ປະຫວັດຄວາມເປັນມາຂອງ “ບຸນອອກພັນສາ ປະວໍລະນາ”


ຄຳວ່າ ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດໃຫ້ພະພິກຂຸສົງອອກຈາກເຂດຈໍາກັດ ຫຼັງຈາກການເຂົ້າຈຳພັນສາຄົບ 3 ເດືອນເພື່ອອອກໄປປະຕິບັດໜ້າທີ່ຢູ່ບ່ອນອື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ ການອອກຈາກ ລະດູຝົນ ອັນເນື່ອງມາຈາກວັນເຂົ້າພັນສາ ຕາມທີ່ພະທໍາວິໄນບັນຍັດໄວ້ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫຼື ທີເອີ້ນກັນຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ.

ໂດຍເຫດເກີດຈາກທີ່ພະພິກຂຸສົງໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາຣິກໂປດສັດ ແລະ ເຜີຍແຜ່ພະທໍາຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳໃນລະດູຝົນ ຊາວບ້ານຈຶ່ງຕຳໜິວ່າໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ, ພຣະພຸດທະເຈົ້າຈຶ່ງວາງລະບຽບການຈຳພັນສາໃຫ້ພະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າ “ປຸຣິມພັນສາ” ເຊິ່ງກົງກັບລະດູເຮັດນາຂອງຊາວບ້ານ.

ເມ່ືອເຖິງວັນອອກພັນສາຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫຼາຍກໍພາກັນຈັດຫາວັດຖຸທານຕ່າງໆມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ.

ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້າມວນຊົນຊາວພຸດກໍມາເຕົ້າໂຮມກັນຖວາຍຂອງທານທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫລື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ.

ຕາມປະເພນີລາວສະໄໝກ່ອນແລ້ວ ເວລາໃກ້ຈະຮອດວັນບຸນອອກພັນສາ ຊາວບ້ານໄດ້ກະກຽມເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້ຂີ້ເຈຍມາຕຳ ປະສົມກັນໃຫ້ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ເພັງຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດ ເພ່ື່ອພ້ອມກັນສ້າງເຮືອໄຟໂຄກວຽນທຽນຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດພະທຳ ແລະ ພະສົງ. ນອກຈາກນັ້ນ ແຕ່ລະຄອບຄົວຍັງໄດ້ສ້າງເຮືອໄຟໂຄກຢູ່ທີ່ເຮືອນຂອງໃຜລາວ ເພື່ອບູຊາຄຸນ ພະພຸດພະທຳ ແລະ ພະສົງ.

ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະກຽມແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນສ້າງຂຶ້ນໃນຕອນບ່າຍຂອງມື້ເພັງເອງບາງບ້ານກໍເຮັດແບບງ່າຍດາຍ ຈາກທ່ອນກ້ວຍເປັນຕົ້ນຕໍເສີມດ້ວຍແຜ່ນໄມ້ນ້ອຍໆເປັນຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງໃສ່ແພທ່ອນກ້ວຍ ຈາກນັ້ນເພິ່ນເອົາຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງຂອງແຜ່ນໄມ້ແລ້ວຈຶ່ງໃຕ້ທຽນໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ຊາວບ້ານກໍພ້ອມກັນອະທິຖານຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດມີຄວາມສຸກ, ປາສະຈາກໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນການນີ້ວ່າ “ການໄຫຼເຮືອໄຟ ອີກບາງບ້ານກໍເຮັດດ້ວຍໄມ້ໄຜ່ມັດ ເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫຼາຍວັນ. ຢູ່ຕາມລຳນ້ຳ ຖ້າວ່າຜູ້ໃດຫາກລັດເອົາເຮືອໄຟດັ່ງກ່າວ ໄດ້ຕົ້ນກາລະພຶກກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊເຫລືອຫລາຍ, ມີຄວາມເຊື່ອວ່າ ຄອບຄົວຂອງຜູ້ນັ້ນຈະມີຊີວິດທີ່ປາສະຈາກໂລກໄພໄຂ້ເຈັບທັງຫລາຍທັງປວງໃນປີນັ້ນ.

ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະຊາວໜຸ່ມໄດ້ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບ ປະຍຸກໃໝ່ເອີ້ນວ່າ “ກະທົງ” ໄປລອຍນໍ້າຫຼັງຈາກທີ່ໃຫ້ພະ ສູດ ແລະ ວຽນທຽນຢູ່ໃນວັດແລ້ວພ້ອມທັງອະທິຖານຕ່າງໆນາໆ.

ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີຕະຫລອດທັງຄືນ. ຈຸດປະສົງຂອງການຊ່ວງເຮືອ ແລະ ການໄຫລເຮືອໄຟ ແມ່ນເພື່ອສົມມາ ຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາແມ່ນ້ຳລຳເຊ ຕະຫລອດຮອດຫ້ວຍຮ່ອງຄອງບຶງບ່ອນທີ່ຊາວພຸດທັງຫລາຍໄດ້ທຳມາຫາກິນຢ່າງສະຫງົບສຸກ.

ຮຽບຮຽງໂດຍ: MUSUBI

ຂອບໃຈແຫຼ່ງຂໍ້ມູນ: https://lo.wikipedia.org/wiki/%E0%BA%87%E0%BA%B2%E0%BA%99%E0%BA%9A%E0%BA%B8%E0%BA%99_%E0%BB%81%E0%BA%A5%E0%BA%B0_%E0%BA%87%E0%BA%B2%E0%BA%99%E0%BA%9B%E0%BA%B0%E0%BB%80%E0%BA%9E%E0%BA%99%E0%BA%B5%E0%BA%95%E0%BB%88%E0%BA%B2%E0%BA%87%E0%BB%83%E0%BA%99%E0%BA%A5%E0%BA%B2%E0%BA%A7

https://lo.wikipedia.org/wiki/%E0%BA%9A%E0%BA%B8%E0%BA%99%E0%BA%AD%E0%BA%AD%E0%BA%81%E0%BA%9E%E0%BA%B1%E0%BA%99%E0%BA%AA%E0%BA%B2_%E0%BA%9B%E0%BA%B0%E0%BA%A7%E0%BB%8D%E0%BA%A5%E0%BA%B0%E0%BA%99%E0%BA%B2

ຊີວິດ