ອາການເຈັບຫົວບົ່ງບອກ “ໂຣກ” ຮ້າຍ


ອາການເຈັບຫົວຄືອາການທີ່ຫຼາຍຄົນພົບເຫັນກັນຕະຫຼອດ ແລະ ເຄີຍສົງໄສກັນບໍ່ວ່າເປັນຫຍັງຄົນເຮົາເຖິງມີອາການເຈັບຫົວເກີດຂຶ້ນໄດ້ ແລ້ວອາການເຫຼົ່ານີ້ມີສາເຫດມາຈາກຫຍັງ? ມັນສາມາດບົ່ງບອກເຖິງໂຣກໄພ ຫຼື ບັນຫາສຸຂະພາບທີ່ຕາມມາໄດ້ແທ້ ຫຼື ບໍ່?

ມື້ນີ້ພວກເຮົາມີຄຳຕອບມາຝາກທ່ານເພາະພວກເຮົາບໍ່ຢາກໃຫ້ທຸກຄົນປະໝາດໃນເລື່ອງຂອງການດູແລ “ສຸຂະພາບ”. ທຸກອາການທີ່ຮ່າງກາຍສົ່ງສັນຍານນັ້ນສະແດງວ່າອະໄວຍະວະຂອງເຮົາກຳລັງຟ້ອງວ່າອາດມີສັດຕູ ຫຼື ໂຣກຮ້າຍຕ່າງໆມາໂຈມຕີ ແລະ ອາດກວດພົບຄວາມຜິດປົກກະຕິ. ຖ້າບໍ່ຢາກຕ້ອງລົ້ມໝອນນອນເສື່ອ ຈາກອາການ “ເຈັບຫົວ” ບໍ່ວ່າຈະເຈັບຈາກຄວາມຄຽດ, ເຈັບຫົວໄມເກຣນ ຫຼື ບາງທີກໍເຈັບຫົວໂດຍບໍ່ຮູ້ສາເຫດ ແລະ ອາການປວດຫົວໃນແຕ່ລະຈຸດແຕກຕ່າງ ຫຼື ໃກ້ຄຽງກັນນັ້ນກໍສາມາດບົ່ງບອກ “ໂຣກ” ໄດ້ຄືກັນ. ດັ່ງນັ້ນຈົ່ງຢ່າປ່ອຍອາການນັ້ນໄວ້ ກ່ອນທີ່ຈະແກ້ໄຂບັນຫານັ້ນໆບໍ່ທັນ.

ອາການເຈັບຫົວ ແລະ ໂຣກທີ່ເກີດຈາກການປວດຫົວ

  1. ເຈັບອ້ອມຫົວ – ໂຣກຄຽດ

ອາການ “ເຈັບຫົວ” ແບບອ້ອມໝົດຫົວ ເປັນອາການເຈັບຫົວທີ່ພົບເຫັນຫຼາຍທີ່ສຸດ ໂດຍອາການເຈັບຫົວແບບນີ້ເກີດຈາກການທີ່ກ້າມເນື້ອອ້ອມຮອບຫົວເກີດອາການເຄັ່ງຕຶງໂດຍຈະເກີດຢູ່ບໍລິເວນໜ້າຜາກ ແລະ ຂະໝັບທັ້ງ 2 ຂ້າງ. ສຳຫຼັບບາງຄົນໃນບາງຄັ້ງອາດຮູ້ສຶກປວດມາເຖິງດ້ານຫຼັງຂອງຫົວ ແລະ ບໍລິເວນຕົ້ນຄໍ ລວມເຖິງບ່າໄຫຼ່ ເຊິ່ງທັງໝົດເກີດຈາກຄວາມຄຽດ ຫຼື ເປັນ “ໂຣກຄຽດ” ນັ້ນເອງ, ເພາະເມື່ອເວລາທີ່ເຮົາຮູ້ສຶກຄຽດຮ່າງກາຍຈະຫຼັ່ງສານເຄມີບາງຢ່າງ ເຮັດໃຫ້ກ້າມເນື້ອບໍລິເວນ ຂະໝັບ, ຫົວ, ບ່າໄຫຼ່ ມີການຫົດຕົວ ແລະ ເຮັດໃຫ້ປວດຫົວໄດ້. ແນະນຳໃຫ້ທ່ານຜ່ອນຄາຍ ຫຼື ເຊົາຄິດໃນເລື່ອງນັ້ນໆທີ່ເຮັດໃຫ້ເກີດຄວາມຄຽດກ່ອນ ຮັບປະທານຢາທີ່ຊ່ວຍບັນເທົາອາການເຈັບຫົວໃຫ້ດີຂຶ້ນ.

