ເຊື້ອໄວຣັສນິປາ ກັບມາລະບາດທີ່ປະເທດອິນເດຍ ອັນຕະລາຍເຖິງຊີວິດ


ເມື່ອບໍ່ດົນມານີ້ ໄດ້ມີລາຍງານຜູ້ປ່ວຍດ້ວຍເຊື້ອໄວຣັສນິປາ (Nipah) ທີ່ພາກໃຕ້ຂອງປະເທດອິນເດຍ ແລະ ມີຜູ້ເສຍຊີວິດທັນທີ ເປັນເດັກນ້ອຍອາຍຸ 12  ປີ.  ຫຼັງຈາກຕິດຕາມທາມລາຍຂອງຜູ້ເສຍຊີວິດກໍໄດ້ພົບວ່າມີຜູ້ໃກ້ຊິດກວ່າ 251 ຄົນ ຈຶ່ງໄດ້ໃຫ້ພວກເຂົາກັກຕົວ ແລະ ກວດເບິ່ງອາການ. ທາງຜູ້ຊ່ຽວຊານໄດ້ສັນນິຖານວ່າເກີດຈາກເຈຍໝາກໄມ້ ທີ່ເປັນຕົວນຳເຊື້ອມາຕິດຕໍ່ສູ່ຄົນ ແຕ່ກໍຍັງບໍ່ສາມາດຢືນຢັນເຖິງການຕິດເຊື້ອຂອງເດັກນ້ອຍຜູ້ນີ້ໄດ້. ຂໍ້ມູນຈາກເຊື້ອດັ່ງກ່າວນີ້ຍັງບໍ່ມີພຽງພໍ, ທາງຜູ້ຊ່ຽວຊານຈຳເປັນຕ້ອງໄດ້ສັງເກດ ແລະ ຮຽນຮູ້ຈາກມັນເພີ່ມຕື່ມເພື່ອຈະຫາວິທີຮັກສາໃນອະນາຄົດ.

ໄວຣັສນິປາ (Nipah) ເປັນເຊື້ອຕິດຕໍ່ຈາກສັດສູ່ຄົນ ໂດຍເລີ່ມຈາກໝູ ຫຼື ເຈຍ ສົ່ງຕໍ່ໄປເປັນຄົນສູ່ຄົນ. ພົບຄັ້ງທຳອິດເມື່ອປີ 1999 ທີ່ປະເທດມາເລເຊຍ ແລະ ສິງກະໂປ ໂດຍທີ່ເກີດຂຶ້ນໃນໝູທີ່ຖືກລ້ຽງໃນຟາມຈົນໄປຕິດກັບຊາວນາ. ຜູ້ຕິດເຊື້ອຈາກເຫດການດັ່ງກ່າວມີ 300 ຄົນ ແລະ ເສຍຊີວິດສູງເຖິງ 100 ຄົນ. ແຕ່ຫຼັງຈາກນັ້ນກໍບໍ່ມີລາຍງານການຕິດເຊື້ອອີກເລີຍ. ຕໍ່ມາໃນປີ 2001 ທີ່ປະເທດບັງກະລາເທດ ກໍໄດ້ມີລາຍງານພົບເຫັນເຊື້ອນິປາ ນອກຈາກນີ້ ເຊື້ອທີ່ພົບວ່າຕິດຕໍ່ມາຈາກເຈຍກໍຖືກລາຍງານໃນບັນດາປະເທດກຳປູເຈຍ, ການາ, ອິນໂດເນເຊຍ, ມາດາກາສກາ, ຟິລິບປິນ ແລະ ໄທ.

ການຕິດຕໍ່ຂອງເຊື້ອໄວຣັສນິປາຈາກສັດສູ່ຄົນໃນປະເທດມາເລເຊຍ-ສິງກະໂປແມ່ນການທີ່ໄດ້ສຳຜັດ, ໃກ້ຊິດກັບໝູໃນຟາມທີ່ໄດ້ຕິດເຊື້ອມາກ່ອນ. ແລະ ສຳລັບກໍລະນີເຈຍ ແມ່ນເກີດຈາກການທີ່ໄດ້ບໍລິໂພກໝາກໄມ້ທີ່ມີນ້ຳລາຍ ຫຼື ປັດສະວະຈາກເຈຍ ທີ່ມີເຊື້ອໄວຣັສໃນຕົວ.

