ອິນເດຍພົບເດັກອາຍຸຕໍ່າກວ່າ 5 ປີຕິດເຊື້ອ “ໄຂ້ຫວັດໝາກເລັ່ນ” ຈໍານວນຫຼາຍ ສາມາດຕິດຕໍ່ໂດຍການສຳຜັດໃກ້ຊິດ

ໄຂ້ຫວັດໝາກເລັ່ນ

ໃນປັດຈຸບັນນີ້ ເຊື້ອໂຣກຫຼາກຫຼາຍຊະນິດເຊັ່ນ ໂຄວິດ-19 ແລະ ໝາກສຸກລີງ ແມ່ນໄດ້ແຜ່ກະຈາຍໄປທົ່ວທຸກຂົງເຂດທົ່ວໂລກ ສົ່ງຜົນໃຫ້ມະນຸດໃຊ້ຊີວິດຂ້ອນຂ້າງຫຍຸ້ງຍາກ ເພາະຕ້ອງເຝົ້າລະວັງບໍ່ໃຫ້ຕົນເອງຕິດເຊື້ອ ແລະ ແຜ່ລະບາດສູ່ຄົນອື່ນ. ນອກຈາກໂຣກດັ່ງກ່າວແລ້ວ ໃນອິນເດຍຍັງພົບກັບການລະບາດຂອງ “ໄຂ້ຫວັດໝາກເລັ່ນ” ຫຼື “Tomato flu” ເຊິ່ງເປັນໂຣກໜຶ່ງທີ່ຕ້ອງຈັບຕາເບິ່ງເພາະວ່າໃນຂະນະນີ້ຍັງບໍ່ມີຢາ ຫຼື ວັກຊີນປ້ອງກັນໂດຍສະເພາະ.

ໄຂ້ຫວັດໝາກເລັ່ນ

ເມື່ອວັນທີ 23 ສິງຫາ 2022 ກະຊວງສາທາລະນະສຸກຂອງອິນເດຍໄດ້ປະກາດແນວທາງປ້ອງກັນ, ການກວດຫາເຊື້ອ ແລະ ການປິ່ນປົວໂຣກ ຫຼັງພົບການລະບາດຂອງໄຂ້ຫວັດໝາກເລັ່ນໃນລັດເກຣລະ, ລັດທະມິນນາທູ, ລັດໂອຣິສສາ ແລະ ລັດຫາຣະຍານາ ໂດຍໄຂ້ຫວັດໝາກເລັ່ນຖືກພົບຄັ້ງທໍາອິດໃນເດືອນພຶດສະພາ 2022 ທີ່ລັດເກຣລະ ກ່ອນຈະຖືກຄົ້ນພົບໃນບໍລິເວນລັດອ້ອມຂ້າງ.

ໄຂ້ຫວັດໝາກເລັ່ນ

ຕໍ່ມາໄດ້ມີບົດຄວາມທາງວາລະສານການແພດ Lancet Respiratory Medicine ລະບຸວ່າ ມີເດັກອາຍຸຕໍ່າກວ່າ 5 ປີ ທັງໝົດຖືກພົບວ່າຕິດໄຂ້ຫວັດໝາກເລັ່ນໃນໄລຍະປາຍເດືອນກໍລະກົດ ແລະ ບົດຄວາມຍັງອະທິບາຍອີກວ່າ ໄວຣັສຈະຕິດໃນເດັກໂດຍສະເພາະແມ່ນເດັກທີ່ອາຍຸຕໍ່າກວ່າ 5 ປີ ໂດຍໂຣກນີ້ສາມາດຕິດຕໍ່ໄດ້ຈາກການສຳຜັດໃກ້ຊິດ. ທັງນີ້ ບົດຄວາມຊີ້ວ່າການລະບາດຍັງເກີດຂຶ້ນໃນລະດັບທ້ອງຖິ່ນ ບໍ່ເປັນອັນຕະລາຍຕໍ່ຊີວິດ ແຕ່ຈໍາເປັນຕ້ອງປ້ອງກັນການແຜ່ບະບາດຕໍ່ໄປ ເພື່ອປ້ອງກັນຄວາມເປັນໄປໄດ້ທີ່ຈະເກີດວິກິດການແຜ່ລະບາດຄືກັນກັບເຊື້ອໂຣກຊະນິດອື່ນກ່ອນໜ້າ.

