“Identity Crisis” ການສະແຫວງຫາຕົວຕົນທີ່ເຮັດໃຫ້ຜູ່ຄົນເຈັບປວດ


ການມີເອກະລັກທີ່ເດັ່ນຊັດ ນອກຈາກຈະໃຫ້ຄົນອື່ນຈື່ຈຳເຮົາໄດ້ງ່າຍ ຍັງເຮັດໃຫ້ເຮົາຮູ້ສຶກມີຄຸນຄ່າບາງຢ່າງ, ມີຈຸດຢືນທີ່ໝັ້ນຄົງ, ມີສະຕາຍທີ່ຊັດເຈນ ແລະ ກໍຮູ້ສຶກດີບໍ່ໜ້ອຍ ເວລາທີ່ໄດ້ຍິນໃຜບອກວ່າເຫັນສິ່ງສິ່ງໜຶ່ງແລ້ວນຶກເຖິງເຮົາ ຫຼື ທັງເຮົາເອງທີ່ສາມາດບອກກັບຕົວເອງໄດ້ວ່າ ແບບນີ້ແຫລະ!

ແຕ່ກວ່າຈະຫາເອກະລັກທີ່ແທ້ຈິງຂອງຕົວເອງເຫັນ ກໍນັບວ່າເປັນຊ່ວງ “ວິກິດ” ທີ່ຜ່ານໄປໄດ້ຍາກ ແລະ ຊວນໃຫ້ເສົ້າໃຈຢູ່ຄືກັນລະດັບໜຶ່ງເລີຍໃດເນາະ.

ໄວໜຸ່ມເປັນຊ່ວງປ່ຽນຜ່ານຂອງຊີວິດ (Coming of age) ທີ່ເກີດການປ່ຽນແປງຢ່າງໄວວາ ຕັ້ງແຕ່ຄວາມຄິດ ຮ່າງກາຍ ພາວະທາງອາລົມ ແລະ ຄວາມສາມາດໃນການຮັບຮູ້ ເຮັດໃຫ້ຄົນທີ່ຢູ່ໃນຊ່ວງໄວນີ້ເລີ່ມຄຳນຶງເຖິງ “ບົດບາດໃນສັງຄົມ” ຂອງຕົວເອງຫຼາຍຂຶ້ນວ່າເຮົາຄືໃຜ? ເປັນຫຍັງໃນສັງຄົມນີ້? ເຊິ່ງ ເອຣິກ ເອຣິກສັນ (Erik Erikson) ນັກຈິດຕະວິທະຍາຊາວເຢຍລະມັນ ເອີ້ນປາກົດການນີ້ວ່າ “ວິກິດສະແຫວງຫາຕົວຕົນ ຫຼື Identity Crisis”.

Identity Crisis ເປັນປາກົດການທີ່ມັກຈະຂຶ້ນມັກຈະເກີດໃນຊ່ວງໄວໜຸ່ມໄປຈົນເຖິງຜູ້ໃຫຍ່ມືໃຫມ່ ເພາະການຫຼຸດອອກຈາກກອບທີ່ເຄີຍເພິ່ງພາອາໄສພໍ່ແມ່ ເຮັດໃຫ້ພວກເຂົາເລີ່ມຄົ້ນຫາຈຸດຢືນໃນຊີວິດດ້ວຍຕົວເອງ ທັງເອກະລັກ, ທັດສະນະຄະຕິ ແລະ ຄ່ານິຍົມ ເລີ່ມມີການສຳຫຼວດຕົວເອງ ລວມເຖິງເບິ່ງຕົວເອງໃນມຸມມອງທີ່ຜູ້ອື່ນເບິ່ງ ຈົນເກີດຂະບວນການຮຽນຮູ້ ແລະ ຍອມຮັບຕົວເອງໃຫ້ໄດ້ມາເຊິ່ງບົດສະຫຼຸບຂອງເອກະລັກຕົວເອງ (Identity Achievement) ວ່າແທ້ຈິງແລ້ວເຮົາເປັນໃຜ? ມັກຫຍັງ? ເກີດມາເພື່ອຫຍັງ? ໂດຍເລີ່ມຕັ້ງຄຳຖາມກ່ຽວກັບເພດ, ອາຊີບ, ສາສະໜາ, ທັດສະນະຄະຕິການເມືອງ ລວມໄປເຖິງເລື່ອງນ້ອຍໆຢ່າງການແຕ່ງໜ້າແຕ່ງຕົວ ຫຼື ການເລືອກເຂົ້າສັງຄົມ.

