ຕຳນານທົ່ງນາເງືອກ ທີ່ເປັນບ່ອນປະຫານເງືອກ 2 ຜົວເມຍ


ທົ່ງນາເງືອກ ແຂວງສະຫວັນນະເຂດ ເມືອງວິລະບູລີ ຢູ່ໃນເຂດສຳປະທານບໍ່ຄຳ-ທອງເຊໂປນ ປັດຈຸບັນແມ່ນເປັນມໍຣະດົກສະຖານ ມີເນື້ອທີ່ 3.66 ເຮັກຕາ, ທິດເໜືອ 103 ແມັດ, ທິດໃຕ້ 92 ແມັດ, ທິດຕາເວັນອອກ 73 ແມັດ ແລະ ທິດຕາເວັນຕົກ 87 ແມັດ.

ປະຫວັດຄວາມເປັນມາ ຫຼື ຕຳນານທົ່ງນາເງືອກນັ້ນ ໃນອະດີດຫຼາຍຮ້ອຍປີມາແລ້ວໃນບໍລິເວນໃກ້ຄຽງ ທົ່ງນາເງືອກ ເຄີຍມີຄົນອາໄສຢູ່ເປັນຖິ່ນຖານ ທຳມາຫາກິນດ້ວຍຄວາມອຸດົມສົມບູນ, ເວລາຜ່ານໄປ ຄວາມອຸດົມສົມບູນເຫຼົ່ານີ້ກໍຈືດຈາງຫາຍໄປ ເພາະມີ “ເງືອກສອງໂຕ ຫຼື ເງືອກສອງຜົວເມຍ” ມາລົບກວນຊາວບ້ານ ເຊິ່ງຜູ້ເຖົ້າບາງຄົນເວົ້າວ່າ: ເງືອກສອງໂຕນີ້ ຖືກໄລ່ໃຫ້ໜີຈາກບໍລິເວນສາຍນ້ຳກະດິງ, ຍ້ອນວ່າເງືອກສອງຜົວເມຍນີ້ອາດຈະສົ່ງຜົນຮ້າຍມາໃຫ້ບ້ານເມືອງ ແລະ ອາດຈະກິນຄົນກິນເງືອກດ້ວຍກັນ. ເງືອກຄູ່ນີ້ລອຍລົງມາຕາມລຳນ້ຳຂອງ ຈົນຮອດສາຍນ້ຳເຊບັ້ງຫຽງ ເຂົ້າສູ່ລຳເຊກອກ ພາສາບຣູເອີ້ນວ່າ: ເດິເຣາະ ເພື່ອຊອກຫາເບິ່ງວ່າ: ສາຍນ້ຳສາຍໃດ? ວັງນ້ຳວັງໃດ? ບໍ່ທັນມີເຈົ້າມີຈອມ ຫຼື ບໍ່ມີອິດທິພົນເໜືອກວ່າຕົນເອງກໍຈະຢູ່ບ່ອນນັ້ນ.

ຕໍ່ມາກໍພາກັນ ແວ່ເຂົ້າໄປຕາມຫ້ວຍຕະນົງ ເຊິ່ງມີຍອດນ້ຳຢູ່ບໍລິເວນເຢີ້ນພູຜາດ່າງ ແລະ ໄຫຼລົງມາຢ່ອງໃສ່ນ້ຳກອກ, ສະເພາະເງືອກຕົວເມຍ ແທນທີ່ຈະປ່ຽນການກະທຳເກົ່າທີ່ບໍ່ດີ ແຕ່ຊ້ຳພັດບີບບັງຄັບໃຫ້ຊາວບ້ານເຂດນີ້ ຊອກຫາ ຍິງພົມມະຈາລີ ໜຶ່ງຄົນມາບວງສວງໃນທຸກໆປີ ຖ້າບໍ່ກະທຳດັ່ງກ່າວ ຈະໄດ້ຮັບໄພພິບັດຕ່າງໆນາໆ, ຜົນການເກັບກ່ຽວກໍຈະຖືກທຳລາຍ. ການບວງສວງໄດ້ດຳເນີນໄປຕິດຕໍ່ກັນເປັນເວລາຫຼາຍປີ, ເມື່ອເປັນເຊັ່ນນັ້ນແລ້ວ ບັນດາຜູ້ເຖົ້າຜູ້ແກ່ ແລະ ຫົວໜ້າເຜົ່າຕ່າງໆ ກໍອຸກໃຈບໍ່ຮູ້ຈະໄປຊອກຍິງພົມມະຈາລີມາຈາກໃສອີກ ປະຊາຊົນສ່ວນຫຼວງຫຼາຍ ກໍພາກັນຫຼົບໜີລີ້ໄພໄປຢູ່ບ່ອນອື່ນ.

