10 ອັນດັບໂຣກທີ່ອັນຕະລາຍທີ່ສຸດ


ເມື່ອເວົ້າເຖິງໂຣກທີ່ຮ້າຍແຮງທີ່ສຸດ ທຸກຄົນມັກຈະຄິດອອກວ່າເປັນໂຣກທີ່ກຳລັງຖືກເວົ້າເຖິງຫຼາຍໃນທຸກມື້ນີ້ ໃນຄວາມເປັນຈິງແລ້ວ 10 ໂຣກທີ່ອັນຕະລາຍລະດັບໂລກນີ້ແມ່ນໂຣກທີ່ພວກເຮົາຕ່າງກໍເບິ່ງຂ້າມ. ໃນປີ 2019, ສາເຫດການຕາຍກວ່າ 55.4 ລ້ານຄົນທົ່ວໂລກແມ່ນເກີດຈາກໂຣກພວກນີ້ ແລະ 68% ແມ່ນໂຣກທີ່ຈະຄ່ອຍໆພັດທະນາຂຶ້ນ.

  1. ໂຣກຫຼອດເລືອດຫົວໃຈ (Ischemic heart disease, or coronary artery disease)

ໂຣກຫຼອດເລືອດຫົວໃຈ ຫຼື CAD (Coronary Artery Disease) ເປັນໂຣກທີ່ມີອັດຕາຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, 15.5% ເສຍຊີວິດຈາກໂຣກດັ່ງກ່າວໃນທົ່ວໂລກ. ໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາ,​ ຕົວເລກຂອງຜູ້ເສຍຊີວິດນັບມື້ແມ່ນເພີ່ມຂຶ້ນ. ເຖິງແມ່ນວ່າຕົວເລກຂອງມັນຈະເປັນອັນດັບໜຶ່ງ ແຕ່ປັດຈຸບັນອັດຕາການເສຍຊີວິດຂອງຜູ້ປ່ວຍໂຣກດັ່ງກ່າວໃນກຸ່ມປະເທດຢູໂຣບ ແລະ ສະຫະລັດອາເມຣິກາກໍໄດ້ລົດລົງຫຼາຍ, ເນື່ອງຈາກລະບົບສຸຂະສຶກສາທີ່ດີຂຶ້ນແລະ​ ການເຂົ້າເຖິງການປິ່ນປົວທີ່ຫຼາຍຂຶ້ນ.

ຄວາມສ່ຽງຂອງການເປັນໂຣກຫຼອດເລືອດຫົວໃຈແມ່ນ:

  • ຄວາມດັນເລືອດສູງ.
  • ໂຄເລສໂຕຣໍສູງ.
  • ສູບຢາ.
  • ໂຣກເບົາຫວານ.
  • ນ້ຳໜັກເກີນ.
  • ຄົນໃນຄອບຄົວມີປະຫວັດໂຣກ CAD.

ການປ້ອງກັນຫຼືລົດຄວາມສ່ຽງແມ່ນ:

  • ການອອກກຳລັງກາຍຢ່າງສະໝ່ຳສະເໝີ.
  • ການຮັກສານ້ຳໜັກທີ່ເໝາະສົມ.
  • ບໍລິໂພກອາຫານທີ່ມີໂຊດຽມຕ່ຳ ແລະ ເພີ່ມການບໍລີໂພກໝາກໄມ້ ແລະ ຜັກ.
  • ຫຼີກເວັ້ນການສູບຢາ.
  • ດື່ມໃນປະລິມານທີ່ພໍດີ.
  1. ໂຣກຫຼອດເລືອດໃນສະໝອງ (stroke)

