ແມ່ນ້ຳ ມີສິດຄືກັນກັບຄົນ


ທ່ານຮູ້ບໍ່ວ່າ ປັດຈຸບັນ ໃນບາງປະເທດ ແມ່ນ້ຳໄດ້ຮັບການຍອມຮັບໃຫ້ມີສິດຄືກັນກັບຄົນ. ແມ່ນ້ຳວັງການຸຍ ແມ່ນແມ່ນ້ຳທີ່ໃຫຍ່ສຸດ ເປັນອັນດັບທີສາມ ຂອງປະເທດນິວຊີແລນ, ແມ່ນແມ່ນ້ຳແຫ່ງທໍາອິດຂອງໂລກ ທີ່ໄດ້ຖືກຍອມຮັບໃຫ້ເປັນບຸກຄົນໃນທາງກົດໝາຍ ໝາຍຄວາມວ່າ ມີສິດ ແລະ ພັນທະຕາມທີ່ກົດໝາຍກຳນົດ. ຫາກຖືກລະເມີດສິດ ກໍມີສິດຮຽກຮ້ອງ ຫຼື ທວງໃຫ້ຜູ້ລະເມີດຢຸດເຊົາການລະເມີດ, ໃຫ້ຟື້ນຟູສິດຄືນ ແລະ ສາມາດຮຽກເອົາຄ່າເສຍຫາຍໄດ້.

ການຕໍ່ສູ້ເພື່ອໃຫ້ໄດ້ມາເຊິ່ງສິດນີ້ ເລີ່ມມີມາແຕ່ຊຸມປີ 1870 ເພື່ອປົກປ້ອງແມ່ນ້ຳຈາກຄົນທີ່ເຂົ້າມາຢູ່ໃໝ່. ສຳລັບຄົນພື້ນເມືອງທີ່ອາໄສມາກ່ອນ ກໍຄື ຄົນເມົາຣີ ແມ່ນຖືວ່າ ແມ່ນ້ຳຖືມີຄວາມສຳຄັນຫຼາຍ ແມ່ນ້ຳແມ່ນສິ່ງສັກສິດ ທີ່ຄວນໄດ້ຮັບການເຄົາລົບນັບຖື. ຈົນມາຮອດ ປີ 2017 ການຕໍ່ສູ້ດັ່ງກ່າວໄດ້ສິ້ນສຸດລົງ. ແມ່ນ້ຳວັງການຸຍໄດ້ຮັບສະຖານະເປັນບຸກຄົນໃນທາງກົດໝາຍ ແລະ ໄດ້ມີການແຕ່ງຕັ້ງຜູ້ຕາງໜ້າສອງຄົນ ເພື່ອເປັນຜູ້ຕາງໜ້າໃຫ້ແກ່ແມ່ນ້ຳແຫ່ງດັ່ງກ່າວ.

ການກະທຳດັ່ງກ່າວໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ແລະ ຖືກຍ້ອງຍໍສັນລະເສີນຈາກນັກສິ່ງແວດລ້ອມ ແລະ ນັກປົກປ້ອງສິດຂອງຊົນເຜົ່າພື້ນເມືອງ ແລະ ກໍມີຫຼາຍປະເທດທີ່ໄດ້ພະຍາຍາມສູ້ຊົນເພື່ອປົກປ້ອງແມ່ນ້ຳ ໃນປະເທດຕົນ ຄືກັນກັບນິວຊີແລນ. ເຖິງຢ່າງໃດກໍຕາມ ການໄດ້ມາເຊິ່ງສິດນັ້ນ ຍັງບໍ່ແມ່ນຈຸດຈົບຂອງການຕໍ່ສູ້ ເພື່ອປົກປ້ອງສິດຂອງແມ່ນຳ້ທີ່ຄົນເມົາຣີນັບຖື. ຜູ້ທີ່ໄດ້ພະຍາຍາມຕໍ່ສູ້ເພື່ອສິດດັ່ງກ່າວປະກອບມີ ທ່ານ Gerrard Albert ແລະ ຜູ້ອື່ນໆ ໄດ້ພົບກັບສິ່ງທ້າທາຍຫຼາຍຢ່າງ ຫຼັງຈາກທີ່ແມ່ນ້ຳນັ້ນຖືກຍອມຮັບໃຫ້ເປັນບຸກຄົນໃນທາງກົດໝາຍ.