ໃນສະໄໝນັ້ນມີພະຍາອົງໜຶ່ງເປັນຫົວໜ້າເຜ່າບຣູ ແຄວ້ນຂຸນເຊ-ໜອງມ້າ (ແຄວ້ນດັ່ງກ່າວກວມເອົາທັງເຂດເມືອງວັງ, ອ່າງຄຳ, ອາດສະພອນ ແຂວງສະຫວັນນະເຂດ ແລະ ເມືອງບົວລະຍາ, ເມືອງໄຊບົວທອງ ແຂວງຄຳມ່ວນ ໃນປັດຈຸບັນ), ເຊິ່ງມີຊື່ໂດ່ງດັງເປັນທີ່ຮູ້ຈັກຂອງດິນເຂດຍອດນ້ຳເຊນ້ອຍ-ເຊກອກ ເປັນຜູ້ປົກຄອງມາຫຼາຍປີ ເຮັດໃຫ້ບ້ານເມືອງມີຄວາມສະຫງົບຊຸ່ມເຢັນ, ລາວມີລູກສາວຫາກໍຂຶ້ນສາວໃໝ່ ມີຮູບຮ່າງໜ້າຕາທີ່ງົດງາມ ເຊິ່ງເຈົ້າພະຍາຮັກແພງເທົ່າໜ່ວຍຕາ. ມີມື້ໜຶ່ງ ລູກສາວຂອງລາວໄດ້ໄປອາບນ້ຳສະຜົມ ເລີຍຖືກເງືອກສອງຜົວເມຍເອົາໄປກິນ ຍ້ອນຄວາມແຄ້ນ, ເຈົ້າພະຍາເຜົ່າບຣູ ຈຶ່ງເຕົ້າໂຮມເອົາພວກຜູ້ຊາຍ ທີ່ເກັ່ງກ້າສາມາດ ໃຫ້ໄປຈັບເອົາເງືອກສອງຜົວເມຍມາລົງໂທດ ໂດຍມອບໃຫ້ຜູ້ເປັນລູກເຂີຍ ນຳພາກຳລັງຊາວບ້ານໄປປາບປາມ.

ທ້າວຕະລຶກມຶກ ຖືກເລືອກເອົາເປັນໝໍປາບເງືອກຄູ່ນີ້ ເຊິ່ງເປັນໝໍທີ່ມີວິຊາອາຄົມສາມາດດຳດິນບິນໄດ້ ແມ່ນແຕ່ຜີກໍຍັງບໍ່ເຫັນ ພິເສດໄປກວ່ານັ້ນເພິ່ນສາມາດໃຊ້ຄາຖາປາບເງືອກໄດ້ ອາວຸດໃນການປາບເງືອກແມ່ນຈະເປັນສິ່ງສັກສິດ, ເຊິ່ງບໍ່ສາມາດເອົາເຂົ້າບ້ານໄດ້ ຈຶ່ງໄດ້ໄປຕັ້ງໄວ້ທີ່ຢູ່ທົ່ງ “ນາໝໍ”.

