ການບໍ່ຍອມຖິ້ມເຄື່ອງໃຊ້ ບໍ່ແມ່ນຍ້ອນ move on ບໍ່ໄດ້ ແຕ່ເຮົາອາດເປັນໂຣກມັກເກັບສະສົມເຄື່ອງ


ໂຣກມັກເກັບສະສົມເຄື່ອງໄວ້ ຫຼື Hoarding Disorder ເປັນອາການທາງຈິດທີ່ຫຼາຍຄົນອາດຈະກຳລັງເປັນຢູ່ກໍໄດ້, ການທີ່ເຮົາບໍ່ສາມາດຖິ້ມເຄື່ອງໃຊ້ຕ່າງໆທີ່ບໍ່ໄດ້ໃຊ້ແລ້ວ ແຕ່ກໍມັກຈະເກັບມັນໄວ້ພ້ອມຄິດວ່າ ບງເທື່ອເຮົາອາດຈະໄດ້ກັບມາໃຊ້ມັນໃນອະນາຄົດ.

ອາການຂອງຜູ້ທີ່ເປັນໂຣກມັກເກັບສະສົມເຄື່ອງກໍເປັນຄ້າຍຄືກັນ ເຊັ່ນ ຜູ້ປ່ວຍຈະມີບັນຫາກັບການຖິ້ມເຄື່ອງຂອງທີ່ເປັນຂອງຕົນເອງ ດ້ວຍຄວາມຮູ້ສຶກວ່າຈະຕ້ອງເກັບພວກມັນໄວ້, ພຽງແຕ່ມີຄວາມຄິດວ່າຈະໄດ້ຖິ້ມ ຄວາມຮູ້ສຶກກັງວົນໃຈກໍເພີ່ມຂຶ້ນມາ ແລະ ບໍ່ວ່າຄຸນຄ່າຂອງເຄື່ອງໃຊ້ນັ້ນຈະຖືຖຫຼືແພງ ຜູ້ປ່ວຍກໍຈະມັກເກັບສະສົມໄວ້ຈົນກອງກັນໄວ້ຫຼວງຫຼາຍ.

ເຖິງຢ່າງໃດກໍຕາມ ຜູ້ທີ່ເປັນໂຣກມັກເກັບສະສົມເຄື່ອງ ກໍແຕກຕ່າງຈາກນັກສະສົມ ເນື່ອງຈາກນັກສະສົມສ່ວນໃຫຍ່ຈະຈັດເກັບເຄື່ອງໄວ້ຢ່າງເປັນລະບຽບ ແລະ ມີເປົ້າໝາຍ​ ເຊິ່ງທັນທີທີ່ໄດ້ເປັນເຈົ້າຂອງແລ້ວ ນັກສະສົມຈະຍ້າຍມັນອອກຈາກການໃຊ້ງານມາວາງສະແດງໃຫ້ຜູ້ອື່ນໄດ້ຮູ້ສຶກນັບຖືກແທນ. ໃນຂະນະດຽວກັນ ຜູ້ທີ່ເປັນໂຣກມັກເກັບສະສົມເຄື່ອງນັ້ນ ຈະເລືອກເກັບສິ່ງຂອງທຸກຢ່າງໂດຍບໍ່ຜ່ານການຄິດໄວ້ກ່ອນ ຫຼື ບໍ່ມີແບບແຜນ, ບາງຄັ້ງກໍພຽງແຕ່ເບິ່ງເຫັນແລ້ວຄິດວ່າສາມາດເປັນເຈົ້າຂອງໄດ້ກໍຈັບຈອງໄປເລີຍກໍມີ ເຊິ່ງມັນເຮັດໃຫ້ສິ່ງຂອງພວກນີ້ບໍ່ມີເບື້ອງເລິກເບື້ອງຫຼັງໃນຄວາມຕ້ອງການຕັ້ງແຕ່ທຳອິດ ລວມໄປຮອດມີການຈັດລຽງ ຫຼື ວາງສະແດງສິ່ງຂອງທີ່ໄດ້ມາຢ່າງຮົກເຮື້ອ. ດ້ວຍເຫດນັ້ນເອງ ຜູ້ປ່ວຍທີ່ເປັນໂຣກດັ່ງກ່າວຈຶ່ງໃຊ້ຊີວິດໃນພື້ນທີ່ທີ່ເຕັມໄປດ້ວຍສິ່ງຂອງທີ່ບໍ່ໄດ້ໃຊ້ ຈົນເຮັດໃຫ້ຮູ້ສຶກຄັບແຄບ, ທຸມມຸມໃນເຮືອນຕັ້ງແຕ່ທາງຍ່າງ ໄປຈົນເຖິງໂຕະຕັ່ງເຄື່ອງໃຊ້ກໍເຕັມໄປດ້ວຍເຄື່ອງກະຈັດກະຈາຍໝົດ.

