ໂຄວິດ-19 ມີຈັກສາຍພັນ ແລະ ກາຍພັນໄດ້ແນວໃດ?


ໂຄວິດ-19 ຖືວ່າເປັນໄພອັນຮ້າຍແຮງໃນຍຸກປັດຈຸບັນ. ມັນມີຕົ້ນກຳເນີດມາຈາກໄວຣັດທີ່ສາມາດຕິດຕໍ່ໄດ້ໃນທັງຄົນ ແລະ ສັດ ທີ່ມີຊື່ເອີ້ນອີກຊື່ໜຶ່ງວ່າ ໄວຣັດໂຄໂຣນາສາຍພັນໃໝ່.

ໃນຄວາມເປັນຈິງແລ້ວ ໄວຣັດໂຄໂຣນາບໍ່ແມ່ນເລື່ອງແປກໃໝ່ ເພາະໃນເມື່ອກ່ອນໄວຣັດດັ່ງກ່າວກໍໄດ້ຖືກພົບເຫັນຢູ່ນຳສັດ. ໄວຣັດໂຄໂຣນານັ້ນມີຫຼາຍສາຍພັນ ທີ່ພາໃຫ້ເກີດມີຜົນກະທົບທີ່ແຕກຕ່າງກັນອອກໄປ. ບາງສາຍພັນ ກໍພາໃຫ້ມີອາການໄອແບບອ່ອນໆ ແຕ່ບາງສາຍພັນກໍພາໃຫ້ມີບັນຫາລະບົບທາງເດີນຫາຍໃຈແບບຮ້າຍແຮງ.

ໄວຣັດໂຄໂຣນາ ໄດ້ຖືກພົບເຫັນເປັນຄັ້ງທຳອິດໃນມະນຸດ ແມ່ນໃນປີ 1965 ແລະ ຕໍ່ມາ ໃນທົດສະວັດດຽວກັນ ກໍໄດ້ມີການພົບເຫັນກຸ່ມໄວຣັດນີ້ ທັງໃນຄົນ ແລະ ສັດ. ໄວຣັດໂຄໂຣນາທີ່ສາມາດຕິດຕໍ່ສູ່ຄົນໄດ້ນັ້ນ ຖ້າແບ່ງຕາມກຸ່ມຍ່ອຍ ແມ່ນມີ 4 ກຸ່ມ (Alpha, Beta, Gamma & Delta) ແລະ ຖ້າແບ່ງຕາມຊະນິດ ແມ່ນມີ 7 ຊະນິດ ຄື:

  1. 229E (alpha)
  2. NL63 (alpha)
  3. OC43 (beta)
  4. HKU1 (beta)
  5. MERS-CoV, ໄວຣັດ beta ທີ່ພາໃຫ້ເກີດ Middle East respiratory syndrome (MERS)
  6. SARS-CoV, ໄວຣັດ beta ທີ່ພາໃຫ້ເກີດ severe acute respiratory syndrome (SARS)
  7. SARS-CoV-2, ທີ່ພາໃຫ້ເກີດ COVID-19

SARS-CoV-2 ຫຼື COVID-19 ຫຼື ໄວຣັດໂຄໂຣນາສາຍພັນໃໝ່ ແມ່ນສາຍພັນໜຶ່ງຂອງໄວຣັດໂຄໂຣນາ. ບັນດາຜູ້ຊ່ຽວຊານໄດ້ບອກວ່າ SARS-CoV-2 ໄດ້ມີຕົ້ນກໍາເນີດມາຈາກໂຕເຈຍ ເຊິ່ງເປັນແຫຼ່ງທີ່ມາດຽວກັນກັບໄວຣັດທີ່ໄດ້ແຜ່ລະບາດໃນເມື່ອກ່ອນຄື ໄວຣັດ ເມີສ໌ Middle East respiratory syndrome (MERS) ແລະ ໄວຣັດ ຊາສ໌ severe acute respiratory syndrome (SARS).

