ໂນເບລ 2020 ສາຂາການແພດ ຕົກເປັນຂອງຜູ່ຄົ້ນພົບໄວຣັສຕັບອັກເສບຊະນິດຊີ (Hepatitis C)


ຄະນະກຳມະການການພິຈາລະນາຮາງວັນໂນເບລ ປະຈຳປີ 2020 ໄດ້ຄັດເລືອກ ແລະປະກາດຜົນ ໂດຍມອບຮາງວັນໂນເບລ ສາຂາສະລີລະວິທະຍາ ຫລື ການແພດ (Physiology or Medicine) ປະຈຳປີ 2020 ໃຫ້ແກ່ ຮາວີ ເຈ. ອັລເທີ, ໄມເຄິນ ຮໍຕັນ ແລະ ຊາລ ເອັມ. ໄຣ 3 ນັກວິທະຍາສາດ ທີ່ຄົ້ນພົບໄວຣັສຕັບອັກເສບຊະນິດຊີ (Hepatitis C virus).

ພາວະຕັບອັກເສບ (Hepatitis) ເກີດໄດ້ຈາກຫລາຍສາເຫດເຊັ່ນ: ການດື່ມແອລກໍຮໍຫລາຍ, ການໄດ້ຮັບສານພິດ, ການກິນຢາຫລາຍເກີນຄວາມຈຳເປັນ, ອາການພູມແພ້ຕ່າງໆ ແລະອື່ນໆ. ນອກນັ້ນຍັງມີໄວຣັສບາງຊະນິດທີ່ເຮັດໃຫ້ ເກີດອາການຕັບອັກເສບໄດ້ນຳອີກ.

ໃນແຕ່ລະປີ ມີຄົນທົ່ວໂລກຕິດເຊື້ອໄວຣັສຕັບອັກເສບຊີ ຫລາຍກວ່າ 70 ລ້ານຄົນ ແລະເສຍຊີວິດ 400,000 ຄົນ ເຊິ່ງຖືວ່າເປັນນຶ່ງໃນເຊື້ອໂຣກທີ່ຂ້າຊີວິດມະນຸດເປັນຈຳນວນຫລາຍ. ນັກວິທະຍາສາດຮູ້ຈັກເຊື້ອໄວຣັສທີ່ເຮັດໃຫ້ຕັບອັກເສບ ມາຕັ້ງແຕ່ປີ 1960 ເຊິ່ງຮູ້ຈັກຢູ່ 2 ຊະນິດ ຄື:

  1. ໄວຣັສຕັບອັກເສບຊະນິດເອ (Hepatitis A) ເຊິ່ງແຜ່ກະຈາຍຜ່ານນ້ຳ ແລະອາຫານທີ່ປົນເປື້ອນໄວຣັສ ເຊິ່ງໄວຣັສຊະນິດນີ້ບໍ່ຮ້າຍແຮງປານໃດ ສາມາດປິ່ນປົວໃຫ້ເຊົາໄດ້ງ່າຍ.
  2. ໄວຣັສຕັບອັກເສບຊະນິດບີ (Hepatitis B) ມັກຕິດຕໍ່ກັນຜ່ານເລືອດ ໂດຍສະເພາະການຮ່ວມເພດ, ການໃຊ້ເຂັມສັກຢາຮ່ວມກັນ ແລະອື່ນໆ. ເຊິ່ງໄວຣັສຊະນິດນີ້ມີອາການຮຸນແຮງ ແລະມັກເຮັດໃຫ້ຕັບອັກເສບຊ້ຳເຮື້ອ ຈົນກາຍເປັນຕັບແຂງ ແລະມະເຮັງຕັບ ເຊິ່ງໃນຜູ່ປ່ວຍທີ່ເປັນຮຸນແຮງ ວິທີການຮັກສາແມ່ນຕ້ອງມີການປູກຖ່າຍຕັບໃຫມ່.

