HodTalk EP1: Detox ລ້າງ|ສວນ|ດາກ

Lao X Podcast
Lao X Podcast
HodTalk EP1: Detox ລ້າງ|ສວນ|ດາກ
Loading
/

HODTALK EP3: DETOX ລ້າງ|ສວນ|ດາກ
ໂຫດທັອກ ເປັນລາຍການລົມກັນແບບໂຫດໆ ຫລາກຫລາຍຄວາມໂຫດຈາກເຫດການອ້ອມໂຕ ພວກເຮົາຈະລົມກັນໂຫດໆ, ໂຫດເລິກເຊິ່ງ, ໂຫດວິຊາການ, ໂຫດອັນເຊັນເຊີ… ໂດຍປະເດັນຫລັກໃນຕອນນີ້ແມ່ນເວົ້າເລື່ອງ ການລ້າງສານພິດດ້ວຍວິທີການ Detox

ໃນຕອນນີ້ ເພັນກວິນໂຫດ ແລະແມວດຳໂຫດ ມາພ້ອມແຂກຮັບເຊີນ ແພນດ້າໂຫດ ແລະຫມາດຳໂຫດ ຈະພາໄປຣີວິວ ການດີທັອກລ້າງສານພິດ ຈາກປະສົບການກົງຂອງຄົນທີ່ເຄີຍໄປເຮັດ ເພື່ອຫາຂໍ້ສະຫລຸບວ່າ ການດີທັອກລ້າງສານພິດ ດີແທ້ຫລືບໍ່ ແລະຄວນໄປເຮັດຫລືບໍ່?

ການ Detox ມີຫລາຍປະເພດ ອົດເຂົ້າອົດນ້ຳ ກິນແຕ່ນ້ຳຜັກນ້ຳຫມາກໄມ້, ກິນຢາ Detox, ສີດນ້ຳເຂົ້າກົ້ນສວນຮູທະວານ, ແຜ່ນດູດສານພິດຕິດຕາມຮ່າງກາຍ ໂດຍສະເພາະຝາຕີນ ແລະອື່ນໆ


ຜົງຖ່ານມີການນຳໃຊ້ລ້າງສານພິດໃນທ້ອງແທ້ໃນການແພດ ແຕ່ກໍມີອາຫານເສີມເອົາມາອວດອ້າງໃຫ້ກິນປະຈຳ ເຊິ່ງບໍ່ມີຜົນຫຍັງຕໍ່ຮ່າງກາຍ


ມີການຄຶດຄົ້ນຢາທີ່ສະກັດຈາກຂີ້ຄົນສຸຂະພາບດີ ເພື່ອເອົາແບັກທີເຣຍໂຕດີມາຊ່ອຍປົວຄົນຖອກທ້ອງ

ຮ່າງກາຍພວກເຮົາເຕັມໄປດ້ວຍແບັກທີເຣຍ ເອີ້ນລະບົບນີ້ວ່າ Microbiome