ຄວາມສຳຄັນຂອງແມ່ນ້ຳຕໍ່ກັບຄົນຊົນເຜົ່າພື້ນເມືອງເມົາຣີ

ເປັນເວລາຫຼາຍຮ້ອຍປີແລ້ວ ຄົນເມົາຣີໄດ້ພາກັນອາໄສຢູ່ຕາມລຽບແມ່ນ້ຳວັງການຸຍ (ທີ່ມີຄວາມໝາຍວ່າ ທ່າເຮືອໃຫຍ່). ແມ່ນ້ຳວັງການຸຍມີຄວາມຍາວ 290 ກິໂລແມັດ ແລະ ຖືເປັນສູນກາງຊີວິດຂອງຄົນເມົາຣີ. ມັນເປັນບ່ອນທຳມາຫາກິນ ແລະ ບ່ອນຢູ່ອາໄສຂອງເຂົາເຈົ້າ, ປຽບເໝືອນວິຖີຊີວິດຂອງຄົນລາວເຮົາ ທີ່ມັກອາໄສລຽບຕາມແມ່ນ້ຳຂອງ. ນອກນີ້ ພວກເຂົາຍັງໃຊ້ນ້ຳດັ່ງກ່າວເພື່ອຮັກສາຄົນປ່ວຍ ເພາະພວກເຂົານັບຖືແມ່ນ້ຳຄືດັ່ງບັນພະບຸລຸດ.

ຫຼັງຈາກນັ້ນ ໃນຊຸມປີ 1800 ນັກລ່າອານານິຄົມອັງກິດກໍໄດ້ເຂົ້າມາຕັ້ງຖິ່ນຖານຢູ່ນິວຊີແລນ ພາໃຫ້ມີການປ່ຽນແປງຫຼາຍຢ່າງ. ໄດ້ມີການຊື້-ຂາຍດິນ ທີ່ປັດຈຸບັນນີ້ເຫັນວ່າເປັນການຊື້-ຂາຍທີ່ບໍ່ເປັນທຳ. ໃນປີ 1840 ມີນັກທຸລະກິດອັງກິດຜູ້ໜຶ່ງໄດ້ຊື້ດິນໂດຍມີເນື້ອທີ່ 16.200 ເຮັກຕາ ເພື່ອແລກກັບສິ່ງຂອງ (ລວມມີ ປືນ, ຄັນຮົ່ມ ແລະ ເຄື່ອງຫຼິ້ນດົນຕີຕ່າງໆ) ທີ່ມີມູນຄ່າເທົ່າກັບເງິນ 700 ປອນ (ປະມານ 9,2 ລ້ານກີບ). ສ່ວນດິນຕອນອື່ນໆ ກໍຖືກຍຶດຢ່າງປ່າເຖື່ອນເອົາຈາກຄົນເມົາຣີທີ່ທ້າທາຍອຳນາດເຈົ້າໜ້າທີ່ອັງກິດທີ່ເຂົ້າມາຍຶດຄອງ. ໃນເມື່ອຄົນອັງກິດໄດ້ຄອບຄອງແຜ່ນດິນແລ້ວ ເຂົາເຈົ້າກໍໄດ້ສ້າງກົດລະບຽບໃໝ່ຂຶ້ນ ເພື່ອຄຸ້ມຄອງທັງດິນ ແລະ ທະເລ. ພາຍໃຕ້ກົດໝາຍອັງກິດ, ແມ່ນ້ຳບໍ່ຖືວ່າເປັນອັນໜຶ່ງອັນດຽວ ແຕ່ມັນແມ່ນການປະຕິດປະຕໍ່ຫຼາຍພາກສ່ວນທີ່ປະກອບເປັນແມ່ນ້ຳ. ນ້ຳ, ພື້ນນ້ຳ ແລະ ອາກາດເທິງໜ້ານ້ຳ ລ້ວນແລ້ວແຕ່ຖືກຄຸ້ມຄອງດ້ວຍລະບຽບກົດໝາຍຄົນລະສະບັບເຊັ່ນ ພາກສ່ວນຂອງແມ່ນ້ຳທີ່ສາມາດລ່ອງເຮືອໄດ້ ໃນທາງກົດໝາຍ ແມ່ນຖືກແຍກອອກຕ່າງຫາກຈາກພາກສ່ວນທີ່ບໍ່ສາມາດລ່ອງເຮືອໄດ້.