ແຕ່ການສະແຫວງຫາຕົວຕົນໃນຊ່ວງໄວໜຸ່ມບໍ່ແມ່ນເລື່ອງງ່າຍໆເລີຍ ເພາະນອກຈາກຈະຕ້ອງຕໍ່ສູ້ກັບຄວາມຄິດຕົວເອງທີ່ວ່າ ຕອນນີ້ເຮົາເປັນເຮົາແທ້ໆ (Realistic) ຫຼື ເປັນເຮົາໃນແບບທີ່ເຮົາຢາກຈະເປັນໃນອຸດົມຄະຕິ (Ideal self) ຍັງມີຄວາມຄາດຫວັງຂອງສັງຄົມເຂົ້າມາກ່ຽວ ສົ່ງຜົນໃຫ້ຫຼາຍຄັ້ງເກີດຄວາມສັບສົນໃນເອກກະລັກ (Identity Diffusion) ເລືອກຈະໃສ່ໜ້າກາກຮຽນແບບຜູ້ອື່ນ ເຊັ່ນ: ສີລະປິນ, ດາລາ ຫຼື ໄອດໍທີ່ມັກ ກະທຳຕາມຄວາມເຊື່ອ, ບັນທັດຖານຂອງຄົນສ່ວນໃຫຍ່ ເພື່ອໃຫ້ໄດ້ຮັບການຍອມຮັບ.

ຫຼື ບາງຄົນກໍມີເອກະລັກແບບດ່ວນຕັດສິນ (Identity foreclosure) ການຢຶດໝັ້ນໃນຕົວຕົນທີ່ບໍ່ທັນໄດ້ພິຈາລະນາໃຫ້ຮອບຄອບເຊັ່ນ ເຮົາອາດຈະມີຄວາມສາມາດໃນການແຕ້ມຮູບ ຫຼື ພໍ່ແມ່ຢາກໃຫ້ເກັ່ງສີລະປະ ຈຶ່ງດ່ວນສະຫຼຸບໄປວ່າໃຫຍ່ຂຶ້ນໄປຈະຕ້ອງຮຽນດ້ານສີລະປະ ແລະ ປະກອບອາຊີບເປັນນັກສີລະປິນ. ນັ້ນເກີດຈາກການທີ່ເຮົາບໍ່ໄດ້ເຮັດການສຳຫຼວດມຸມອື່ນໆຂອງຕົວເອງຢ່າງຖີ່ຖ້ວນ ເຊິ່ງທີ່ແທ້ແລ້ວເຮົາອາດຈະມີເອກະລັກທີ່ຫຼາຍກວ່ານັ້ນ.

ຫຼາຍຄັ້ງກໍໄປຈົບທີ່ການພົບວ່າ ນັ້ນບໍ່ແມ່ນຕົວຕົນທີ່ແທ້ຈິງຂອງຕົວເອງ ແລະ ກວ່າຈະຮູ້ກໍຊ້າແລ້ວ, ເພາະເຮົາຄ່ອຍໆຖືກດູດກືນໄປກັບສັງຄົມຊ້າໆ ຈົນຫາເອກະລັກທີ່ແທ້ຈິງເກືອບບໍ່ເຫັນ.

