ວັກຊີນມີຈັກຊະນິດ?


ກ່ອນທີ່ຈະຮູ້ວ່າວັກຊີນມີຈັກຊະນິດ ເຮົາມາເຂົ້າໃຈກ່ອນດີກວ່າວ່າວັກຊີນນັ້ນເຮັດວຽກແນວໃດ. ວັກຊີນໂຄວິດ-19 ກໍມີພື້ນຖານການຜະລິດບໍ່ຕ່າງຈາກວັກຊີນອື່ນໆ ກໍຄືສົ່ງຕົວເຊື້ອເຂົ້າມາໃນຮ່າງກາຍຂອງເຮົາ ແລະ ຊ່ວຍໃຫ້ຮ່າງກາຍຈື່ຈຳລັກສະນະຂອງມັນ, ເມື່ອຮ່າງກາຍໄດ້ຕິດເຊື້ອໃນອະນາຄົດ ມັນກໍຈະຜະລິດພູມຕ້ານທານຂຶ້ນມາຈັດການເຊື້ອນັ້ນ. (ອ່ານຂັ້ນຕອນການເຮັດວຽກຂອງວັກຊີນ: https://bit.ly/3o2YNL9)


ເນື່ອງຈາກເຊວເມັດເລືອດຂາວໃນຮ່າງກາຍ ທີ່ເປັນຕົວຜະລິດພູມຕ້ານທານ ແລະ ກຳຈັດສິ່ງແປກປອມອອກຈາກຮ່າງກາຍ ກໍມີວິທີກຳຈັດເຊື້ອນັ້ນໃນວິທີທີ່ແຕກຕ່າງອອກໄປ ສຳລັບກໍລະນີວັກຊີນໂຄວິດເອງ ກໍມີຢູ່ 4 ຊະນິດ ເຊິ່ງແຕ່ລະຊະນິດຈະມີຜົນແຕກຕ່າງອອກໄປເຊັ່ນກັນ.

  1. ວັກຊີນຊະນິດສານກຳມະພັນ (mRNA)
    ເປັນການນຳໃຊ້ເທັກໂນໂລຊີສະໄໝໃໝ່ເພື່ອສັງເຄາະເອົາສານກຳມະພັນ (messenger RNA) ທີ່ເປັນຕົວກໍ່ເຊື້ອໄວຣັສໂຄວິດ-19. ເມື່ອຖືກສັກເຂົ້າໄປໃນຮ່າງກາຍແລ້ວ ມັນຈະສ້າງແຜນທີ່ການຜະລິດໂປຣຕີນທີ່ໃຊ້ຕໍ່ຕ້ານໄວຣັສໃຫ້ກັບເຊວໃນຮ່າງກາຍຂອງເຮົາໂດຍທີ່ບໍ່ເປັນອັນຕະລາຍອີກ. ຫຼັງຈາກເຊວໃນຮ່າງກາຍໄດ້ຜະລິດໂປຣຕີນຕາມຂໍ້ມູນແລ້ວ ມັນກໍຈະທຳລາຍເຊື້ອກຳມະພັນທີ່ເຂົ້າມາຈາກວັກຊີນ. ຮ່າງກາຍຂອງເຮົາກໍຮູ້ຕົວວ່າໂປຣຕີນນີ້ບໍ່ຄວນຈະຢູ່ໃນຮ່າງກາຍ ມັນຈຶ່ງສ້າງພູມຕ້ານທານຂຶ້ນມາ ເພື່ອຈື່ຈຳການກຳຈັດນີ້ທີ່ເປັນຕົວກໍ່ໃຫ້ເກີດໂຄວິດ-19 ຖ້າເຮົາຕິດເຊື້ອໃນອະນາຄົດ.
  2. ວັກຊີນທີ່ໃຊ້ໄວຣັສເປັນພາຫະ (Viral Vector Vaccines)
    ເປັນການປັບປ່ຽນເຊື້ອທີ່ແຕກຕ່າງກັນ ເຊັ່ນການເອົາໄວຣັສອື່ນໆມາປະສົມກັບໄວຣັສທີ່ເປັນຕົວກໍ່ໂຄວິດ-19. ໜຶ່ງໃນໄວຣັສທີ່ໃຊ້ເປັນປະຈຳແມ່ນອະດີໂນໄວຣັສ adenovirus ເຊິ່ງເປັນຕົວກໍ່ໃຫ້ເປັນຫວັດ ທັນທີທີ່ພາຫະໄວຣັສນີ້ໄດ້ເຂົ້າໄປໃນຮ່າງກາຍ, ມັນກໍຈະໄປກະຕຸ້ນໃຫ້ພູມຕ້ານທານກຳຈັດໄວຣັສທີ່ກໍ່ໃຫ້ເກີດໂຄວິດ – 19 ແລະ ສາມາດຈື່ຈຳເຊື້ອໄວຣັສດັ່ງກ່າວໄດ້ໃນອະນາຄົດ.
  3. ວັກຊີນທີໃຊ້ໂປຣຕີນສ່ວນໜຶ່ງຂອງເຊື້ອ (Protein subunit vaccines)
    ເປັນວິທີພື້ນຖານໃນການສ້າງວັກຊີນຕັ້ງແຕ່ທຳອິດ ມັນແມ່ນການປະກອບສ້າງວັກຊີນໂດຍໃຊ້ໂປຣຕີນສ່ວນໜຶ່ງຂອງໄວຣັສທີ່ກໍ່ໃຫ້ເກີດເຊື້ອໂຄວິດ-19 ແທນການໃຊ້ເຊື້ອທັງໝົດ. ເມື່ອຖືກສັກຢາ, ຮ່າງກາຍກໍຈະຮູ້ຕົວວ່າໂປຣຕີນນີ້ບໍ່ຄວນເຂົ້າມາ ແລະ ໄດ້ສ້າງພູມຕ້ານທານເພື່ອກຳຈັດມັນອອກໄປ ພ້ອມຈື່ຈຳໄວຣັສໄວ້ກຳຈັດໃນອະນາຄົດ.
  4. ວັກຊີນເຊື້ອຕາຍ (Inactivated Vaccine)
    ແມ່ນການຂ້າເຊື້ອໄວຣັສໃຫ້ຕາຍ ຫຼື ເຮັດໃຫ້ອ່ອນແອລົງເພື່ອນຳໄປຜະລິດວັກຊີນ. ເມື່ອສັກເຂົ້າໄປແລ້ວມັນຈະບໍ່ກໍ່ໃຫ້ເກີດໂຣກອື່ນໆ ແຕ່ກໍຍັງສາມາດກະຕຸ້ນໃຫ້ຮ່າງກາຍຜະລິດພູມຕ້ານທານໄດ້.

