ຜີມີແທ້ຫຼືບໍ່?


ຜີມີແທ້ຫຼືບໍ່? ຄຳຕອບຈາກນັກວິທະຍາສາດອາດແມ່ນ “ບໍ່” ຫຼື “ຍັງບໍ່ສາມາດພິສູດໄດ້” ແຕ່ນັ້ນກໍບໍ່ແມ່ນການຢືນຢັນວ່າມັນເປັນສິ່ງທີ່ເໜືອທຳມະຊາດ ຫຼື ເກີນຄວາມສາມາດຂອງນັກວິທະຍາສາດ. ເຖິງແມ່ນວ່າຈະມີການທົດລອງເລັກໜ້ອຍຜ່ານມາທີ່ອາດຈະຢືນຢັນໄດ້ ຫຼື ບໍ່ໄດ້ກໍຕາມ ມັນກໍຍັງບໍ່ແມ່ນການຢືນຢັນທີ່ເປັນທາງການ ແລະ ໜ້າເຊື່ອຖືພຽງພໍ. ການທີ່ຈະປະຕິບັດການຄົ້ນຄວ້າ ແລະ ວິໄຈດັ່ງກ່າວຈຳເປັນຈະຕ້ອງມີເງິນທຶນ  ພ້ອມທັງມີຜົນປະໂຫຍດຕອບແທນ ຈຶ່ງກາຍເປັນວ່າຍັງບໍ່ທັນມີການຢືນຢັນວ່າຜີມີແທ້ ແຕ່ສາມາດອະທິບາຍພິສູດປາກົດການພົບເຫັນຜີໄດ້. ທຸກຄົນອາດຈະງົງໄປແລ້ວວ່າຖ້າຜີບໍ່ມີແທ້ ແລ້ວເປັນຫຍັງຄືເຫັນຜີໄດ້? ເຊິ່ງການພົບເຫັນຜີ ກໍແປໄດ້ຕາມຕົວມັນເລີຍຄື ເຫດການທີ່ຄົນໆໜຶ່ງໄດ້ເຊື່ອວ່າຕົນເອງເຫັນຜີ ແລະ ນັກວິທະຍາສາດໄດ້ມີຄຳອະທິບາຍໃຫ້ກັບເຫດການພົບເຫັນຜີມີຄື:

  1. ຕາທີ່ເລີ່ມເບິ່ງບໍ່ເຫັນດີ ແລະ ໃກ້ຈະບອດ

ມີຜູ້ປ່ວຍສູງອາຍຸທີ່ມັກຈະບອກວ່າຕົນເອງໄດ້ເຫັນຄົນທີ່ບໍ່ມີຕົວຕົນ ຫຼື ແສງເປັນເມັດທີ່ຄົນອື່ນບໍ່ເຫັນຈົນອາດໄປກະທົບຕໍ່ການໃຊ້ຊີວິດເຊັ່ນ: ການຈຳແນກຄວາມເປັນຈິງ ແລະ ພາບຫຼອນບໍ່ໄດ້. ເຊິ່ງມັນມີທິດສະດີ 2 ຢ່າງທີ່ສະໜັບສະໜູນເຫດການດັ່ງກ່າວຄື: ປະສາດຮັບພາບຈາກຕາທີ່ເລີ່ມຖົດຖອຍລົງເມື່ອໃກ້ຈະບອດ ສະໝອງຈຶ່ງເບື່ອ. ຈາກທີ່ປົກກະຕິນັ້ນ ສະໝອງຈະມີໜ້າທີ່ແປສັນຍານຈາກຕາໃຫ້ເຮົາຮັບຮູ້, ເມື່ອຕ້ອງປັບຕົວ ມັນຈຶ່ງສ້າງພາບຂຶ້ນມາເອງໂດຍດຶງຈາກຄວາມຊົງຈຳ ນອກຈາກນີ້ຍັງຫຼອກໃຫ້ຄົນເຮົາສາມາດໄດ້ຍິນສຽງ ແລະ ຮູ້ສຶກໄດ້ເຊັ່ນກັນ.