ເຖິງຈະອາຍຸສູງຂຶ້ນ ແຕ່ຍັງສະແຫວງຫາຄຳຕອບ

ເອຣິກສັນກ່າວໄວ້ວ່າ ເອກະລັກຫຼືຕົວຕົນ ຄືການເປັນຕົວເອງ ແລະການແບ່ງປັນເອກະລັກບາງຢ່າງກັບຜູ້ອື່ນຢ່າງຕໍ່ເນື່ອງ ຫຼື ເອີ້ນວ່າເປັນພຶດຕິກຳການປັບຕົວເຂົ້າສັງຄົມ, ໂດຍເກີດຄວາມຮູ້ສຶກທີ່ວ່າ “ເຮົາເປັນໃຜໃນສັງຄົມ?” ແລະ “ສັງຄົມຍອມຮັບເຮົາແນວໃດ?” ເຮັດໃຫ້ບໍ່ວ່າເຮົາຈະຢູ່ໃນຊ່ວງອາຍຸໃດ ເມື່ອບໍລິບົດບາງຢ່າງທາງສັງຄົມຮອບຕົວປ່ຽນໄປ ຄວາມຮູ້ສຶກຂ້າງໃນ ຫຼື ຕົວຕົນຂອງເຮົາກໍຍ່ອມປ່ຽນແປງໄປດ້ວຍ ເຊິ່ງເປັນທີ່ມາຂອງການຄົ້ນຫາຕົວຕົນຄັ້ງໃໝ່ໄປເລື້ອຍໆ.

ດ້ວຍເຫດນີ້ ວິກິດຄົ້ນຫາຕົວຕົນບໍ່ໄດ້ເກີດຂຶ້ນແຕ່ກັບໄວໜຸ່ມເທົ່ານັ້ນ ເພາະການຍ່າງເຂົ້າສູ່ການເປັນຜູ້ສູງໄວກໍຖືເປັນການກ້າວເຂົ້າສູ່ອີກຂັ້ນໜຶ່ງຂອງຊີວິດທີ່ທ້າທາຍ ເຊັ່ນດຽວກັນກັບເວລາເລີກກັບແຟນ ຫຼື ຄົນຮັກ, ເວລາລາອອກຈາກວຽກ ຫຼື ສູນເສຍຄົນຮັກ.

ວາລະສານ ແລະ ສື່ອອນລາຍ Forbes ເຜີຍວ່າ ເບບີ້ບູມເມີ້ກວ່າ 10.000 ຄົນ ທີ່ກຳລັງເຂົ້າສູ່ໄວ 65 ປີ ຜະເຊີນໜ້າກັບຄື້ນລູກທີສອງຂອງວິກິດຄົ້ນຫາຕົວຕົນ (Second identity crisis) ຫຼື ສິ່ງທີ່ບໍ່ເຄີຍເກີດຂຶ້ນໃນຊ່ວງຊີວິດກ່ອນໜ້ານີ້ຢ່າງ “ເສັ້ນທາງຫຼັງໄວກະສຽນ” ເຊິ່ງເມື່ອຖອນຕົວອອກຈາກໂລກຂອງການເຮັດວຽກແລ້ວ ພວກເຂົາຈະຄິດເຖິງສິ່ງທີ່ຈະເຮັດຕໍ່ໄປ ເພື່ອໃຫ້ຊີວິດທີ່ເຫຼືອຢູ່ມີຄຸນຄ່າຫຼາຍທີ່ສຸດເຊັ່ນ: ໃຊ້ເວລາທີ່ເຫຼືອເຮັດອີຫຍັງຈັກຢ່າງ, ເຮັດກິດຈະກຳອາສາສະໝັກ, ສານຕໍ່ງານອະດິເລກໃຫ້ເປັນອາຊີບ, ພັກຜ່ອນຢູ່ເສີຍໆ ຫຼື ໃຊ້ເວລາກັບຄອບຄົວໃຫ້ຫຼາຍທີ່ສຸດ.