  1. ເຈັບຫົວບ່ອນຂະໝັບ, ປວດຫົວຂ້າງດຽວ – ໂຣກໄມເກຣນ

ຫາກທ່ານໃດມີອາການ “ເຈັບຫົວ” ບໍລິເວນຂະໝັບດ້ານໃດດ້ານໜຶ່ງໂດຍສະເພາະ ຫຼື ທີ່ເວົ້າກັນວ່າເຈັບຫົວຂ້າງດຽວ, ອາດຈະເຈັບສະຫຼັບກັນໄດ້ລະຫວ່າງເບື້ອງຊ້າຍ ຫຼື ເບື້ອງຂວາ ໂດຍມີອາການເຈັບຫົວຕຸບໆ ແລະ ເວລາປວດບາງຄັ້ງອາດຈະມີປວດເຂົ້າມາທີ່ກະບອກຕາຮ່ວມດ້ວຍ. ບາງຄົນອາດມີອາການປຸ້ນທ້ອງປວດຮາກ, ລາຍຕາ ນັ້ນຄືອາການເຈັບຫົວແບບປວດ “ໄມເກຣນ” ສິ່ງນີ້ເກີດຈາກຄວາມຜິດປົກກະຕິຂອງລະບົບໄຟຟ້າໃນຜິວສະໝອງເຮັດໃຫ້ກະທົບກັບການໄຫຼວຽນຂອງເລືອດ, ສົ່ງຜົນໃຫ້ຫຼອດເລືອດເກີດການຂະຫຍາຍຕໍ່ ແລະ ອັກເສບ, ເຮັດໃຫ້ເຮົາຮູ້ສຶກເຈັບຫົວ. ການບັນເທົາອາການເຈັບຫົວຂອງໄມເກຣນສາມາດຮັບປະທານຢາ Aspirin ຫຼື Ibuprofen ລວມໄປເຖິງຢາພາຣາ ເພື່ອບັນເທົາອາການເຈັບຫົວໄມເກຣນໃນເບື້ອງຕົ້ນໄດ້.

  1. ເຈັບຫົວໃນຈຸດກາງໃບໜ້າ – ໄຊນັດອັກເສບ

ອາການ “ເຈັບຫົວ” ບໍລິເວນຈຸດ “ໄຊນັດ” ໂດຍຮູ້ສຶກເຈັບຕະຫຼອດຕັ້ງແຕ່ບໍລິເວນໂໜກແກ້ມທັ້ງ 2 ເບື້ອງລົງມາ ຈົນເຖິງບໍລິເວນໜ້າຜາກ ລວມເຖິງປວດບໍລິເວນດັງ, ຫວ່າງຄິ້ວ ແລະ ຫົວຕາພ້ອມທັ້ງມີອາການຫາຍໃຈຕິດໆຂັດໆ, ເຈັບແຂ້ວ, ໄອ, ເຈັບຄໍ, ມີໄຂ້ ແລະ ອ່ອນເພຍ ມີນ້ຳຂີ້ມູກສີຂຽວ ຫຼື ເຫຼືອງ ເນື່ອງຈາກ “ໄຊນັດອັກເສບ”. ໂດຍມີສາເຫດມາຈາກການທີ່ເຫຍື່ອບຸໄຊນັດຕິດເຊື້ອໄວຣັດ ຫຼື ແບັກທີເຣຍ ຈົນເຮັດໃຫ້ເກີດອາການບວມຂອງເນື້ອເຫຍື່ອ, ຄັນດັງ, ຂີ້ມູກໄຫຼ ຮ່ວມນຳ. ການຮັກສາເບື້ອງຕົ້ນຄື: ການລ້າງຫູດັງດ້ວຍນ້ຳເກືອອຸ່ນໆທີ່ສະອາດ, ກິນຢາ ແລະ ສັກຢາເພື່ອລົດອາການບວມ ຖ້າມີການຕິດເຊື້ອແບັກທີເຣຍກໍຕ້ອງຮັບປະທານຢາຂ້າເຊື້ອພ້ອມ. ແຕ່ເມື່ອມີອາການຮຸນແຮງແນະນຳໃຫ້ເຂົ້າພົບປຶກສາທ່ານໝໍດ່ວນ.