ອີກທິດສະດີໜຶ່ງແມ່ນສະໝອງຄົນເຮົານັ້ນຈະສ້າງພາບຂຶ້ນມາໂລເລເປັນປົກກະຕິຂອງມັນ ແຕ່ມັນຈະຖືກຈັດເກັບໄວ້ບໍ່ໃຫ້ສາຍພາບອອກມາ ເນື່ອງຈາກມີພາບຈາກຄວາມເປັນຈິງທີ່ເປັນໜ້າວຽກສຳຄັນກວ່າ. ແຕ່ເມື່ອການຮັບພາບຂອງໂລກຄວາມຈິງເລີ່ມດັບມືດລົງ, ການສ້າງພາບຂອງສະໝອງຈຶ່ງສະແດງຕົວອອກມາໃຫ້ເຫັນແຈ້ງຂຶ້ນກາຍເປັນພາບຫຼອນ.

ອາການພາບຫຼອນແບບພື້ນຖານແມ່ນມີຄື: ຈຸດແສງ, ເສັ້ນສີຕ່າງໆ ໄປຈົນຮອດວົງມົນໝຸນໄປມາ ເຊິ່ງສາມາດເກີດຂຶ້ນກັບເດັກນ້ອຍ, ຜູ້ທີ່ມີໄຂ້ຂຶ້ນສູງ. ເນື່ອງຈາກສະໝອງຂອງເດັກນ້ອຍຍັງບໍ່ຈະເລີນເຕີບໃຫຍ່ເຕັມທີ່, ໂອກາດເຮັດວຽກຜິດພາດຂອງສະໝອງຈຶ່ງອາດເກີດຂຶ້ນໄດ້. ສ່ວນຜູ້ທີ່ມີໄຂ້ຂຶ້ນສູງນັ້ນ, ສານເຄມີໃນສະໝອງຈະມີການເຮັດວຽກຜິດປົກກະຕິ ແລະ ມີໂອກາດເກີດພາບຫຼອນໄດ້.

ຜົນສຳຫຼວດພົບວ່າ ຜູ້ສູງອາຍຸທີ່ມີບັນຫາສາຍຕານັ້ນ ມີໂອກາດເຫັນພາບຫຼອນແບບພື້ນຖານສູງເຖິງ 80%  ແລະ ມີປະມານ 15% ທີ່ເຫັນພາບຫລອນແບບສົມຈິງ ເຊັ່ນ: ເຫັນຫນ້າຄົນລອຍມາ ຫລືເຫັນຄົນ, ເຫັນວັດຖຸສິ່ງຂອງ ທີ່ບໍ່ໄດ້ມີຢູ່ສະຖານທີ່ນັ້ນແທ້.

ນອກຈາກນີ້ກໍຍັງມີພາບຫຼອນແບບຊັບຊ້ອນ ທີ່ເຫັນເປັນເຫດການຕໍ່ເນື່ອງຈົນເປັນເລື່ອງລາວ ຫຼື ພາບເກີນຈິນຕະນາການ ໄປເລີຍກໍມີ.

ຄວາມຊັບຊ້ອນຂອງພາບຫຼອນສາມາດບິດເບືອນ ແລະ ປາກົດໄປຕາມຄວາມເຊື່ອ, ຄວາມຮູ້, ໜ້າວຽກຕ່າງໆຂອງບຸກຄົນນັ້ນໆ. ຍົກຕົວຢ່າງຜູ້ທີ່ເຮັດວຽກກ່ຽວກັບການເຜີຍແຜ່ສາສະໜາ ຈະຕ້ອງໄດ້ຮ່ຳຮຽນສຶກສາກ່ຽວກັບສາສະໜາຢ່າງເລິກເຊິ່ງ. ດັ່ງນັ້ນ ອາການພາບຫຼອນກໍສາມາດເກີດຂຶ້ນ ໂດຍມາໃນຮູບແບບຕົວອັກສອນ ຫຼື ສັນຍະລັກສາສະໜາທີ່ກ່ຽວຂ້ອງກັບຄວາມຮູ້ທີ່ໄດ້ຊຶມເຂົ້າໄປໃນສະໝອງຂອງຜູ້ເຜີຍແຜ່ສາສະໜານັ້ນ.

