ປີ 2021 ແລ້ວ ແຕ່ສັງຄົມກໍຍັງບໍ່ເຊົາໂທດເຫຍື່ອທີ່ຖືກຄຸກຄາມທາງເພດ


ໃນປີ 2013, Taylor Swift ໄດ້ຊະນະການຍື່ນຟ້ອງດີເຈ David Mueller ຜູ້ທີ່ຄຸກຄາມທາງເພດນັກຮ້ອງສາວ, ເຊິ່ງເຫດການດັ່ງກ່າວໄດ້ເປັນຕົວຢ່າງໃຫ້ສັງຄົມໄດ້ຄຳນຶງເຖິງການ Victim Blaming ຫຼືການກ່າວໂທດເຫຍື່ອຫຼາຍຂຶ້ນ. ຫຼັງຈາກ Taylor ໄດ້ບອກກັບຜູ້ປະສານງານຂອງລາຍການວິທະຍຸທີ່ David ເປັນພິທີກອນຢູ່ ຈຶ່ງສົ່ງຜົນໃຫ້ David ຖືກໄລ່ອອກຈາກວຽກທີ່ຕົນເອງກຳລັງເຮັດຢູ່ທັນທີ. David ຈຶ່ງສັ່ງຟ້ອງນັກຮ້ອງສາວທີ່ແຕ່ງເລື່ອງຂຶ້ນມາ ເພື່ອໃຫ້ລາວພົ້ນສະພາບເຮັດວຽກດ້ວຍເງິນຈຳນວນ 3 ລ້ານໂດລາສະຫະລັດ. ແຕ່ຝ່າຍ Taylor ເອງກໍສັ່ງຟ້ອງກັບເຊັ່ນກັນດ້ວຍຈຳນວນເງິນ 1 ໂດລາສະຫາລັດ, ເພື່ອເປັນການບອກວ່າຕົນເອງນັ້ນບໍ່ໄດ້ຕ້ອງການເງິນ ແຕ່ຕ້ອງການພິສູດວ່າຝ່າຍດີເຈເປັນຄົນຄຸກຄາມລາວແທ້. ໃນທີ່ສຸດ, David Mueller ໄດ້ມີຄວາມຜິດແທ້ຈາກການຕັດສິນໃນຊັ້ນສານ ແລະ ເຫດການດັ່ງກ່າວນີ້ ໄດ້ເປັນຕົວຢ່າງໃຫ້ແກ່ຜູ້ຍິງໃນການຕໍ່ຕ້ານການຖືກຄຸກຄາມໃນສະຖານທີ່ສາທາລະນະ.

ໃນຄະດີຄຸກຄາມທາງເພດທີ່ເຮົາໄດ້ພົບເຫັນ, ເປັນຫຍັງຜູ້ທີ່ເປັນເຫຍື່ອຈຶ່ງຕ້ອງເປັນຜູ້ຮັບຜິດຊອບຕໍ່ພຶດຕິກຳທີ່ຖືກກະທຳ ແລະ ເປັນຫຍັງສັງຄົມຈຶ່ງໂທດວ່າເຫຍື່ອນັ້ນເປັນສາເຫດທີ່ເຮັດໃຫ້ເກີດອາຊະຍາກຳ. ຍົກຕົວຢ່າງເຊັ່ນ: ເມື່ອເກີດເຫດຄຸກຄາມແລ້ວຝ່າຍທີ່ເປັນເຫຍື່ອມາແຈ້ງຄວາມໃນພາຍຫຼັງ. ຜົນປາກົດວ່າຜູ້ເປັນເຫຍື່ອຖືກຕັ້ງຄຳຖາມຕ່າງໆ ບໍ່ວ່າຈະເປັນການທີ່ເຫຍື່ອຄືບໍ່ແຈ້ງຄວາມທັນທີທີ່ຖືກກະທຳ ຫຼື ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ໄປໂທດວ່າເຫຍື່ອນັ້ນເປັນຕົ້ນເຫດທີ່ເຮັດໃຫ້ຄົນຜິດກະທຳສິ່ງຕ່າງໆເຫຼົ່ານັ້ນລົງໄປ, ກໍຄືການແຕ່ງຕົວ ແລະ ເຮັດການລໍ້ລວງເອງ.

ລວມໄປເຖິງເວລາທີ່ເຫຍື່ອໄປລາຍງານກັບຕຳຫຼວດ ພວກເຂົາເອງກໍມີທ່າທີບໍ່ເຊື່ອຖື, ເບິ່ງວ່າເຫຍື່ອນັ້ນເດືອດຮ້ອນເກີນຈິງ ພ້ອມທັງຍັງຕັ້ງຄຳຖາມຊ້ຳໄປຊ້ຳມາ ທີ່ກ່ຽວກັບເຫດການເພື່ອໃຫ້ຜູ້ຕອບຮູ້ສຶກອາຍ ຫຼື ໃຊ້ຄຳຖາມທີ່ເຮັດໃຫ້ເຫຍື່ອເປັນຜູ້ຜິດເອງ ຈົນຮອດຈຸດທີ່ເຫຍື່ອຫຼາຍຄົນບໍ່ໄດ້ຮັບຄວາມຍຸຕິທຳແຖມຍັງໄດ້ຮັບການດູຖູກກັບມາ.

ມາຮອດທຸກມື້ນີ້, ເຖິງແມ່ນວ່າກໍລະນີຂອງ Taylor Swift ນັ້ນຈະໄດ້ຍົກລະດັບບັນຫານີ້ໃຫ້ເຫຍື່ອທຸກຄົນລຸກຂຶ້ນມາສູ້ເພື່ອຕົນເອງ ແຕ່ຖ້າມີພຽງກຳລັງຂອງຜູ້ຖືກກະທຳຝ່າຍດຽວກໍບໍ່ອາດຈະດຶງຄວາມຍຸຕິທຳກັບມາໄດ້, ທຸກຄົນຈະຕ້ອງໄດ້ເຂົ້າໃຈເຖິງບັນຫານີ້ ແລະ ໃຫ້ກຽດຕໍ່ເພື່ອນມະນຸດນຳກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ບັນເທີງ

#HOD#LaoXຄຸກຄາມທາງເພດ

error: Content is protected !!