ຍິ່ງມີເວລາຫຼາຍ ຍິ່ງຂີ້ຄ້ານ Parkinson’s Law ກົດເບື້ອງຫຼັງຄວາມຕັ້ງໃຈ ເມື່ອໃກ້ເດດລາຍ


ການເລື່ອນວຽກອອກໄປເລື້ອຍໆເປັນສິ່ງທີ່ອັນຕະລາຍ ເພາະເຈົ້າອາດຈະເຮັດວຽກທີ່ມັນງ່າຍໆ ແຕ່ໃຊ້ເວລາເປັນເດືອນກໍເປັນໄປໄດ້ ແລະ ເມື່ອໃດກໍຕາມທີ່ບໍ່ມີເດດລາຍ ມັນກໍຄືກັບວ່າເຮົາບໍ່ມີກະຈິດກະໃຈທີ່ຈະເຮັດມັນເລີຍ.

“ວຽກຈະຂະຫຍາຍຕົວໄປຕາມຂອບເຂດເວລາທີ່ເຮົາຖືກກໍານົດໃຫ້ ”

ຂໍ້ຄວາມທີ່ຊວນງົງກໍຄື ນິຍາມຂອງກົດທີ່ເອີ້ນວ່າ: Parkinson’s Law ເຊິ່ງຖືກຂຽນຂຶ້ນໂດຍ ຊີລິນ ນອດໂຄດ ພາກິນຊັນ (Cyril Noprthcote Parkinson) ເພື່ອອະທິບາຍວ່າ ເປັນຫຍັງຄົນເຮົາຈຶ່ງໃຊ້ເວລາເຮັດວຽກທີ່ມີຮູບແບບຄືກັນ ດ້ວຍເວລາທີ່ບໍ່ເທົ່າກັນ ໂດຍບໍ່ກ່ຽວຂ້ອງກັບທັກສະຄວາມສາມາດ ຫຼືແມ່ນແຕ່ຄວາມຍາກງ່າຍຂອງວຽກ. ຄວາມໝາຍຂອງກົດທີ່ວ່ານີ້ກໍຄື ຜູ່ທີ່ມີແນວໂນ້ມທີ່ຈະເຮັດວຽກອັນໜຶ່ງຕາມຂອບເຂດເວລາທີ່ຖືກກຳນົດໄວ້ ຖ້າຫາກວ່າວຽກນັ້ນມີກຳນົດເວລາ 1 ເດືອນ ວຽກນັ້ນກໍຈະສຳເລັດພາຍໃນໜຶ່ງເດືອນ ແລະ ຖ້າວຽກນັ້ນມີກຳນົດເວລາ 1 ປີ, ວຽກນັ້ນກໍຈະສຳເລັດພາຍໃນ 1 ປີເຊັ່ນດຽວກັນ ເຖິງແມ່ນວ່າວຽກທັງສອງທີ່ຍົກຕົວຢ່າງມານັ້ນຈະເປັນວຽກອັນດຽວກັນ.

ເຮົາຫຼາຍຄົນກໍໜ້າຈະເຄີຍໄດ້ປະສົບກັບສະຖານະການທີ່ຄືກັນກັບກົດຂອງພາກິນຊັນນີ້ ເຊັ່ນເມື່ອເຈົ້າໄດ້ຮັບມອບໝາຍວຽກອັນໜຶ່ງມາ ໂດຍມີກຳນົດສົ່ງໃນອີກໜຶ່ງເດືອນຕໍ່ມາ ເຊື່ອວ່າເກືອບຈະທຸກຄົນບໍ່ໄດ້ໃຊ້ເວລາຕັ້ງແຕ່ມື້ທຳອິດຈົນຮອດມື້ສຸດທ້າຍຂອງເດືອນເຮັດວຽກນີ້ຢ່າງເຕັມທີ່. ແຕ່ທາງກັບກັນ ວຽກຂອງເຈົ້າຂະຫຍາຍຕົວອອກໄປ ເຈົ້າຈະເຮັດວຽກເທື່ອລະເລັກລະໜ້ອຍ ຫຼືໃນກໍລະນີທີ່ໂຫດກວ່ານີ້ກໍອາດຈະບໍ່ເຮັດເລີຍ ເຊິ່ງເປັນສິ່ງທີ່ຫຼາຍໆຄົນເກືອບວ່າຈະທຸກຄົນເຮັດຄືກັນນັ້ນກໍຄື ການມາປັ່ນວຽກໃນ 1 ອາທິດກ່ອນມື້ເດດລາຍ ຫຼື ຄືນສຸດທ້າຍ ເຈົ້າຈະເຮັດວຽກນັ້ນຢ່າງເຕັມທີ່ເພື່ອໃຫ້ວຽກນັ້ນສຳເລັດຕາມກຳນົດ.

ກົດຂອງພາກິນຊັນອະທິບາຍສິ່ງທີ່ເກີດຂຶ້ນນີ້ວ່າ ເຮົາຈະເຕັມທີ່ກັບວຽກເມື່ອໄລຍະເວລາທີ່ຖືກກຳນົດໄວ້ນັ້ນສັ້ນ ແລະແຮງຂັບເຄື່ອນນັ້ນກໍບໍ່ແມ່ນສິ່ງອື່ນໃດໄປຫຼາຍກວ່າຄວາມກັງວົນວ່າເປີເຊັນວຽກຂອງເຈົ້າຈະແລ້ວບໍ່ທັນກຳນົດ.

