນຂົ້ວບວກ ແລະ ລົບ ແລະ ສານລະລາຍອິເລັກໂທຣໄລ ເຊິ່ງເຮັດໃຫ້ເກີດປະຕິກິລິຍາເຄມີ ແລະ ປ່ອຍພະລັງງານໄຟຟ້າທີ່ຖືກກັກເກັບໄວ້ອອກມາໄດ້ ໂດຍອິເລັກຕຣອນຈະເຄື່ອນທີ່ອອກຈາກແຜ່ນໂລຫະທີ່ເປັນຂົ້ວບວກ ຂະນະທີ່ໄຟຟ້າເຄື່ອນທີ່ຈາກຂົ້ວບວກໄປຍັງຂົ້ວລົບ.

ຕົວຢ່າງແບດເຕີຣີລົດທີ່ໃຊ້ແຜ່ນໂລຫະກົ່ວ ແລະ ກົ່ວອອກໄຊ ເປັນຂວັ້ນລົບ ແລະ ຂວັ້ນບວກ ໂດຍມີກົດຊັນຟິວຣິກເປັນສານລະລາຍອິເລັກໂທຣໄລ ເມື່ອຖືກໃຊ້ໄປແລ້ວແຜ່ນໂລຫະທັງສອງໃນແບດເຕີຣີຈະກາຍເປັນຕະກົ່ວຊັນເຟດ ສ່ວນກົດຊັນຟິວຣິກກໍຈະເຈືອຈາງຈົນກາຍເປັນນ້ຳ

ສົມຜົນເຄມີການປະຕິກິລິຍາໃນແບດເຕີຣີ

Pb + PbO2 + 2H2SO4 —-> 2PbSO4 + 2H2O

ຕະກົ່ວ + ຕະກົ່ວອອກໄຊ ກົດຊັນຟິວຣິກ —->  ຕະກົ່ວຊັນເຟດ + ນ້ຳ

ປະຕິກິລິຍາການຍ່ອຍໃນຮ່າງກາຍ

ລະບົບຍ່ອຍອາຫານ ທີ່ເກີດປະຕິກິລິຍາເຄມີທຸກໆມື້ ເພາະມະນຸດເຮົາຕ້ອງຮັບປະທານອາຫານເຂົ້າໄປເພື່ອໃຫ້ພະລັງງານແກ່ຮ່າງກາຍໃນທຸກໆວັນ ມີປະຕິກິລິຍາຫຼາຍຢ່າງເກີດຂຶ້ນໃນລະບົບຍ່ອຍອາຫານ ພຽງແຕ່ນຳອາຫານເຂົ້າປາກ ເອນໄຊອະໄມເລສ ຈາກຕ່ອມນ້ຳລາຍກໍຈະເລີ່ມຍ່ອຍຄາໂບໄຮເດຣດໃຫ້ມີຂະໜາດນ້ອຍລົງ ແລະ ເມື່ອອາຫານຖືກກືນລົງສູ່ກະເພາະອາຫານ ກໍຈະມີກົດໄຮໂດຣຄໍຣິກທີ່ຈະເຮັດປະຕິກິລິຍາກັບອາຫານເພື່ອໃຫ້ມັນແຕກອອກເປັນໂມເລກຸນນ້ອຍໆ ຂະນະທີ່ເອນໄຊຈະຍ່ອຍໂປຣຕີນ ແລະ ໄຂມັນສຳລັບການດູດຊຶມເຂົ້າສູ່ຮ່າງກາຍໂດຍຜະໜັງຂອງລຳໄສ້ນ້ອຍຕໍ່ໄປ.

ສົມຜົນເຄມີການເກີດປະຕິກິລິຍາໃນຮ່າງກາຍ

C12H22O11 + H2O + Sucrase enzyme —-> C6H12O6 + C6H12O6

ນຳ້ຕານໂມເລກຸນ (ຊູໂຄສ) + ນຳ້ + ເອນໄຊມູເຄຣສ  —-> ນ້ຳຕານໂມເລກຸນດ່ຽວ (ກລູໂຄສ) + ນຳ້ຕານໂມເລກຸນດ່ຽວ (ຟຣຸກໂທສ)

ປະຕິກິລິຍາໃນນໍ້າອັດລົມ

ໃນນ້ຳອັດລົມປະກອບດ້ວຍນ້ຳ ກົດຄາບໍນິກ ຄາບອນໄດອອກໄຊ ນໍ້າຕານ ຫຼື ສານໃຫ້ຣົດຫວານ ຣົດຊາດແຊບຂອງນໍ້າອັດລົມເກີດຈາກການຜະສົມຜະສານລະຫວ່າງຣົດຫວານ ແລະ ຣົດສົ້ມຢ່າງລົງຕົວ ນອກຈາກນີ້ກົດຍັງຊ່ວຍເພີ່ມຣົດຈັດ ແລະ ກະຕຸ້ນໃຫ້ນ້ຳລາຍໄຫຼອີກດ້ວຍ. 

ໃນຂະບວນການເຮັດນໍ້າອັດລົມ ຈະມີການອັດແກ໊ສຄາບອນໄດອອກໄຊລົງໄປ ເພື່ອໃຫ້ມັນລະລາຍໃນນໍ້າໂດຍເພີ່ມຄວາມດັນ ເນື່ອງຈາກໃນສະພາບປົກກະຕິແກ໊ສຄາບອນໄດອອກໄຊ ຈະບໍ່ເຮັດປະຕິກິລິຍາກັບນ້ຳ ເຊິ່ງເມື່ອຄາບອນໄດອອກໄຊລວມກັບນໍ້າ ແລ້ວກໍຈະກາຍເປັນກົດຄາບໍນິກ ແຕ່ເມື່ອບັນຈຸພັນຖືກເປີດອອກເມື່ອໃດ ຄວາມດັນພາຍໃນຈະລົດລົງ ແລະ ກົດຄາບໍນິກທີ່ບໍ່ສະຖຽນຈະແຕກຕົວອອກເປັນຄາບອນໄດອອກໄຊກັບນໍ້າ.

ສົມຜົນເຄມີປະຕິກິລິຍາໃນນ້ຳອັດລົມ

CO2 + H2O —-> H2CO3

ຄາບອນໄດອອກໄຊ + ນ້ຳ  —-> ກົດຄາບໍນິກ

ທີ່ມາ: https://www.trueplookpanya.com/knowledge/content/63353/-blo-sciche-sci-

ວິທະຍາສາດ

error: Content is protected !!