ເຄີຍເກີດອຸບັດຕິເຫດ! ເຄີຍທໍ້ໝົດກຳລັງໃຈ ແຕ່ມີຄອບຄົວໝູ່ເພື່ອນ ຊ່ວຍເຫຼືອຢູ່ບໍ່ຫ່າງ ຈົນຮ່າງກາຍດີຂຶ້ນ!


ວຽງຈັນ ວິໄລທອງ ອາຍຸ 38 ປີ, ຜູ້ທີ່ປະສົບອຸບັດຕິເຫດຖືກລົດຕຳ ຈົນເຮັດໃຫ້ຊີວິດປ່ຽນຜັນໄປບໍ່ຄືເກົ່າ, ເຄີຍທໍ້ກັບຊີວິດຂອງຕົນເອງ ເຄີຍໝົດກຳລັງໃຈຈົນບໍ່ຢາກມີຊີວິດຢູ່ໃນໂລກນີ້ ແຕ່ຍັງມີຄອບຄົວ, ພີ່ນ້ອງ, ໝູ່ເພື່ອນ ທີ່ຢູ່ຂ້າງໆ, ໃຫ້ຄຳປຶກສາ, ໃຫ້ກຳລັງໃຈຢູ່ບໍ່ເຫີນຫ່າງ ແລ້ວຊີວິດກໍຄ່ອຍໆດີຂຶ້ນໃນແຕ່ລະມື້, ທີ່ສຳຄັນກໍກາຍະພາບບຳບັດໃຫ້ຕົນເອງຢູ່ສະເໝີ ຈົນຮ່າງກາຍ ແລະ ຈິດໃຈດີຂຶ້ນ.

ມື້ນີ້ທາງທີມຂ່າວ Lao X ຈະມານຳສະເໜີ ກ່ຽວກັບເລື່ອງຂອງອ້າຍວຽງຈັນ ທີ່ໃຊ້ຊີວິດຕະຫຼອດ 2 ປີ ໃນການບຳບັດກາຍະພາບ.

  1. ຫຼັງຈາກເກີດອຸບັດຕິເຫດ ຮູ້ສຶກທໍ້ບໍ?
    ຫຼັງຈາກເກີດອຸບັດຕິເຫດ ບອກໄດ້ເລີຍວ່າທໍ້ຫຼາຍ. ຈາກຄົນທີ່ມັກອອກກຳລັງກາຍໄປໃສມາໃສເອງ ຕ້ອງມານອນຕິດຕຽງເປັນພາລະຄອບຄົວ ໃຫ້ເມຍດູແລເກືອບທຸກຢ່າງ, ຮູ້ສຶກອີຕົນເມຍແຮງ ເພາະເມຍຫາກໍຖືພາລູກຄົນທີ 2 ແລ້ວຍັງໄດ້ມາເປັນພາລະເບິ່ງແຍງເຮົາອີກ ໃຈຢາກໃຫ້ລົດຕຳຕາຍໆໄປ. ແຕ່ດີທີ່ມີໝູ່ມາເຕືອນສະຕິວ່າ “ເຈົ້າຈະໜີບັນຫາຫວາ ຕາຍໄປແລ້ວບັນຫາຈະຈົບບໍ? ທຸກຄົນເຝົ້າຄອຍໃນໂຮງໝໍ ພຽງເຈົ້າຟື້ນກໍດີໃຈແລ້ວ ແລ້ວເຈົ້າຈະໜີບັນຫາຫວາ?” ຕໍ່ມາລູກຈົບອະນຸບານ ເຫັນເພິ່ນສະເເດງໃນງານຮັບໃບປະກາດຈົບອະນຸບານ ຂ້ອຍຈົນບອກຄົນເທິງຟ້າວ່າຂອບໃຈ ທີ່ເຮັດໃຫ້ຂ້ອຍຍັງມີຊີວິດ ແລະ ມີຄວາມສຸກທີ່ເຫັນລູກໄດ້ຮຽນຈົບ.
  1. ໃຊ້ເວລາໃນການປິ່ນປົວໄດ້ຈັກປີແລ້ວ? ມາຮອດປັດຈຸບັນອາການດີຂຶ້ນແລ້ວແມ່ນບໍ?
    ຂ້ອຍໃຊ້ເວລາປິ່ນປົວ ຝຶກກາຍະພາບເປັນເວລາ 2 ປີ. ຕໍ່ມາມີງານແລ່ນງານໜຶ່ງຈັດຂຶ້ນ ແລ້ວມີນ້ອງຮັກມາຊວນໃຫ້ລອງລົງສະໝັກແລ່ນ, ຂ້ອຍຄິດວ່າແລ່ນເປັນໄປບໍ່ໄດ້ ແຕ່ຖ້າຫາກຍ່າງກໍອາດຈະໄດ້ ເລີຍລອງລົງສະໝັກແລ່ນ 5 ກິໂລ. ນ້ອງຮັກກໍເລີຍຈັດການໃຫ້ທຸກຢ່າງ ແລະ ຈ່າຍຄ່າສະໝັກໃຫ້ພ້ອມອີກ. ນັ້ນຄືຈຸດເລີ່ມຕົ້ນໃນການຝຶກຊ້ອມເເລ່ນຕັ້ງເເຕ່ມື້ນັ້ນມາ, ນ້ອງເປັນທັງຜູ້ລົງສະໝັກໃຫ້ ແລະ ທັງເປັນຜູ້ພາຊ້ອມແລ່ນຈົນຮອດດຽວນີ້.
  1. ມີປັດໄຈ ຫຼື ເຫດຜົນໃດ ທີ່ເຮັດໃຫ້ອ້າຍສູ້ ແລະຜ່ານຜ່າອຸປະສັກທັງປວງໄດ້?
    ຍ້ອນໄດ້ລົມໄດ້ປຶກສາກັບໝູ່ທີ່ເຄີຍເກີດອຸບັດຕິເຫດ ຈົນເຮັດໃຫ້ເເຂນລາວຂາດໄປຂ້າງໜຶ່ງ, ໄດ້ຖາມປະສົບການຈາກລາວວ່າເຮັດແນວໃດຈຶ່ງຜ່ານວິກິດຊີວິດໃນຕອນນັ້ນມາໄດ້ ຄຳຕອບຂອງໝູ່ແມ່ນບອກວ່າ: “ໃຫ້ສ່ຽວໄປເບິ່ງຄົນທີ່ຢູ່ໃນໂຮງໝໍ ໜັກກວ່າເຈົ້າຫຼາຍແຕ່ເຂົາຍັງສູ້, ຂ້ອຍລອງໄປເບິ່ງຄົນທີ່ເປັນຄືຂ້ອຍຢູ່ໂຮງໝໍ ເຂົາກໍຍັງສູ້ ທັ້ງໆທີ່ເປັນໜັກວ່າຂ້ອຍຫຼາຍ” ຕັ້ງເເຕ່ນັ້ນມາຂ້ອຍສະກົດຄຳວ່າທໍ້ບໍ່ເປັນເລີຍ.
  1. ເປົ້າໝາຍໃນອະນາຄົດແມ່ນຢາກເຮັດຫຍັງ?
    ເປົ້າໝາຍຕໍ່ໄປຢາກລອຍນໍ້າກັບໂຫນບາ ທີ່ເປັນອຸປະກອນຝຶກໃຫ້ໄດ້ ເພາະມັນຍາກຫຼາຍ. ການຝຶກເເຂນຈະຍາກກວ່າຂາ 2-3 ເທົ່າ ແຕ່ຂ້ອຍເຊື່ອວ່າເຮັດໄດ້ເພາະໝໍບອກວ່າ: “ເຈົ້າມາໄກຫຼາຍ ທາງທີ່ເຈົ້າໄປນັ້ນ ມີໜ້ອຍຄົນທີ່ຈະຮອດ” ຂ້ອຍຢາກເປັນຄົນໜຶ່ງທີ່ເຮັດໃຫ້ຄົນທີ່ເປັນຄືກັນກັບຂ້ອຍ ແລະ ຄົນທີ່ມີທຸກສ່ວນໃນຮ່າງກາຍໄດ້ເຫັນວ່າ ຂ້ອຍມີອາການດີຂຶ້ນ ແລະ ຢາກໃຫ້ຄົນທີ່ມີຮ່າງກາຍສົມບູນ ຫັນມາອອກກຳລັງກາຍ ພ້ອມຮັກສາມັນໃຫ້ຢູ່ນຳເຮົາໃຫ້ໄດ້ດົນທີ່ສຸດ.