ເຊິ່ງແນ່ນອນ ເຈົ້າຈະຕ້ອງກັງວົນແນ່ນອນ ຖ້າເຈົ້າມີວຽກໃຫຍ່ທີ່ຕ້ອງສົ່ງໃນຕອນເຊົ້າມື້ອື່ນ ໃນທາງກັບກັນ ຫາກກຳນົດຂອງມັນຢູ່ດົນອອກໄປອີກເຖິງໜຶ່ງເດືອນ ເຈົ້າກໍຄົງບໍ່ເຕັມທີ່ກັບມັນເທົ່າກັບວຽກທີ່ກຳລັງຈະສົ່ງໃນມື້ອື່ນ.

ຂະບວນການໃນຮູບແບບນີ້ເອງ ທີ່ເຮັດໃຫ້ເຈົ້າອາດເຮັດວຽກອັນໜຶ່ງດ້ວຍເວລາໜຶ່ງອາທິດ, ໜຶ່ງເດືອນ ຫຼືໜຶ່ງປີກໍໄດ້ ທັ້ງໆທີ່ເປັນວຽກທີ່ຄືກັນ.

ໃນຂະນະດຽວກັນນັ້ນເອງກໍຍັງມີຄວາມເຊື່ອຜິດໆ ທີ່ອ້ອມຮອບການໃຊ້ເວລາໃນການເຮັດວຽກຂອງເຮົາ ນັ້ນຄືເຮົາມັກຈະຄິດກັນໄປວ່າ ວຽກທີ່ໃຊ້ເວລາໜຶ່ງເດືອນ ຈະມີຄຸນະພາບສູງກວ່າວຽກທີ່ໃຊ້ເວລາພຽງແຕ່ອາທິດດຽວຢ່າງແນ່ນອນ.
ແຕ່ມັນອາດບໍ່ເປັນເຊັ່ນນັ້ນສະເໝີໄປ ການມີຂອບເຂດເວລາທີ່ກວ້າງບໍ່ໄດ້ໝາຍຄວາມວ່າເຈົ້າຈະໃຊ້ເວລາຫຼາຍຂຶ້ນໄປກັບການເຮັດວຽກແທ້ໆ ແຕ່ເປັນການເຮັດໃຫ້ການສະຫຼັບປ່ຽນມື້ເຮັດວຽກນັ້ນຍາວຂຶ້ນຕ່າງຫາກ.

ຖ້າວ່າຂອບເຂດເວລານັ້ນກວ້າງ ເຈົ້າບໍ່ໄດ້ໃຊ້ເວລາທີ່ມີຫຼາຍໄປກັບການຄິດເລື່ອງວຽກ ແຕ່ໃຊ້ໄປກັບການພັກຜ່ອນ, ເບິ່ງໂທລະທັດ ແລະເຮັດສິ່ງອື່ນທີ່ມັກຈະບໍ່ກ່ຽວຂ້ອງກັບວຽກທີ່ໄດ້ຮັບມອບໝາຍມາ. ກ່ອນທີ່ເຈົ້າຈະກັບມາກະຕືລືລົ້ນ ແລະຕັ້ງໃຈກັບການເຮັດວຽກອີກຄັ້ງ ໃນຊ່ວງກ່ອນກຳນົດງານ ແລະ ນີ້ຄືກົດພາກິນຊັນ ທີ່ວຽກຂະຫຍາຍຕົວຕາມຂອບເຂດເວລາທີ່ເຈົ້າໄດ້ຮັບ.

ແຕ່ຖ້າກົດຂອງພາກິນຊັນນັ້ນເກີດຂຶ້ນກັບເຮົາໂດຍບໍ່ຮູ້ໂຕຢູ່ແລ້ວ ມັນຈະມີປະໂຫຍດຫຍັງທີ່ເຮັດໃຫ້ເຮົາຕ້ອງຮູ້ໃນເລື່ອງນີ້?

ຖ້າເຮົາເບິ່ງກົດຂອງພາກິນຊັນໃນແງ່ຂອງການຈັດການເວລາ ເຮົາຈະເຫັນໄດ້ວ່າ ວິທີການຈັດການເວລາທີ່ມີປະສິດທິພາບ ຄືການວາງເດດລາຍທີ່ເໝາະສົມໃຫ້ກັບວຽກ ເພາະຖ້າເຈົ້າມີເດດລາຍທີ່ຍາວເກີນໄປ ເຈົ້າຈະບໍ່ເຮັດວຽກຈັກເທື່ອ.

ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ເຈົ້າຈະຕ້ອງກຳນົດເວລາໃນການເຮັດວຽກຂອງເຈົ້າໃຫ້ແຄບໄປໝົດທຸກອັນ ເພາະໃນຄວາມຈິງ ວຽກທຸກວຽກກໍຈຳເປັນຕ້ອງໃຊ້ເວລາຂອງມັນ, ການກຳນົດຂອບເຂດເວລາ ຫຼືເດດລາຍທີ່ພໍດີກັບວຽກ ຄືສິ່ງທີ່ຈະເຮັດໃຫ້ເຈົ້າເຮັດວຽກໄດ້ຕົງຕາມກຳນົດຢ່າງມີປະສິດທິພາບ ໂດຍບໍ່ສູນເສຍຄວາມຕັ້ງໃຈໃນການເຮັດວຽກໄປ.

ທີ່ມາ: https://mobile.facebook.com/futuretrends.th/photos/a.472084116491372/1305181493181626/?type=3&source=48&__tn__=EH-R&_rdc=1&_rdr

ຊີວິດ

error: Content is protected !!