The Signal ຮູບເງົາລາວ ພຽງໜຶ່ງດຽວທີ່ເຂົ້າຊິງຮາງວັນຮອດ 3 ສາຂາ ໃນງານ Shanghai International Film Festival


ເປັນອີກໜຶ່ງບາດກ້າວທີ່ໜ້າພາກພູມໃຈຂອງວົງການຮູບເງົາລາວ ທີ່ໄດ້ອອກໄປເສີດສາຍໃຫ້ຄົນທົ່ວໂລກ ເມື່ອຮູບເງົາລາວເລື່ອງ The Signal ທີ່ກຳກັບໂດຍຜູ້ກຳກັບສີມືດີ ລີ ພົງສະຫວັນ ນຳສະແດງໂດຍ ແຮນນ່າ ໂຣສເຊັນບູມ ຫຼື ແຮນນ່າ 4EVE ແລະ ຕ໋ອດ ລີນ່າ.

The Signal ເປັນຮູບເງົາລາວທີ່ໄດ້ຮັບການຄັດເລືອກໄປສາຍໃນຮອບ World Premiere ໃນງານ Shanghai International Film Festival ພ້ອມກັບໄດ້ມີຊື່ເຂົ້າແຂ່ງຂັນຂອງ Asian Cinema New Talent ແລະ ເປັນຮູບເງົາລາວເລື່ອງທຳອິດທີ່ມີຊື່ເຂົ້າຊິງ.

ຮູບເງົາ The Signal ເປັນຜົນງານການກຳກັບຂອງ ລີ ພົງສະຫວັນ ທີ່ໃຊ້ເວລາເກືອບ 3 ປີໃນການສ້າງ ດ້ວຍຄວາມອົດທົນເຮັດໃຫ້ຜ່ານມັນມາ ເຊື່ອວ່າຄວາມພະຍາຍາມບໍ່ເຄີຍທຳຮ້າຍໃຜ ລີ ພົງສະຫວັນ ໄດ້ຖືກສະເໜີຊື່ເຂົ້າຊິງ Best Director ຂອງຮູບເງົາເລື່ອງ The Signal ໃນງານ Shanghai International Film Festival ແລະ ໃນສ່ວນຂອງນັກສະແດງກໍບໍ່ໜ້ອຍໜ້າ ແຮນນ່າ ໂຣສເຊັນບູມ ຫຼື ແຮນນ່າ 4EVE ໄດ້ຖືກສະເໜີເຂົ້າຊິງໃນສາຂາ Best Actress ແລະ ຮູບເງົາ The Signal ໄດ້ຖືກສະເໜີຊື່ເຂົ້າຊິງໃນສາຂາ Best Film ຖືວ່າເປັນອີກໜຶ່ງບາດກ້າວຄວາມສຳເລັດຂອງວົງການຮູບເງົາລາວ.

ທາງຜູ້ກຳກັບ ລີ ພົງສະຫວັນ ພ້ອມກັບ ນັກສະແດງອີກ 2 ທ່ານ ຕ໋ອດ ລີນ່າ ແລະ  ແຮນນ່າ ໂຣສເຊັນບູມ ຈະໄດ້ເດີນທາງເຂົ້າຮ່ວມງານ Shanghai International Film Festival ຢູ່ທີ່ Shanghai ປະເທດຈີນ ໃນວັນທີ 11 ເດືອນ ມິຖຸນາ 2023 ສ່ວນຄົນລາວເຮົາຈະໄດ້ເບິ່ງຮູບເງົາລາວ ເລື່ອງ The Signal ໃນທ້າຍປີນີ້ຢ່າງແນ່ນອນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/