SARS-CoV-2 ໄດ້ຕິດຕໍ່ສູ່ຄົນ ຢູ່ທີ່ຕະຫຼາດແຫ່ງສົດໜຶ່ງໃນ ເມືອງ Wuhan, ປະເທດຈີນ. ຕະຫຼາດດັ່ງກ່າວແມ່ນບ່ອນຊື້-ຂາຍຊີ້ນສົດ, ປາສົດ ລວມທັງ ສັດອື່ນໆ ທີ່ຖືກຂ້າຢູ່ທີ່ຈຸດໆນັ້ນ. ຕະຫຼາດສົດບາງບ່ອນກໍມີການຂາຍສັດປ່າ ຫຼື ສັດຊະນິດອື່ນທີ່ຫວງຫ້າມ ເຊັ່ນ ງູເຫົ່າ, ໝູປ່າ, ໝາປ່າ. ບັນຍາກາດແອອັດໃນຕະຫຼາດ ເຮັດໃຫ້ໄວຣັດທີ່ມີຢູ່ໃນສັດຕ່າງໆນັ້ນ ແລກປ່ຽນ gene ກັນ. ບາງຄັ້ງ ໄວຮັດກໍມີການປ່ຽນແປງຫຼາຍເກີນໄປ ພາໃຫ້ມັນສາມາດຕິດຕໍ່ ແລະ ແຜ່ລະບາດຈາກຄົນສູ່ຄົນໄດ້.

ຍ້ອນໄວຣັດນັ້ນມີການປ່ຽນແປງຢູ່ຕະຫຼອດ ຈຶ່ງເຮັດໃຫ້ມີສາຍພັນໃໝ່ເກີດຂື້ນ. ເຖິງຢ່າງໃດກໍຕາມ ການປ່ຽນແປງຂອງໄວຣັດ ບໍ່ໄດ້ແປວ່າ ຜົນກະທົບຕໍ່ມະນຸດມີການປ່ຽນແປງໄປນຳ. ສະນັ້ນ ໃນປັດຈຸບັນ ນັກວິທະຍາສາດທັງຫຼາຍໃນທົ່ວໂລກ ຈຶ່ງພາກັນຕິດຕາມໄວຣັດທີ່ພາໃຫ້ເກີດມີ ໂຄວິດ-19. ການຕິດຕາມຄົ້ນຄວ້ານີ້ ຈະຊ່ວຍໃຫ້ເຂົາເຈົ້າເຂົ້າໃຈໄດ້ວ່າ ໄວຣັດສາຍພັນໃດ ສາມາດແຜ່ກະຈາຍໄດ້ຫຼາຍກວ່າໝູ່, ສາຍພັນໃດກໍ່ໃຫ້ເກີດຜົນກະທົບຕໍ່ສຸຂະພາບແນວໃດ ແລະ ການສ້າງວັກຊີນເພື່ອຕ້ານກັບໄວຣັດນັ້ນ ຈະມີປະສິດທິພາບຕໍ່ຕ້ານກັບໄວຣັດຊະນິດແຕກຕ່າງກັນ ໄດ້ດີເທົ່າໃດ?

ໂຄວິດ-19 ມີຈັກສາຍພັນ?

ໃນປີ 2020 ຢູ່ທີ່ ປະເທດຈີນ ໄດ້ມີການຄົ້ນຄວ້າວິໄຈໄວຣັດໂຄໂຣນາສາຍພັນໃໝ່ ຈາກຕົວຢ່າງທີ່ເກັບຈາກປະຊາຊົນ ຈຳນວນ 103 ກໍລະນີ, ໄດ້ນຳໄປສົມທຽບກັບໄວຣັດທີ່ພົບເຫັນໃນສັດ ແລະ ໄດ້ພົບວ່າ ໄວຣັດທີ່ພົບເຫັນໃນຄົນເຮົານັ້ນ ບໍ່ຄືກັນປານໃດ.

ເຂົາເຈົ້າ ໄດ້ແບ່ງໄວຣັດເປັນ 2 ສາຍພັນ ຄື ສາຍພັນ S ແລະ ສາຍພັນ L. ຕາມການສັນນິຖານ ສາຍພັນ S ແມ່ນເກີດຂຶ້ນກ່ອນ ແລ້ວຈຶ່ງມີ ສາຍພັນ L ແຕ່ສາຍພັນ L ເປັນສາຍພັນທີ່ພົບເຫັນໄດ້ຫຼາຍກວ່າໃນການແຜ່ລະບາດຄັ້ງນີ້.

