ເປັນຫຍັງ ຈຶ່ງບໍ່ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ?


ການສັກວັກຊີນປ້ອງກັນໂຄວິດ-19  ໃນຫຼາຍປະເທດ ເປັນມາດຕະການໜຶ່ງຂອງລັດຖະບານ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19,  ຫຼາຍປະເທດ ຕ່າງກໍມີນະໂຍບາຍ ຫຼື ຄຳແນະນຳໃນການນຳໃຊ້ວັກຊີນແຕກຕ່າງກັນໄປ ແຕ່ໂດຍລວມແມ່ນຄ້າຍໆກັນ, ເປັນຕົ້ນແມ່ນ ບໍ່ສັກວັກຊີນໃຫ້ເດັກນ້ອຍອາຍຸຕໍ່າກວ່າ 16 ຫຼື 18 ປີ.

ແຕ່ປັດຈຸບັນ ສະຫະລັດອາເມລິກາແມ່ນກຳລັງດຳເນີນການສັກວັກຊີນໃຫ້ເດັກນ້ອຍ ອາຍຸລະຫວ່າງ 12-15 ປີ ໄດ້ປະມານ 6 ແສນຄົນແລ້ວ ແລະ ຄາດວ່າ ໃນປີຕໍ່ໄປ ຈະມີຂໍ້ມູນເພີ່ມຕື່ມກ່ຽວກັບການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 12-15 ປີ ວ່າຈະມີຄວາມປອດໄພ ຫຼື ບໍ່?

ໃນສະຫະລາຊະອານາຈັກ ມີການຄາດການວ່າ ຜູ້ໃຫຍ່ທຸກຄົນຈະໄດ້ຮັບການສັກວັກຊີນ ພາຍໃນເດືອນກັນຍາ ແຕ່ຍັງບໍ່ທັນມີການຕັດສິນໃຈກ່ຽວກັບການສັກວັກຊີນໃຫ້ເດັກນ້ອຍເທື່ອ.

ເປັນຫຍັງ ຈຶ່ງຍັງບໍ່ສັກວັກຊີນໃຫ້ເດັກນ້ອຍ?

ອີງຕາມ ຂໍ້ມູນຂອງອົງການອະນາໄມໂລກ ແມ່ນຍັງບໍ່ແນະນຳໃຫ້ເດັກນ້ອຍສັກວັກຊີນໂຄວິດ-19 ເທື່ອ ເພາະຍັງບໍ່ມີຂໍ້ມູນຫຼັກຖານພຽງພໍກ່ຽວກັບການນຳໃຊ້ວັກຊີນ ແລະ ເດັກນ້ອຍ ລວມທັງໄວໜຸ່ມ ທີ່ຕິດພະຍາດໂຄວິດ-19 ສ່ວນໃຫຍ່ແມ່ນມີອາການທີ່ເບົາບາງ ບໍ່ຮ້າຍແຮງເທົ່າຜູ້ໃຫຍ່.

ວັກຊີນໂຄວິດ-19 ເປັນວັກຊີນທີ່ສ້າງຂຶ້ນໃໝ່ ຍັງບໍ່ທັນໄດ້ຜ່ານຂະບວນການທົດສອບຢ່າງສົມບູນເທົ່າທີ່ຄວນ, ເຮົາຍັງບໍ່ທັນຮັບຮູ້ຜົນດີຜົນເສຍທັງໝົດຂອງວັກຊີນເທື່ອ. ແຕ່ຍ້ອນສະຖານະການສຸກເສີນທີ່ເກີດຂຶ້ນໃນທົ່ວໂລກ ຈຶ່ງເຮັດໃຫ້ ອົງການອະນາໄມໂລກອອກບັນຊີການນຳໃຊ້ສຸກເສີນຂອງວັກຊີນຫຼາຍຍີ່ຫໍ້ ເຊັ່ນ: ໄຟເຊີ, ແອັດສ໌ຕຣ້າເຊເນກ້າ, ຊີໂນຟາມ…

ການສັກວັກຊີນໃຫ້ເດັກນ້ອຍຈະຊ່ວຍຮັກສາຊີວິດຄົນໄດ້ບໍ່?
ແມ່ນຄຳຖາມໜຶ່ງໃນທາງວິທະຍາສາດ ເຊິ່ງແຕ່ລະປະເທດຕ່າງກໍໃຫ້ຄຳຕອບທີ່ບໍ່ຄືກັນ ແຕ່ເບິ່ງອີກມຸມໜຶ່ງ ນີ້ກໍເປັນຄຳຖາມທາງສິນລະທຳນຳອີກ, ແທນທີ່ຈະສັກວັກຊີນໃຫ້ເດັກນ້ອຍ ເຮົາຄວນເອົາວັກຊີນນີ້ໄປຊ່ວຍເຫຼືອຄົນປະເທດອື່ນທີ່ມີຄວາມຕ້ອງການຫຼາຍກວ່າດີບໍ່ ເພາະອາດຈະສາມາດຊ່ວຍໄດ້ອີກຫຼາຍຊີວິດ?

ເດັກນ້ອຍມີຄວາມສ່ຽງຕໍ່າຫຼາຍ.