  1. ເຈັບຫົວບໍລິຄາງກະໄຕ – ໂຣກຂໍ້ຕໍ່ຄາງກະໄຕ ແລະ ກ້າມເນື້ອບົດຫຍ້ຳ

ສຳຫຼັບອາການ “ເຈັບຫົວ” ທີ່ເກີດຂຶ້ນບໍລິເວນໜ້າໃບຫູ, ຫົວ, ຂະໝັບ, ກົກຫູ, ໜ້າຫູ, ໃນຫູ, ຄາງກະໄຕ ແລະ ແຂ້ວ ຮ່ວມກັບການຫຍ້ຳອາຫານເປັນອາການປວດຫົວຂອງ “ໂຣກຂໍ້ຕໍ່ຄາງກະໄຕ ແລະ ກ້າມເນື້ອບົດຫຍ້ຳ” ໂດຍມີອາການອ້າປາກບໍ່ຂຶ້ນ ສ່ວນໃຫຍ່ໂຣກນີ້ມັກເກີດກັບຄົນທີ່ມີການບາດເຈັບທີ່ຂໍ້ຕໍ່ຄາງກະໄຕ ແລະ ກ້າມເນື້ອທີ່ໃຊ້ຫຍ້ຳ. ແນະນຳການຮັກສາເບື້ອງຕົ້ນຄືພະຍາຍາມຮັບປະທານອາຫານອ່ອນໆ ຫຼີກຫຼ່ຽງການຫຍ້ຳ ຫຼື ກັດຂອງແຂງ ແລະ ສາມາດໃຊ້ນ້ຳອຸ່ນປະຄົບບໍລິເວນທີ່ປວດ 10-20 ນາທີ ປະມານ 3-5 ເທື່ອຕໍ່ມື້ ແລະ ການຮັບປະທານຢາແກ້ປວດກໍສາມາດຊ່ວຍບັນເທົາອາການເຈັບຫົວໄດ້.

  1. ອາການປວດຫົວຮຸນແຮງ

ການ “ເຈັບຫົວ” ລັກສະນະນີ້ ຈະມີອາການປວດທີ່ມີລັກສະນະຮຸນແຮງ ແລະ ເກີດຂຶ້ນຢ່າງກະທັນຫັນ ໂດຍຈະມີອາການປວດຫົວຂ້າງດຽວປວດບໍລິເວນດວງຕາ ເຊິ່ງອາດເກີດຕໍ່ເນື່ອງຫຼາຍຊົ່ວໂມງ ແລະ ມີການເບິ່ງເຫັນທີ່ຜິດປົກກະຕິ, ເບິ່ງເຫັນບໍ່ຊັດເຈນ, ເກີດພາບຊ້ອນ, ກ້າມເນື້ອຊາ ຫຼື ອ່ອນແຮງ, ຊັັກ, ມີໄຂ້, ຄໍແຂງ, ຂີ້ມູກໄຫຼ, ຕາແດງ, ວິນຫົວ. ສາເຫດເກີດຈາກການເຮັດວຽກຜິດປົກກະຕິຂອງສະໝອງສ່ວນໄຮໂບທາລາມັສທີ່ເຮັດໜ້າທີ່ຄວບຄຸມຮໍໂມນການນອນຫຼັບ ລວມເຖິງອຸນຫະພູມໃນຮ່າງກາຍ ເຮັດໃຫ້ເສັ້ນເລືອດບໍລິເວນໃບຫນ້າຂະຫຍາຍໃຫຍ່ຈົນເຮັດໃຫ້ເກີດທັບເສັ້ນປະສາດເທິງໃບໜ້າ. ຫາກເກີດອາການເຫຼົ່ານີ້ຄວນຮີບພົບທ່ານໝໍທັນທີ ເພາະອາດຈະສ່ຽງຕໍ່ການເກີດ “ໂຣກຫຼອດເລືອດສະໝອງ, ໂຣກເນື້ອງອກໃນສະໝອງ” ຫຼື ເຫຍື່ອຫຸ້ມສະໝອງອາດເກີດການອັກເສບໄດ້.

