ການຄົ້ນພົບຕົວຮັບອຸນຫະພູມ ແລະ ສຳຜັດ ສູ່ຮາງວັນໂນເບລສາຂາການແພດ ປີ 2021


ຄວາມສາມາດໃນການຮັບຮູ້ຄວາມຮ້ອນ, ໜາວ ແລະ ສຳຜັດແມ່ນສິ່ງຈຳເປັນສຳລັບຄົນເຮົາໃນການດຳລົງຊີວິດໃນໂລກໃບນີ້. ເຊິ່ງພວກເຮົາມັກຈະລືມຄວາມສຳຄັນຂອງການຮັບຮູ້ພວກນີ້ເນື່ອງຈາກໄດ້ໃຊ້ມັນເປັນປະຈຳ. ແຕ່ລະບົບປະສາດສາມາດໄປກະຕຸ້ນໃຫ້ຮ່າງກາຍຂອງເຮົາຮັບຮູ້ສິ່ງເຫຼົ່ານີ້ໄດ້ແນວໃດ? ຜູ້ຊະນະຮາງວັນໂນເບລສາຂາການແພດຂອງປີນີ້ມີຄຳຕອບ.

ໃນວັນຈັນທີ່ຜ່ານມາທີ່ສະຕັອກໂຮມ (Stockholm) ປະເທດສະວີເດນກໍໄດ້ປະກາດຜົນຮາງວັນໂນເບລທຳອິດເປັນທີ່ຮຽບຮ້ອຍແລ້ວ. ເຊິ່ງກໍຄືຮາງວັນໂນເບລສາຂາສະລີລະວິທະຍາ ແລະ ການແພດຂອງປີ 2021 ຜູ້ທີ່ຊະນະໄດ້ແກ່ David Julius ແລະ Ardem Patapoutian ໃນການຄົ້ນພົບຕ່ອມຮັບອຸນຫະພູມ ແລະ ສຳຜັດ. David Julius ນັ້ນເປັນອາຈານທີ່ມະຫາວິທະຍາໄລຄາລິຟໍເນຍ, ຊານຟຣານຊິສໂກ. ສ່ວນ Ardem Patapoutian ເປັນອາຈານທີ່ມະຫາວິທະຍາໄລຮາວາດຮິວສະຖາບັນການຢາທີ່ Scripps Research ຄາລິຟໍເນຍ.

ການຄົ້ນຄວ້າແບ່ງອອກເປັນສອງສ່ວນກໍຄື: David Julius ໄດ້ນຳໃຊ້ສານແຄບໄຊຊິນ (Capsaicin) ເປັນສ່ວນປະສົມຈາກໝາກເຜັດທີ່ກະຕຸ້ນຄວາມຮູ້ສຶກຮ້ອນແສບ ມາລະບຸປະສາດທີ່ຮັບຮູ້ໃນຜິວໜັງທີ່ຕອບສະໜອງຕໍ່ຄວາມຮ້ອນ. Ardem Patapoutian ໃຊ້ເຊລທີ່ໄວຕໍ່ແຮງກົດແລ້ວໄດ້ຄົ້ນພົບຕົວກວດຈັບແບບໃໝ່ທີ່ຕອບສະໜອງຕໍ່ລະບົບຕົວກະຕຸ້ນໃນຜິວໜັງ ແລະ ອະໄວຍະວະພາຍໃນ.
ການຄົ້ນພົບຄັ້ງນີ້ສົ່ງຜົນໃຫ້ເກີດມີການຄົ້ນຄວ້າຢ່າງໜັກໜ່ວງ ຈົນນຳໄປສູ່ຄວາມເຂົ້າໃຈທີ່ເພີ່ມຂຶ້ນເລື້ອຍໆ ວ່າເປັນຫຍັງລະບົບປະສາດຂອງເຮົາຈຶ່ງຮັບຮູ້ຄວາມຮ້ອນ, ໜາວ ແລະ ການຖືກກະຕຸ້ນໃນຜິວໜັງ. ເຊິ່ງມັນເປັນບາດກ້າວທີ່ຍິ່ງໃຫຍ່ລະດັບຊີວິດ ຕໍ່ການພັດທະນາການປິ່ນປົວອາການເຈັບປວດຊຳເຮື້ອ ແລະ ອາການອື່ນໆ.

