Sadness Paradox ອາການເສົ້າທິບ ຍ້ອນຟັງເພງເສົ້າ


ຫຼາຍຄົນຄົງເຄີຍເປັນ ຟັງເພງເສົ້າ ແລ້ວຄວາມຮູ້ສຶກຂອງເຮົາກໍເສົ້າລົງຕາມເພງ ທັ້ງໆທີ່ກ່ອນໜ້ານີ້ເຮົາບໍ່ໄດ້ເສົ້າ ຊີວິດບໍ່ຄ່ອຍໄດ້ມີຫຍັງໃຫ້ເສົ້າ ແຕ່ເຮົາກັບຮູ້ສຶກເສົ້າເມື່ອໄດ້ຟັງເພງເສົ້າ.

ເຄີຍເຫັນໝູ່ຫຼາຍຄົນທີ່ມັກໂພສສະເຕຕັສ ແຊຣ໌ເພງ ຂໍ້ຄວາມເສົ້າໆຢູ່ຕະຫຼອດ ແຕ່ພໍໄປຖາມວ່າເປັນຫຍັງ ? ເຂົາເຈົ້າກັບຕອບມາວ່າບໍ່ໄດ້ເປັນຫຍັງ ໂພສຊື່ໆ…

ເພງເສົ້າ ຄວາມຈິງແລ້ວມັນມີອິດທິພົນຕໍ່ອາລົມຂອງຄົນເຮົາຫຼາຍກວ່າທີ່ຄິດ ຄົງເຄີຍເຫັນວ່າເພງເສົ້າຕິດອັນດັບຕົ້ນໆທີ່ມີຄົນຟັງຫຼາຍ ມີຍອດວິວສູງ ແທນທີ່ຈະເປັນເພງທີ່ມີຈັງຫວະດີໆ ມີເນື້ອຫາສົດໃສ ທຳນອງມ່ວນຊື່ນ ຍ້ອນຫຍັງ?. ຄົນຫຼາຍຄົນທີ່ຟັງເພງເສົ້າ ອາດຈະມີເລື່ອງເສົ້າໃນຊີວິດ ແຕ່ອີກຫຼາຍຄົນທີ່ບໍ່ໄດ້ເສົ້າ ພຽງແຕ່ໄປຟັງແລ້ວກໍເສົ້າຕາມເພງນັ້ນໆ ແລະເຮັດໃຫ້ຟັງເພງອື່ນໆທີ່ມີຈັງຫວະ ຫຼືເນື້ອຫາທີ່ເສົ້າຄ້າຍໆກັນ ແລ້ວຮູ້ຕົວອີກເທື່ອ ກໍກາຍເປັນຄົນຕິດເພງເສົ້າໄປແລ້ວ.

ອາການແບບນີ້ເອີ້ນວ່າ Sadness Paradox ຫຼື ຄວາມເສົ້າທີ່ຍ້ອນແຍ້ງ ຫຼື ທີ່ມັກເອີ້ນກັນວ່າ ອາການເສົ້າທິບ ເຊິ່ງມີຄໍາອະທິບາຍທາງຈິດຕະວິທະຍາວ່າ ເປັນອາການທີ່ເພງເສົ້າເຮັດໃຫ້ເຮົາຮູ້ສຶກເພີດເພີນໂດຍການສ້າງພາບລວງຕາຂອງອາລົມດ້ານລົບ ຫຼື ອາລົມເສົ້ານັ້ນຂຶ້ນມາ ເຖິງວ່າເຮົາບໍ່ໄດ້ເສົ້າ ແຕ່ກໍມ່ວນ ແລະ ເພີດເພີນກັບການຟັງເພງເສົ້າ ລວມເຖິງການເບິ່ງຮູບເງົາເສົ້າໄດ້.

ເຊິ່ງອາການນີ້ເກີດຂຶ້ນໄດ້ກັບທຸກຄົນ ເຫັນໄດ້ຈາກຫຼາຍໆຄົນທີ່ຢູ່ໆກໍເສົ້າໂດຍບໍ່ມີເຫດຜົນ ບໍ່ມີທີ່ມາທີ່ໄປ ຫຼື ກົກປາຍສາເຫດທີ່ເຮັດໃຫ້ເສົ້າ ແຕ່ກໍມັກໂພສຄຳຄົມເສົ້າໆ ແຊຣ໌ເພງ ເພລລິສເສົ້າໆ ຢູ່ເປັນປະຈຳເທິງໂລກອິນເຕີເນັດ ແຕ່ຖ້າໄປຖາມວ່າເສົ້າເລື່ອງຫຍັງ ຄຳຕອບທີ່ຈະໄດ້ກໍຄື ບໍ່ໄດ້ເສົ້າຫຍັງ ບໍ່ມີເລື່ອງທຸກໃຈຫຍັງເລີຍ…