  • ອາການເຈັບຫົວຮຸນແຮງສ່ຽງຕໍ່ໂຣກຫຍັງແດ່ ?

ໂຣກຫຼອດເລືອດໃນສະໝອງ

ເຊິ່ງແບ່ງອອກເປັນ 3 ປະເພດຄື:

  •  Ischemic Stroke ເປັນ “ພາວະຫຼອດເລືອດສະໝອງຕີບຕັນ” ຫຼື “ພາວະສະໝອງຂາດເລືອດ” ພົບໄດ້ປະມານ 80% ຂອງໂຣກຫຼອດເລືອດສະໝອງ. ມີສາເຫດມາຈາກການເສື່ອມສະພາບຂອງຫຼອດເລືອດຈາກການສະສົມຂອງຄາບໄຂມັນ, ຫີນປູນ ຢູ່ທີ່ເພດານຫຼອດເລືອດຊັ້ນໃນຈົນໜາ, ແຂງ, ເຮັດໃຫ້ຮູຂອງຫຼອດເລືອດຄ່ອຍໆຕີບແຄບລົງ ສົ່ງຜົນໃຫ້ປະສິດທິພາບຂອງການລຳລຽງເລືອດລົດລົງ ຫຼື ອາດເກີດຈາກລິ່ມເລືອດຈາກຫົວໃຈ ແລະ ການແຕກຂອງເພດານຫຼອດເລືອດຫຼຸດມາອຸດຕັນຫຼອດເລືອດໃນສະໝອງ.
  • Hemorrhagic Stroke ເປັນ “ພາວະຫຼອດເລືອດສະໝອງແຕກ” ຫຼື “ພາວະເລືອດອອກໃນສະໝອງ” ສົ່ງຜົນໃຫ້ເຊວສະໝອງໄດ້ຮັບບາດເຈັບຈາກການມີເລືອດຄັ່ງໃນສະໝອງຜູ່ທີ່ມີການແຂງຕົວຂອງເລືອດຜິດປົກກະຕິເຊັ່ນ: ໂຣກຕັບ, ການຮັບປະທານຢາຕ້ານການແຂງຕົວຂອງເລືອດ, ການໄດ້ຮັບສານພິດ, ການໃຊ້ສານເສບຕິດ ເປັນຕົ້ນ.
  • Transient ischemic attack (TIA) ເປັນ “ພາວະສະໝອງຂາດເລືອດຊົ່ວຄາວ” ມີອາການຄ້າຍຄືໂຣກສະໝອງຂາດເລືອດແຕ່ມີອາການຊົ່ວຄາວ ມັກເປັນບໍ່ເກີນ 24 ຊົ່ວໂມງ. ປະມານ 15% ຂອງຜູ່ປ່ວຍທີ່ມີອາການສະໝອງຂາດເລືອດຊົ່ວຄາວຈະມີພາວະໂຣກຫຼອດເລືອດສະໝອງຕາມມາຈຶ່ງຖືເປັນພາວະຮີບດ່ວນທີ່ຕ້ອງຟ້າວໄປໂຮງໝໍ ເພາະມີໂອກາດສ່ຽງທີ່ຈະເຮັດໃຫ້ເກີດເປັນອຳມະພາດໄດ້.

ການປ້ອງກັນໂຣກຫຼອດເລືອດໃນສະໝອງ.