ໂຣກຫຼອດເລືອດໃນສະໝອງ ເກີດຂຶ້ນຈາກເສັ້ນເລືອດແດງຫຼັກໄດ້ຖືກບີບ ຫຼື ຮົ່ວໄຫຼ. ສົ່ງຜົນໃຫ້ເຊວໃນສະໝອງທີ່ຕ້ອງການອັອກຊີເຈນເລີ່ມຕາຍລົງ. ໃນຂະນະທີ່ອາການກຳລັງເກີດ, ເຮົາຈະຮູ້ສຶກຕົວຊາ ແລະ ມຶນລົງ ຫຼື ມີບັນຫາໃນການຍ່າງ, ການເບິ່ງເຫັນ. ຖ້າປ່ອຍໄວ້, ມັນຈະເປັນສາເຫດຕໍ່ການພິການໃນໄລຍະຍາວ ມີຜູ້ເສຍຊີວິດຈາກໂຣກດັ່ງກ່າວສູງເຖິງ 11.1% ຂອງທົ່ວໂລກ.

ໂຣກຫຼອດເລືອດໃນສະໝອງນັ້ນມີອັດຕາສ່ຽງເກີດກັບແມ່ຍິງສູງ, ນອກຈາກນີ້ຍັງມີ:

  • ຄວາມດັນເລືອດສູງ.
  • ຄົນໃນຄອບຄົວມີປະຫວັດເປັນໂຣກຫຼອດເລືອດໃນສະໝອງ.
  • ສູບຢາ ໂດຍສະເພາະເມື່ອລວມກັບການໃຊ້ຢາຄຸມກຳເນີດ.

ການປ້ອງກັນຫຼືຫຼຸດຜ່ອນຄວາມສ່ຽງແມ່ນສາມາດປະຕິບັດໄດ້ໂດຍການຫຼີກເວັ້ນການສູບຢາ ແລະ ຮັກສາສຸຂະພາບເພື່ອຄຸມຄວາມດັນເລືອດ.

  1. ໂຣກຕິດເຊື້ອຂອງທາງເດີນຫາຍໃຈສ່ວນລຸ່ມ (Lower respiratory infections)

ໂຣກຕິດເຊື້ອທາງເດີນຫາຍໃຈສ່ວນລຸ່ມມີຜູ້ເສຍຊີວິດ 5.7% ຈາກທົ່ວໂລກ, ແມ່ນການຕິດເຊື້ອຂອງທາງເດີນຫາຍໃຈ ຫຼື ປອດເນື່ອງຈາກໂຣກຕ່າງໆ ດັ່ງນີ້:

  • ໂຣກໄຂ້ຫວັດໃຫຍ່.
  • ໂຣກປອດອັກເສບ.
  • ຫຼອດລົມອັກເສບ.
  • ວັນນະໂຣກ.

ເຊື້ອໄວຣັສພວກນີ້ຈະສົ່ງຜົນໃຫ້ທາງເດີນຫາຍໃຈສ່ວນລຸ່ມອັກເສບ ແລະ ກໍ່ໃຫ້ເກີດແບັກທີເຣຍ. ການໄອແມ່ນອາການຫຼັກຂອງໂຣກນີ້. ໄປຈົນຮອດການຫາຍໃຈລຳບາກ ແລະ ແໜ້ນໜ້າເອິກ. ຖ້າປ່ອຍໄວ້ກໍຈະນຳໄປສູ່ການຫາຍໃຈລົ້ມເຫຼວ ແລະ ເສຍຊີວິດໄດ້.

ປັດໄຈຄວາມສ່ຽງຕໍ່ການເປັນໂຣກທາງເດີນຫາຍໃຈສ່ວນລຸ່ມມີຄື:

  • ໂຣກໄຂ້ຫວັດໃຫຍ່.
  • ຄຸນະພາບຂອງອາກາດ ຫຼື ສະພາບທີ່ສົ່ງຜົນກະທົບໃຫ້ປອດມີການລະຄາຍເຄືອງ.
  • ສູບຢາ.
  • ລະບົບພູມຕ້ານທານຕ່ຳ.
  • ຫອບຫືດ.
  • HIV.