ແນວຄວາມຄິດນີ້ ຖືເປັນບັນຫາສຳລັບຄົນເມົາຣີມາຕັ້ງແຕ່ຕົ້ນ. ເຂົາເຈົ້າເຫັນວ່າແມ່ນ້ຳ ແມ່ນສິ່ງໜຶ່ງສິ່ງດຽວ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ບໍ່ມີໃຜທີ່ສາມາດເປັນເຈົ້າຂອງໄດ້ ເຖິງແມ່ນວ່າ ຊັບພະຍາກອນໃນນ້ຳຈະສາມາດເອົາມານຳໃຊ້ໄດ້ກໍຕາມ ເຊິ່ງກໍມີແຕ່ຄົນທີ່ສ້າງປະໂຫຍດໃຫ້ແກ່ສັງຄົມເທົ່ານັ້ນ ທີ່ມີສິດໄດ້ຮັບປະໂຫຍດດັ່ງກ່າວ ດັ່ງຄຳສຸພາສິດຂອງເຂົາເຈົ້າທີ່ວ່າ ຂ້ອຍແມ່ນແມ່ນ້ຳ ແລະ ແມ່ນ້ຳແມ່ນຂ້ອຍ.

ແຕ່ໃນເວລາທີ່ຄົນເອີຣົບເຂົ້າມາປົກຄອງແຜ່ນດິນນິວຊີແລນ ພວກເຂົາໄດ້ທຳລາຍແມ່ນ້ຳຫຼາຍ. ພວກເຂົານຳໃຊ້ເຮືອກົນໄຟ, ຂຸດຄົ້ນຫີນຊາຍ, ປ່ອຍປາລົງສູ່ແມ່ນ້ຳເພື່ອຈະໄດ້ຕຶກປາ ແລະ ທຳລາຍບ່ອນລ້ຽງປາເກົ່າຂອງຄົນເມົາຣີທີ່ນຳໃຊ້ມາເປັນຫຼາຍຮຸ່ນຄົນ.

ໃນຄວາມເຊື່ອຂອງຄົນເມົາຣີ ທຸກສິ່ງນັ້ນ ມີພະລັງງານຂອງຊີວິດ ແລະ ມີໂຕຕົນ. ໃນເວລາແມ່ນ້ຳເສື່ອມຄຸນະພາບລົງ ກໍໝາຍຄວາມວ່າ ແມ່ນ້ຳບໍ່ໄດ້ຮັບການເຄົາລົບ ແລະ ໃນທາງກັບກັນມັນເລີຍສົ່ງຜົນກະທົບຕໍ່ກັບຄົນທ້ອງຖິ່ນທີ່ອາໄສ ແລະ ຫາກິນຢູ່ຕາມແມ່ນ້ຳ. ເງື່ອນໄຂການດຳລົງຊີວິດຂອງຜູ້ຄົນກໍເສື່ອມລົງຕາມໆກັນ.