ໃນການປ້ອງກັນໂຣກຫຼອດເລືອດໃນສະໝອງເຮົາສາມາດປ້ອງກັນໄດ້ໂດຍຫຼີກຫຼ່ຽງປັດໄຈທີ່ສ່ຽງ ເຊິ່ງປັດໄຈທີ່ສ່ຽງຕໍ່ການເກີດໂຣກຫຼອດເລືອດໃນສະໝອງມີດັ່ງນີ້:

  1. ຄວາມດັນເລືອດສູງ: ເປັນປັດໄຈທີ່ສຳຄັນທີ່ສຸດຂອງການເກີດໂຣກຫຼອດເລືອດໃນສະໝອງ ຄວນຄວບຄຸມຄວາມດັນເລືອດໃຫ້ນ້ອຍກວ່າ 140/90 mmHg ໃນຜູ້ທີ່ອາຍຸນ້ອຍກວ່າ 60 ປີ, ເປັນເບົາຫວານ ຫຼື ເປັນໂຣກໝາກໄຂ່ຫຼັງຊຳເຮື້ອ ແລະ ຄວນຄວບຄຸມຄວາມດັນເລືອດໃຫ້ນ້ອຍກວ່າ 150/90 mmHg ໃນຜູ້ທີ່ອາຍຸຫຼາຍກວ່າ 60 ປີ.
  2. ໂຣກເບົາຫວານ: ສຳຫຼັບຜູ້ປ່ວຍເບົາຫວານຄວນຄວບຄຸມລະດັບນ້ຳຕານກ່ອນອາຫານໃຫ້ຢູ່ລະຫວ່າງ 80 – 130 mmHg ຫຼື ນ້ຳຕານສະສົມ (HbA1C) ໃຫ້ນ້ອຍກວ່າ 7 ເພື່ອລົດຄວາມສ່ຽງໃນການເກີດໂຣກຫຼອດເລືອດໃນຮ່າງກາຍ.
  3. Cholesterol ໃນເລືອດສູງ: ການຮັບປະທານອາຫານທີ່ມີໄຂມັນອິ່ມຕົວສູງຈະເຮັດໃຫ້ຮ່າງກາຍມີຄ່າໄຂມັນບໍ່ດີ (LDL) ໃນເລືອດສູງ ເຊິ່ງເພີ່ມຄວາມສ່ຽງໃນການເກີດໂຣກຫຼອດເລືອດໃນສະໝອງ.
  4. ໂຣກອ້ວນ: ຄວນຄວບຄຸມນ້ຳໜັກໃຫ້ມີຄ່າດັດຊະນີມວນກາຍ (EMI) ຢູ່ໃນຊ່ວງ 18.5 – 25 ເຊິ່ງຄຳນວນໂດຍວັດນ້ຳໜັກເປັນ kg ຫານດ້ວຍຄວາມສູງເປັນ m2
  5. ການຂາດການອອກກຳລັງກາຍ: ຄວນອອກກຳລັງກາຍຢ່າງໜ້ອຍມື້ລະ 30 – 40 ນາທີ ເປັນຈຳນວນ 3 – 4 ຄັ້ງ/ອາທິດ.