ໜຶ່ງໃນວິທີການປ້ອງການໂຣກດັ່ງກ່າວໃຫ້ໄດ້ຜົນດີທີ່ສຸດແມ່ນການໄດ້ຮັບວັກຊີນກັນໂຣກໄຂ້ຫວັດໃຫຍ່ທຸກປີ. ລ້າງມືໃຫ້ສະອາດຕະຫຼອດເພື່ອປ້ອງກັນການຕິດຕໍ່ຂອງແບັກທີເຣຍກ່ອນຈັບໜ້າຕົນເອງ ແລະ ກ່ອນຮັບປະທານອາຫານ. ປັດຈຸບັນອັດຕາການເສຍຊີວິດຂອງໂຣກດັ່ງກ່າວໄດ້ລົດລົງ ຈາກ 3.4 ລ້ານຄົນ ເປັນ 3.2 ລ້ານຄົນ.

  1. ໂຣກຫຼອດລົມອັດຕັນຊຳເຮື້ອ (Chronic obstructive pulmonary disease)

ໂຣກຫຼອດລົມອັດຕັນຊຳເຮື້ອ ຫຼື Chronic Obstructive Pulmonary Disease(COPD) ແມ່ນປອດອັກເສບເປັນຊຳເຮື້ອທີ່ສົ່ງຜົນລຳບາກຕໍ່ການຫາຍໃຈ ແລະ ມີຈຳນວນຜູ້ເສຍຊີວິດ 5.6 % ຈາກທົ່ວໂລກ.

ປັດໄຈສ່ຽງຕໍ່ການເປັນໂຣກຫຼອດລົມອັດຕັນຊຳເຮື້ອ ຫຼື COPD ແມ່ນ:

  • ການສູບຢາ ຫຼື ການໄດ້ຮັບຢູ່ອ້ອມຂ້າງຄົນສູບຢາ.
  • ການລະຄາຍເຄືອງຂອງປອດ.
  • ຄົນໃນຄອບຄົວມີປະຫວັດ AATD ຢີນ ທີ່ກ່ຽວຂ້ອງກັບໂຣກ COPD.
  • ປະຫວັດທາງເດີນຫາຍໃຈອັກເສບຕັ້ງແຕ່ຍັງນ້ອຍ.

ມັນບໍ່ມີທາງປິ່ນປົວໂຣກ COPD ແຕ່ເຮົາສາມາດເຮັດໃຫ້ໄລຍະການພັດທະນາຕົວຂອງໂຣກຊ້າລົງໄດ້ດ້ວຍຢາ. ການປ້ອງກັນທີ່ດີທີ່ສຸດແມ່ນຢຸດສູບຢາ ແລະ ຫຼີກເວັ້ນການຢູ່ໃກ້ກັບຄົນທີ່ສູບຢາ ຫຼື ສິ່ງທີ່ຈະສົ່ງຜົນກະທົບຕໍ່ປອດ.

  1. ໂຣກມະເຮັງປອດ ແລະ ຫຼອດລົມ (Trachea, bronchus, and lung cancers)

ທຸກໆ ປີ ຈະມີຜູ້ເສຍຊີວິດຈາກໂຣກມະເຮັງປອດຢູ່ປະມານ 4 ລ້ານຄົນ ໂດຍສະເພາະໃນປະເທດທີ່ກຳລັງພັດທະນາ. ໂຣກມະເຮັງປອດນັ້ນຮວມໄປເຖິງມະເຮັງໃນທາງເດີນຫາຍໃຈ, ຫຼອດລົມ, ກ່ອງສຽງ ແລະ ປອດ. ປັດໄຈຫຼັກທີ່ກໍ່ໃຫ້ເກີດໂຣກນີ້ແມ່ນການສູບຢາ, ແລະ ມົນລະພິດໃນສະພາບແວດລ້ອມເຊັ່ນເຊື້ອໄຟ ແລະ ເຊື້ອຣາ ກໍມີສ່ວນ.