ໃນການປາບນັ້ນ ເງືອກສາມາດຫຼົບຫຼີກໄດ້ຕະຫຼອດ ເມື່ອຄົນຂຸດຂຸມເລິກລົງຈະຮອດຫຼາຍເທື່ອ ມັນກໍດິ້ນໄປທາງໃໝ່ໄດ້ ຈົນໃນທີ່ສຸດກໍສາມາດປາກົດເຫັນ ຂຸມນ້ອຍຂຸມໃຫຍ່ ຫຼວງຫຼາຍພາຍໃນທົ່ວທົ່ງນາເງືອກ ເຊິ່ງເພິ່ນເອີ້ນວ່າ: ຂຸມຂຸດຫາເງືອກ, ຊາວບ້ານໄດ້ພາກັນຂຸດເຖິງເຈັດວັນເຈັດຄືນ ຈຶ່ງເຫັນເງືອກສອງຜົວເມຍທີ່ຄາຢູ່ໃນຫິນສົ້ມ.

ຍ້ອນວ່າເງືອກກັດຫິນສົ້ມຫຼາຍແລ້ວ ມັນຈຶ່ງເຂັດແຂ້ວ ບໍ່ສາມາດໄປຕໍ່ໄດ້ອີກ, ແມ່ນແຕ່ເລືອດຂອງເງືອກກໍກາຍເປັນຣົດສົ້ມໄປໝົດຕົນໂຕ. ຊາວບ້ານກໍຈັບມັດເອົາເງືອກສອງຜົວເມຍດ້ວຍສາຍສິນ ຫຼື ຝ້າຍມຸງຄຸນ ແລ້ວຜູກໄວ້ຢູ່ກົກຄໍ້ຮຽງກັນໄວ້ໂຕລະກົກ.

ເມື່ອຈັບເງືອກສອງຜົວເມຍນັ້ນແລ້ວ ນ້ຳໃນໜອງໃຫຍ່ບໍລິເວນໃກ້ຄຽງ ກໍແຫ້ງຂອດລົງ, ຜູ້ຄົນທີ່ຕັ້ງເຮືອນໃກ້ໆແຖວນັ້ນເອີ້ນໜອງນັ້ນວ່າ: ໜອງກະແດ້ງ, ຊາວບ້ານໄດ້ຈັດປະຊຸມຢູ່ນາທົ່ງໜຶ່ງ ເພື່ອຕັດສິນລົງໂທດເງືອກສອງຜົວເມຍ, ຊາວບ້ານໄດ້ອອກຄຳເຫັນວ່າ ຊິຂ້າທັງສອງຜົວເມຍບໍ? ຫຼາຍຄົນເຂົາກໍໄດ້ສະເໜີວ່າ: ຂ້າແຕ່ເມຍມັນສາ ເພາະວ່າມັນທຽວຫາກິນແຕ່ຄົນ ບໍ່ເຊົາຈັກເທື່ອ, ສ່ວນຜົວຂອງມັນກໍຄວນປ່ອຍມັນໄປ ເພາະວ່າມັນບໍ່ໄດ້ລົບກວນໃຜ, ແຕ່ບາງຄົນກັບຕັ້ງບັນຫາຂຶ້ນມາອີກວ່າ: ເມື່ອຂ້າເມຍມັນ ຜົວມັນຊິບໍ່ຮ້າຍເຮົາບໍ? ໃນກອງປະຊຸມ ເປັນຈັງໃດກໍຂ້າເມຍມັນກ່ອນສາ, ສ່ວນຜົວຂອງມັນຜູກເອົາໄວ້ກ່ອນ ແລ້ວຈຶ່ງຄ່ອຍພິຈາລະນາຕາມຫຼັງ.

