Ynys Enlli ເກາະໃນ Welsh ທີ່ມີທ້ອງຟ້າມືດທີ່ສຸດໃນຢູໂຣບ


ເກາະ Ynys Enlli ຫຼື  Bardsey ນັ້ນຕັ້ງຢູ່ຫ່າງຈາກ the Llŷn Peninsula 2 miles, ສະຖານທີ່ຕັ້ງ ແລະ ລັກສະນະທາງພູມສາດ ເຮັດໃຫ້ເກາະນີ້ເປັນໜຶ່ງໃນສະຖານທີ່ທີ່ມືດມົວທີ່ສຸດໃນອັງກິດ, Ynys Enlli ໄດ້ກາຍເປັນສະຖານທີ່ທໍາອິດໃນຢູໂຣບທີ່ໄດ້ຮັບການຢັ້ງຢືນຈາກ International Dark-Sky Association, ໂດຍເຂົ້າຮ່ວມກັບສະຖານທີ່ອື່ນໆພຽງແຕ່ 16 ແຫ່ງໃນໂລກ.

ເນື່ອງຈາກເກາະ Ynys Enlli ນັ້ນມີມົນລະພິດທາງແສງສະຫວ່າງໜ້ອຍ ແລະ ທ້ອງຟ້າໃນຕອນກາງຄືນທີ່ບໍລິສຸດ, ເຮັດໃຫ້ມີພຽງປະຊາກອນທີ່ຢູ່ຖາວອນ 2 ຄົນໃນລະດູໜາວ ແລະ 12 ຄົນ ໃນລະດູຮ້ອນ, ບໍ່ມີໄຟຟ້າ ແລະ ອາຄານສ່ວນໃຫຍ່ຍັງຄົງຢູ່ຄືເກົ່າຕັ້ງແຕ່ສະຕະວັດທີ 19.

ພູເທິງເກາະເຮັດໜ້າທີ່ເປັນເກາະປ້ອງກັນເເສງໄດ້ຢ່າງມີປະສິດທິພາບ ໂດຍກັນເເສງ ເເລະ ມົນລະພິດຈາກເມືອງ Dublin ເຊິ່ງຢູ່ຫ່າງອອກໄປກວ່າ 112,6 ກິໂລແມັດ.

ເກາະນີ້ຮູ້ຈັກກັນໃນນາມເກາະເເຫ່ງນັກບຸນ 20.000 ຄົນ, ເນື່ອງຈາກວັດວາອາຮາມ Celtic ແລະ Christian ກໍ່ສ້າງຂຶ້ນໃນສະຕະວັດທີ 6, ເຊິ່ງມີຫຼັກຖານບົ່ງຊີ້ວ່າເກາະນີ້ເປັນທີ່ຢູ່ອາໄສຂອງພວກເຂົາ.

ໃນປັດຈຸບັນເປັນທີ່ຕັ້ງຂອງຊຸມຊົນຂະໜາດນ້ອຍ ທີ່ໃຊ້ໃນການປູກຝັງ ແລະ ຫາປາຈາກເກາະ, ນອກຈາກນີ້ຍັງມີເຮືອນນ້ອຍໆ 10 ຫຼັງໄວ້ໃຫ້ນັກທ່ອງທ່ຽວທີ່ມາພັກຜ່ອນເທິງເກາະໃນຫວ່າງເດືອນມີນາຫາເດືອນຕຸລາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/