ການສູ້ຊົນເພື່ອໃຫ້ແມ່ນ້ຳວັງການຸຍໄດ້ສິດທາງກົດໝາຍ ເປັນຄະດີຄວາມທີ່ຍາວນານທີ່ສຸດໃນນິວຊີແລນ

ຄົນເມົາຣີໄດ້ຕໍ່ສູ້ເພື່ອໃຫ້ມຸມມອງຂອງເຂົາເຈົ້າຕໍ່ກັບແມ່ນ້ຳວັງການຸຍເປັນທີ່ຍອມຮັບຂອງຄົນເອີຣົບທີ່ເຂົ້າມາຕັ້ງຖິ່ນຖານໃນເຂດແມ່ນ້ຳແຫ່ງນີ້. ເລີ່ມແຕ່ປີ 1870 ຄົນເມົາຣີ ໄດ້ເລີ່ມຮ້ອງຟ້ອງລັດຖະບານໃໝ່ທີ່ເຂົ້າມາປົກຄອງ ເພື່ອໃຫ້ພິຈາລະນາສິດຂອງຄົນເມົາຣີ ແລະ ຫຼັງຈາກນັ້ນ ຫຼາຍສິບປີ ກໍຍັງໄດ້ມີການສືບຕໍ່ຮ້ອງຟ້ອງລັດຖະບານ ຢູ່ທີ່ນະຄອນຫຼວງ ເວວລິງຕັນ, ນິວຊີແລນ. ໃນຊຸມປີ 1920 ແລະ 1930 ຈຸ້ມເຈື້ອຂອງ Gerrard Albert ໄດ້ສຸມໃສ່ເຮັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ເພື່ອຊ່ວຍຊຸກຍູ້ການຮ້ອງຟ້ອງດັ່ງກ່າວ ແລະ ໃນທົ່ວປະເທດ ກໍມີການຕໍ່ສູ້ລັກສະນະນີ້ຫຼາຍຄັ້ງ.

ໃນປີ 1975 ລັດຖະບານຈຶ່ງໄດ້ສ້າງຕັ້ງຄະນະສານ Waitangi ເພື່ອຮັບຟັງຄວາມບໍ່ພໍໃຈຂອງຄົນເມົາຣີ ແລະ 10 ປີ ຕໍ່ມາ ກໍໄດ້ມີການພິຈາລະນາຄະດີທີ່ຕິດພັນກັບອະດີດ ແຕ່ປີ 1840 (ຫົວໜ້າຊົນເຜົ່າເມົາຣີໄດ້ເຊັນສັນຍາ Waitangi ກັບ ລາຊິນີອັງກິດ ເຊິ່ງມີເນື້ອໃນເວົ້າວ່າ ດິນແມ່ນກຳມະສິດຂອງຄົນເມົາຣີ).

ກ່ອນທີ່ຈະມີຄະນະສານ Waitangi ຄົນເມົາຣີ ໄດ້ພະຍາຍາມຕໍ່ສູ້ເພື່ອສິດຂອງຕົນມາຫຼາຍກວ່າ 100 ປີ. ຜ່ານການພັດທະນາປະເທດ ເຮັດໃຫ້ແມ່ນ້ຳຂອງພວກເຂົາເສື່ອມລົງຫຼາຍເຊັ່ນ: ປາສູນຫາຍ, ບາງຊະນິດກໍສູນພັນ ແລະ ແມ່ນ້ຳດັ່ງກ່າວກໍ່ບໍ່ແມ່ນແຫຼ່ງອາຫານຫຼັກອີກຕໍ່ໄປ. ນ້ຳເສຍຈາກຄົວເຮືອນ ແລະ ຈາກຟາມທີ່ຢູ່ຕາມແຄມແມ່ນ້ຳ ເຮັດໃຫ້ນ້ຳປົນເປື້ອນ ເກີດມີມົນລະພິດ.