ພິທີການຂ້າເງືອກຕົວເມຍ ຖືກຈັດຂຶ້ນໃນບໍລິເວນທີ່ເຄີຍທຳການບວງສວງພົມມະຈາລີ, ໝໍໄດ້ເອົາມີດແທງທີ່ຫົວໃຈຂອງເງືອກຕົວເມຍກ່ອນຂາດໃຈຕາຍ ມັນທັງດິ້ນທັງໝົ້ນລົງພື້ນດິນໜີໄປທາງພູຜາດ່າງ, ເຖິງຈະດິ້ນດົນປານໃດກໍຕາມ ໝໍເງືອກກໍໃຊ້ມົນໃຫ້ເງືອກໝົດລິດເດດ, ຈຳນວນຄົນທີ່ມາເບິ່ງພິທີ ແທນທີ່ຈະຢ້ານກົວເງືອກ ແຕ່ຊ້ຳພັດໂກດແຄ້ນ ຖືຫອກ, ຖືຄ້ອນ ແລ່ນເຂົ້າໄປແທງເງືອກ ທຸບຕີເງືອກຕື່ມອີກ.

ເມື່ອຖືກແທງຫຼາຍ ມັນດິ້ນຈົນສຸດຂີດ ຈົນສາມາດໜີໄປໄດ້ ຕອນທີ່ມັນໜີໄປໄດ້ນັ້ນ ຄົນບາງກຸ່ມຍັງໄລ່ຕິດຕາມມັນຢູ່ ຈົນມີຄົນບາງຄົນຕັດຫາງຂອງເງືອກຂາດໄປເຄິ່ງວາກັບກັບສາມສອກ ແລະ ຮອຍເລືອດຂອງເງືອກນັ້ນ ໄດ້ແຫຼວໄປລຽບຕີນພູແທງຄຳ ແລະ ຫຼົງທາງວຽນວົນເປັນຮອບໜຶ່ງເຮັດໃຫ້ເລືອດກະເດັນຊະຊາຍໃນບໍລິເວນນັ້ນ. ພື້ນທີ່ບ່ອນນັ້ນ ບໍ່ສາມາດປູກເຂົ້າ ຫຼື ປູກຝັງໄດ້. ໃນຕອນເງືອກຕົວເມຍຕາຍມັນຍັງດິ້ນໄປຍັງພູຜາດ່າງ ເລືອດໄຫຼຊຶມເຂົ້າໜ້າດິນ ພາໃຫ້ດິນແດງເຕັມໄປໝົດ ຍ້ອນວ່າເງືອກຕາຍເຮັດໃຫ້ຜາ ສັນພູ ແລະ ຜາຫິນທາງເບື້ອງຕາເວັນຕົກສຽງໃຕ້ຂອງພູດ່າງກາຍເປັນດ່າງໄປໝົດ ແຊກຂາວແກມແດງ ຄົນຈຶ່ງພາກັນເອີ້ນວ່າ: ພູຜາດ່າງ.

ສຳລັບເງືອກໂຕຜູ້ນັ້ນ ຖືກມັດກັບກົກຄໍ້ ເມື່ອເຫັນເມຍຖືກຂ້າມັນກໍຢ້ານກົວຄວາມຕາຍ ຈົນດິ້ນໄປຈົນໝົດເຫື່ອແຮງ ເຮັດໃຫ້ກົກຄໍຈົນຈຳດິນ ມັນສັກກະໂຍກຂຶ້ນເທື່ອທີ່ທຳອິດຈົນສຸດກຳລັງແຮງ ຈົນວ່າຮູດັງຂອງມັນຂາດ, ເລືອດຮູດັງໄດ້ຟົ້ງໄປດິນດອນປ່າຫຍ້າແຖວນັ້ນ ສາຍສິນກໍຫຼຸດອອກ, ແລ້ວມັນກໍກະເດັນໄປຕົກໃສ່ຜາຫີນຈົນຂາດ ເພິ່ນເອີ້ນວ່າ: ຜາຂາດ, ສັກກະໂຍກເທື່ອທີສອງຕົກໃສ່ຫ້ວຍສາຍໜຶ່ງແລ້ວ ຈຶ່ງເງີຍຫົວຂຶ້ນອີກເອີ້ນວ່າ: ຫ້ວຍສະເງີຍ, ຫ້ວຍນີ້ຕັດຜ່ານທາງເລກ 10 ບໍລິເວນເມືອງອາດສະພອນ, ສັກກະໂຍກເທື່ອທີສາມໄປຕົກໃສ່ວັງນ້ຳກົກ ຂອງສາຍຫ້ວຍໂຄນ, ປັດຈຸບັນຢູ່ເຂດບ້ານໜອງຜີ ຂຶ້ນກັບເຂດເມືອງໄຊພູທອງ ແຂວງຄຳມ່ວນ.