ໃນຍຸກນັ້ນມີການຄຶດຄົ້ນວິທີການກວດຫາໄວຣັສຕັບອັກເສບ ເອ ແລະ ບີ ໄດ້ແລ້ວ ແຕ່ວ່າ ຮາວີ ເຈ. ອັລເທີ ໃນສະໄຫມນັ້ນເຮັດວຽກຢູ່ທະນາຄານເລືອດຂອງສະຖາບັນສຸຂະພາບແຫ່ງຊາດ (National Institute of Health) ຂອງປະເທດສະຫະລັດອາເມຣິກາ ເກີດຂໍ້ສົງໄສວ່າ ເປັນຫຍັງຜູ່ປ່ວຍຈຳນວນຫລາຍ ມີອາການຕັບອັກເສບຫລັງຈາກໄດ້ຮັບການຖ່າຍເລືອດ ທັງໆທີ່ຜູ່ປ່ວຍເຫລົ່ານີ້ກວດແລ້ວບໍ່ພົບວ່າຕິດເຊື້ອໄວຣັສຕັບອັກເສບ ເອ ແລະ ບີ ເລີຍ.

ທີມຂອງລາວຈຶ່ງນຳເອົາເລືອດຂອງຜູ່ປ່ວຍ ໄປທົດລອງໃສ່ໃນລິງຊິມແປນຊີ ແລະກໍພົບວ່າມັນປ່ວຍດ້ວຍອາການຕັບອັກເສບເຊັ່ນດຽວກັນ ທີມຂອງລາວຈຶ່ງຕັ້ງຄຳຖາມຂຶ້ນມາວ່າ ມັນຫນ້າຈະມີເຊື້ອໄວຣັສຊະນິດໃຫມ່ ທີ່ເຮົາຍັງບໍ່ຮູ້ ແລະມັນເຮັດໃຫ້ເກີດພາວະຕັບອັກເສບເຊັ່ນດຽວກັນ.

ຕໍ່ມາໃນປີ 1989 ໄມເຄິນ ຮໍຕັນ ທີ່ເຮັດວຽກຢູ່ໃນບໍລິສັດຢາ Chiron Corporation ກຳລັງສຶກເຊື້ອໄວຣັສຊະນິດໃຫມ່ນີ້ ແລະໄດ້ນຳໃຊ້ເທັກໂນໂລຍີແບບໃຫມ່ ສາມາດໂຄລນໄວຣັສຂຶ້ນມາໄດ້ສຳເລັດ. ການວິໃຈຂອງ ໄມເຄິນ ຮໍຕັນ ຕັ້ງຂໍ້ສັງເກດແລະສົມມຸດຖານໄວ້ວ່າ ສັດທົດລອງ ແລະຄົນທີ່ຕິດເຊື້ອໄວຣັສຊະນິດໃຫມ່ນີ້ ຈະຕ້ອງມີສານກຳມະພັນຂອງໄວຣັສຢູ່ໃນກະແສເລືອດ ແລະນ້ຳເລືອດຂອງຜູ່ປ່ວຍຈະຕ້ອງມີ ພູມຕ້ານທານທີ່ຮ່າງກາຍສ້າງມາຕໍ່ຕ້ານໄວຣັສຕິດຢູ່ ຖ້າເຮົາສາມາດສະກັດພູມຕ້ານທານນັ້ນອອກມາໄດ້ ເຮົາກໍຈະມີໂຕດັກຈັບໄວຣັສ ຫລືເວົ້າງ່າຍໆວ່າ ເຮົາຈະມີເບັດຕຶກໄວຣັສ ທີ່ສາມາດດັກເອົາໄວຣັສ ເພື່ອມາສຶກສາໃຫ້ເຂົ້າໃຈມັນໄດ້.

