Rafael Nadal ປະກາດຖອນຕົວຈາກການປ້ອງກັນແຊ້ມ France Open 2023 ພ້ອມເຜີຍ ວາງແຜນອຳລາອາຊີບໃນປີ 2024


ຣາຟາເອວ ນາດາວ (Rafael Nadal) ນັກເທັນນິສຊື່ດັງອັນດັບຕົ້ນໆຂອງລາວ ຊາວສະເປນ ເຈົ້າຂອງແຊ້ມແກຣນສະແລມສູງສຸດທີ່ 22 ສະໄໝ ຂໍຖອນຕົວປ້ອງກັນແຊ້ມແກຣນສະແລມທີສອງຂອງປີ French Open 2023 ພ້ອມເຜີຍ ວາງແຜນຈະອໍາລາອາຊີບໃນປີ 2024 ນີ້.

ໂດຍສາເຫດຕົ້ນຕໍທີ່ ນາດາວ ຕ້ອງຖອນຕົວອອກຈາກ French Open 2023 ທີ່ສັງວຽນໂຣລ໋ອງ ກາຣັອສ ນະຄອນຫຼວງປາຣີສ ປະເທດຝຣັ່ງ ໃນທ້າຍເດືອນພຶດສະພາຫາຕົ້ນເດືອນມິຖຸນາປີນີ້ ເນື່ອງຈາກຍັງເຈັບແອວຊຳເຮື້ອມາຕັ້ງແຕ່ຕົກຮອບທີສອງ ແກຣນສະແລມທຳອິດຂອງປີຢ່າງ Australian Open ໃນເດືອນມັງກອນຜ່ານມາ.

ເຊິ່ງໃນເບື້ອງຕົ້ນ ທາງຄະນະແພດ ຄາດວ່າ ນາດາວ ອາດຈະກັບມາແຂ່ງຂັນອີກຄັ້ງໃນເດືອນມີນາປີນີ້ ແຕ່ພາຍຫຼັງ ສະແກນ MRI ນາດາວ ຍັງຕ້ອງໄດ້ພັກປິ່ນປົວອາການບາດເຈັບຕໍ່ໄປ ອົດປ້ອງກັນແຊ້ມ French Open ປີນີ້ ເຊິ່ງ ນາດາວ ເປັນເຈົ້າຂອງສະຖິຕິໄດ້ແຊ້ມລາຍການນີ້ສູງສຸດຢູ່ທີ່ 14 ສະໄໝ.

ນາດາວ ເປີດເຜີຍວ່າ: ຂ້ອຍເຮັດວຽກໜັກຫຼາຍໃນຫຼາຍເດືອນທີ່ຜ່ານມາ ມັນເປັນຫຼາຍເດືອນທີ່ຫຍຸ້ງຍາກຫຼາຍ ເພາະພວກເຮົາບໍ່ສາມາດຊອກວິທີແກ້ໄຂກັບບັນທີ່ເກີດຂຶ້ນກັບຂ້ອຍ ໃນ ອອສເຕຣເລຍ ເມື່ອເດືອນມັງກອນທີ່ຜ່ານມາໄດ້. ມື້ນີ້ຂ້ອຍຍັງຢູ່ໃນສະຖານະການທີ່ຂ້ອຍບໍ່ສາມາດຮູ້ສຶກວ່າຕົນເອງພ້ອມທີ່ຈະແຂ່ງຂັນໃນມາດຕະຖານທີ່ຂ້ອຍຕ້ອງເປັນໄດ້ ແລະ ຂ້ອຍຈະກັບເມື່ອຂ້ອຍພ້ອມ.

ແຊ້ມແກຣນສະແລມ 22 ສະໄໝ ຍັງເປີດເຜີຍອີກວ່າ: “ຄວາມຕັ້ງໃຈຂອງຂ້ອຍແມ່ນ ພະຍາຍາມມ່ວນຊື່ນກັບທຸກເຫດການໃນປີໜ້າ, ເພາະມັນອາດຈະເປັນປີສຸດທ້າຍໃນການແຂ່ງຂັນລະດັບອາຊີບຂອງຂ້ອຍ”

ປັດຈຸບັນ ຣາຟາເອວ ນາດາວ ອາຍຸ 36 ປີ ຄອງສະຖິຕິແຊ້ມແກຣນສະແລມສູງສຸດ 22 ສະໄໝ ຮ່ວມກັບ ໂນວັກ ໂຢໂຄວິກ. ໄດ້ແຊ້ມລະດັບ ເອທີພີ 70 ລາຍການ ຄອງບັນລັງມື 1 ຂອງໂລກ 209 ອາທິດ, ເປັນຣາຊາຂອດດິນ ໃນສັງວຽນ ເຟັນ ໂອເພັນ ຊະນະ 112 ຄັ້ງ ຈາກ 115 ນັດ.

ສຳລັບ ເທັນນິສ ເຟັນ ໂອເພັນ 2023 ຈະແຂ່ງຂັນໃນລະຫວ່າງວັນທີ 28 ພຶດສະພາ – 11 ມິຖຸນາ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/