Ted Cruz ສະມາຊິກສະພາສູງລັດ Texas ເປີດຕົວຮ່າງກົດໝາຍສະບັບໃໝ່ ເພື່ອສະກັດກັ້ນລັດຖະບານສະຫະລັດ ຈາກການສ້າງ CBDC


Ted Cruz ສະມາຊິກສະພາສູງລັດ Texas ກຳລັງສະເໜີຮ່າງກົດໝາຍເພື່ອປ້ອງກັນບໍ່ໃຫ້ Federal Reserve ສ້າງສະກຸນເງິນດິຈິຕອລຂອງທະນາຄານກາງ (CBDC)

ເຊິ່ງ CBDCs ແມ່ນເງິນ fiat ທີ່ມາໃນຮູບເເບບດິຈິຕອລ ເເຕກຕ່າງຈາກ Cryptocurrency, ເພາະສິນຊັບເຫຼົ່ານີ້ແມ່ນອອກ ແລະ ສະໜັບສະໜູນໂດຍລັດຖະບານ.

Cruz ໄດ້ໃຫ້ເຫດຜົນວ່າການສ້າງ CBDC ຈະເປັນການລວມສູນຂໍ້ມູນດ້ານການເງິນຂອງປະຊາຊົນ ແລະ ປ່ອຍໃຫ້ຂໍ້ມູນຂອງພວກເຂົາມີຄວາມສ່ຽງທີ່ຈະຖືກໂຈມຕີ. ເຂົາຍັງກ່າວອີກວ່າ ລັດຖະບານສະຫະລັດອາດຈະໃຊ້ເງິນໂດລາດິຈິຕອລເປັນເຄື່ອງມືເຝົ້າລະວັງເພື່ອກວດສອບການເຮັດທຸລະກໍາສ່ວນຕົວຂອງຊາວອາເມຣິກາໂດຍກົງ.

“ຮ່າງກົດໝາຍນີ້ຊ່ວຍໃຫ້ລັດຖະບານບໍ່ພະຍາຍາມທີ່ຈະລວມສູນ ຫຼື ຄວບຄຸມ cryptocurrency ແລະ ປ່ອຍໃຫ້ມັນເຕີບໂຕໃນສະຫະລັດເເທນ. ພວກ​ເຮົາ​ຄວນ​ຈະໃຫ້ອຳນາດ​ແກ່​ຜູ້​ປະ​ກອບ​ການ, ເປີດໃຊ້ງານນະ​ວັດ​ຕະ​ກໍາ ແລະ​ ເພີ່ມ​ສິດເສລີພາບສ່ວນບຸກຄົນ ບໍ່ຄວນຈະປິດກັ້ນສິ່ງເຫຼົ່ານີ້”

ໃນຂະນະທີ່ຝ່າຍບໍລິຫານ Biden ພິຈາລະນາຄວາມເປັນໄປໄດ້ຂອງການນໍາສະເໜີ CBDC, Cruz ກ່າວວ່າລັດຖະບານສະຫະລັດບໍ່ສາມາດສ້າງຕັ້ງສະກຸນເງິນທະນາຄານກາງໂດຍຝ່າຍດຽວ. ເຊິ່ງສະພາ​ນິຕິບັນຍັດ​ໄດ້​ປະກາດ​ໃຊ້​ຮ່າງ​ກົດໝາຍ​ດັ່ງກ່າວ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2022.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/