ການຮ້ອງຟ້ອງຂຶ້ນສານເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ບາງຢ່າງທີ່ໄດ້ເວົ້າຕໍ່ໜ້າສານ ກໍບໍ່ໄດ້ຖືກບັນທຶກໄວ້, ພະຍານບາງຄົນບໍ່ສາມາດເວົ້າພາສາອັງກິດ ແລະ ກໍບໍ່ມີບໍລິການແປພາສາ ຫຼື ບັນທຶກຫຍັງ  ແຕ່ຫຼາຍຄົນກໍຍັງອອກມາເວົ້າກ່ຽວກັບຄວາມສຳຄັນຂອງແມ່ນ້ຳ ເຊິ່ງມີຄົນເມົາຣີຄົນໜຶ່ງບອກວ່າ ລາວບໍ່ມີສິດເລືອກທີ່ຈະອອກມາເວົ້າກ່ຽວກັບເລື່ອງນີ້ ແຕ່ມັນແມ່ນພັນທະຂອງລາວຕໍ່ກັບແມ່ນ້ຳ.

ມາຮອດປີ 1995 ກໍໄດ້ມີການປະທ້ວງເກີດຂຶ້ນ ໂດຍມີການນັ່ງຢູ່ສວນແຫ່ງໜຶ່ງເປັນເວລາ 79 ມື້ ແລະ ການປະທ້ວງກໍສິ້ນສຸດລົງດ້ວຍດີ. ໃນລະຫວ່າງທີ່ນັ່ງປະທ້ວງນັ້ນ ຄົນທີ່ມາປະທ້ວງໄດ້ຕັດຫົວຂອງຮູບປັ້ນຂອງນັກການເມືອງ ຊື່ວ່າ ຈອນ ບາລານສ໌ John Ballance ເພື່ອສະແດງໃຫ້ເຫັນຄວາມບໍ່ພໍໃຈຕໍ່ກັບບັນຫາທີ່ດິນທີ່ບໍ່ໄດ້ຮັບການແກ້ໄຂຈັກເທື່ອ. ໃນປັດຈຸບັນນີ້ ຮູບປັ້ນນັ້ນບໍ່ມີແລ້ວ ຍັງເຫຼືອໄວ້ພຽງແຕ່ຊື່.

ໃນປີ 1999 ຄະນະສານໄດ້ຕັດສິນວ່າ ແມ່ນ້ຳວັງການຸຍແມ່ນຊັບສົມບັດຂອງຄົນເມົາຣີວັງການຸຍ ແລະ ຮຽກຮ້ອງໃຫ້ມີການແກ້ໄຂໃຫ້ຖືກຕ້ອງ ແຕ່ການເຈລະຈາກ່ຽວກັບຄະດີນີ້ກໍຖືກຂັດຂວາງ ແລະ ຄົນເມົາຣີວັງການຸຍກໍຍັງບໍ່ໄດ້ຮັບສິດທາງກົດໝາຍຕໍ່ກັບແມ່ນ້ຳແຫ່ງນັ້ນ.

ກ່ອນປີ 2008 ທ່ານ Albert ຮ່ວມກັບ Taiaroa ໄດ້ຮຽກຮ້ອງຂະບວນການແກ້ໄຂໃໝ່ຂຶ້ນ ໂດຍສ້າງຂອບກົດໝາຍຂອງເຂົາເຈົ້າຂຶ້ນມາເອງ ເພື່ອທີ່ຈະສາມາດສະແດງຄວາມໝາຍຄວາມສຳຄັນທີ່ແທ້ຈິງຂອງແມ່ນ້ຳຕໍ່ກັບຄົນເມົາຣີ. ປີ 2008 ຖືວ່າເປັນເວລາທີ່ເໝາະສົມ ເມື່ອມີລັດຖະບານໃໝ່ເຂົ້າມາ ໂດຍທ່ານ Chris Finlayson, Minister for Treaty Negotiations ມີຄວາມສົນໃຈຢາກໃຫ້ການແກ້ໄຂບັນຫາເລື່ອງທີ່ດິນມີຄວາມຄືບໜ້າ. ຕໍ່ມາ ພວກເຂົາກໍໄດ້ເລີ່ມພິຈາລະນາວ່າ ແມ່ນ້ຳຄວນແມ່ນສິ່ງໜຶ່ງສິ່ງດຽວທີ່ບໍ່ສາມາດແຍກອົງປະກອບໄດ້ບໍ່ ແລະ ຄວນມີສິດຄືກັນກັບຄົນບໍ່? ໂດຍລວມແລ້ວ ກໍແມ່ນແນວຄວາມຄິດແບບທີ່ຄົນເມົາຣີໄດ້ເຊື່ອມາຕະຫຼອດ.