  1. ສະພາວະທີ່ຕາໄດ້ເຫັນພາບເກົ່າໆຊ້ຳໆເປັນເວລາດົນນານ

ສຳລັບຄົນປົກກະຕິທົ່ວໄປນັ້ນ ກໍສາມາດເກີດອາການພາບຫຼອນໄດ້ເຊັ່ນກັນ ນັ້ນກໍຄືສະພາວະທີ່ຕາໄດ້ເຫັນພາບເກົ່າໆ ຊ້ຳໆ ເປັນເວລາດົນນານຢ່າງຕໍ່ເນື່ືອງ. ເພາະວ່າສະໝອງເມື່ອໄດ້ຮັບພາບເກົ່າຊ້ຳກັນດົນຈະເກີດອາການເບື່ອ ຈຶ່ງສ້າງພາບຂຶ້ນມາ ຄືກັບຄົນທີ່ຕາບອດບໍ່ເຫັນພາບ ແລ້ວສະໝອງເບື່ອຈຶ່ງສ້າງພາບຫຼອນຂຶ້ນມາ. ນັກວິທະຍາສາດໄດ້ມີການທົດລອງເພື່ອພິສູດຕໍ່ສະພາວະດັ່ງກ່າວເປັນທີ່ຮຽບຮ້ອຍ​ ໂດຍການໃຫ້ອາສາສະໝັກປິດຕາ ແລະ ນັ່ງໃນຫ້ອງຄົນດຽວ, ເມື່ອຮອດເວລາກິິນເຂົ້າກໍຈະມີທີມງານເອົາໄປໃຫ້ ພ້ອມທັງຫ້າມໃຫ້ມີບົດສົນທະນາລົມກັນ. ຫຼັງຈາກກິນແລ້ວກໍໃຫ້ສືບຕໍ່ຢູ່ຄົນດຽວ. ຜົນປາກົດວ່າ ຫຼັງຈາກຜ່ານໄປ 3 – 4 ຊົ່ວໂມງ, ມີບາງຄົນເລີ່ມເຫັນພາບຫຼອນແບບພື້ນຖານຄືເມັດແສງສີ ຫຼື ເສັ້ນສີ. ຜ່ານໄປ 1 ມື້ ບາງຄົນເລີ່ມເຫັນພາບຫຼອນຊັບຊ້ອນຂຶ້ນເລື້ອຍໆ, ຈົນຮອດມື້ທີ 3 ອາສາສະໝັກທຸກຄົນເຫັນພາບຫຼອນໝົດ.

  1. ເຫັນຜີຕອນເຊືອບຫຼັບ ແລະ ກຳລັງຕື່ນນອນ

ໄລຍະເວລາທີ່ເຮົາຈະເຫັນຜີເລື້ອຍໆ ອາດຈະແມ່ນຕອນທີ່ກຳລັງເຊືອບຫຼັບ ແລະ ກຳລັງຕື່ນນອນກໍໄດ້. ເຊິ່ງມັນກໍຄືການທີ່ເຮົາໄດ້ເຫັນພາບຫຼອນແຕ່ມາໃນຮູບແບບແປກໆ ທີ່ເກີດຂຶ້ນໃນ 2 ກໍລະນີກໍຄື: ຕອນເຊືອບຫຼັບ ແລະ ຕອນກຳລັງຕື່ນ.

