Liverpool ເປີດບ້ານຈັດຊຸດໃຫຍ່ ເອົາຊະນະ Man U ໄປ 7-0 ກາຍເປັນເກມທີ່ມີຜົນຕ່າງປະຕູຫຼາຍທີ່ສຸດໃນປະຫວັດສາດນັບຕັ້ງແຕ່ 2 ທີມນີ້ພົບກັນມາ


ຈົບລົງແລ້ວກັບເກມແດງເດືອດ ນັດທີ 2 ປະຈຳລະດູການ 2022/2023 ແລະເອີ້ນໄດ້ວ່າສົມກັບເປັນເກມທີ່ຫຼາຍຄົນຈັບຕາເບິ່ງ ເພາະຟອມທີ່ຜ່ານໆມາແມ່ນບໍ່ມີຜົນຫຍັງເລີຍກັບນັດນີ້ ເມື່ອ ລິເວີ້ພູລ ເປີດບ້ານເອົາຊະນະ ແມນເຊັສເຕີ້ ຢູໄນເຕັດ ໄປແບບເໜືອຄາດ 7 ປະຕູຕໍ່ 0 ກາຍເປັນເກມທີ່ມີຜົນຕ່າງປະຕູຫຼາຍທີ່ສຸດໃນປະຫວັດສາດ ນັບຕັ້ງແຕ່ 2 ທີມນີ້ ພົບກັນມາ.

ເລີ່ມເກມມາທັງ 2 ​ທີມຕ່າງກໍພະຍາຍາມຄຸມເກມ ແລະ ຫຼິ້ນເກມຂອງຕົນເອງ ຈົນກ່ອນຈົບເຄິ່ງເວລາທຳອິດພຽງບໍ່ເທົ່າໃດນາທີ ໂຄດີ ກັກໂປ ກອງໜ້າຂອງລິເວີ້ພູລ ກໍມາຍິງປະຕູຂຶ້ນນຳເອີ້ນຄວາມໝັ້ນໃຈໃຫ້ກັບທີມໄປກ່ອນ ແລະ ຈົບເຄິ່ງເວລາທຳອິດ ດ້ວຍສະກໍ 1 ປະຕູຕໍ່ 0.

ເລີ່ມເຄິ່ງເວລາທີ 2​ ມາ ເບິ່ງຄືວ່າແມນຢູຍັງບໍ່ສາມາດກັບມາສູ່ເກມຂອງຕົນເອງໄດ້ ຈົນມາຖືກຍິງ 2 ປະຕູຕິດຕໍ່ກັນ ໃນນາທີ 47 ແລະ ນາທີ 50 ຈາກ ດາວິນ ນູນເນສ ແລະ ໂຄດີ ກັກໂປ ສອງກອງໜ້າທີ່ຫາກໍຍ້າຍເຂົ້າມາໃນລະດູການນີ້ ເຮັດໃຫ້ ລິເວີ້ພູລມີປະຕູຂຶ້ນນຳເປັນ​ 3 ປະຕູຕໍ່ 0.

liverpool-ເປີດບ້ານຈັດຊຸດໃຫຍ່

ເມື່ອຖືກຍິງລູກທີ 3 ທັງສີໜ້າສີຕາ ພາສາກາຍຂອງນັກເຕະແມນຢູ ກໍເບິ່ງຄືວ່າຈະຖອດໃຈອອກຈາກເກມນີ້ໄປແລ້ວ ເພາະຕະຫຼອດເວລາຫຼັງຈາກນັ້ນ ເກມຂອງແມນຢູນັ້ນ ບໍ່ທີທ່າທີວ່າຈະດີຂຶ້ນເລີຍ ຈົນມາຖືກຍິງປະຕູໃສ່ຕື່ມອີກ ເຖິງ 4 ປະຕູ ເຮັດໃຫ້ຈົບເກມ ລິເວີ້ພູລ ເປີດບ້ານເອົາຊະນະ ແມນເຊັສເຕີ້ ຢູໄນເຕັດ ໄປແບບເໜືອຄາດ 7 ປະຕູຕໍ່ 0.