ການໃຫ້ສິດແກ່ອົງປະກອບທາງທຳມະຊາດບໍ່ຖືວ່າແມ່ນສິ່ງແປກໃໝ່ ເພາະໃນປີ 1972 ຢູ່ອາເມຣິກາ ນັກສຶກສາທຶນຊື່ວ່າ Christopher Stone ໄດ້ຂຽນບົດຄວາມໜຶ່ງ ໂດຍຕັ້ງຫົວຂໍ້ວ່າ ຕົ້ນໄມ້ຄວນມີທີ່ຢືນບໍ່? ໂດຍລາວເຫັນວ່າ ອົງປະກອບທາງທຳມະຊາດຄວນມີສິດທາງກົດໝາຍຄືກັນກັບມະນຸດ. ແຕ່ທັງນີ້ທັງນັ້ນ Albert ບໍ່ໄດ້ຮູ້ຫຍັງກ່ຽວກັບ Stone ແຕ່ລາວພຽງແຕ່ຢາກໃຫ້ສິ່ງທີ່ບັນພະບູລຸດລາວໄດ້ຕໍ່ສູ້ມາດົນນານນັ້ນ ໄດ້ຮັບການຍອມຮັບໃນທາງກົດໝາຍ.

ໃນເວລາຖົກຖຽງກັນໃນສະພາແຫ່ງຊາດ ນັກການເມືອງຫຼາຍຄົນບໍ່ໄດ້ໃຫ້ຄວາມສົນໃຈຕໍ່ກັບເຫດຜົນ ແລະ ພື້ນຖານການຕໍ່ສູ້ເພື່ອສິດໃນທາງກົດໝາຍຂອງແມ່ນ້ຳ ແຕ່ Finlayson ໃນຖານະເປັນນັກກົດໝາຍ ການໃຫ້ສິດແກ່ແມ່ນ້ຳຄືກັນກັບສິດຂອງບຸກຄົນນັ້ນ ຟັງເບິ່ງແລ້ວກໍເຫັນວ່າ ມີເຫດຜົນຢູ່ ເຖິງແມ່ນວ່າ ຫຼາຍຄົນຄິດວ່າມັນເປັນເລື່ອງທີ່ແປກ.

ປັດຈຸບັນ ຖືວ່າ ແມ່ນຳ້ວັງການຸຍ ແມ່ນແມ່ນ້ຳທຳອິດໃນໂລກທີ່ມີຖານະເປັນບຸກຄົນ, ຜູ້ຄົນທີ່ຕໍ່ສູ້ເພື່ອໃຫ້ໄດ້ສິດນີ້ ສ່ວນຫຼາຍກໍເສຍຊີວິດແລ້ວ. ມີຄົນເມົາຣີຜູ້ໜຶ່ງໄດ້ເສຍຊີວິດຕອນອາຍຸ 100 ປີ ແຕ່ໃນຕະຫຼອດເວລາທີ່ຍັງມີຊີວິດນັ້ນ ລາວໄດ້ເຂົ້າຮ່ວມຂະບວນການດ້ານຍຸຕິທຳເພື່ອຕໍ່ສູ້ໃຫ້ແກ່ແມ່ນ້ຳນີ້ ເປັນເວລາຫຼາຍກວ່າ 50 ປີ. ພວກເຂົາບໍ່ໄດ້ເຫັນຜົນງານຂອງພວກເຂົາ ແຕ່ກໍໄດ້ຕໍ່ສູ້ເພື່ອຄົນຮຸ່ນຕໍ່ໆມາ ແລະ ໃນທີ່ສຸດ ກໍໄດ້ຮັບໄຊຊະນະ.