  • ຕອນເຊືອບຫຼັບ
    ຕອນເຊືອບຫຼັບ ຫຼື  Hypnagogic Hallucinations ແມ່ນຈະເກີດຂຶ້ນໃນຂະນະທີ່ກຳລັງນອນ ເຊິ່ງເປັນຕອນທີ່ກຳລັງຈະຫຼັບ ຫຼື ເຊືອບຫຼັບ. ເຮົາຈະລືມຕົວ ຫຼື ໝົດສະຕິ ພ້ອມເຫັນພາບຫຼອນເກີດຂຶ້ນໃນຂະນະທີ່ຫຼັບ ແຕ່ສ່ວນໃຫຍ່ຈະບໍ່ເປັນເລື່ອງທີ່ເປັນຕາຢ້ານ ແລະ ຈະເປັນຄືກຳລັງທວນຄືນເຫດການທີ່ເກີດຂຶ້ນທີ່ເຮົາໄດ້ເຮັດມາກ່ອນໜ້າ ໃນມື້ນັ້ນໆຫຼາຍກວ່າ.
  • ຕອນກຳລັງຕື່ນ
    ຕອນທີ່ກຳລັງຕື່ນ ຫຼື Hypnopompic Hallucinations ຈະເປັນອາການຂອງພາບຫຼອນທີ່ເກີດຂຶ້ນຕອນທີ່ເຮົາຍັງບໍ່ຕື່ນເຕັມທີ່ ແລະ ມັກຈະເຫັນພາບຫຼອນທີ່ເປັນຕາຢ້ານ. ພ້ອມທັງມັນອາດຈະເປັນສາເຫດທີ່ອະທິບາຍເຫດການພົບຜີເມື່ອຕື່ນນອນກໍໄດ້. ອາການພາບຫຼອນເຫຼົ່ານີ້ຈະເຫັນສະເພາະຕອນທີ່ຕື່ນນອນບໍ່ດົນ ເມື່ອຮູ້ສຶກຕົວເຕັມທີ່ແລ້ວ ພາບຫຼອນກໍຈະຫາຍໄປເອງ. ສ່ວນໃຫຍ່ມັນຈະເກີດຂຶ້ນຍ້ອນຮ່າງກາຍອິດເມື່ອຍ, ສະໝອງສ່ວນໜ້າໃນກະໂຫຼກຫົວທີ່ເຮັດໜ້າທີ່ສ້າງຄວາມສົມເຫດສົມຜົນຕໍ່ສະຖານະການຕ່າງໆນັ້ນບໍ່ໄດ້ພັກຜ່ອນພຽງພໍ ສົ່ງຜົນໃຫ້ມັນຕ້ອງການພັກຫຼາຍເປັນພິເສດເມື່ອກຳລັງຫຼັບ. ເມື່ອສະໝອງສ່ວນນີ້ມີປະສິດທິຜົນໜ້ອຍລົງ ຫຼື ພັກຜ່ອນບໍ່ເຮັດວຽກ ກໍເທົ່າກັບວ່າເຮົາບໍ່ສາມາດສ້າງເຫດ ແລະ ຜົນໃຫ້ກັບສິ່ງທີ່ເຫັນຢູ່ໄດ້.

ການໄດ້ຮັບການພັກຜ່ອນທີ່ພຽງພໍພ້ອມທັງຍັງຮັກສາສຸຂະພາບໃຫ້ຕົນເອງແຂງແຮງ ຈຶ່ງສຳຄັນທີ່ສຸດ ເພື່ອບໍ່ໃຫ້ຮ່າງກາຍຂອງເຮົານັ້ນອິດເມື່ອຍຫຼາຍເປັນເວລາຕິດຕໍ່ກັນ.

ການເຫັນພາບຫຼອນກ່ອນຫຼັບ ແລະ ກຳລັງຕື່ນນອນສາມາດເກີດຂຶ້ນໄດ້ກັບທຸກຄົນ. ແຕ່ກໍມີບາງກຸ່ມຄົນທີ່ມີບັນຫາການນອນກໍຄືການຫຼັບໆ ຕື່ນໆ ຢູ່ຕະຫຼອດເວລາ. ພວກເຂົາຈະຫຼັບໂດຍບໍ່ຮູ້ຕົວ ແລະ ມັນເປັນການຫຼັບເວລາສັ້ນໆ ແບບວູບໄປບາດດຽວ ແລ້ວກໍຕື່ນຂຶ້ນມາ ເອີ້ນວ່າ Narcolepsy ສາເຫດກໍເນື່ອງຈາກວ່າ ສະໝອງສ່ວນ Hypothalamus  ນັ້ນຫຼັ່ງຮໍໂມນໄດ້ບໍ່ພຽງພໍ. ມັນເຮັດໃຫ້ພວກເຂົາມີບັນຫາການເຫັນພາບຫຼອນຮຸນແຮງຫຼາຍກວ່າຄົນປົກກະຕິ ຈາກທັງກ່ອນຫຼັບແລະກຳລັງຕື່ນຮວມເຂົ້າກັນຫຼາຍໆ ຈົນເປັນພາບຫຼອນທີ່ຍັງຄ້າງຢູ່ ແລະ ອາດບໍ່ສາມາດຈຳແນກຄວາມເປັນຈິງກັບພາບຫຼອນອອກມາໄດ້ເຊິ່ງມີຜົນຕໍ່ການໃຊ້ຊີວິດຂອງພວກເຂົາ.