ເພື່ອຈະໄດ້ຮັບການປ້ອງກັນຢ່າງເຕັມທີ່ນັ້ນ, ເຮົາອາດຈະຕ້ອງໄດ້ສັກຢາຕາມຈຳນວນ ພ້ອມທັງເວັ້ນໄລຍະຫ່າງການຮັບຢາ ທີ່ແຕ່ລະຊະນິດ ຫຼື ຍີ່ຫໍ້ໄດ້ລະບຸໄວ້. ມັນອາດເກີດຜົນຂ້າງຄຽງເຊັ່ນ: ໄຂ້, ໜາວ ຫຼື ປວດຫົວຫຼັງຈາກໄດ້ຮັບການສັກຢາ. ເນື່ອງຈາກວັກຊີນພວກນີ້ໄດ້ຈຳລອງສະຖານະການໃຫ້ກັບລະບົບພູມຕ້ານທານຂອງຮ່າງກາຍເຮົາເມື່ອພົບກັບໄວຣັສ. ແຕ່ການທີ່ບໍ່ໄດ້ຮັບຜົນຂ້າງຄຽງຫຍັງເລີຍກໍບໍ່ໄດ້ໝາຍຄວາມວ່າວັກຊີນບໍ່ໄດ້ຜົນ.

ໃນປະເທດລາວເຮົາແມ່ນໄດ້ມີການຮັບການຊ່ວຍເຫຼືອເລື່ອງວັກຊີນຈາກຫຼາກຫຼາຍປະເທດ ແລະ ປັດຈຸບັນແມ່ນມີທັງ mRNA ເຊັ່ນ: Pfizer, ວັກຊີນທີ່ໃຊ້ໄວຣັສເປັນພາຫະເຊັ່ນ: Astra Zeneca ແລະ Johnson and Johnson, ວັກຊີນເຊື້ອຕາຍເຊັ່ນ: Sinopharm…ເຖິງແມ່ນວ່າຈະໄດ້ຮັບວັກຊີນຄົບຖ້ວນແລ້ວກໍຕາມ, ມັນພຽງແຕ່ປ້ອງກັນການຮຸນແຮງຂອງໄຂ້ ເມື່ອຕິດເຊື້ອເທົ່ານັ້ນ. ທຸກມື້ນີ້ ທາງນັກວິທະຍາສາດກໍຍັງຄົ້ນຄວ້າຕໍ່ວິທີການປ້ອງກັນການຕິດເຊື້ອຢູ່ ເນື່ອງຈາກວ່າບໍ່ມີວັກຊີນໃດທີ່ມີຜົນ 100% ດັ່ງນັ້ນ, ການຮັກສາມາດຕະການຕາມຫຼັກອະນາໄມກໍຍັງຕ້ອງປະຕິບັດສືບຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ວິທະຍາສາດ

#HOD#LaoXCOVID-19ວັກຊີນ

error: Content is protected !!