ຜູ້ທີ່ສ່ຽງຕໍ່ໂຣກມະເຮັງປອດສ່ວນໃຫຍ່ແມ່ນຜູ້ທີ່ສູບຢາ ແລະ ເມື່ອຜູ້ປ່ວຍຢຸດກິດຈະກຳດັ່ງກ່າວ ກໍຈະສາມາດສັງເກດເຫັນຄວາມແຕກຕ່າງຢ່າງໃຫຍ່ຫຼວງ.

  1. ໂຣກເບົາຫວານ (Diabetes mellitus)

ເປັນໂຣກທີ່ສົ່ງຜົນຕໍ່ອິນຊູລິນທີ່ເປັນຮໍໂມນທີ່ຄວບຄຸມລະບົບນ້ຳຕານໃນເລືອດ. ໂຣກເບົາຫວານມີຢູ່ 2 ປະເພດ, ໂດຍໂຣກເບົາຫວານທີ 1 ແມ່ນບໍ່ສາມາດຜະລິດອິນຊູລິນໄດ້ ແລະ ໂຣກເບົາຫວານທີ 2 ແມ່ນຈະບໍ່ສາມາດຜະລິດອິນຊູລິນໄດ້ພຽງພໍ ຫຼື ບໍ່ມີປະສິດທິພາບ.

ປັດໄຈຂອງໂຣກເບົາຫວານທີ 1 ນັ້ນຍັງບໍ່ສາມາດລະບຸໄດ້ ສ່ວນຂອງໂຣກເບົາຫວານທີ 2 ນັ້ນ ແມ່ນເກີດຈາກການຮັບສານອາຫານບໍ່ປົກກະຕິ ຫຼື ບໍ່ພຽງພໍ, ການບໍ່ໄດ້ຮັບການອອກກຳລັງກາຍ ແລະ ນ້ຳໜັກທີ່ເພີ່ມຂຶ້ນຫຼາຍເກີນໄປ.

ໂຣກເບົາຫວານບໍ່ສາມາດຄວບຄຸມໄດ້ງ່າຍ ແຕ່ສາມາດລົດຄວາມສ່ຽງລົງໄດ້ໂດຍການອອກກຳລັງກາຍຢ່າງສະໝ່ຳສະເໝີ, ຮັບປະທານອາຫານໃຫ້ຄົບຫ້າໝູ່ ເພື່ອຊ່ວຍໃຫ້ຮ່າງກາຍສາມາດຄວບຄຸມປະລິມານນ້ຳຕານໃນເລືອດໄດ້.

  1. ໂຣກອັລໄຊເມີ ແລະ ໂຣກຄວາມຈຳເສື່ອມອື່ນໆ (Alzheimer’s disease and other dementias)

ໂຣກຄວາມຈຳເສື່ອມສົ່ງຜົນຢ່າງຮຸນແຮງຕໍ່ການໃຊ້ຊີວິດປະຈຳວັນ, ມັນເຂົ້າໄປທຳລາຍຂໍ້ມູນຄວາມຈຳ ແລະ ມີຜົນຕໍ່ການປະພຶດ, ຄວາມຄິດ ໄປຈົນຮອດການຕັດສິນໃຈ.

ປັດໄຈທີ່ສ່ຽງຕໍ່ການເປັນໂຣກຄວາມຈຳເສື່ອມແມ່ນ:

  • ກຸ່ມອາຍຸທີ່ເກີນ 65 ປີ.
  • ຄົນໃນຄອບຄົວມີປະຫວັດເປັນໂຣກຄວາມຈຳເສື່ອມ ຫຼື ໄດ້ຮັບຢີນຈາກກຳມະພັນຂອງພໍ່ຫຼືແມ່.
  • ມີອາການຂອງການສູນເສຍ ຫຼື ການບົກຜ່ອງທາງການຮັບຮູ້.
  • ໂຣກ Down Syndrome.
  • ມີການໃຊ້ຊີວິດທີ່ບໍ່ແຂງແຮງ, ຖືກຈຳແນກອອກຈາກສັງຄົມ ຫຼື ບໍ່ມີການປະຕິສຳພັນທີ່ດີໃນຄວາມສຳພັນກັບຜູ້ອື່ນ.
  • ເຄີຍບາດເຈັບທີ່ຫົວມາກ່ອນ.

