ຍາມນ້ຳຂຶ້ນໃຫ້ຮີບຕັກ! ຫຼັງຈາກຮູບເງົາກວາດລາຍໄດ້ໄປຢ່າງຫຼວງຫຼາຍ Mattel ເຈົ້າຂອງລິຂະສິດ Barbie ຈຶ່ງມີແນວຄິດຢາກຈະສ້າງພາກຕໍ່ ພ້ອມສ້າງແຟຣນຊາຍ Barbie ແບບຍິ່ງໃຫຍ່ ແຕ່ວ່າຕອນນີ້ຜູ້ກຳກັບຮູບເງົາເລື່ອງນີີ້ຢ່າງ Greta Gerwig ຍັງບໍ່ມີແຜນທີ່ຈະເຮັດພາກຕໍ່.
ດ້ວຍຄວາມສຳເລັດທາງລາຍໄດ້ຢ່າງມະຫາສານ ພ້ອມກັບສຽງຕອບຮັບຈາກແຟນໆ ເຮັດໃຫ້ທາງບໍລິສັດ Mattel ເຈົ້າຂອງລິຂະສິດ Barbie ກຽມວາງແຜນທີ່ຈະຂະຫຍາຍຈັກກະວານ Barbie ເປັນທີ່ຮຽບຮ້ອຍ ແນ່ນອນວ່າຕ້ອງການທີ່ຈະສ້າງພາກຕໍ່ຂອງ Barbie ເອົາໄວ້ຫຼາຍເລື່ອງ.
![](https://laox.la/wp-content/uploads/2023/07/image-382.png)
ໂດຍທາງ Mattel ເຈົ້າຂອງລິຂະສິດ Barbie ໄດ້ໃຫ້ສຳພາດວ່າ “ສຳລັບ Barbie ມັນເປັນຈັກກະວານທີ່ສົມບູນແບບ ເຮົາເປັນແບຣນທີ່ກວ້າງຂວາງ, ໃນຕອນເລີ່ມຕົ້ນພວກເຮົາບໍ່ໄດ້ເວົ້າວ່າ ມາ ພວກເຮົາມາຄິດຮູບເງົາເລືອງທີ 2 ຫຼື 3 ກັນ. ເລີ່ມເລື່ອງທຳອິດໃຫ້ຖືກຕ້ອງ ແລະ ຕ້ອງໃຫ້ຄວາມສຳເລັດ ແລະ ຖ້າເຮັດແບບນັ້ນ ໂອກາດກໍເປີດຂຶ້ນຢ່າງວ່ອງໄວ ເມື່ອຄຸນະພາບຂອງຮູບເງົາເລື່ອງນີ້ໃນຖານະແຟຣນຊາຍປະສົບຄວາມສຳເລັດ ພວກເຮົາຈຶ່ງມີຄວາມກະຕືລືລົ້ນຄືການສ້າງແຟນໄຊ ແລະ ຂະຫຍາຍຮູບເງົາອອກໄປ”
![](https://laox.la/wp-content/uploads/2023/07/image-383.png)
ໃນສ່ວນຂອງທາງຜູ້ກຳກັບຢ່າງ Greta Gerwig ໄດ້ອອກມາໃຫ້ສຳພາດກັບທາງ The New York Times ເພື່ອໂອ້ລົມກັນກ່ຽວກັບຮູບເງົາເລື່ອງນີ້ຫຼັງຈາກປະສົບຄວາມສຳເລັດຢ່າງຫຼວງຫຼາຍ ແລະ ໃນລະຫວ່າງໂອ້ລົມກັບຜູ້ກຳກັບສາວ ໄດ້ຖືກຖາມເຖິງໄອເດຍຂອງພາກຕໍ່ຫາກມີການສ້າງຂຶ້ນມາແທ້ໆ ເຊິ່ງຜູ້ກຳກັບສາວກໍໄດ້ຍອມຮັບຢ່າງກົງໄປກົງມາ ວ່າຍັງບໍ່ໄດ້ມີໄອເດຍ ສຳລັບພາກຕໍ່ເພາະວ່າ ຍັງບໍ່ໄດ້ສ້າງຮູບເງົາເລື່ອງນີ້ເພື່ອສ້າງພາກຕໍ່ນັ້ນເອງ.
ຢ່າງໃດກໍຕາມ ເຮົາຕ້ອງມາຕິດຕາມກັນຕໍ່ວ່າຮູບເງົາ Barbie ຈະມີພາກຕໍ່ຫຼືບໍ່? ອາດຈະມີພາກຕໍ່ແຕ່ບໍ່ແມ່ນຜູ້ກຳກັບຄົນເກົ່າ ອາດຈະປ່ຽນຜູ້ກຳກັບ ຫຼື ອາດຈະບໍ່ມີພາກຕໍ່ແຕ່ເປັນຮູບເງົາເລື່ອງໃໝ່ເປີດຈັກກະວານ Barbie ກໍເປັນໄປໄດ້.
ຂອບໃຈຂໍ້ມູນ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/