ອາການຂອງໂຣກນີ້ໄດ້ແກ່: ການຊື້ສິ່ງຂອງທີ່ບໍ່ຈຳເປັນ ຫຼື ເກີນພື້ນທີ່ຈັດເກັບຫຼາຍຄັ້ງ, ຮູ້ສຶກຕ້ອງການຈັດເກັບສິ່ງຂອງທີ່ຊື້ມາ ແລະ ຈະຮູ້ສຶກອາລົມບໍ່ດີເມື່ອຕ້ອງໄດ້ຖິ້ມມັນ, ເລີ່ມມີເຄື່ອງກອງຫຼາຍຂຶ້ນຈົນບໍ່ມີພື້ນທີ່ໃຊ້ສອຍ, ເລີ່ມຕັດສິນໃຈບໍ່ໄດ້, ເປັນຄົນມັກຄວາມສົມບູນແບບ, ຮູ້ສຶກມັກຫຼີກອອກຈາກສິ່ງຕ່າງໆ, ເລື່ອນມື້ເລື່ອນວັນ, ມີຄວາມຫຍຸ້ງຍາກໃນການຈັດເກັບ ແລະ ວາງແຜນ.

ສຳລັບຜູ້ທີ່ມັກລ້ຽງສັດ, ອາດຈະຮັບລ້ຽງສັດໃນຈຳນວນຫຼາຍເກີນທີ່ຕົນເອງຮັບຜິດຊອບໄຫວ ຫຼື ຖິ້ມໃຫ້ສັດລ້ຽງຖືກຂັງໄວ້ໃນເຮືອນ ຫຼື ນອກເຮືອນ ຈົນບໍ່ໃສ່ໃຈທີ່ຈະລ້ຽງແລ້ວ. ດ້ວຍເຫດນັ້ນ, ຄວາມສ່ຽງຕໍ່ສຸຂະພາບຂອງຜູ້ປ່ວຍ ແລະ ສັດຈຶ່ງອັນຕະລາຍຫຼາຍ.

ຄົນທີ່ເປັນໂຣກມັກເກັບສະສົມເຄື່ອງນັ້ນ ຈະມີອາການຕັ້ງແຕ່ເບົາໄປຫາໜັກ. ສ່ວນໃຫຍ່ຜູ້ທີ່ເປັນນັ້ນຈະຍັງບໍ່ທັນເຫັນວ່າມັນເປັນບັນຫາໃນການໃຊ້ຊີວິດ​ ພວກເຂົາຈຶ່ງບໍ່ໄດ້ຕ້ອງການການປິ່ນປົວ. ແຕ່ໃນກໍລະນີຮ້າຍແຮງມັນກໍສາມາດສົ່ງຜົນໄປເຖິງຄວາມສຳພັນ, ສັງຄົມ, ກິດຈະກຳໃນວຽກໄດ້ ບໍ່ວ່າຈະເປັນທາງດ້ານສຸຂະພາບ, ຄວາມເປັນສ່ວນຕົວ ເຊັ່ນ: ຜູ້ປ່ວຍອາດບໍ່ສາມາດຮັກສາສຸຂະອະນາໄມໄດ້,​ ເມື່ອເກີດເຫດອັນຕະລາຍ ກໍອາດຈະບໍ່ສາມາດຫຼົບຫຼີກອອກມາໄດ້ທັນເວລາ,​ ສ່ຽງຕໍ່ການເກີດໄຟໄໝ້, ອາດສ່ຽງຖືກໄລ່ອອກຈາກທີ່ພັກອາໄສ ຫຼື ບໍ່ສາມາດຕ້ອນຮັບແຂກເຂົ້າມາໃນທີ່ພັກອາໄສໄດ້.  

ກຸ່ມຄົນທີ່ສ່ຽງມີໂຣກດັ່ງກ່າວຈະເລີ່ມຕັ້ງແຕ່ເດັກນ້ອຍອາຍຸ 11 – 15 ປີ ແລະ ຍິ່ງອາຍຸຫຼາຍຂຶ້ນກໍຈະຍິ່ງພັດທະນາໃຫ້ມັນຮຸນແຮງຂຶ້ນ. ຕາມມາພ້ອມກັບປັດໄຈເຊັ່ນ: ນິໄສ, ປະຫວັດຂອງສະມາຊິກໃນຄອບຄົວ, ເຫດການກົດດັນໃນຊີວິດ. ນອກຈາກນີ້ແລ້ວ ຜູ້ທີ່ເປັນໂຣກມັກເກັບສະສົມຍັງສ່ຽງຈະພັດທະນາໃຫ້ເກີດໂຣກທາງສຸຂະພາບຈິດອື່ນໆ ເຊັ່ນ: ໂຣກຊຶມເສົ້າ, ໂຣກວິຕົກກັງວົນ, ໂຣກຍ້ຳຄິດຍ້ຳທຳ (OCD),  ໂຣກສະມາທິສັ້ນ (ADHD)

ໂຣກມັກເກັບສະສົມນີ້ແມ່ນຍັງບໍ່ມີວິທີການປ້ອງກັນບໍ່ໃຫ້ເກີດເທື່ອ ແຕ່ຖ້າພົບເຫັນວ່າຄົນຮູ້ຈັກ ຫຼື ສະມາຊິກໃນຄອບຄົວມີພຶດຕິກຳຕາມທີ່ກ່າວມານັ້ນ ກໍຄວນໄດ້ພົບແພດໝໍເພື່ອປຶກສາບໍ່ໃຫ້ອາການຮຸນແຮງໄປຕື່ມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສຸຂະພາບ ແລະ ຄວາມສວຍຄວາມງາມ

#Hoarding Disorder#HOD#LaoX#ສະສົມເຄື່ອງ#ສຸຂະພາບ#ໂຣກ