ອີງຕາມບົດຂ່າວບົດໜຶ່ງຂອງ Thai PBS, ໂຄວິດ-19 ມີ 8 ສາຍພັນ ຫຼັກ:

  1.  ສາຍພັນ S (Serine)
  2.  ສາຍພັນ L (Leucine) ສາມາດແຜ່ລະບາດໄດ້ຫຼາຍກວ່າ ສາຍພັນ S ໂດຍສະເພາະເມື່ອອອກຈາກ ປະເທດຈີນ ໄປ ທະວີບເອີຣົບ
  3.  ສາຍພັນ G (Glycine) ລູກຫຼານສາຍພັນ L
  4.  ສາຍພັນ V (Valine) ລູກຫຼານສາຍພັນ L
  5.  ສາຍພັນ GH (Histidine) ລູກຫຼານສາຍພັນ G
  6.  ສາຍພັນ GR (Arginine) ລູກຫຼານສາຍພັນ G
  7.  ສາຍພັນ O ພວກທີ່ບໍ່ຄ່ອຍກາຍພັນ
  8.  ສາຍພັນ B ຫຼື SARS-CoV-2 VUI 202012/01 ຕົ້ນກໍາເນີດຢູ່ປະເທດອັງກິດ

ນອກຈາກບັນດາສາຍພັນທີ່ໄດ້ກ່າວມາຂ້າງເທິງນັ້ນ ໃນທ້າຍປີ 2020 ໄດ້ມີການພົບເຫັນສາຍພັນໄວຣັດໂຄວິດ-19 ທີ່ມີການກາຍພັນ ແລະ ຫຼາຍປະເທດກໍໄດ້ມີຄວາມກັງວົນຕໍ່ກັບສາຍພັນທີ່ເກີດຂຶ້ນໃໝ່ນີ້:

  • ສາຍພັນ B.1.1.7 (GR,G) ຫຼື ສາຍພັນອັງກິດ: ພົບເຫັນຄັ້ງທໍາອິດຢູ່ປະເທດອັງກິດ ໃນເດືອນກັນຍາ 2020 ແລະ ມີການແຜ່ລະບາດໄປປະເທດອາເມລິກາ ແລະ ບັນດາປະເທດໃນທະວີບເອີຣົບແລ້ວ. ຕຳແໜ່ງທີ່ໄດ້ມີການກາຍພັນແມ່ນຢູ່ເທິງຜິວຂອງໄວຣັດ ເຮັດໃຫ້ມີຄຸນສົມບັດຈັບກັບເຊວມະນຸດໄດ້ດີຂຶ້ນ ແລະ ໃນຫ້ອງທົດລອງ ກໍພົບວ່າໄວຣັດຊະນິດນີ້ມີການແບ່ງໂຕດີຂຶ້ນ ສະນັ້ນ ຈະເຮັດໃຫ້ມີເຊື້ອຫຼາຍ ຕິດເຊື້ອງ່າຍ. ປັດຈຸບັນ ມີຫຼັກຖານຈາກໂຮງໝໍຫຼາຍແຫ່ງຢູ່ອັງກິດເຫັນວ່າ ສາຍພັນນີ້ມີຄວາມກ່ຽວຂ້ອງກັບອັດຕາການປ່ວຍ ແລະ ເສຍຊີວິດຫຼາຍກວ່າເກົ່າເລັກນ້ອຍ. ໂຄວິດ-19 ສາຍພັນອັງກິດນີ້ ສາມາດແຜ່ກະຈາຍໄດ້ໄວກວ່າສາຍພັນປົກກະຕິເຖິງ 1,7 ເທົ່າ ແລະ ກຳລັງແຜ່ລະບາດຢູ່ປະເທດບ້ານໃກ້ເຮືອນຄຽງຂອງລາວເຮົາ ເຊັ່ນ: ໄທ ແລະ ກໍາປູເຈຍ.
  • ສາຍພັນ B.1.351 (GH,G): ພົບເຫັນຄັ້ງທໍາອິດຢູ່ປະເທດອາຟຣິກາໃຕ້ ໃນເດືອນຕຸລາ 2020 ໄວຣັດນີ້ສາມາດຈັບກັບເຊວໄດ້ດີຂຶ້ນ ຕິດເຊື້ອໄດ້ງ່າຍຂຶ້ນ ສາມາດໜີພູມຕ້ານທານໄດ້ດີຂຶ້ນ ອາດມີຜົນເຮັດໃຫ້ປະສິດທິພາບຂອງວັກຊີນລົດລົງ ເພາະວັກຊີນແມ່ນພັດທະນາເພື່ອຕ້ານກັບສາຍພັນດັ້ງເດີມ.
  • ສາຍພັນ P.1 (GR): ພົບເຫັນຄັ້ງທຳອິດຢູ່ປະເທດເບຣຊິນ ໃນເດືອນທັນວາ 2020 ໂດຍພົບວ່າ ພລາສມາ ຫຼື ລະບົບພູມຕ້ານທານຂອງມະນຸດ ຈັບກັບໄວຣັດສາຍພັນນີ້ໄດ້ໜ້ອຍລົງ
  • ນອກຈາກນີ້ ໃນປະເທດອາເມລິກາຍັງພົບເຫັນອີກ 2 ສາຍພັນໃໝ່ ຄື B.1.427 ແລະ B.1.429 ໂດຍພົບເຫັນຢູ່ທີ່ ລັດແຄລິຟໍເນຍ ໃນເດືອນກຸມພາ 2021 ແລະ ຖືກຈັດເປັນສາຍພັນເປັນທີ່ຄວນເຝົ້າລະວັງ (Variant of Concern – VOC) ໃນເດືອນມີນາ 2021.