ການຕິດຕໍ່ຈາກຄົນສູ່ຄົນແມ່ນຜ່ານການສຳຜັດໃກ້ຊິດເຊັ່ນ: ຈາກຄົນໃນຄອບຄົວ ຫຼື ຜູ້ທີ່ໄດ້ຢູ່ໃກ້ຊິດກັບຜູ້ປ່ວຍ.

ອາການຂອງຜູ້ຕິດເຊື້ອແມ່ນເປັນໄປໄດ້ທັງເບົາໄປຮອດໜັກ, ຕັ້ງແຕ່ອາການຂັດຂ້ອງຂອງທາງເດີນຫາຍໃຈ ໄປຈົນຮອດສະໝອງອັກເສບຈາກເຊື້ອພະຍາດ. ຜູ້ຕິດເຊື້ອຈະພັດທະນາອາການໄປຕັ້ງແຕ່ມີໄຂ້, ເຈັບຫົວ, ປວດເມື່ອຍກ້າມຊີ້ນ, ອາຈຽນ ແລະ ເຈັບຄໍ. ນຳພາໄປຮອດອາການວິນຫົວ, ຂາດສະຕິ ແລະ ສັນຍານທາງລະບົບປະສາດທີ່ຊີ້ບອກເຖິງການຕິດເຊື້ອໃນສະໝອງ. ບາງຄົນອາດປະສົບກັບບັນຫາທາງເດີນຫາຍໃຈຢ່າງຮຸນແຮງຈົນຊັອກ.

ອັດຕາການເສຍຊີວິດຈາກໄວຣັສນິປາແມ່ນ 40% – 75% ໂດຍຂຶ້ນກັບສະພາບແວດລ້ອມໃນສະຖານທີ່ນັ້ນໆ ວ່າມີຄວາມກຽມພ້ອມຕໍ່ການຮັບມືໂຣກລະບາດຫຼາຍໜ້ອຍເທົ່າໃດ.

ໃນປັດຈຸບັນຍັງບໍ່ມີວັກຊີນເພື່ອປ້ອງກັນເຊື້ອໂຣກນີ້. ເມື່ອປີ 1999 ທີ່ປະເທດມາເລເຊຍ, ພວກເຂົາໄດ້ກຳຈັດໝູທັງໝົດເພື່ອບໍ່ໃຫ້ມີວົງຈອນຕິດຕໍ່ເຊື້ອໂຣກ. ດັ່ງນັ້ນ, ການປ້ອງກັນສັດໃນຟາມບໍ່ໃຫ້ໄປໃກ້ຊິດກັບສັດປ່າ ແລະ ການຮັກສາສຸຂະອະນາໄມຂອງມັນຢູ່ຕະຫຼອດຈຶ່ງເປັນຫົນທາງການປ້ອງກັນການຕິດເຊື້ອທີ່ໄດ້ຜົນທີ່ສຸດ.

ການລົດຄວາມສ່ຽງການຕິດເຊື້ອໃນຕົວຄົນແມ່ນການຍົກປະເດັນເລື່ອງສຸຂະອະນາໄມທີ່ຖືກຕ້ອງເຊັ່ນ: ການໝັ່ນລ້າງມື, ການປ້ອງກັນການສຳຜັດກັນໂດຍກົງເພື່ອຫຼຸດຜ່ອນໂອກາດໃນການຕິດເຊື້ອ.

ຮູ້ຫຼືບໍ່? ໃນຮ່າງກາຍຂອງເຈຍນັ້ນສາມາດທົນທານຮັບເອົາໄວຣັສທີ່ອັນຕະລາຍຕ່າງໆເຂົ້າມາ ແລະ ພັດທະນາໃນຮ່າງກາຍໂດຍທີ່ຕົວເຈຍບໍ່ເປັນຫຍັງເລີຍ. ໂຣກລະບາດ SAR 1 ແລະ SAR-CoV2 ກໍພົບຈາກເຈຍເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສຸຂະພາບ ແລະ ຄວາມສວຍຄວາມງາມ

#HOD#ອິນເດຍLaoXເຊື້ອໄວຣັສເຊື້ອໄວຣັສນິປາໄວຣັສ

error: Content is protected !!