  6. ເກີດຈາກການສູບຢາໜັກ ແລະ ການດື່ມສຸລາເປັນປະຈຳ: ຜູ້ຊາຍທີ່ດື່ມແອວກໍຮໍເກີນ 2 ໜ່ວຍ ( standard dink)/ມື້ ຫຼື ຫຼາຍກວ່າ 14 ໜ່ວຍ/ອາທິດ ຜູ້ຍິງທີ່ດື່ມແອວກໍຮໍເກີນ 1 ໜ່ວຍ (standard dink)/ມື້ ຫຼືຫຼາຍກວ່າ 7 ໜ່ວຍ/ອາທິດ ຈະເພີ່ມໂອກາດສ່ຽງໃນການເກີດໂຣກຫຼອດເລືອດໃນສະໝອງ. ໂດຍທີ່ 1 standard dink ມີຄ່າເທົ່າກັບ 10-20 g ຂອງ ethanol alcohol ເຊັ່ນ: standard dink ຂອງເບຍທີ່ມີແອວກໍຮໍ 4% ຈະປະລິມານເທົ່າກັບ 300 ml ເປັນຕົ້ນ.
  7. ການໃຊ້ສານເສບຕິດຫຼາຍເກີນໄປ
  8. ການຢຸດຫາຍໃຈຂະນະນອນຫຼັບຕອນກາງຄືນ: ຜູ່ທີ່ມີປະຫວັດຢຸດຫາຍໃຈຂະນະຕອນຫຼັບຕອນກາງຄືນ ເຊິ່ງພົບໄດ້ຕະຫຼອດໃນຄົນທີ່ນອນໂກນດັງໆ ຫຼື ມີນ້ຳໜັກຕົວຫຼາຍໆຄວນມາພົບແພດໝໍເພື່ອເຮັດ sleep test ເບິ່ງວ່າມີອອກຊີແຊນໃນເລືອດຕ່ຳໃນຊ່ວງນອນຫຼັບ ຫຼື ບໍ່ ເຊິ່ງເປັນປັດໄຈສ່ຽງໃນການເກີດໂຣກຫຼອດເລືອດໃນສະໝອງຕາມມາໄດ້.
  9. ຫຼອດເລືອດແດງທີ່ໄປລ້ຽງສະໝອງບໍລີເວນຄໍຕີບ: ພົບໃນຜູ້ທີ່ມີອາຍຸຫຼາຍ ມີຄວາມສ່ຽງຂອງໂຣກຫຼອດເລືອດໃນສະໝອງເຊັ່ນ: ເປັນຄວາມດັນເລືອດສູງ, ເບົາຫວານ, ໄຂມັນໃນເລືອດສູງ, ສູບຢາ ສາມາດກວດຄັດກອງໄດ້ໂດຍການເຮັດເອັກສະເລ່ເບິ່ງຫຼອດເລືອດບໍລິເວນຄໍ.
  10. ຫົວໃຈເຕັ້ນຜິດຈັງຫວະ ຫຼື ມີລິ້ນຫົວໃຈຜິດປົກກະຕິ : ສາມາດເຮັດໃຫ້ເກີດຫຼອດເລືອດໄປຕັນໃນຫຼອດເລືອດສະໝອງໄດ້ ສາມາດກວດຄັດກອງໄດ້ໂດຍການກວດຮ່າງກາຍ, ກວດຄື່ນໄຟຟ້າຫົວໃຈ ຫຼື ການກວດຫົວໃຈດ້ວຍຄື່ນຄວາມຖີ່ສູງ (echocardiogram).