ເວົ້າໄດ້ເລີຍວ່າເປັນຄົນທີ່ອົດທົນທີ່ສຸດ ແລະ ສູ້ຊົນກັບຊີວິດ ຈົນຄ່ອຍໆດີຂຶ້ນ. ຖ້າຫາກວ່າຄົນທີ່ຮູ້ສຶກທໍ້ກັບບັນຫາຊີວິດ ເມື່ອໄດ້ອ່ານເລື່ອງທີ່ກ່ຽວກັບອ້າຍວຽງຈັນ ຮັບຮອງວ່າໄດ້ກຳລັງໃຈກັນຢ່າງແນ່ນອນ ບໍ່ໜ້ອຍກໍຫຼາຍ.

ຊີວິດຄົນເຮົາຕ່າງກໍພົບບັນຫາ ແຕ່ບັນຫາຂອງແຕ່ລະຄົນຈະແຕກຕ່າງກັນອອກໄປ. ບາງຄົນໜັກໜາສາຫັດ ແຕ່ຍັງຜ່ານຜ່າເວລາອັນໂຫດຮ້າຍນັ້ນມາໄດ້, ອາດຈະຫຼາກຫຼາຍສາເຫດ, ຫຼາຍປັດໄຈ ທີ່ເຮັດໃຫ້ເຮົາມີກຳລັງໃຈຕໍ່ສູ້ກັບບັນຫາດັ່ງກ່າວ ໂດຍສະເພາະແມ່ນຕົວເຮົາເອງ ຫຼື ຄອບຄົວ, ໝູ່ເພື່ອນ, ຍາດຕິພີ່ນ້ອງ…ທີ່ເປັນຫ່ວງເປັນໃຍ ຢູ່ຄຽງຂ້າງເຮົາຕະຫຼອດເວລາ, ບໍ່ປະລະເລີຍເຮົາໄປໃສ ແລະ ຫວັງດີຕໍ່ເຮົາຢູ່ສະເໝີ.

ຂໍຂອບໃຈບົດສຳພາດຈາກ: ວຽງຈັນ ວິໄລທອງ

Facebook: Viengchanh Vilaithong (https://bit.ly/3fgE7tN)

ຮຽບຮຽງໂດຍ: Cat_Meo_ManU

ສຳພາດວັນທີ 28 ກໍລະກົດ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ຊີວິດ

#HOD#LaoX#ກຳລັງໃຈ#ຊີວິດ

error: Content is protected !!