ເຫດຜົນໜຶ່ງທີ່ບໍ່ສັກໃຫ້ເດັກນ້ອຍ ແມ່ນຍ້ອນວ່າ ມັນກໍ່ໃຫ້ເກີດປະໂຫຍດໜ້ອຍຫຼາຍ.
ມີບົດວິໄຈຈາກວາລະສານແລນເຊັດ (Lancet) ທີ່ສຶກສາຂໍ້ມູນ 7 ປະເທດ ແລະ ພົບວ່າ ມີເດັກນ້ອຍ ຕໍ່າກວ່າ 2 ໃນ 1 ລ້ານຄົນ ທີ່ເສຍຊີວິດຈາກພະຍາດໂຄວິດ-19.

ໃນສະຫະລາຊະອານາຈັກ ແມ່ນຈະບໍ່ສັກວັກຊີນໃຫ້ເດັກນ້ອຍທີ່ມີຄວາມສ່ຽງຕໍ່ການຕິດເຊື້ອຕໍ່າ ມີແຕ່ຜູ້ທີ່ມີຄວາມສ່ຽງສູງເທົ່ານັ້ນ ທີ່ຈະໄດ້ຮັບວັກຊີນ ເຊິ່ງບໍ່ແມ່ນຍ້ອນວ່າ ວັກຊີນບໍ່ປອດໄພ ແຕ່ຍ້ອນຕ້ອງມີການຊັ່ງຊາລະຫວ່າງ ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ຄວາມສ່ຽງອື່ນ.

ແຕ່ຖ້າຫາກສັກວັກຊີນໃຫ້ເດັກນ້ອຍ ມັນຈະຊ່ວຍປ້ອງກັນໃຫ້ຄົນອ້ອມຂ້າງພວກເຂົາໄດ້ແທ້ ເພາະມັນພາໃຫ້ເກີດພູມຕ້ານທານແບບກຸ່ມ, ຊ່ວຍສະກັດກັ້ນການແຜ່ກະຈາຍເຊື້ອໄດ້. ວັກຊີນເຂັມໜຶ່ງອາດສາມາດຊ່ວຍລົດການຕິດເຊື້ອໄດ້ປະມານເຄິ່ງໜຶ່ງ ແລະ ຖ້າຫາກຄົນໆນັ້ນຕິດເຊື້ອ ໂອກາດທີ່ຈະແຜ່ເຊື້ອໃຫ້ຄົນອື່ນຕໍ່ນັ້ນ ກໍລົດລົງເຄິ່ງໜຶ່ງເຊັ່ນກັນ.

ເຖິງຢ່າງໃດກໍຕາມ ເດັກນ້ອຍທີ່ຢູ່ມັດທະຍົມນັ້ນ ມີທ່າອ່ຽງທີ່ສາມາດແຜ່ກະຈາຍເຊື້ອໄດ້ຫຼາຍກວ່າ. ສະນັ້ນ ຈຶ່ງຄວນສັກວັກຊີນໃຫ້ເດັກກຸ່ມນີ້ ເພື່ອປ້ອງກັນການກະຈາຍເຊື້ອໂດຍລວມ.

ຢູ່ປະເທດອັງກິດ ໃນປັດຈຸບັນ ພົບວ່າ ເດັກນ້ອຍອາຍຸ 16-17 ປີ ຫຼາຍກວ່າ 25% ມີພູມຕ້ານທານໃນຕົວ ເຖິງແມ່ນວ່າບໍ່ເຄີຍໄດ້ຮັບວັກຊີນມາກ່ອນ. ສະນັ້ນ ຈຶ່ງເຫັນວ່າ ອາດມີການສ້າງລະບົບພູມຕ້ານທານຂຶ້ນໄດ້ຫຼາຍພໍແລ້ວ ໂດຍທີ່ບໍ່ຈຳເປັນຕ້ອງສັກວັກຊີນໃຫ້ເດັກນ້ອຍ.

ອົງການອະນາໄມໂລກ ໄດ້ແນະນຳໃຫ້ປະເທດຮັ່ງມີເລື່ອນແຜນການສັກວັກຊີນໃຫ້ເດັກນ້ອຍກ່ອນ ແລະ ບໍລິຈາກວັກຊີນໃຫ້ປະເທດອື່ນ. ນັກວິຊາການຫຼາຍຄົນກໍເຫັນວ່າ ມັນເປັນເລື່ອງຜິດສິນລະທຳຖ້າຫາກສັກວັກຊີນໃຫ້ເດັກນ້ອຍກ່ອນ. ຫາກເຮົາມີວັກຊີນບໍ່ຈຳກັດ ແມ່ນສາມາດສັກວັກຊີນໃຫ້ເດັກນ້ອຍທີ່ມີອາຍຸສູງກວ່າ 12 ປີໄດ້. ແຕ່ໃນປັດຈຸບັນ ວັກຊີນຍັງມີບໍ່ພຽງພໍຕໍ່ກັບຄວາມຕ້ອງການເທື່ອ ແລະ ທ້າຍທີ່ສຸດ ກໍຂຶ້ນກັບການຕິດສິນໃຈທາງການເມືອງ ວ່າຈະໃຫ້ຄວາມສຳຄັນກັບໃຜກ່ອນ ເດັກນ້ອຍ ຫຼື ຜູ້ໃຫຍ່ຢູ່ປະເທດອື່ນທີ່ມີຄວາມຕ້ອງການຫຼາຍກວ່າ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສຸຂະພາບ ແລະ ຄວາມສວຍຄວາມງາມ

#HOD#LaoX#Vaccine

error: Content is protected !!