ເຊິ່ງນັບວ່າບໍ່ແປກທີ່ພວກເຂົາຈະເກີດວິກິດຄົ້ນຫາຕົວຕົນ ເພາະທຸກມື້ນີ້ ຄົນໄວ 65 ປີມີອາຍຸໄຂເພີ່ມຂຶ້ນ 20 ປີ ຈາກຂໍ້ມູນໃນຊ່ວງ 2 ທົົດສະວັດທີ່ຜ່ານມາ ພວກເຂົາມີແນວໂນ້ມທີ່ຈະສຸຂະພາບດີຫຼາຍຂຶ້ນ ເຮັດໃຫ້ຍັງເຫຼືອເວລາຄິດເຖິງຊີວິດຫຼັງຈາກນັ້ນອີກຫຼາຍ ເລີຍເກີດເປັນວິກິດຄົ້ນຫາຕົວຕົນເຊັ່ນດຽວກັບສິ່ງທີ່ເກີດຂຶ້ນຕອນສະໄຫມໄວໜຸ່ມ. ອາດຈະແຕກຕ່າງກັນເລັກໜ້ອຍ ເນືີ່ອງຈາກວ່າຄັ້ງນີ້ເປັນການຄິດທົບທວນເຖິງຊ່ວງຊີວິດທີ່ຜ່ານມາທັງໝົດ ເພື່ອຫາຂໍ້ສະຫຼຸບບາງຢ່າງໃຫ້ກັບບັ້ນປາຍຂອງຊີວິດໃນອີກບໍ່ເທົ່າໃດປີທີ່ເຫຼືອຢູ່ ແນ່ນອນວ່າອາດຈະບໍ່ແມ່ນການວາງແຜນໄລຍະຍາວ 10 ປີຄືຊ່ວງວິກິດທີ່ເກີດຂຶ້ນຕອນໄວໜຸ່ມ.

ແລະ ດ້ວຍຄວາມທີ່ວ່າບາງທັກສະ ບາງຄວາມມັກຂອງພວກເຂົາໄດ້ຕົກຫຼົ່ນຫຼືສູນຫາຍໄປຕາມການເວລາ ພວກເຂົາຈຶ່ງຮູ້ສຶກຢ້ານ ສັບສົນ ແລະ ກັງວົນບໍ່ໜ້ອຍໄປກວ່າໄວໜຸ່ມເລີຍ.

ຄ່ອຍໆຄົ້ນ ຄ່ອຍໆຫາ ຍັງມີເວລາໃຫ້ຕັດສິນໃຈ:

ສິ່ງທີ່ເຮັດໃຫ້ປາກົດການນີ້ເອີ້ນວ່າ “ວິກິດ” ແທນທີ່ຈະເອີ້ນດ້ວຍຄຳທົ່ວໄປຢ່າງ “ການສ້າງຕົວຕົນ” “ການປຽບທຽບຕົວຕົນ” ຫຼື “ການແນມຫາຕົວຕົນ” ນັ້ນກໍເພາະວ່າປາກົດການນີ້ເປັນຂະບວນການທີ່ສົ່ງຜົນກະທົບຕໍ່ການໃຊ້ຊີວິດ ເຊິ່ງບໍ່ໄດ້ສົ່ງຜົນແຕ່ຈຸດໃດຈຸດໜຶ່ງເທົ່ານັ້່ນ ແຕ່ສົ່ງຜົນໄປທັງລະບົບຕັ້ງແຕ່ເລີ່ມຕັ້ງຄຳຖາມກັບຕົວເອງ ປະເມີນສັກກະຍະພາບຂອງຕົວເອງ ອອກໄປລອງຜິດລອງຖືກ ກັບມາປະເມີນຕົວເອງຊ້ຳອີກຄັ້ງ ແລ້ວກໍອອກໄປລອງຜິດລອງຖືກອີກຄັ້ງ ເປັນຂະບວນການທີ່ວົນຊ້ຳແບບນີ້ໄປເລື້ອຍໆຈົນກວ່າຈະພົບໃນສິ່ງທີ່ຄິດວ່າ “ແມ່ນ” ສຳລັບຕົວເອງ.