David Julius ແລະ ທີມໄດ້ສ້າງບ່ອນບັນຈຸດີເອັນເອຫຼາຍລ້ານສ່ວນ ໃຫ້ຕອບສະໜອງກັບຢີນທີ່ສະແດງຄວາມຮູ້ສຶກໃນເຊລປະສາດທີ່ມີປະຕິກິລິຍາຕໍ່ຄວາມເຈັບປວດ, ຮ້ອນ ແລະ ສຳຜັດ. ຈົນໄດ້ຄົ້ນພົບວ່າມີຢີນໜຶ່ງທີ່ມີປະຕິກິລິຍາໄວຕໍ່ແຄບໄຊຊິນ ເຊິ່ງມັນໄດ້ຖືກຕັ້ງຊື່ວ່າ TRPV1. Julius ໄດ້ສຳຫຼວດໂປຣຕີນໃນຢີນດັ່ງກ່າວວ່າຄວາມສາມາດຕອບສະໜອງຕໍ່ຄວາມຮ້ອນເປັນແນວໃດ, ລາວໄດ້ຄົ້ນພົບວ່າ ຕົວຮັບທີ່ໄວຕໍ່ຄວາມຮ້ອນນັ້ນຖືກເປີດໃຊ້ງານໃນອຸນຫະພູມທີ່ຮັບຮູ້ເປັນຄວາມເຈັບປວດ. ນອກຈາກນີ້ມັນຍັງໄດ້ນຳພາໄປສູ່ການຄົ້ນພົບຕົວຮັບທີ່ໄວຕໍ່ອຸນຫະພູມອື່ນໆເພີ່ມຂຶ້ນມາອີກ. ພວກເຂົາໄດ້ໃຊ້ເມນທໍ (Menthol) ເພື່່ອລະບຸຫາ TRPM8 ເຊິ່ງເປັນຕົວຮັບທີ່ເປີດໃຊ້ງານຜ່ານຄວາມໜາວ. ເຫຍື່ອຫໍ່ຫຸ້ມອື່ນໆ ທີ່ກ່ຽວຂ້ອງກັບທັງ TRPV1 ແລະ TRPM8 ຖືກລະບຸແລະຄົ້ນພົບໂດຍຜ່ານອຸນຫະພູມຫຼາຍລະດັບແຕກຕ່າງກັນໄປ.

Ardem Patapoutian ແລະ ທີມເຄີຍໄດ້ລະບຸເຊລທີ່ສາມາດໃຫ້ກະແສໄຟຟ້າທີ່ສາມາດນັບໄດ້ເມື່ອເຊລໃດໜຶ່ງໄດ້ຖືກກະຕຸ້ນໂດຍເຊື່ອວ່າຕົວຮັບນັ້ນເປີດການໃຊ້ງານຈາກແຮງກົດທີ່ເຫຍື່ອຫໍ່ຫຸ້ມ. ມີຢີນຈາກອາສາສະໝັກ 72 ຄົນໄດ້ຖືກນຳມາປັບປ່ຽນເພື່ອລະບຸຫາຕົວຮັບທີ່ເປັນໄປໄດ້. ພວກເຂົາໄດ້ຄົ້ນພົບວ່າມີຢີນຕົວໜຶ່ງເຊິ່ງພາຍຫຼັງໄດ້ຕັ້ງຊື່່ວ່າ Piezo1 ເຫຍື່ອຫໍ້ຫຸ່ມທີ່ໄວຕໍ່ແຮງກົດ ແລະ ຢີນທີສອງກໍຖືກຄົ້ນພົບຕາມມາໃນຊື່ Piezo2. ພ້ອມທັງເຫັນວ່າລະບົບປະສາດນັ້ນໄດ້ສະແດງ Piezo2 ໃນລະດັບສູງຫຼາຍ. ການຄົ້ນຄວ້າໄດ້ຢືນຢັນວ່າ Piezo1 ແລະ Piezo2 ແມ່ນເຫຍື້ອຫໍ່ຫຸ້ມທີ່ຖືກກະຕຸ້ນໃຫ້ເຮັດວຽກໂດຍກົງຜ່ານການແຮງກົດໃນເຫຍື່ອຕ່າງໆ.

ການຄົ້ນພົບຂອງ TRPV1, TRPM8 ແລະ ເຫຍື່ອຫຸ້ມ Piezo ໄດ້ອະທິບາຍກົນໄກການຮັບຮູ້ຄວາມຮ້ອນ, ໜາວ ແລະ ແຮງກົດທີ່ສາມາດກະຕຸ້ນໃຫ້ລະບົບປະສາດຊ່ວຍໃຫ້ຄົນເຮົາໄດ້ຮັບຮູ້ ແລະ ປັບຕົວອາໄສຢູ່ໃນໂລກໃບນີ້. ເຫຍື່ອຫຸ້ມ TRP ເປັນສູນກາງໃຫ້ພວກເຮົາມີຄວາມສາມາດໃນການຮັບຮູ້ອຸນຫະພູບ. ເຫຍື່ອຫຸ້ມ Piezo2 ສະໜອງຄວາມຮູ້ສຶກຕໍ່ການສຳຜັດ ແລະ ຄວາມສາມາດທີ່ຈະຮັບຮູ້ເຖິງທ່າ ແລະ ການເຄື່ອນໄຫວຂອງພາກສ່ວນຕ່າງໆໃນຮ່າງກາຍເຮົາ. ຄວາມຮູ້ນີ້ໄດ້ຈັບຈອງຄວາມເຊື່ອຖື ແລະ ຄວາມຫວັງວ່າຈະໄດ້ຖືກນຳມາຊ່ວຍພັດທະນາການປິ່ນປົວໂຣກໄພໄຂ້ເຈັບຕ່າງໆເປັນວົງກວ້າງໃນອະນາຄົດອັນໃກ້ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ວິທະຍາສາດ

#LaoX#Nobel#ຮາງວັນLaoX

error: Content is protected !!