ໄຂ້ຫວັດໝາກເລັ່ນ

ນອກຈາກນີ້ ເນື້ອໃນໃນບົດຄວາມສະບັບນີ້ໄດ້ຄາດການວ່າ ໄຂ້ຫວັດໝາກເລັ່ນອາດເປັນຜົນທີ່ຕາມມາຈາກໂຣກຊິຄຸນກຸນຍາ (chikungunya) ຫຼື ໄຂ້ເລືອດອອກກໍໄດ້ ແລະຊີ້ວ່າໄວຣັສນີ້ອາດເປັນຮູບແບບໃໝ່ຂອງໂຣກມືຕີນປາກ ທີ່ຫາກບໍ່ມີການຄວບຄຸມປ້ອງກັນໂຣກໃນເດັກກໍອາດນຳມາສູ່ການລະບາດໃນກຸ່ມຜູ້ໃຫຍ່ທີ່ມີລະບົບພູມຕ້ານທານບົກຜ່ອງໄດ້ເຊັ່ນກັນ.

ໄຂ້ຫວັດໝາກເລັ່ນ

ເຊິ່ງສາເຫດທີ່ນັກວິທະຍາສາດຕັ້ງຊື່ໂຣກດັ່ງກ່າວວ່າ “ໄຂ້ຫວັດໝາກເລັ່ນ” ບໍ່ແມ່ນຍ້ອນວ່າກິນໝາກເລັ່ນເຂົ້າໄປແລ້ວຈະເປັນໄຂ້ຫວັດ ແຕ່ເພາະຫາກບຸກຄົນໃດຕິດໂຣກແມ່ນຈະມີຜື່ນແດງຂຶ້ນຕາມຮ່າງກາຍ ແລະ ບາງສ່ວນຂອງຮ່າງກາຍນັ້ນຜື່ນດັ່ງກ່າວສາມາດຈະເພີ່ມຂະໜາດຈົນໃຫຍ່ຄ້າຍຄືໝາກເລັ່ນ.

ສ່ວນອາການຂອງໄຂ້ຫວັດໝາກເລັ່ນກໍມີດັ່ງນີ້: ມີອາການໄຂ້, ປວດຕາມຂໍ້, ມີຜື່ນແດງຄ້າຍຄືໝາກເລັ່ນ ເມື່ອສຳຜັດແລ້ວຮູ້ສຶກເຈັບ, ຖອກທ້ອງ, ອາຈຽນ ແລະ ມີອາການເມື່ອຍ.

ທີ່ໜ້າເປັນຫ່ວງຄືໃນຕອນນີ້ຍັງບໍ່ມີຢາ ຫຼື ວັກຊີນເພື່ອປິ່ນປົວ ແລະປ້ອງກັນໄຂ້ຫວັດໝາກເລັ່ນໂດຍສະເພາະ ຫາກຕິດເຊື້ອແມ່ນຈະຕ້ອງປິ່ນປົວຕາມອາການ. ທັງນີ້ ທາງການອິນເດຍລະບຸວ່າ ຫາກໃຜທີ່ສົງໄສວ່າຕິດເຊື້ອໄຂ້ວັດໝາກເລັ່ນ ໃຫ້ກັກຕົວ 5-7 ມື້ ຫຼັງເລີ່ມມີອາການ ແລະໃຫ້ອະນາໄມເຄື່ອງໃຊ້ຂອງຕົນເອງທັງໝົດເພື່ອລົດຄວາມສ່ຽງທີ່ເຄື່ອງໃຊ້ດັ່ງກ່າວຈະເປັນພາຫະນໍາເຊື້ອ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply

Your email address will not be published.