ເຊິ່ງໃນຂະນະນັ້ນ ເຮົາຈະພົບວ່າຕົວເອງຮູ້ສຶກວ່າງເປົ່າກັບບາງສິ່ງ ແລະ ຮູ້ສຶກມີຊີວິດຊີວາກັບບາງສິ່ງ ຖືວ່າເປັນຊ່ວງເວລາທີ່ໜ້າຕື່ນເຕັ້ນ ແຕ່ກົດດັນໄປພ້ອມກັນເມື່ອສຸດທ້າຍບໍ່ພົບກັບຄຳຕອບທີ່ເຮົາແນມຫາ.

ຂຶ້ນຊື່ວ່າການຜະເຊີນໜ້າກັບວິກິດ ຟັງເບິ່ງແລ້ວເປັນຄຳທີ່ຊວນໃຫ້ນຶກເຖິງຜົນກະທົບໃນແງ່ລົບ. ການກົດດັນຕົວເອງ ໃນສະຖານະການເຊັ່ນນີ້ ຈຶ່ງມີແຕ່ຈະພາໃຫ້ອີຫຍັງບໍ່ດີກວ່າເກົ່າ ການປັກໝຸດໝາຍ ຫຼື ສ້າງພາບສຳເລັດຮູບໃນຫົວໄວ້ເລີຍວ່າຂ້ອຍຕ້ອງເປັນຄົນແບບໃດນັ້ນ ເບິ່ງເປັນຄວາມຄິດທີ່ສົ່ງຜົນເສຍຕໍ່ສະພາບຈິດໃຈຫຼາຍເກີນໄປ ແລະ ຈະຍິ່ງສາຫັດກວ່າເກົ່າ ຫາກບົດສະຫຼຸບທີ່ວ່ານັ້ນບໍ່ແມ່ນຕົວຕົນຂອງເຮົາແທ້ໆ.

ການເລີ່ມຕົ້ນທີ່ດີອາດເກີດຈາກຄຳຖາມງ່າຍໆ ທີ່ເຮັດໃຫ້ເຮົາໄດ້ສຳຫຼວດຕົວເອງໄປພ້ອມໆກັນ ຕົວຢ່າງເຊັ່ນ: ເວລາວ່າງເຮົາມັກເຮັດຫຍັງ? ອີຫຍັງທີ່ເຮັດແລ້ວເຮົາຮູ້ສຶກມີພະລັງຫຼາຍຂຶ້ນ? ອີຫຍັງທີ່ເຮັດແລ້ວຖືກດູດພະລັງ? ຜູ້ຄົນແບບໃດທີ່ເຮົາສະບາຍໃຈທີ່ຈະຢູ່ນຳ? ເຮົາໝັ້ນໃຈກັບການແຕ່ງຕົວແບບໃດ? ເຮົາມັກໄປໃສລະຫວ່າງຮ້ານໜັງສືບັນຍາກາດງຽບໆ ຫຼື ຄອນເສີດທີ່ເຕັມໄປດ້ວຍຝູງຄົນ? ໂດຍຄຳຕອບຂອງຄຳຖາມເຫລົ່ານີ້ຈະຄ່ອຍໆປະກອບສ້າງຕົວຕົນຂອງເຮົາຂຶ້ນມາເອງແບບອັດຕະໂນມັດ ແລະ ປູເສັ້ນທາງໃຫ້ວ່າທາງໃດເໝາະສົມກັບເຮົາທີ່ສຸດ ໂດຍທີ່ເຮົາຮູ້ສຶກເຕັມໃຈທີ່ຈະເດີນເທິງເສັ້ນທາງນັ້ນດ້ວຍເຊັ່ນກັນ.