ສະນັ້ນ ປະຊາຊົນຈຶ່ງມີຄວາມເຊື່ອວ່າ ເວລາເຮົາອາບນ້ຳ, ຫຼື ຂີ່ເຮືອແພຂ້າມນ້ຳ ບໍ່ໃຫ້ຫົວຊ່າຫົວແຊວ ເພາະເງືອກຈະຄິດວ່າຄົນຫົວຂວັນດັງຂອງມັນ ຫຼື ເວລາຄ້ຽວໝາກບໍ່ໃຫ້ຖົ່ມນ້ຳໝາກລົງນ້ຳ ຢ້ານມັນຄິດວ່າເປັນເລືອດຂອງມັນ ມັນຊິໃຈຮ້າຍແລ້ວຊິເອົາຄົນໄປກິນ ເພື່ອແກ້ແຄ້ນໃຫ້ເມຍຂອງມັນ, ແຕ່ເຖິງຢ່າງໃດກໍຕາມ ເງືອກໂຕຜູ້ ກໍຍັງເຂົ້າໃຈວ່າເມຍຂອງມັນສ້າງບາບກຳໄວ້ຫຼາຍ ຈຶ່ງຕ້ອງຊົດໃຊ້ກຳໄປກ່ອນ, ມັນພະຍາຍາມທຳຄວາມດີ ຄືຍາມນ້ຳມາກ ກໍແປງເພດເປັນເຮືອ ຫຼື ກາຍເປັນເຈົ້າປົກປັກຮັກສາເຊນ້ອຍແຫ່ງນີ້. ສະນັ້ນ ຄົນຈຶ່ງເອີ້ນເງືອກໂຕນັ້ນດ້ວຍຄວາມເຄົາລົບ ແລະ ນັບຖືວ່າ “ເພິ່ນ” ຈະບໍ່ເອີ້ນວ່າ “ມັນ” ອີກ.

ຂອບໃຈຂໍ້ມູນຈາກ:
– ປຶ້ມສະຖານທີ່ສຳຄັນທາງບູຮານຄະດີ ແລະ ວັດທະນະທຳ ພາຍໃນຂົງເຂດໂຄງການປະທານບໍ່ຄຳ ທອງ ເຊໂປນ ເມືອງວິລະບູລີ ຈັດພິມປີ 2006 ຂຽນໂດຍ: ທ່ານ ທອງສາ ໄຊຍະວົງຄຳດີ ແລະ ທ່ານ ວຽງແກ້ວ ສຸກສະຫວັດດີ , ກົມມໍລະດົກກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ.
– ຂອບໃຈ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງວັດທະນະທຳ ແຂວງສະຫວັນນະເຂດ ທີ່ໄດ້ໃຫ້ອ່ານປຶ້ມຫົວນີ້ ແລະ ອະນຸຍາດໃຫ້ເຜີຍແຜ່ໄດ້.

ຂອບໃຈຮູບພາບ:
https://www.facebook.com/permalink.php?story_fbid=2328627937250711&id=834786276634892

ຂ່າວທົ່ວໄປ

#HOD#Laos#LaoX

error: Content is protected !!