ໄວຣັດກາຍພັນໄດ້ແນວໃດ?

ໃນໄວຣັດ ມີພັນທຸກຳ RNA (Ribonucleic Acid). RNA ມີຄວາມຄ້າຍຄື DNA ຂອງມະນຸດ. ເມື່ອເຮົາຕິດເຊື້ອໄວຣັດ, ໄວຣັດຈະເກາະຢູ່ເຊວຊອງຄົນເຮົາ ແລ້ວກໍຊຶມເຂົ້າໄປໃນເຊວ ຫຼັງຈາກນັ້ນກໍຖ່າຍທອດ (copy) RNA ແລ້ວເຮັດໃຫ້ມັນແຜ່ກະຈາຍ. ເວລາທີ່ການຖ່າຍທອດມີຄວາມຜິດແປກຈາກຕົ້ນສະບັບ ຈະພາໃຫ້ RNA ມີການປ່ຽນແປງ ເຊິ່ງຂະບວນການນັ້ນຖືກເອີ້ນວ່າ ການກາຍພັນ. ການປ່ຽນແປງເຫຼົ່ານີ້ເກີດຂຶ້ນຢ່າງບໍ່ມີແບບແຜນ ແລະ ບາງຄັ້ງ ກໍເກີດຂຶ້ນໂດຍບັງເອີນ ແຕ່ກໍຖືວ່າເປັນເລື່ອງປົກກະຕິຂອງໄວຣັດ ເພາະໄວຣັດມີການເພີ່ມຂຶ້ນຫຼາຍ ແລະ ແຜ່ກະຈາຍໄປທົ່ວ.

ວັກຊີນທີ່ມີຢູ່ຈະໃຊ້ໄດ້ຜົນບໍ່ ຕໍ່ກັບໄວຣັດທີ່ໄດ້ມີການກາຍພັນ?

ເຖິງແມ່ນວ່າ ບັນດາວັກຊີນທີ່ມີຢູ່ນີ້ ໄດ້ຖືກຄິດຄົ້ນ, ອອກແບບ ແລະ ທົດລອງໃຊ້ເພື່ອຕ້ານກັບເຊື້ອໂຄວິດ-19 ສາຍພັນດັ້ງເດີມ ນັກວິທະຍາສາດກໍຍັງເຊື່ອວ່າວັກຊີນເຫຼົ່ານີ້ ຍັງມີປະສິດທິພາບ ສາມາດຕ້ານໄວຣັດທີ່ກາຍພັນເຫຼົ່ານີ້ໄດ້ຢູ່ ເຊິ່ງປະສິດທິພາບຂອງມັນອາດລົດລົງເລັກນ້ອຍກໍຕາມ. ໃນອະນາຄົດ ຖ້າມີຄວາມຮີບດ່ວນແທ້ ກໍຍັງສາມາດປັບປ່ຽນວັກຊີນໃຫ້ໃຊ້ງານໄດ້ກັບໄວຣັດສາຍພັນໃໝ່ໄດ້ ໂດຍໃຊ້ເວລາບໍ່ຫຼາຍ. ນີ້ກໍຖືວ່າເປັນເລື່ອງປົກກະຕິ ເຊັ່ນກັນກັບການທີ່ເຮົາຕ້ອງສັກວັກຊີນເພື່ອປ້ອງກັນໄຂ້ຫວັດໃຫຍ່ ໃນແຕ່ລະປີ ທັງນີ້ ກໍເພື່ອໃຫ້ສອດຄ່ອງກັບເຊື້ອທີ່ໄດ້ມີການປ່ຽນແປງໃນແຕ່ລະປີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສຸຂະພາບ ແລະ ຄວາມສວຍຄວາມງາມ

#COVID-19#HOD#LaoX

error: Content is protected !!