Ronaldo ເຊັນສັນຍາຮ່ວມທີມ “Al Nassr” ທີມດັງໃນຊາອຸດີອາຣະເບຍ 2 ປີ ກວາດຄ່າຈ້າງອາທິດລະ 4 ລ້ານກວ່າຢູໂຣ

Ronaldo

ໃນທີ່ສຸດ ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີສະຕາ ອາຍຸ 37 ປີ ຊາວໂປຕຸເກດ ກໍມີທີມໃໝ່ເປັນທີ່ຮຽບຮ້ອຍແລ້ວ ເມື່ອກາງເດິກຂອງຄໍ່າຄືນທີ່ຜ່ານມາ ເຈົ້າຕົວໄດ້ຕົກລົງເຊັນສັນຍາກັບສະໂມສອນ ອັລ ນາສເຊີ (Al Nassr)ທີມຊື່ດັງຂອງຊາອຸດີອາຣະເບຍ ຢ່າງເປັນທາງການ ດ້ວຍສັນຍາໄລຍະ 2 ປີ.

ເອີ້ນໄດ້ວ່າຈົບລົງແລ້ວກັບຄຳຖາມທີ່ວ່າ ໂຣນັລໂດ້ ຈະໄປຫຼິ້ນໃຫ້ກັບສະໂມສອນໃດແທ້ ຫຼັງດາວຍິງ ອາຍຸ 37 ປີ ຄົນນີ້ໄດ້ແຍກທາງກັບອະດີດຕົ້ນສັງກັດຢ່າງ ແມນເຊັສເຕີ້ ຢູໄນເຕັດ ໄນໄລຍະ ກາງເດືອນທັນວາ. ກ່ອນທີ່ເຈົ້າຕົວຈະຕົກເປັນຂ່າວພົວພັນກັບສະໂມສອນໃນດິນແດນຂອງພໍ່ຄ້ານໍ້າມັນ. ທ່າມກາງຄວາມຫວັງຂອງແຟນບານທີ່ຍັງຢາກເຫັນ ໂຣນັລໂດ້ ໂຊລວດລາຍ ໃນລີກຢູໂຣບຢູ່ ແຕ່ສຸດທ້າຍ ໂຣນັລໂດ້ ກໍຕົກລົງເຊັນສັນຍາຮ່ວມທີມ ອັລ ນາສເຊີ ທີມແຊ້ມລີກ ຊາອຸດີອາຣະເບຍ 9 ສະໄໝ.

Ronaldo

ໂດຍຫຼັງເຊັນສັນຍາ ໂຣນັລໂດ້ ໄດ້ເປີດເຜີຍວ່າ: “ຂ້ອຍຮູ້ສຶກຕື່ນເຕັ້ນ ແລະ ຢາກທີ່ຈະມີປະສົບການໃໝ່ໆກັບບານເຕະລີກໃໝ່ໃນປະເທດທີ່ແຕກຕ່າງ. ຂ້ອຍໂຊກດີທີ່ປະສົບຄວາມສຳເລັດທຸກຢ່າງກັບເປົ້າໝາຍທີ່ຕັ້ງໄວ້ໃນບານເຕະຢູໂຣບ ແລະ ຮູ້ສຶກວ່າເວລານີ້ແມ່ນເວລາທີ່ເໝາະສົມແລ້ວທີ່ຈະແບ່ງປັນປະສົບການຂອງຂ້ອຍໃນລີກເອເຊຍ.”

ສະໂມສອນ ອັລ ນາສເຊີ ອອກຖະແຫຼງການເຜີຍວ່າ: “ປະຫວັດສາດໄດ້ເກີດຂຶ້ນແລ້ວ ການເຊັນສັນຍາຄັ້ງນີ້ບໍ່ໄດ້ພຽງແຕ່ສ້າງແຮງບັນດານໃຈໃນການກ້າວສູ່ຄວາມສຳເລັດທີ່ຍິ່ງໃຫຍ່ ແຕ່ຍັງສ້າງແຮງສະເທືອນໃຫ້ແກ່ລີກຂອງເຮົາ ປະເທດຂອງເຮົາ ອະນາຄົດຂອງຄົນຮຸ່ນຕໍ່ໄປ ແລະ ຄົນໜຸ່ມສາວໃຫ້ສະແດງຄວາມເປັນຕົນເອງໃຫ້ດີທີ່ສຸດ ຍິນດີຕ້ອນຮັບ ຄຣິສເຕຍໂນ ໂຣນັລໂດ້ ສູ່ບ້ານຫຼັງໃໝ່”

ໂຣນັລໂດ້ ເຊັນສັນຍາຫຼິ້ນໃຫ້ກັບ ອັລ ນາສເຊີ ເປັນເວລາ 2 ປີ ເຊິ່ງຈະມີອາຍຸສັນຍາຮອດປີ 2025 ສ່ວນຄ່າຈ້າງນັ້ນ ຟາບິສຊິໂອ້ ໂຣມາໂນ້ ນັກຂ່າວສື່ດັງ ແລະ ຫຼາຍຝ່າຍລາຍງານກົງກັນວ່າ ຊຸບເປີສະຕາ ອາຍຸ 37 ປີ ຄົນນີ້ຈະໄດ້ຮັບຄ່າຈ້າງ ຫຼື ຄ່າເມື່ອຍສູງເຖິງ 200 ລ້ານຢູໂຣ ຕໍ່ ປີ ຫຼື ປະມານ 4 ລ້ານກວ່າຢູໂຣ ຕໍໍ່ອາທິດ.

Ronaldo

ສຳລັບສັນຍາສະບັບນີ້ຂອງ ໂຣນັລໂດ້ ສາມາດບອກກັບເຮົາໄດ້ບໍ່ວ່ານີ້ ອາດຈະໝົດຍຸກຂອງ ໂຣນັລໂດ້ ແລະ ເປັນຂາລົງຂອງເຈົ້າຕົວຢ່າງຈິງຈັງແລ້ວ ຫຼັງໂຣນັລໂດ້ ນັ້ນໄດ້ໂຊລວດລາຍໃນເວທີລະດັບສູງ ມາເປັນເວລາເກືອບ 20 ປີ ເພາະການຍ້າຍມາຫຼິ້ນໃນລີກ ຊາອຸດີອາຣະເບຍ ແນ່ນອນວ່າການແຂ່ງຂັນ, ມາດຕະຖານ, ຄວາມນິຍົມ ແລະ ຄວາມສົນໃຈນັ້ນ ບໍ່ສາມາດທຽບໄດ້ກັບລີກຢູໂຣບແນ່ນອນ.

ແຕ່ກໍປະຕິເສດບໍ່ໄດ້ເຊັ່ນກັນວ່າ ໂຣນັລໂດ້ ນັ້ນມີຄວາມເປັນຊຸບເປີ້ສະຕາຢ່າງເຕັມຕົວ ທີ່ບໍ່ວ່າຈະເຄື່ອນໄຫວຫຍັງ ແສງໄຟທຸກດວງ ກ້ອງຖ່າຍຮູບທຸກໜ່ວຍ ກໍພ້ອມທີ່ຈະຫັນໄປຫາ ໂຣນັລໂດ້ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/