ຫຼັງຈາກແມ່ນ້ຳໄດ້ຮັບສິດເປັນບຸກຄົນ ແລ້ວມີຫຍັງປ່ຽນແປງ?

ຫຼັງຈາກທີ່ແມ່ນ້ຳວັງການຸຍໄດ້ຮັບການຍອມຮັບໃຫ້ມີສິດທາງກົດໝາຍຄືກັນກັບຄົນແລ້ວ Albert ໄດ້ຮັບຂໍ້ຄວາມຢ່າງລົ້ນຫຼາມຈາກທົ່ວໂລກ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານຂອງ local Māori.

ປະເທດອື່ນກໍໄດ້ຮຽນແບບການຕໍ່ສູ້ຂອງແມ່ນ້ຳວັງການຸຍ. ຢູ່ອິນເດຍ ມີແມ່ນ້ຳ 2 ສາຍ ທີ່ໄດ້ຮັບສິດທາງດ້ານກົດໝາຍ ແລະ ໃນປີຜ່ານມາ ບັງກະລາເທດ ກໍໃຫ້ສິດທາງກົດໝາຍແກ່ແມ່ນຳ້ທຸກສາຍໃນປະເທດ. ນັກສິ່ງແວດລ້ອມ ຕ້ອງການເຊີນ Albert ໃຫ້ກ່າວຄຳໂອວາດໃນກອງປະຊຸມຕ່າງໆ. ຊົນເຜົ່າຕ່າງໆ ກໍສົນໃຈວ່າ ຕໍ່ໄປນີ້ ແມ່ນ້ຳຈະສາມາດຮ້ອງຟ້ອງຄົນທີ່ສ້າງມົນລະພິດໃສ່ແມ່ນ້ຳໄດ້ບໍ່? ແຕ່ Albert ບອກວ່າ ບໍ່ຢາກໃຊ້ສິດໃນທາງກົດໝາຍນີ້ ເພື່ອຮ້ອງຟ້ອງໃຜຂຶ້ນສານ ແຕ່ວ່າກໍຄວນມີສິດໄວ້ ເພື່ອໃຫ້ສາມາດໃຊ້ໄດ້ໃນອະນາຄົດ ສິ່ງສຳຄັນສຸດ ແມ່ນເພື່ອເປັນຕົວແບບ ໃນການປົກປັກຮັກສາແມ່ນ້ຳ.

ແຕ່ຕັ້ງແຕ່ມີກົດໝາຍມາ ກໍຍັງມີບັນຫາໃນການຈັດຕັ້ງປະຕິບັດຢູ່ ເຊັ່ນ: ເວລາຈະສ້າງຂົວໃໝ່ ກໍບໍ່ມີການໄປປຶກສາກັບຜູ້ຕາງໜ້າທີ່ຖືກແຕ່ງຕັ້ງເທື່ອ. ໃນຄວາມເປັນຈິງແລ້ວ ພວກເຂົາກໍບໍ່ສະໜັບສະໜູນໃຫ້ມີການກໍ່ສ້າງ ເພາະບໍ່ເຫັນເຖິງຄວາມຈຳເປັນທີ່ຕ້ອງມີການພັດທະນາ ແຕ່ກໍບໍ່ໄດ້ຢາກເປັນຕົວຖ່ວງ ຫຼື ກໍ່ບັນຫາໃຫ້ແກ່ການພັດທະນາ. ພວກເຂົາບໍ່ໄດ້ຢາກໃຊ້ສິດຂອງແມ່ນ້ຳເກີນເຫດ ແຕ່ກໍບໍ່ຢາກໃຫ້ລະເລີຍສິດດັ່ງກ່າວ ຈຶ່ງຢາກລະດົມໃຫ້ຄົນມອງເຫັນເຈດຕະນາອັນດີທີ່ຕ້ອງມີຕໍ່ກັບສັງຄົມ.