ດ້ວຍຜົນການແຂ່ງຂັນທີ່ຈົບລົງແບບນີ້ ເຮັດໃຫ້ເກມນັດນີ້ ກາຍເປັນເກມທີ່ມີຜົນຕ່າງປະຕູຫຼາຍທີ່ສູດໃນປະຫວັດສາດ ນັບຕັ້ງແຕ່ 2 ທີມນີ້ ພົບກັນມາ. ສ່ວນຜົນຕ່າງປະຕູຫຼາຍທີ່ສຸດ ທີ່ສອງທີມນີ້ພົບກັນ ແມ່ນເກີດຂຶ້ນເມື່ອປີ 1895 ຫຼື ເມື່ອ 128 ປີທີ່ຜ່ານມານີ້ ທີ່ຕອນນັ້ນ ລິເວີ້ພູລ ກໍເປັນຝ່າຍເອົາຊະນະ ແມນຢູໄປໄດ້ 7 ປະຕູຕໍ່ 1.

liverpool-ເປີດບ້ານຈັດຊຸດໃຫຍ່

     ຫຼັງຈົບເກມ ເອຣິກ ເທັນຮາກ ຄູເຝິກຂອງ ແມນເຊັສເຕີ້ ຢູໄນເຕັດ ອອກມາໃຫ້ສຳພາດວ່າ: “ບໍ່ມີຫຍັງອະທິບາຍ, ເຄິ່ງເວລາທຳອິດ ເຮົາເຮັດໄດ້ດີ ແຕ່ເລີ່ມເຄິ່ງເວລາທີ 2 ມາບໍ່ເທົ່າໃດນາທີເຮົາກັບຖືກຍິງ 2 ປະຕູ ຄືຊິບໍ່ມີທີມໃດເປັນແບບນີ້ດອກ. ພວກເຮົາບໍ່ຫຼິ້ນຕາມແຜນເລີຍ ທັງ 11 ຄົນໃນສະໜາມ ແມ່ນຕ່າງຄົນຕ່າງຫຼິ້ນກັນເອງ”.

liverpool-ເປີດບ້ານຈັດຊຸດໃຫຍ່

ເອຣິກ ເທັນຮາກ ຍັງກ່າວດ້ວຍຄວາມໃຈຮ້າຍ ຕໍ່ການຫຼິ້ນຂອງລູກທີມ ທີ່ບໍ່ຄິດສູ້ເລີຍໃນມື້ນີ້ ວ່າ: “ຂ້ອຍຜິດຫວັງ ແລະ ໃຈຮ້າຍຫຼາຍ ຂ້ອຍບອກກັບນັກເຕະວ່າ ພວກເຈົ້າບໍ່ມີຄວາມເປັນມືອາຊີບເລີຍ ພວກເຈົ້າຕ້ອງຫຼິ້ນເປັນທີມ ແຕ່ພວກເຈົ້າບໍ່ເຮັດແບບນັ້ນ ພວກເຈົ້າໄຮ້ວິໄນ ເຈົ້າທໍ້ຖອຍໄດ້ ແຕ່ຕ້ອງຮ່ວມມືກັນເຮັດໜ້າທີ່ຂອງຕົນເອງ. ໃນຖານະນັກເຕະ ເຮົາຕ້ອງບໍ່ປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນ ເຮົາຕ້ອງຊ່ວຍກັນ ແລະ ຕໍ່ສູ້ເພື່ອກັນ ແລະ ກັນ ແຕ່ເຮົາບໍ່ມີທ່າທີ່ວ່າຈະເຮັດແບບນັ້ນຈັກໜ້ອຍເລີຍ”.

liverpool-ເປີດບ້ານຈັດຊຸດໃຫຍ່

     ເອີ້ນໄດ້ວ່າຜິດຫວັງກັນໄປຕາມໆກັນ ກັບບັນດາແຟນແມນຢູທັງຫຼາຍ ເພາະກ່ອນເກມນັດນີ້ ຈະເລີ່ມຂຶ້ນຈາກຟອມການຫຼິ້ນ ຈາກຄວາມໝັ້ນໃຈ ໃນຫຼາຍໆນັດທີ່ຜ່ານມາ ຕ່າງກໍຄິດວ່າໃນເກມນີ້ ແມນຢູ ຈະເຮັດໄດ້ດີກວ່ານີ້. ສວນທາງກັບແຟນບານ ລິເວີ້ ພູລ ທີ່ກ່ອນເກມນັດນີ້ ຈະເລີ່ມຂຶ້ນ ແຟນໆຕ່າງກໍກັງວົນ ແລະ ບໍ່ໝັ້ນໃຈໃນທີມ ເພາະຜົນງານທີ່ຜ່ານມາ ເອີ້ນໄດ້ວ່າບໍ່ດີເທົ່າທີ່ຄວນ ປານໃດ.

ສຳລັບນັດຕໍ່ໄປຂອງ ລິເວີ້ພູລ ແມ່ນມີຄິວລົງສະໜາມພົບກັບ ສະໂມສອນ ບອນມັດ ວັນທີ 11 ມີນາ ນີ້. ສ່ວນແມນຢູ ແມ່ນມີຄິວລົງສະໜາມພົບກັບ ເຣອັນ ເບຕິສ ໃນເສິກ UEFA Europa League ຮອບ 16 ທີມ ນັດທຳອິດ ໃນວັນທີ 10 ມີນາ ທີ່ຈະມາຮອດນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/