ມີການສຳຫຼວດໃນປີ 2014 ພົບວ່າຕົວເລກເສຍຊີວິດຂອງຄົນທີ່ເປັນໂຣກຄວາມຈຳເສື່ອມທີ່ປະເທດສະຫະລັດອາເມຣິກາອາດຈະຫຼາຍກວ່າທີ່ລາຍງານໄວ້.

  1. ໂຣກຖອກທ້ອງສົ່ງຜົນຕໍ່ການເສຍນ້ຳໃນຮ່າງກາຍ (Dehydration due to diarrheal diseases)

ເມື່ອຄົນເຮົາເຂົ້າຫ້ອງນ້ຳ ເພື່ອລະບາຍສິ່ງເສດເຫຼືອອອກຫຼາຍເທື່ອເກີນໄປໃນມື້ໜຶ່ງນັ້ນ ເອີ້ນວ່າອາການຖອກທ້ອງ. ແລະ ທຸກຄັ້ງທີ່ເຮົາໄດ້ປະຕິບັດກິດຈະກຳດັ່ງກ່າວແບັກທີເຣຍ ຫຼື ເຊື້ອໄວຣັສທີ່ສົ່ງຕໍ່ເຂົ້າໄປໃນລຳໄສ້ໃນຮ່າງກາຍເຮົາ ມັນສົ່ງຜົນໃຫ້ເສຍນ້ຳ ແລະ ເກືອໃນຮ່າງກາຍໄປຢ່າງຫຼວງຫຼາຍຈົນເຖິງແກ່ຄວາມຕາຍ. ອັດຕາການຕາຍຈາກໂຣກດັ່ງກ່າວແມ່ນ 2.5% ຈາກທົ່ວໂລກ. ການຕິດເຊື້ອເກີດຈາກການເຈືອປົນຂອງນ້ຳທີ່ບໍ່ສະອາດໃນອາຫານ ເຊິ່ງຈະພົບໄດ້ຫຼາຍໃນປະເທດທີ່ກຳລັງພັດທະນາ.

ປັດໄຈທີ່ສ່ຽງຕໍ່ໂຣກຖອກທ້ອງໄດ້ແກ່:

  • ພື້ນທີ່ອາໄສທີ່ບໍ່ສາມາດເຂົ້າເຖິງສຸຂະອະນາໄມຢ່າງຖືກຕ້ອງ.
  • ບໍ່ມີນ້ຳກິນທີ່ສະອາດ.
  • ເດັກນ້ອຍມີໂອກາດສ່ຽງຕໍ່ໂຣກຖອກທ້ອງຢ່າງຮຸນແຮງຫຼາຍກວ່າຜູ້ໃຫຍ່.
  • ບໍ່ໄດ້ຮັບສານອາຫານທີ່ຄົບຖ້ວນໄປຮອດລະບົບພູມຕ້ານທານທີ່ບໍ່ແຂງແຮງ.

ປັດຈຸບັນ, ຈຳນວນຜູ້ເສຍຊີວິດຈາກໂຣກຖອກທ້ອງໄດ້ລົດລົງໄປຫຼາຍ ຈາກ 2.2 ລ້ານເປັນ 1.4 ລ້ານ.

  1. ວັນນະໂຣກ (Tuberculosis)

ວັນນະໂຣກເກີດຈາກແບັກທີເຣຍຊື່ວ່າ Mycobacterium Tuberculosis ເຊິ່ງມັນສາມາດຕິດໃນປອດຂອງຄົນເຮົາຜ່ານທາງອາກາດ. ອັດຕາຜູ້ເສຍຊີວິດຈາກໂຣກດັ່ງກ່າວແມ່ນ 2.4% ຈາກທົ່ວໂລກ.