Hera Smith, ຜູ້ທີ່ມີໜ້າທີ່ຊ່ວຍຄົນຊົນເຜົ່າປັບປຸງສະພາບການເປັນຢູ່ຕາມຂໍ້ຕົກລົງແກ້ໄຂ, ເວົ້າວ່າ ຫຼັງຈາກທີ່ແມ່ນ້ຳໄດ້ຮັບສິດນັ້ນ ກໍເຫັນມີການປ່ຽນແປງທີ່ເປັນຮູບປະທຳຫຼາຍຂຶ້ນ. ຜູ້ຄົນໄດ້ໃຫ້ຄວາມສຳຄັນແກ່ແມ່ນ້ຳຫຼາຍຂຶ້ນ ແລະ ກໍມີໂຄງການດ້ານສິ່ງແວດລ້ອມເກີດຂຶ້ນຕາມລຳແມ່ນ້ຳ. ແຕ່ລາວກໍບອກວ່າມັນຕ້ອງໃຊ້ເວລາ ເພື່ອໃຫ້ຜູ້ຄົນປ່ຽນແນວຄວາມຄິດຕໍ່ກັບສິ່ງແວດລ້ອມ ແລະ ເພື່ອໃຫ້ເຂົ້າໃຈວ່າພວກເຂົາບໍ່ແມ່ນເຈົ້າຂອງແມ່ນ້ຳ.

ໂດຍລວມແລ້ວ ແມ່ນຳ້ແມ່ນອົງປະກອບທາງທຳມະຊາດທີ່ສຳຄັນຂອງໂລກ ມັັນເປັນບ່ອນຢູ່ອາໄສຂອງຊີວະນາໆພັນ ບໍ່ວ່າຈະເປັນສັດນ້ຳ ຫຼື ພືດໃນນ້ຳ ຍິ່ງໄປກວ່ານັ້ນ ຍັງເປັນແຫຼ່ງອາຫານຕົ້ນຕໍໃຫ້ແກ່ມະນຸດທີ່ອາໄສຢູ່ລຽບຕາມແມ່ນ້ຳ. ຫາກແມ່ນ້ຳອຸດົມສົມບຸນ ຄົນເຮົາກໍມີຜົນປະໂຫຍດໄປນຳ ແຕ່ໃນທາງກົງກັນຂ້າມ ຫາກແມ່ນ້ຳເສື່ອມຄຸນະພາບ ຜູ້ຄົນທີ່ຢູ່ອາໄສ ລວມທັງສັດສາວາສິ່ງຕ່າງໆ ກໍຍ່ອມໄດ້ຮັບຜົນກະທົບໄປຕາມໆກັນ. ການສຳນຶກວ່າແມ່ນ້ຳແມ່ນຂອງສ່ວນລວມ ຄົນທີ່ນຳໃຊ້ນ້ຳຕ້ອງໃຫ້ກຽດ ນຳໃຊ້ແມ່ນ້ຳຢ່າງຮູ້ຄຸນຄ່າ, ບໍ່ຄວນເຮັດໃຫ້ແມ່ນ້ຳເປິເປື້ອນ, ບໍ່ຄວນເປັນພຽງຄວາມເຊື່ອຂອງຄົນຊົນເຜົ່າເມົາຣີເທົ່ານັ້ນ. ແຕ່ຫາກທຸກຄົນສາມາດເຮັດໄດ້ຄືດັ່ງເຂົາເຈົ້າ ມັນກໍຈະສາມາດຮັກສາຄຸນະພາບແມ່ນ້ຳໄວ້ໄດ້ ຮັບປະກັນຄວາມຍືນຍົງຂອງແມ່ນ້ຳ ສົ່ງຜົນດີໃຫ້ແກ່ສ່ວນລວມ.

ພາບ:

ທີ່ມາ:

ສິ່ງແວດລ້ອມ

#HOD#LaoX

error: Content is protected !!