ເພງເສົ້າມັນເຮັດໃຫ້ອາລົມເຮົາປ່ຽນແປງໄດ້ປານນີ້ພຸ້ນຫວາ? ແມ່ນແລ້ວ ມັນເຮັດໄດ້ ມັນເຮັດໃຫ້ເຮົາເຂົ້າເຖິງອາລົມຂອງເພງ ຫຼື ເຫດການໃນເພງທີ່ຢາກຈະສື່ອອກມາ ທັ້ງໆທີ່ເຮົາບໍ່ໄດ້ມີປະສົບການຮ່ວມໃດໆເລີຍ. ເຖິງຢ່າງນັ້ນກໍຕາມ ການຟັງເພງເສົ້າ ຫຼື ການເກີດມີອາລົມເສົ້າ ບໍ່ໄດ້ໝາຍຄວາມວ່າເປັນເລື່ອງທີ່ບໍ່ດີ ແລະ ນີ້ຄືຂໍ້ດີບາງສ່ວນຂອງການຟັງເພງເສົ້າ:

  • ຊ່ວຍຢ້ອນຄວາມຊົງຈໍາເກົ່າໆ: ເປັນການກະຕຸ້ນຄວາມຊົງຈຳເກົ່າໆ ເຊິ່ງນອກຈາກ ຮູບພາບ ກິ່ນ ແລະ ຣົດຊາດແລ້ວ ຍັງມີສຽງ ທີ່ຊ່ວຍໃຫ້ເຮົານຶກຫວນເຖິງເວລາທີ່ຜ່ານມາດ້ວຍຈັງຫວະ ທຳນອງ ດົນຕີ ແລະ ເນື້ອຫາຂອງເພງນັ້ນໆ.
  • ຊ່ວຍລະບາຍອາລົມ: ຄວາມເສົ້າເປັນອາລົມດ້ານລົບທີ່ບໍ່ມີໃຜປາຖະໜາ ແຕ່ເພງເສົ້າເຮັດໃຫ້ຜູ້ຟັງເກີດອາລົມຮ່ວມ ໂດຍບໍ່ມີຜົນກະທົບກັບຊີວິດຈິງ ຫຼື ຄົນໆນັ້ນບໍ່ຈຳເປັນຕ້ອງປະສົບເຫດການທີ່ເຮັດໃຫ້ເສົ້າໃນຊີວິດຈິງເລີຍກໍໄດ້ ແຕ່ເມື່ອຟັງເພງເສົ້າ ກໍໄດ້ເກີດອາລົມຮ່ວມ ແລະ ເປັນການລະບາຍອາລົມດ້ານລົບນັ້ນອອອກມາຈາກຈິດໃຈ ບາງຄັ້ງກໍຮ້ອງໄຫ້ອອກມາ ແຕ່ຫຼັງຈາກນັ້ນກໍຈະຮູ້ສຶກດີຂຶ້ນທີ່ໄດ້ລະບາຍມັນອອກມາ.
  • ເຮັດໃຫ້ເຫັນໃຈຜູ້ອື່ນຫຼາຍຂຶ້ນ: ເພງເສົ້າໄດ້ແຝງເຫດການທີ່ໜ້າເສົ້າເສຍໃຈໄວ້ໃນຫຼາຍຮູບແບບ ເຮັດໃຫ້ຜູ້ຟັງພະຍາຍາມເຂົ້າໃຈ ແລະ ໄດ້ຮູ້ສຶກເຖິງຄວາມຮູ້ສຶກຂອງອີກຄົນທີ່ປະສົບຢູ່ຜ່ານເລື່ອງລາວໃນເພງ.
  • ຊ່ວຍໃຫ້ມີກຳລັງໃຈ: ເພງເສົ້າບາງເພງກໍບໍ່ໄດ້ມີເນື້ອຫາທີ່ເສົ້າ ບາງເພງຈະເຮັດໃຫ້ເຮົາຮູ້ສຶກວ່າມີຄົນຢູ່ຂ້າງໆທີ່ເຂົ້າໃຈຄວາມຮູ້ສຶກຂອງເຮົາ ແລະຊ່ວຍໃຫ້ເຮົາຂ້າມຜ່ານເວລາທີ່ຍາກລຳບາກໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/