ປັດຈຸບັນໄດ້ມີການໃຊ້ເຄື່ອງສະແກນເພື່ອສຶກສາສະໝອງ ແລະ ພົບວ່າໃນຂະນະທີ່ເກີດພາບຫຼອນນັ້ນ, ສະໝອງບໍ່ໄດ້ເຮັດວຽກຄືກັບການຈິນຕະນາການ ຫຼື ການນຶກຄິດ ແຕ່ສະໝອງເຮັດວຽກຮັບຮູ້ ແລະ ເຫັນພາບເປັນຕົວຈິງ.​ ສະນັ້ນເມື່ອຜູ້ປ່ວຍໄດ້ເຫັນພາບຫຼອນ, ພວກເຂົາບໍ່ໄດ້ເຫັນຄືກັບຝັນ ຫຼື ກຳລັງຈິນຕະນາການໄປເອງ ແຕ່ພວກເຂົາກຳລັງພົບເຫັນພາບນັ້ນຄືກັບເຫັນພາບທົ່ວໄປທີ່ເກີດຂຶ້ນຕໍ່ໜ້າຕໍ່ຕາ. ເຖິງຢ່າງໃດກໍຕາມ, ການເກີດພາບຫຼອນກໍບໍ່ແມ່ນສິ່ງທີ່ບໍ່ສາມາດແກ້ໄຂໄດ້. ເມື່ອເຮົາໄດ້ພົບແພດໝໍ, ເພີ່ນກໍຈະວິເຄາະສະໝອງເພື່ອຊອກຫາວ່າປະສາດສ່ວນໃດທີ່ເຮັດວຽກຜິດປົກກະຕິ ກ່ອນຈະໃຫ້ຢາປິ່ນປົວ.

ນອກຈາກນີ້ກໍຍັງມີອີກຫຼາກຫຼາຍເຫດການ ແລະ ທິດສະດີທີ່ໄດ້ຖືກຍົກມາອະທິບາຍກັນໂດຍໃຊ້ວິທະຍາສາດມາຢືນຢັນ. ເຖິງຢ່າງໃດກໍຕາມ ບົດຄວາມນີ້ກໍບໍ່ໄດ້ມີເຈດຕະນາລົບລ້າງຄວາມເຊື່ອຂອງໃຜ ພ້ອມກັບສະໜັບສະໜູນໃນການເຄົາລົບສິດທິສ່ວນບຸກຄົນວ່າດ້ວຍຄວາມເຊື່ອ ນອກຈາກວ່າຄວາມເຊື່ອນັ້ນໄດ້ກໍ່ຄວາມເສຍຫາຍ ຫຼື ເດືອດຮ້ອນຕໍ່ຜູ້ອື່ນ ວິທະຍາສາດຈຶ່ງຈະໄດ້ຖືກນຳເຂົ້າໄປເພື່ອພິສູດໃນບັນຫານັ້ນໆ.

ອ້າງອີງຈາກ: ໜັງສື ເລື່ອງໃຫຍ່ໃນໂລກນ້ອຍ 2 ໂດຍ: ວິຣະສັກ ວິຣະວົງ

ຮຽບຮຽບໂດຍ: ວາດສະໜາ ນົງວິໄລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ວິທະຍາສາດ

#HOD#Hypothalamus#LaoX#Narcolepsy#ຄວາມເຊື່ອ#ຜີ#ວິທະຍາສາດ#ສຸຂະພາບ

error: Content is protected !!