ປັດໄຈສ່ຽງຕໍ່ການຕິດໂຣກວັນນະໂຣກນັ້ນມີຄື:

  • ໂຣກເບົາຫວານ.
  • ການຕິດເຊື້ອ HIV.
  • ນ້ຳໜັກລົງ.
  • ໄດ້ໃກ້ຊິດກັບຜູ້ປ່ວຍວັນນະໂຣກ.
  • ການໃຊ້ຢາເຊັ່ນ corticosteroids ຫຼື ຢາທີ່ສົ່ງຜົນຕໍ່ລະບົບພູມຕ້ານທານ.

ໂຣກວັນນະໂຣກໄດ້ມີວັກຊີນເພື່ອປ້ອງກັນເປັນທີ່ຮຽບຮ້ອຍພາຍໃຕ້ຊື່ bacillus Calmette-Guerin (BCG) ໂດຍທີ່ຈະສັກໃຫ້ຕັ້ງແຕ່ຍັງເປັນເດັກ ແລະ ຖ້າໄດ້ໃກ້ຊິດກັບຜູ້ຕິດເຊື້ອກໍສາມາດໃຊ້ຢາເຊັ່ນ: chemoprophylaxis ເພື່ອຫຼຸດຜ່ອນໂອກາດທີ່ຈະພັດທະນາໄປເປັນເຊື້ອໄດ້ ເນື່ອງຈາກການພັດທະນາວັກຊີນ ແລະ ວິທີການປິ່ນປົວຂອງວິທະຍາສາດໃນສະໄໝໃໝ່, ຈຳນວນຜູ້ເສຍຊີວິດຈາກໂຣກດັ່ງກ່າວກໍໄດ້ລົດໜ້ອຍລົງຫຼາຍຈາກ 2.3 ລ້ານ ເປັນ 1.3 ລ້ານ ຕໍ່ປີ.

  1. ໂຣກຕັບແຂງ (Cirrhosis)

ໂຣກຕັບແຂງແມ່ນຜົນຂອງຕັບທີ່ໄດ້ຮັບຄວາມເສຍຫາຍມາເປັນເວລາຕໍ່ເນື່ອງ. ຜົນເສຍຫາຍອາດເປັນຍ້ອນໂຣກໝາກໄຂ່ຫຼັງ ຫຼື ອາການໂຣກຕັບອັກເສບຈາກການດື່ມແອລກໍຮໍຢ່າງຕໍ່ເນື່ອງ. ໝາກໄຂ່ຫຼັງທີ່ແຂງແຮງຈະສະກັດກັ້ນບໍ່ໃຫ້ສານອັນຕະລາຍທີ່ປະປົນກັບເລືອດເຂົ້າມາໃນຮ່າງກາຍ. ເມື່ອໝາກໄຂ່ຫຼັງໄດ້ຮັບຄວາມເສຍຫາຍ, ປະສິດທິພາບໃນການກັ່ນຕອງສິ່ງບໍ່ດີເຂົ້າຮ່າງກາຍກໍລົດລົງຈົນບໍ່ສາມາດປະຕິບັດໜ້າທີ່ໄດ້. ມີຜູ້ເສຍຊີວິດຈາກໂຣກດັ່ງກ່າວເຖິງ 2.1 % ຂອງປະຊາກອນໂລກ ແລະ ກຳລັງເພີ່ມຂຶ້ນທຸກປີ.

ປັດໄຈສ່ຽງຕໍ່ການເປັນໂຣກຕັບແຂງ:

  • ການດື່ມແອລກໍຮໍຢ່າງຕໍ່ເນື່ອງ.
  • ໄຂມັນທີ່ສະສົມແລະກໍ່ຕົວໄປເກາະຢູ່ໃນໝາກໄຂ່ຫຼັງ.
  • ໂຣກຕັບອັກເສບຊຳເຮື້ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສຸຂະພາບ ແລະ ຄວາມສວຍຄວາມງາມ

#HOD#LaoX#ສຸຂະພາບ#ໂຣກອັນຕະລາຍ

error: Content is protected !!