ຮາງວັນໂນເບລສາຂາເຄມີປີ 2021 ນີ້ແມ່ນການພັດທະນາຕົວເລັ່ງປະຕິກິລິຍາທາງອົງຄະທາດ


ໃນວັນທີ 6 ຕຸລາທີ່ປະເທດສະວີເດນ ໄດ້ມີການປະກາດຮາງວັນໂນເບລທີ 3 ເຊິ່ງເປັນສາຂາເຄມີໃຫ້ແກ່ Benjamin List ແລະ David W.C. MacMillan ໃນການພັດທະນາລະບົບຕົວເລັ່ງປະຕິກິລິຍາທາງອົງຄະທາດ. Benjamin List ເປັນນັກວິທະຍາສາດຈາກປະເທດເຢຍລະມັນ ແລະ David W.C. MacMillan ເປັນນັກວິທະຍາສາດຈາກມະຫາວິທະຍາໄລພຣິນຊ໌ຕັນທີ່ສະຫະລັດອາເມຣິກາ. ທັງສອງໄດ້ຮ່ວມກັນພັດທະນາ ແລະ ສ້າງຕົວເລັ່ງປະຕິກິລິຍາເພື່ອສ້າງໂມເລກຸນທີ 3 ຂຶ້ນມາ ເຊິ່ງກໍຄືຕົວເລັ່ງປະຕິກິລິຍາທາງອົງຄະທາດ ຫຼື Asymmetric Organocatalysis.

ເປັນເວລາດົນນານມາແລ້ວ, ນັກວີໄຈຫຼາຍຄົນຕ່າງກໍເຊື່ອວ່າຕົວເລັ່ງປະຕິກິລິຍານັ້ນ ມີພຽງແຕ່ 2 ຮູບແບບຄື: ເຫຼັກ ແລະ ເອັນໄຊມ໌. ໃນຫຼາຍງານວິໄຈນັ້ນຕ່າງກໍຕ້ອງການຄວາມສາມາດຂອງນັກເຄມີເພື່ອປັບປ່ຽນໂມເລກຸນໃຫ້ເປັນວັດສະດຸທີ່ຢູ່ໃນຮູບແບບຫົດຢືດ ແລະ ທົນທານ, ສາມາດກັກເກັບພະລັງງານໃນຖ່ານ ຫຼື ຢຸດການຈະເລີນເຕີບໂຕຂອງເຊື້ອໂຣກ. ເຊິ່ງການຈະເຮັດໄດ້ນັ້ນແມ່ນຕ້ອງການຕົວເລັ່ງປະຕິກິລິຍາ ຫຼື Catalysts, ມັນກໍຄືສະສານທີ່ໃຊ້ຄວບຄຸມພ້ອມກັບເລັ່ງປະຕິກິລິຍາທາງເຄມີ. ເຊິ່ງໃນຕົວຄົນເຮົາກໍມີຕົວເລັ່ງປະຕິກິລິຍາເຊັ່ນກັນແຕ່ມາໃນຮູບແບບເອັນໄຊມ໌ (Enzymes) ມີໜ້າທີ່ສະກັດເອົາໂມເລກຸນທີ່ສຳຄັນໃນການດຳລົງຊີວິດ. ດັ່ງນັ້ນ, ຕົວເລັ່ງປະຕິກິລິຍາຈຶ່ງເປັນອຸປະກອນສຳຄັນສຳລັບນັກເຄມີ.

ຈົນ Benjamin List ແລະ David W.C. MacMillan ໄດ້ພິສູດຮູບແບບທີ 3 ຂຶ້ນມາສຳເລັດໂດຍໃຊ້ຊື່ເອີ້ນວ່າ asymmetric organocatalysis, ມັນຈະຈັບຕົວໃນໂມເລກຸນອົງຄະທາດນ້ອຍໆ ຫຼາຍຕົວ. ເຊິ່ງເປັນຮູບແບບທີ່ງ່າຍດາຍຈົນເຖິງຂະໜາດທີ່ຫຼາຍຄົນບໍ່ເຄີຍຄິດພໍ້ມາກ່ອນ. ຕົວເລັ່ງປະຕິກິລິຍາທາງອົງຄະທາດນັ້ນມີຮູບແບບຄາບອນອະຕອມ (Carbon Atoms) ຄົງທີ່ ເຊິ່ງມັນສົ່ງຜົນໃຫ້ກຸ່ມສານເຄມີທີ່ມີປະສິດທິຜົນໄດ້ມາເກາະຕິດຫຼາຍຂຶ້ນ. ຕົວເລັ່ງປະຕິກິລິຍາທາງອົງຄະທາດນັ້ນ ຈະປະກອບດ້ວຍທາດຕ່າງໆ ເຊັ່ນ: ອັອກຊີເຈນ (Oxygen), ໄນໂຕຣເຈນ (Nitrogen), ຊັລເຟີ (Sulphur) ຫຼື Phosphorus ທີ່ເປັນມິດຕໍ່ສິ່ງແວດລ້ອມ ແຖມຍັງສາມາດຜະລິດຂຶ້ນມາໄດ້ໃນງົບປະມານທີ່ຖືກພ້ອມ.

ຕົວເລັ່ງປະຕິກິລິຍາໄດ້ຖືກນຳມາພັດທະນາຕັ້ງແຕ່ປີ 2000. ເຊິ່ງການວິໄຈດັ່ງກ່າວໄດ້ຖືືກນຳພາໂດຍ Benjamin List ແລະ David W.C. MacMillan. ພວກເຂົາໄດ້ສະແດງໃຫ້ເຫັນວ່າຕົວເລັ່ງປະຕິກິລິຍາທາງອົງຄະທາດນັ້ນ ສາມາດບັງຄັບປະຕິກິລິຍາທາງເຄມີໄດ້ຢ່າງຫຼາກຫຼາຍ. ນັກວິໄຈໄດ້ນຳໃຊ້ປະຕິກິລິຍາດັ່ງກ່າວນັ້ນມາພິສູດວ່າມັນສາມາດນຳມາສ້າງສິ່ງໃດກໍໄດ້ຢ່າງມີປະສິດທິຜົນ ຕັ້ງແຕ່ການຢາແບບໃໝ່ ໄປຈົນຮອດໂມເລກຸນທີ່ສາມາດຮັບເອົາແສງໃນແຜ່ນໂຊລາເຊລ. ດ້ວຍເຫດນັ້ນ, ການຄົ້ນພົບຕົວເລັ່ງປະຕິກິລິຍາທາງອົງຄະທາດນີ້ ກຳລັງນຳຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ແກ່ມະນຸດເຮົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ວິທະຍາສາດ

#HOD#LaoX#ຮາງວັນ#ໂນເບລ

error: Content is protected !!