ທີມຂອງລາວຈຶ່ງຄຶດວິທີດັກຈັບໄວຣັສນັ້ນຈົນໄດ້ ແລ້ວນຳມາຖອດລະຫັດສານກຳມະພັນອອກມາ ກໍພົບວ່າມັນເປັນໄວຣັສສາຍພັນໃຫມ່ ຕໍ່ມາຈຶ່ງຕັ້ງຊື່ເອີ້ນວ່າ ໄວຣັສຕັບອັກເສບຊະນິດຊີ (Hepatitis C virus) ແລະອີກບໍ່ດົນກໍສາມາດພັດທະນາຊຸດກວດຫາໄວຣັສຊະນິດໃຫມ່ນີ້ໄດ້.

ແຕ່ກໍຍັງມີບັນຫາຄົງຄ້າງຢູ່ ເນື່ອງຈາກການແຜ່ເຊື້ອຂອງ ໄວຣັສຕັບອັກເສບຊີນີ້ ສ່ວນໃຫຍ່ເກີດຈາກການຖ່າຍເລືອດ ເຊິ່ງນັກວິທະຍາສາດຍັງສົງໄສກັນວ່າ ເລືອດບາງຄົນທີ່ຖືກຖ່າຍໃຫ້ອີກຄົນ ຜົນກວດເກືອບບໍ່ພົບເຊື້ອເລີຍແຕ່ເປັນຫຍັງຄົນທີ່ໄດ້ຮັບເລືອດ ຈຶ່ງຕິດເຊື້ອໄດ້. ທີມງານຂອງ ຊາລ ເອັມ. ໄຣ ຈຶ່ງເຮັດການສຶກສາໃນເລື່ອງນີ້  ແລະພົບວ່າພຽງແຕ່ຊິ້ນສ່ວນກຳມະພັນເລັກນ້ອຍຂອງໄວຣັສ ກໍເຮັດໃຫ້ມັນສາມາດຂະຫຍາຍໂຕ ແລະກໍ່ໃຫ້ເກີດໂຣກຕັບອັກເສບໄດ້. ພວກເຂົາຈຶ່ງໄດ້ທົດລອງ ເພື່ອພິສູດວ່າ ໄວຣັສພຽງເສດສ່ວນນ້ອຍໆ ມັນສາມາດປັບໂຕ ກາຍພັນ ແລະຂະຫຍາຍໂຕເອງໄດ້ແນວໃດ.

ຜົນການວິໃຈນີ້ເຮັດໃຫ້ ມະນຸດເຂົ້າເຊື້ອໄວຣັສຕັບອັກເສບຊະນິດຊີ ໄດ້ຫລາຍຂຶ້ນ ແລະເຮັດໃຫ້ຄົນທີ່ຕິດເຊື້ອຍ້ອນການຖ່າຍເລືອດລົດລົງ ແລະຜົນງານຂອງນັກວິທະຍາສາດທັງ 3 ທ່ານນີ້ ຖືເປັນການປູພື້ນຖານຂອງການພັດທະນາວັກຊິນຕ້ານໄວຣັສຕັບອັກເສບຊະນິດຊີ ແລະຢາປົວໂຣກນີ້. ເຮັດໃຫ້ຊ່ອຍຊີວິດຄົນທົ່ວໂລກໄດ້ຫລາຍລ້ານຄົນ ຖືວ່າເປັນອີກນຶ່ງຜົນງານທີ່ກໍ່ໃຫ້ເກີດຜົນປະໂຫຍດສູງຕໍ່ມວນມະນຸດທົ່ວໂລກ ຄະນະກຳມະການຮາງວັນໂນເບລປະຈຳປີ 2020 ຈຶ່ງຕັດສິນມອບຮາງວັນໃຫ້ເພື່ອເປັນກຽດ, ຍ້ອງຍໍ ແລະເຊີດຊູຜົນງານອັນລ້ຳຄ່ານີ້.

ທີ່ມາ: https://www.nobelprize.org/prizes/medicine/2020/summary/

ວິທະຍາສາດ

ການແພດວິທະຍາສາດ