 ປັດໄຈສ່ຽງທີ່ບໍ່ສາມາດປ້ອງກັນໄດ້.

  1. ຜູ້ສູງອາຍຸ: ມີໂອກາດເປັນໄດ້ຫຼາຍທີ່ມັກພົບໂຣກຫຼອດເລືອດໃນສະໝອງໃນຜູ້ສູງອາຍຸເນື່ອງມາຈາກການເສື່ອມສະພາບຂອງຫຼອດເລືອດ.
  2. ເພດຊາຍ: ພົບອຸບັດການການເກີດໂຣກຫຼອດເລືອດໃນສະໝອງໄດ້ຫຼາຍກວ່າເພດຍິງ.
  3. ມີປະຫວັດໂຣກຫຼອດເລືອດໃນສະໝອງໃນຄອບຄົວ
  4. ມີປະຫວັດເຄີຍເປັນໂຣກຫົວໃຈຂາດເລືອດ ຫຼື ໂຣກຫຼອດເລືອດໃນສະໝອງມາກ່ອນ.

ສັນຍານເຕືອນໂຣກຫຼອດເລືອດໃນສະໝອງ.

ອາການເຕືອນໂຣກຫຼອດເລືອດໃນສະໝອງທີ່ເຮົາສາມາດສັງເກດໄດ້ຫຼັກໆມີ 5 ສັນຍານເຕືອນທີ່ສຳຄັນຄືດັ່ງນີ້:

  1. ມີອາການຊາ ຫຼື ອ່ອນແຮງຢູ່ໃບໜ້າເບື້ອງໃດເບື້ອງໜຶ່ງແບບກະທັນຫັນ ເຮັດໃຫ້ມຸມປາກຕາ ປາກບ້ຽວ ອົມນ້ຳບໍ່ຢູ່ ນ້ຳໄຫຼອອກຈາກມຸມປາກ.
  2. ຊາ ຫຼື ອ່ອນແຮງທີ່ແຂນຂາເບື້ອງໃດເບື້ອງໜຶ່ງແບບກະທັນຫັນ ສູນເສຍການຊົົງຕົວ.
  3. ເວົ້າບໍ່ຂອດ, ເວົ້າບໍ່ອອກ, ສັບສົນ, ຄິດຄຳເວົ້າບໍ່ອອກ.
  4. ການເບິ່ງເຫັນມີບັນຫາກະທັນຫັນ ອາດເບິ່ງເຫັນຮູບພາບຊ້ອນກັນ, ເບິ່ງເຫັນຮູບເຄິ່ງດຽວ, ຕາບອດໜຶ່ງ ຫຼື ສອງເບື້ອງ.
  5. ມີອາການເຈັບຫົວຮຸນແຮງກະທັນຫັນ.

ອາການ 5 ສັນຍານເຕືອນດັ່ງກ່າວ ອາດເກີດພຽງອາການດຽວ ຫຼື ຫຼາຍອາການຮ່ວມກັນກໍໄດ້ຂຶ້ນຢູ່ກັບຕຳແໜ່ງທີ່ສູນເສຍໜ້າທີ່ໄປ, ບາງຄົນອາດມີອາການຜິດປົກກະຕິເຫຼົ່ານີ້ຊົ່ວຂະນະແລ້ວດີຂຶ້ນພາຍໃນ 24 ຊົ່ວໂມງ ເນື່ອງຈາກສະໝອງຂາດເລືອດຊົ່ວຄາວ (Mini stroke). ແຕ່ຢ່າງໃດກໍຕາມຫາກມີອາການດັ່ງກ່າວເກີດຂຶ້ນຢ່າງໃດຢ່າງໜຶ່ງບໍ່ຄວນລໍຖ້າເບິ່ງອາການແຕ່ຄວນຮີບເຂົ້າພົບແພດໝໍໂດຍດ່ວນເພາະຫາກຜູ້ປ່ວຍມາຮອດໂຮງໝໍໄດ້ໄວເທົ່າໃດຈະສາມາດເຂົ້າຮັບການຮັກສາໄດ້ທັນການ ແລະ ລົດຄວາມສ່ຽງຕໍ່ການເກີດເປັນຄວາມພິການ ແລະ ອາດເສຍຊີວິດໄດ້.

ທີ່ມາ: https://www.thairath.co.th/women/beauty/health/1774361?utm_source=mirror&utm_medium=post&utm_campaign=webarticle

https://www.sikarin.com/content/detail/131/stroke-%E0%B9%82%E0%B8%A3%E0%B8%84%E0%B8%AB%E0%B8%A5%E0%B8%AD%E0%B8%94%E0%B9%80%E0%B8%A5%E0%B8%B7%E0%B8%AD%E0%B8%94%E0%B8%AA%E0%B8%A1%E0%B8%AD%E0%B8%87-%E0%B8%AA%E0%B8%B1%E0%B8%8D%E0%B8%8D%E0%B8%B2%E0%B8%93%E0%B9%80%E0%B8%AA%E0%B8%B5%E0%B9%88%E0%B8%A2%E0%B8%87%E0%B9%82%E0%B8%A3%E0%B8%84%E0%B8%AD%E0%B8%B1%E0%B8%A1%E0%B8%9E%E0%B8%A4%E0%B8%81%E0%B8%A9%E0%B9%8C-%E0%B8%AD%E0%B8%B1%E0%B8%A1%E0%B8%9E%E0%B8%B2%E0%B8%95

ສຸຂະພາບ ແລະ ຄວາມສວຍຄວາມງາມ