ທັງນີ້ກໍຂຶ້ນກັບຢູ່ກັບສະພາບສັງຄົມ ຫຼື ປັດໄຈພາຍນອກນຳ ວ່າຈະສະໜັບສະໜູນການສະແຫວງຫາຕົວຕົນຂອງເຮົາໄດ້ດີສ່ຳໃດ ຈະເຮັດໃຫ້ຕົວຕົນທີ່ຄົ້ນພົບນັ້ນເປັນແບບໃດ? ຈະມີຄວາມໝັ້ນໃຈທີ່ສູງຫຼືຕ່ຳ ກຳລັງໃຈຈາກຄົນອ້ອມຂ້າງກໍມີສ່ວນເຊັ່ນກັນ. ສະນັ້ນບໍ່ວ່າຈະຄອບຄົວຫມູ່ເພື່ອນ ອາຈານ ຫຼື ຄົນຮັກ ລ້ວນມີບົດບາດສຳຄັນຕໍ່ການກ້າວຂ້າມວິກິດນີ້.

ແຕ່ຖ້າວ່າໃນຕອນນີ້ມີບາງຄຳຖາມທີ່ເຮົາບໍ່ສາມາດຫາຄຳຕອບໃຫ້ກັບມັນໄດ້ ກໍບໍ່ຈຳເປັນຕ້ອງຕື່ນຕະໜົກ ຫຼື ຄິດວ່າຕົວເອງໄຮ້ຄຸນຄ່າ ໄຮ້ເອກະລັກ ເພາະແທ້ໆແລ້ວນັ້ນອາດຈະເປັນເອກະລັກອີກຢ່າງໜຶ່ງ ເປັນເອກະລັກແບບຍັງບໍ່ຕັດສິນໃຈ (Identity moratorium) ເຊິ່ງຖືເປັນໂອກາດໃຫ້ເຮົາໄດ້ລອງເປີດໃຈເຮັດສິ່ງໃໝ່ໆໄປເລື້ອຍໆ. ແນ່ນອນເຮົາບໍ່ມີທາງຮູ້ຄຳຕອບລ່ວງໜ້າວ່າເສັ້ນທາງນັ້ນເຮົາຈະມັກຫຼືບໍ່ ແຕ່ຢ່າງໜ້ອຍໃຫ້ລອງສັງເກດທ່າທີ ຫຼື ການຕອບສະໜອງທີ່ເຮົາມີຕໍ່ທາງເລືອກນັ້ນ ໂດຍສະເພາະອີຫຍັງທີ່ເຮັດໃຫ້ເຮົາສະບາຍໃຈ ແລະ ອີຫຍັງທີ່ເຮັດໃຫ້ເຮົາອຶດອັດ ເພາະຈະເຮັດໃຫ້ເຮົາໄດ້ຄົ້ນຄິດກັບຕົວເອງວ່າ ສິ່ງທີ່ເຮົາຕ້ອງການແທ້ໆ ນັ້ນແມ່ນຫຍັງ?

ຄັ້ງທຳອິດມັກຜ່ານໄປຍາກສະເໝີ ແຕ່ເຊື່ອວ່າໃນຄັ້ງຖັດໄປຫຼືຕໍ່ໆໄປ ເຮົາຈະພົບກັບຄື້ນລູກທີສອງ ທີສາມ ທີສີ່ ຂອງວິກິດຄົ້ນຫາຕົວຕົນ ເຮົາຈະຮັບມືກັບມັນໄດ້ຢ່າງມືອາຊີບຫຼາຍຂຶ້ນ ຈາກປະສົບການແລະບົດຮຽນທີ່ສະສົມມາ ລວມເຖິງຄວາມຊ່ວຍເຫຼືອຂອງມິດຕະພາບແລະຄົນຮອບຂ້າງ ຂໍພຽງແຕ່ພ້ອມຈະເປີດໃຈ ແລະ ຮຽນຮູ້ສິ່ງໃໝ່ໆເທົ່ານັ້ນເອງ.

ທີ່ມາ: https://thematter.co/social/lifestyle/identity-crisis-and-the-change-of-life/120520

ຊີວິດ