ໃນປະເທດລາວເຮົາເອງ ຖືວ່າທີ່ຕັ້ງປະເທດແມ່ນນອນຢູ່ເຂດເສັ້ນສູນສູດ ຈຶ່ງເຮັດໃຫ້ປະເທດມີອາກາດທີ່ຮ້ອນຊຸ່ມ ສາມາດເອີ້ນວ່າເປັນປະເທດທີ່ມີພູມອາກາດຮ້ອນເກືອບຕະຫຼອດໝົດປີເລີຍ “ການອາບນ້ຳ” ຈຶ່ງເປັນໜຶ່ງໃນຊີວິດປະຈຳວັນຂອງຄົນລາວສ່ວນຫຼາຍທັງເຊົ້າ ແລະ ແລງ ຫຼື ຫຼາຍກວ່ານັ້ນກໍມີ.

ໃນຄວາມເປັນຈິງແລ້ວ ການອາບນ້ຳມີຄວາມໝາຍກວ່ານັ້ນ ແລະ ການອາບນ້ຳທີ່ບໍ່ເໝາະສົມກໍມີຜົນໃຫ້ຄົນເສຍຊີວິດໄດ້ເຊັ່ນກັນ, ການອາບນ້ຳທີ່ເຮົາເຄີຍຄິດວ່າ ເປັນເລື່ອງທີ່ເຮັດໃຫ້ຮ່າງກາຍຜ່ອນຄາຍສະບາຍໃຈ ອາດບໍ່ເປັນພຽງແຕ່ເທົ່ານັ້ນສະເໝີໄປ ຖ້າຫາກວ່າເຮົາປະຕິບັດບໍ່ຖືກຕ້ອງ.
ເຮົາມາເບິ່ງກັນວ່າເວລາໃດແດ່ທີ່ບໍ່ຄວນອາບນ້ຳ
- ຄົນທີ່ມີຄວາມດັນຕ່ຳ ຕ້ອງລະວັງການອາບນ້ຳອຸ່ນຄົນດຽວ ເພາະອາດເຮັດໃຫ້ເກີດການລົ້ມໃນຫ້ອງນ້ຳສູງຫຼາຍ ເພາະວ່າປົກກະຕິແລ້ວ ເວລາອາບນ້ຳອຸ່ນ ອຸນຫະພູມສູງຂອງນ້ຳຈະໄປເຮັດໃຫ້ຫຼອດເລືອດຂະຫຍາຍຕົວ, ດັ່ງນັ້ນ ຄົນທີ່ມີຄວາມດັນຕ່ຳຈະມີອາການເລືອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍບໍ່ພຽງພໍ ແລະ ເປັນເຫດຜົນເຮັດໃຫ້ສາມາດເປັນລົມໝົດສະຕິໄດ້ນັ້ນເອງ.
- ແມ່ຍິງທີ່ສຸຂະພາບບໍ່ແຂງແຮງ ຖ້າຢູ່ໃນຊ່ວງເວລາທີ່ບໍ່ສະບາຍ ພູມຕ້ານທານຮ່າງກາຍກໍຈະຍິ່ງຕ່ຳລົງ, ດັ່ງນັ້ນ ແມ່ຍິງທີ່ປ່ວຍບໍ່ຄວນອາບນ້ຳເຢັນ ເພາະມັນຈະໄປກະຕຸ້ນໃຫ້ເປັນຫວັດໄດ້ງ່າຍ.

- ຫຼັງດື່ມແອລກໍຮໍ ເຮົາອາດຈະມີຄວາມເຊື່ອຜິດໆວ່າ ອາບນ້ຳຈະຊ່ວຍໃຫ້ສົດຊື່ນ ແລະ ເຊົາເມົາ ເພາະວ່າຫຼັງຈາກດື່ມແອລກໍຮໍ ມັນຈະໄປຢຸດການເຮັດວຽກຂອງຕັບ ເຮັດໃຫ້ການປ່ອຍ “ກລູໂຄສ” (ທາດນ້ຳຕານ) ອອກມາສູ່ກະແສເລືອດໜ້ອຍລົງ ແຕ່ເວລາທີ່ອາບນ້ຳ ຮ່າງກາຍຈະຕ້ອງການກລູໂຄສຫຼາຍຂຶ້ນ, ດັ່ງນັ້ນ ການອາບນ້ຳຫຼັງຈາກດື່ມແອລກໍຮໍ ຈະເຮັດໃຫ້ມີທາດນ້ຳຕານບໍ່ພຽງພໍ ສາມາດເຮັດໃຫ້ເກີດອາການວິນຫົວ, ໜ້າມືດ, ຕາລາຍ, ຮ່າງກາຍບໍ່ມີແຮງ ແລະ ອາດລົ້ມໃນຫ້ອງນ້ຳໄດ້.

- ຫຼັງອອກກຳລັງກາຍແບບໜັກໆ ຊ່ວງເວລາດັ່ງກ່າວຮ່າງກາຍ ຫຼື ສະໝອງຈະເຮັດວຽກຢ່າງໜັກ, ດັ່ງນັ້ນ ຮ່າງກາຍຈຶ່ງຕ້ອງການເວລາພັກຟື້ນກ່ອນ ຖ້າຍັງຝືນໄປອາບນ້ຳເລີຍ ອາດຈະເຮັດໃຫ້ເລືອດໄປລ້ຽງຫົວໃຈ ແລະ ສະໝອງບໍ່ພຽງພໍໃນເວລາອາບນ້ຳ ແລະ ເຮັດໃຫ້ເປັນລົມໝົດສະຕິໄດ້.
- ມີໄຂ້ສູງ ເຄີຍໄດ້ຍິນບໍ່ພໍ່ແມ່ບອກວ່າ ຄົນປ່ວຍບໍ່ໃຫ້ອາບນ້ຳ ເນື່ອງຈາກທີ່ຕອນປ່ວຍ ຮ່າງກາຍຂອງຄົນເຮົາຈະສູງເຖິງ 38-40 ອົງສາເລີຍ ແລະ ເຮັດໃຫ້ປະລິມານການເຜົາຜານຄວາມຮ້ອນໃນຮ່າງກາຍເພີ່ມຂຶ້ນ 20% ດ້ວຍເຫດຜົນນີ້ ຈຶ່ງເຮັດໃຫ້ຮ່າງກາຍອ່ອນແອທີ່ສຸດ.
- ຫຼັງຮັບປະທານອາຫານ ເມື່ອກິນອາຫານແລ້ວໃໝ່ໆບໍ່ຄວນອາບນ້ຳທັນທີ ຍ້ອນວ່າ ຫຼັງຈາກກິນອາຫານເລືອດຈະໄຫຼໄປລ້ຽງລະບົບການຍ່ອຍອາຫານເປັນສ່ວນໃຫຍ່ ຖ້າໄປອາບນ້ຳໃນເວລານີ້ ກໍຕ້ອງມີເລືອດບາງສ່ວນທີ່ໄຫຼໄປລ້ຽງອະໄວຍະວະສ່ວນອື່ນໆ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມທີ່ ເຮັດໃຫ້ເກີດອາການອາຫານບໍ່ຍ່ອຍ ແລະ ໂຣກກະເພາະຕາມມາ.
ທີ່ມາ:
https://home.maefahluang.org/17703426/shower